ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ​ການ​ສ້າງ​ຕັ້ງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊີ່ນ​ເຈີ້ນ​ຄົບ​ຮອບ 30 ປີ

(GMT+08:00) 2010-09-07 15:01:32     cri
ຕອນ​ເຊົ້າ​ວັນ​ທີ 6 ກັນຍາ​ນີ້, ພິທີ​ສະ​ເຫຼີ​ມສະຫຼອງ​ການ​ສ້າງ​ຕັ້ງເຂດ​ເສດຖະກິດ​ພິ​ເສດ​ເຊີ່ນ​ເຈີ້ນ ​ຄົບຮອບ 30 ປີ​ໄດ້​​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຊິ່ນ​ເຈິ້ນ​ຂອງ​ຈີນ.​ພິ​ທີ​ສະ​ຫຼອງ​ເທື່ອ​ນີ້​ໄດ້​ສະ​ຫຼຸບ​ຜົນ​ສຳ​ເລັດ​ແລະ​ບົດ​ຮຽນ​ທີ່​ດີ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊີ່ນ​ເຈີ້ນ​ໃນ 30 ປີ​ຜ່ານ​ມາ​ນີ້, ​ແລະ​ເບິ່ງ ການ​ພັດ​ທະ​ນາ​ຂອງ​ເຊີ່ນ​ເຈີ້ນ​ໃນ​ອະ​ນາ​ຄົດ.​ທ່ານ​ຫູ​ຈີນ​ທ່າວ,​ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ແລະ​ກ່າວ​ຄຳ​ປາ​ໄສ,​ທ່ານ​ໄດ້​ຢືນ​ຢັນ​ຢ່າງ​ເຕັມ​ທີ່​ເຖິງ​ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ສາ​ແລະ​ພັດ​ທະ​ນາ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ.​ທ່ານ​ຫູ​ຈີນ​ທ່າວ​ກ່າວ​ວ່າ,​ລັດ​ຖະ​ບານ​ຈະ​ສະ​ຫນັບ​ສະ​ຫນູນ​ໃຫ້​​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຄົ້ນ​ຄວ້າ​ຫາ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ຢ່າງ​ກ້າ​ຫານ,​ປະ​ຕິ​ຮູບ​ກ່ອນ ທົດ​ລອງ​ກ່ອນ​ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕະ​ຫຼອດ​ໄປ. ​ໃນ​ຄຳ​ປາ​ໄສ,​ທ່ານ​ຫູ​ຈີນ​ທ່າວ​​ໄດ້​ຢືນ​ຢັນ​ຈິດ​ໃຈ​ທີ່​ບຸກ​ບືນ​ສູ້​ຊົນ​ແລະ​ທັດ​ສະ​ນະ​ທີ່​ປະ​ດິດ​ສ້າງ​ໃຫມ່​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊີ່ນ​ເຈີ້ນ​ເພື່ອ​ຍຶດ​ຫມັ້ນ​ການ​ປະ​ຕິ​ຮູບ​ຢ່າງ​ເດັດ​ດ່ຽວ,​ກ້າ​ເຮັດ​ ກ້າ​ທົດ​ລອງ​ແລະ​ກ້າ​ປະ​ຕິ​ບັດ​ກ່ອນ​ກວ່າ​ຫມູ່​ຈີນ​ໃນ 30 ປີ​ມາ​ນີ້​.

ທ່ານ​ກ່າວ​ວ່າ:"​ເມື່ອ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​​ມາ​ເປັນ​ເວລາ30 ປີ​, ນະຄອນ​ເຊີ່ນ​ເຈີ້ນກໍ່​ໄດ້​ຈາກບ້ານ​ຊາວ​ປະ​ມົງ​ນ້ອຍໆ​ທີ່​ຢູ່​ຫ່າງ​ໄກ ​ກາຍ​ມາ​ເປັນ​ນະ​ຄອນ​ໃຫຍ່​ທີ່​ທັນ​ສະ​ໄຫມ,​ກຳ​ລັງ​​ແຮງ​ສັງ​ລວມ​ຕົວ​ຈິງ​ດ້ານ​ເສດ​ຖະ​ກິດ​ໄດ້​ກ້າວ​ຂຶ້ນ​ສູ່​ແຖວ​ຫນ້າ​​ໃນ​ນະ​ຄອນ​ຂະ​ຫນາດ​ໃຫຍ່​ແລະ​ກາງ​ຂອງ​ທົ່ວ​ປະ​ເທດ,​ແລ້ວ​ໄດ້​ສ້າງ​ເລື່ອງ​ທີ່​ອັດ​ສະ​ຈັນ​ໃນ​ປະ​ຫວັດ​ການ​ພັດ​ທະ​ນາ​ທີ່​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ທັນ​ສະ​ໄຫມ​ແລະ​ຕົວ​ເມືອງ​ຂອງ​ໂລກ.​ພະ​ນັກ​ງານ​ແລະ​ປະ​ຊາ​ຊົນ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ເຊີ່ນ​ເຈີ້ນ​ໄດ້​ປະກອບສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ຕໍ່​ພາຍ​ນອກ​ແລະ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄຫມ​ຂອງ​ຈີນດ້ວຍ​ຈິດ​ໃຈ​ທີ່​ບຸກ​ບືນ​ສູ້​ຊົນ​ດ້ວຍ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ປະດິດ​ສ້າງ​ໃຫມ່."
 
ທ່ານ​ຫູ​ຈີ​ນທ່າວ​ກ່າວ​ວ່າ, ການ​ປະຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ແມ່ນ​ການ​ເລືອກ​ທີ່​ສຳຄັນຕັດສິນ​ຊະ​ຕາກຳ​ຂອງ​ຈີນ​ໃນ​ຍຸກ​ປະ​ຈຸ​ບັນ,​ສອດ​ຄ່ອງ​ກັບ​ຈິດ​ໃຈ​ຂອງ​ພັກ​ແລະ​ປະຊາຊົນ, ຖືກ​ກັບ​ຍຸກ​ສະ​ໄໝ. ທ່ານ​ກ່າວ​ເນັ້ນ​ວ່າ, ​ເຂດ​ເສ​ຖະກິດ​ພິ​ເສດ​​ບໍ່​ພຽງ​ແຕ່ຈະ​ສືບ​ຕໍ່​ໄປ​ເທົ່າ​ນັ້ນ, ​ແຕ່​ຄວນ​ເຮັດ​ໃຫ້​ດີກ​ວ່າ​ເກົ່າ: "ກ້າ​​ປະຕິ​ຮູບ, ກ້າ​ປະດິດ​ສ້າງ​ໃໝ່, ບໍ່​ຫູກ​ການ​ຕາຍ​ຕົວ​ຈົນ​ເກີນ​ໄປ​ແລະ​ບໍ່​ຢຸດ​ບາດ​ກ້າວ​ຄວາມ​ກ້າວໜ້າ, ບໍ່​ຢ້ານ​ກົວ​ຄວາມ​ສ່ຽງ​ໃດໆ, ບໍ່​ຖືກ​ລົບ​ກວນ​ຈາກ​ສິ່ງ​ໃດໆ. ສືບ​ຕໍ່​ຊຸກຍູ້​ພາ​ລະ​ກິດ​ຍິ່ງ​ໃຫຍ່​ການ​ປະ​ຕິ​ຮູບ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ຢ່າງກ້າ​ຫານ. ​ໃນ​ຂະ​ບວນການ​ທີ່​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ ດ້ານ​ແລະ​ເລັ່ງລັດ​ຊຸກ​ຍູ້​ສ້າງ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ, ຄວນ​ສືບ​ຕໍ່​ສ້າງ​​ເຂດ​ເສດຖະກິດ​ພິ​ເສດ​ແລະ​ສ້າງ​ໃຫ້​ດີກ​ວ່າ​ເກົ່າ. ລັດຖະບານ​ຈີນ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຄົ້ນ​ຄວ້າ​ຢ່າງ​ກ້າຫານ​ກວ່າ​ເກົ່າ, ມີ​ການ​ກະທຳຕົວ​ຈິງ​ແລະ​ການ​ທົດ​ລອງ, ​ເສີມ​ຂະ​ຫຍາຍ​ບົດບາດ​ຂອງ​ເຂດ​ເສດ​ຖະ​ກິດ​ພິ​ເສດ."

ທ່ານ​ຫູ​ຈິນທ່າວ​ຮຽກຮ້ອງ​ໃຫ້​ເຂດ​​ເສດຖະກິດ​ພິ​ເສດລື້​ງ​ເຄີຍກັບ​ການ​ປ່ຽນ​ແປງ​ອັນໃໝ່​ຂອງສະ ພາບ​ການ​ໃໝ່​ພາຍ​ໃນ​ຈີນ​ແລະ​ຕ່າງປະ​ເທດ,​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອັນ​ໃໝ່​ຂອງ​ການ​ພັດທະນາ​ຂອງ​ປະ​ເທດ,​ສອດ​ຄ່ອງ​ກັບ​ຄວາມ​ປາ​ຖະ​ໜາ​ອັນ​ໃໝ່​ຂອງ​ປະ​ຊາ​ຊົນ,​ອ່ວາຍ​ໜ້າ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ,ອ່ວາຍ​ໜ້າ​ໄປ​ສູ່​ໂລກ,​ອ່ວາຍ​ໜ້າ​ໄປ​ສູ່​ອະ​ນາ​ຄົດ, ສືບ​ຕໍ່​ປົດ​ປ່ອຍ​ແນວ​ຄິດ,​ຍຶດ​ໝັ້ນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ,​ພະ​ຍາ​ຍາມ​ເປັນ ຜູ່​ຢືນ​ຢູ່​ແຖວ​ໜ້າ​​ແຫ່ງ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ຖືກ​ຫຼັກ​ວິ​ທະ​ຍາ​ສາດ​ແລະ​ຊຸກ​ຍູ້​ຄວາມ​ກົມ​ກຽວ​ຂອງ​ສັງ​ຄົມ.​ທ່ານ​ຫູ​ຈິນ​ທ່າວ​ຮຽກ​ຮ້ອງ​ໃຫ້​​ເມືອງເຊິ່ນ​ເຈີ້ນ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ສືບ​ຕໍ່​ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,ສືບຕໍ່​ເພີ່ມ​ທະວີ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ​ນິ​ຍົມ,​ສືບ​ຕໍ່​ຊຸກ​ຍູ້​ຄວາມ​ກົມ​ກຽວ​ຂອງ​ສັງ​ຄົມ​ແລະ​ສືບ​ຕໍ່​ຊຸກຍູ້​ການ​ສ້າງສາ​ພັກ.

ທ່ານ​ວາງ​ຢົງ,​ເລຂາ​ຄະນະ​ພັກ​ເມືອງ​ເຊິ່ນ​ເຈີ້ນ​ກ່າວ​ວ່າ,​ເມືອງ​ເຊິ່ນ​​ເຈີ້ນ​ແມ່ນ​ຂອງ​ທົ່ວ​ປະ​ເທດ,ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເຊິ່ນ​ເຈີ້ນ​​ແມ່ນ​ຜົນງານ​ຂອງ​ພັກ​ແລະ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ.​ເມືອງ​ເຊິ່ນ​ເຈີ້ນ​ຈະ​ຍຶດ​ໝັ້ນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ກ້າ​ບຸກ​ບືນ,​ກ້າ​ທົດ​ລອງ,​ກ້າ​ທົດ​ລອງ​ກ່ອນ​ໝູ່,​ພະ​ຍາ​ຍາມ​ໃຫ້​ໄດ້​ຮັບ​ຜົນ​ງານ​ກ່ອນ​ໝູ່​ໃນ​ຂົງ​ເຂດ​ຈຸດ​ສຸມ​ແລະ​ຂອດ​ທີ່​ເປັນ​ຂໍ້ກະ​ແຈ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ເປັນ​ປ່ອງຢ້ຽມ​​ແລະ​ນາ​ທົດ​ລອງ​ນັ້ນ​ເປັນ​ຢ່າງ​ດີ​ຕື່ມ​ອີກ.

ທ່ານ​ເຈິ່ງ​ອິ່ນ​ຊວນ,ຜູ່ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແລະ​ທ່ານ​ຊຸ່ຍ​ຊື້​ອ່ານ,​ຜູ່​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ກໍ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫຼອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ