ຈີນ​ຈະ​ສຳ​ເລັດ​ການ​ປະ​ຕິ​ຮູບ​ລະ​ບົບ​ວັດ​ທະ​ນະ​ທຳ​ໃນ​ຂັ້ນ​ພື້ນ​ຖານ​ກ່ອນ​ປີ​2012

(GMT+08:00) 2010-08-20 17:11:22     cri
ວັນ​ທີ 19 ສິງ​ຫາ​ນີ້,ຢູ່​ປັກ​ກິ່ງ,ຫ້ອງການ​​ໂຄສະນາ​ຕໍ່​ຕ່າງປະ​ເທດ​ສູ​ນກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ,​ເພື່ອ​ແຈ້ງ​ຄວາມ​ຄືບ​ໜ້າ​ໃໝ່​ຂອງ​ການ​ປະ​ຕິ​ຮູບ​ລະ​ບົບ​ວັດ​ທະ​ນະ​ທຳ​ຈີນ.​ໃນ​ກອງ​ປະ​ຊຸມ,ທ່ານ​ຊຸ່ນ​ຈື້​ຈຸ່ນ,​ຮອງ​ຫົວ ໜ້າ​ຄະ​ນະ​ໂຄ​ສະ​ນາ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ກ່າວ​ວ່າ,​ນັບ​ແຕ່​ເດືອນ​ສິງ​ຫາ​ມາ​ຮອດ​ປະ​ຈຸ​ບັນ​ນີ້,ຈີນ​ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ຮອບ​ດ້ານ,​ເຊັ່ນ:​ການ​ພິມ​ຈຳ​ໜ່າຍ,​ຮູບ​ເງົາ,​ການ​ຄຸ້ມ​ຄອງ​ຕະ​ຫຼາດ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ,​ກ່ອນ​ປີ​2012,​ຈະ​ສຳ​ເລັດ​ການ​ປະ​ຕິ​ຮູບ​ລະ​ບົບ​ວັດ​ທະ​ນະ​ທຳ​ໃນ​ຂັ້ນ​ພື້ນ​ຖານ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້ດຽວ​ກັນ,ທ່ານ​ຊຸ່ນຈື້ຈຸ່ນ,ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ຂອງ​ສູນ​ກາງ​ພັກ​ຄອມ​ມູນິດ​ຈີນ​ກ່າວ​ວ່າ,ການ​ປະ​ຕິ​ຮູບ​ລະ​ບົບ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ແມ່ນປິ່ນ​ອ້ອມ 4 ດ້ານ​,ຄື: ການ​ສ້າງ​ບໍ​ລິ​ສັດ​ຂະ​ໜາດ​ໃຫຍ່​ໃນ​ຕະ​ຫຼາດ​ຄືນ​ໃໝ່, ການ​ສ້າງ​ລະ​ບົບ​ຕະຫຼາດ​ໃຫ້​ສົມ​ບູນ,​ການ​ປັບປຸງ​ການ​ຄຸ້ມ​ຄອງ​ດ້ານ​ມະ​ຫາ​ພາກ,​ແລະ​ການ​ຫັນ​ປ່ຽນ​ພາ​ລະ​ໜ້າ​ທີ່​ຂອງ​ລັດ​ຖະ​ບານ.​ຈີນ​ໄດ້​ດຳ​ເນີນ​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ຮອບ​ດ້ານ, ​ເຊັ່ນ:​ການ​ພິມ​ຈຳ​ໜ່າຍ,​ຮູບ​ເງົາ,​ການ​ຄຸ້ມ​ຄອງ​ຕະ​ຫຼາດ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ, ​ແລະ​ຈະ​ສຳ​ເລັດ​ການ​ປະ​ຕິ​ຮູບ​ລະ​ບົບ​ວັດ​ທະ​ນະ​ທຳ​ໃນ​ຂັ້ນ​ພື້ນ​ຖານ​ກ່ອນ​ປີ 2012.

ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ໂອ່​ຢາງ​ຈ່ຽນ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດ ທະນະທຳ​ຈີນ​ກ່າວ​ວ່າ,​ຈີນ​ກຳ​ລັງ​ເລັ່ງ​ລັດ​ການ​ປະ​ຕິ​ຮູບ​ລະ​ບົບ​ວັດ​ທະ​ນະ​ທຳ. ຕາມ​ຕົວ​ເລກ​ທີ່​ບໍ່​ຄົບ​ຖ້ວນ,​ມາ​ຮອດ​ຕົ້ນ​ປີ​ນີ້,​ຈຳ​ນວນ​ຄະ​ນະ​ສິ​ລະ​ປະ​ວັນ​ນະ​ຄະ ດີ​ຂອງ​ລັດ​ທີ່​ຫັນ​ປ່ຽນ​ເປັນ​ວິ​ສາ​ຫະ​ກິດ​ມີ​228​ແຫ່ງ,​ຈາກ​ລະ​ດັບ​ແຂວງ​ໄປ​ຮອດ​ລະ​ດັບ​ເມືອງ,​ໄດ້​ສ້າງ​ຕະ​ຫຼາດ​ແຂງ​ຂອງ​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ ແບບ​ໃໝ່​ທີ່​ມີ​ກຳ​ລັງ​ແຂ່ງ​ຂັນ​ແລະ​ສົ່ງ​ຜົນ​ດີ​ຢ່າງ​ຫຼວງ​ຫຼາຍ.​ທ່ານ​ຍັງ​ກ່າວ​ວ່າ:

"ນັບ​ແຕ່​ປີ 2003 ມາ​ນີ້, ກະຊວງ​ວັດທະນະທຳ​ໄດ້​ຫັນ​ປ່ຽນ​6​ຫົວ​ໜ່ວຍ​ລະ​ດັບ​ກົມ​ໃຫ້​ເປັນ​ວິ​ສາ​ຫະກິດ, ບົດ​ພື້ນ​ຖານ​ດັ່ງ​ກ່າວ​ໄດ້​ສ້າງ​ກຸ່ມ​ບໍ​ລິ​ສັດ​ວັດ​ທະ​ນະ​ທຳ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ,​ກຸ່ມ​ບໍ​ລິ​ສັດ​ການ​ສະ​ແດງ​ຕຸ້ງ​ຟັ່ງ​ຈີນ,​ກຸ່ມ​ບໍ​ລິ​ສັດ​ສື່​ສານ​ວັດ​ທະ​ນະ​ທຳ​ຈີນ​ແລະ​ກຸ່ມ​ບໍ​ລິ​ສັດ​ກາ​ຕູນ​ຈີນ​ຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ວັດ​ທະ​ນະ​ທຳ​ຂອງ​ລັດ,​ອັນ​ໄດ້​ສ້າງ​ແບບ​ຢ່າງ​ໃຫ້​ແກ່​ການ​ຫັນ​ປ່ຽນ​ລະ​ບົບ​ເປັນ​​ວິ​ສາ​ຫະ​ກິດ​ໃຫ້​ແກ່​ຫົວ​ໜ່ວຍ​ວຽກ​ງານ​ວັດ​ທະ​ນະ​ທຳ​ລະ​ບົບ​ວັດ​ທະ​ນະ​ທຳ​ຂອງ​ທົ່ວ​ປະ​ເທດ​ຈີນ."

ທ່ານ​ໂອ່​ຢາງ​ຈ່ຽນຍັງ​ກ່າວ​ວ່າ, ​ໃນ​ຂະ​ບວນການ​ປະຕິ​ຮູບ,​ຄະ​ນະ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ເອ​ກະ​ຊົນ​ຂອງ​ຈີນ​ມີ​ຫຼາຍ​ກວ່າ​ 6800​ຄະ​ນະ​ແລ້ວ, ​ໄດ້​ສະ​ແດງ​ຫຼາຍ​ກວ່າ 2 ລ້ານ​ເທື່ອ​ຕໍ່​ປີ,​ນີ້​​ໄດ້​ສະ​ໜອງ​ບົດຮຽນ​ທີ່​ດີ​ໃຫ້​ແກ່​ການ​ປະຕິ​ຮູບ​ຂອງ​ຄະ​ນະ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຂອງ​ລັດ.

ກ່ຽວ​ກັບ​ບັນຫາ​ລົງ​ເລິກ​ປະຕິ​ຮູບ​ການ​ປ່ຽນ​ແປງ​ລະບົບ​ຂອງວຽກ​ງານ​ວິ​ທະຍຸ, ຮູບ​ເງົາ​ແລະ​ໂທລະ​ພາບ​ຂອງ​ຈີນ, ນາງ​ຈ້າວ​ສື, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ວິ​ທະ​ຍຸ,​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ແຫ່ງ​ຊາດ​ຈີນ​ກ່າວ​ເນັ້ນ​​ໃນ​ກອງ​ປະຊຸມ​ວ່າ, ຈີນ​ພວມ​ອອກ​ແຮງ​ຊຸກ​ຍູ້​ການ​ກໍ່​ສ້າງ​ລະ​ບົບ​ບໍ​ລິ​ການ​ມວນ​ຊົນ​ທາງ​ວິ​ທະ​ຍຸ, ​ຮູບ​ເງົາ​ແລະ​ໂທ​ລະ​ພາບ, ​ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະ​ບົດ. ຕໍ່​ເລື່ອງ​ນີ້, ນາງ​ກ່າວ​ວ່າ:  "ພຽງ​ແຕ່​ໃນ​ໄລ​ຍະ​ແຜນ​ການ​ຫ້າ​ປີ​ຄັ້ງ​ທີ​11,​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ແລະ​ກະຊວງ​ການ​ເງິນ​ຈີນ​ໄດ້​ອະ​ນຸ​ມັດ​ເງິນ​ງົບ​ປະ​ມານ​8​ຕື້​670​ລ້ານ​ຢວນ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ໃຫ້​ສັນ​ຍານ​ໂທ​ລະ​ພາບ​ວິ​ທະ​ຍຸ​ເຂົ້າ​ໄປ​ທຸກ​ບ້ານ,​11​ຕື້​40​ລ້ານ​ຢວນ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ໃຫ້​​ເຂດ​ຕິ​ເບດ​ແລະ​ຊິ່ນ​ຈ່ຽງ​ມີ​ສັນ​ຍານ​ໂທ​ລະ​ພາບ​ວິ​ທະ​ຍຸ​ແລະ​2​ຕື້​290​ລ້ວນ​ຢວນ​ເຂົ້າ​ໃນ​ໂຄງ​ການ​ສາຍ​ຮູບ​​ເງົາ​ຢູ່​ຊົນ​ນະ​ບົດ.​ພວກ​ເຮົາ​ນຳ​ໃຊ້​ເຕັກ​ນິກ​ຫຼາຍ​ຢ່າງ ຄື:​ນຳ​ໃຊ້​ສັນ​ຍານ​ແບບ​ມີ​ສາຍ​ແລະ​ບໍ່​ມີ​ສາຍ​ແລະ​ຖ່າຍ​ທອດ​ສົດ​ຜ່ານ​ດາວ​ທຽມ​ເປັນ​ຕົ້ນ,​ສຳ​ເລັດ​ວຽກ​ງານ​ທີ່​ໃຫ້​ສັນ​ຍານ​ໂທ​ລະ​ພາບ​ວິ​ທະ​ຍຸ​ເຂົ້າ​ໄປ​ໃນ​ທຸກ​ບ້ານ​ທີ່​​ມີ​ໄຟ​ຟ້າ​ແລະ​ທຸກ​ບ້ານ​ທີ່​ມີ​ຫຼາຍ​ກວ່າ​50​ຄອບ​ຄົວ​ໃນ​ທົ່ວ​ປະ​ເທດ.​ກ່ອນ​ທ້າຍ​ປີ​2010,​ຈະ​ເຮັດ​ໃຫ້​ສັນ​ຍານ​ໂທ​ລະ​ພາບ​ວິ​ທະ​ຍຸ​ເຂົ້າ​ໄປ​​ເຖິງ​7​ແສນ​1​ໝື່ນ​ກວ່າ​ບ້ານ​ ເຊິ່ງ​ເປັນ​ບ້ານ​ທີ່​ມີ​ຫຼາຍ​ກວ່າ​20​ຄອບ​ຄົວ​ໃນ​ທົ່ວ​ປະ​ເທດ."

ນອກ​ນີ້,​ໃນ​ກອງ​ປະຊຸມ,ທ່ານ​ຈຽງ​ຈ້ຽນກົວ,​ຮອງ​ຫົວໜ້າ​ກົມ​ໃຫຍ່​ຂ່າວສານ​ແລະ​ພິມ​ຈຳ ໜ່າຍ​ແຫ່ງ​ຊາດ​ຈີນ​ບອກ​ໃຫ້​ຮູ້​ວ່າ,​ຂະ​ແໜງ​ການ​ຂ່າວ​ສານ​ແລະ​ພິມ​ຈຳ​ໜ່າຍ​ຂອງ​ຈີນ​ໄດ້​ມີ​ໂຄງ​ປະ​ກອບ​ທີ່​ຖື​ລະ​ບອບ​ກຳ​ມະ​ສິດ​ບໍ່​ແມ່ນ​ຂອງ​ເອກະ​ຊົນ​ເປັນ​ຕົ້ນ​ຕໍ,​ແລະ​ລະ​ບອບ​ກຳ​ມະ​ສິດ​ຫຼາຍ​ປະ​ເພດ​ຮ່ວມ​ກັນ​ພັດ​ທະ​ນາ​ໃນ​ຂັ້ນ​ພື້ນ​ຖານ.​ໃນ​ຫົວ​ໜ່ວຍ​ຂ່າວ​ສານ​ພິມ​ຈຳ​ໜ່າຍ​3​ແສນ​5​ໝື່ນ​7​ພັນ​ແຫ່ງ​ທົ່ວ​ປະ​ເທດ,​ມີ​ຫົວ​ໜ່ວຍ​ຂອງ​ເອກະ​ຊົນ​ຫຼາຍ​ກວ່າ​3​ແສນ​2​ໝື່ນ​4​ພັນ ແຫ່ງ,​ກວມ​90,8%​ຂອງ​ຈຳນວນ​ຫົວ​ໜ່ວຍ​ທັງ​ໝົດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ