ແຫ່ງ​ຕ່າງໆ​ຂອງ​ຈີນ​ຫຼິ້ນ​ບຸນ​ໄຫວ້​ພະ​ຈັນ​ຢ່າງ​ມ່ວນ​ຊື່ນ

(GMT+08:00) 2010-09-22 18:44:49     cri
ມື້​ນີ້​ແມ່ນ​ບຸນ​ໄຫວ້​ພະຈັນ ​ເຊິ່​ງ​ເປັນ​ບຸນ​ປະ​ເພນີ​ຂອງ​ຈີນ, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ຈັດ​ກິ​ດຈະ​ກຳອັນອຸດົມສົມບູນ, ຫຼິ້ນ​ບຸນ​ໄຫວ້​ພະຈັນ​ຢ່າງ​ມ່ວນ​ຊື່ນ. ຕໍ່​ໄປ​​ເຊີນ​ຟັງ​ລາຍ​ລະອຽດ.

ຢູ່​ນະຄອນຫຼວງ​ປັກ​ກິ່ງ, ບຸນ​ໄຫວ້​ພະຈັນ​ໃນ​ປີ​ນີ້​ມີ​ຮູບ​ກາ​ຕຸ​ນ​ໃໝ່, ຄື​ຮູບ​ກາ​ຕຸ​ນກະຕ່າຍ, ຮູບ​ກາ​ຕຸ​ນກະຕ່າຍ​ມາ​ຈາກ​ພື້ນ​ສືບ​ທີ່​ມີ​ຫົວ​ເລື່ອງ​ວ່າ ກະຕ່າຍ​ໃນ​ລາດ​ຊະ​ວັງ​ດວງ​ຈັນ ​ໃນ​ວັດທະນະທຳ​ບູຮານ​ຂອງ​ຈີນ, ຮູບ​ໂສມ​ໃບ​ໜ້າ​ຂອງ​ກະຕ່າຍ​ນີ້​ຖືກ​ເຮັດ​ເປັນ​ຮູບ​ກາ​ຕຸ​ນ, ​ແມ່ນ​ເຄື່ອງ​ໄຫວ້​ບູຊາ​ແລະ​ເຄື່ອງຫຼິ້ນ​ຂອງ​ເດັກນ້ອຍ​ໃນ​ຍາມ​ບຸນ​ໄຫວ້​ພະຈັນ. ຫຼາຍ​ມື້​ມາ​ນີ້, ຮູບ​ກາ​ຕຸ​ນກະຕ່າຍ​ໄດ້​ຂ່າຍ​ດິບ​ຂາຍ​ດີ​ຢູ່​ໃນ​ຮ້ານ​ທາງ​ອິນ​ເຕີ​ເນັດ​ແລະ​ຮ້ານ​ຄ້າ​ຕ່າງໆ​ຢູ່​ນະຄອນຫຼວງ​ປັກ​ກິ່ງ.

ບຸນ​ໄຫວ້​ພະຈັນ​ຍັງ​ແມ່ນ​ໜຶ່ງ​ໃນ​ສາມ​ບຸນ​ໂຄມ​ໄຟ​ທີ່​ມີ​ຊື່ສ​ຽງຂອງ​ຈີນ, ຊົມ​ໂຄມ​ໄຟ​ກໍ​ແມ່ນ​ກິດຈະກຳ​ວັດທະນະທຳ​ທີ່​ຂາດ​ບໍ່​ໄດ້​ໃນ​ຍາມ​ບຸນ​​ໄຫວ້​ພະຈັນ. ຕອນ​ກາງຄືນ​ວັນ​ທີ21​ກັນຍາ​ນີ້​ ຄື​ນກ່ອນ​ບຸນ​ໄຫວ້​ພະຈັນ, ​ໃນ​ຮ້ານ​ຄ້າ​ອີ້​ຢວນຂອງ​ນະຄອນ​ຊຽງ​ໄຮ, ​​ໂຄມ​ໄຟ​ຕ່າງໆ​ໄດ້​ຕົບ​ແຕ່ງ​ຮ້ານ​ຕ່າງໆ​ຢ່າງ​ງົດ​ງາມ.

​ໃນ​ໄລຍະ​ບຸນ​ໄຫວ້​ພະຈັນ, ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຍັງ​ໄດ້​ຈັດ​ງານ​ລາຕີ​ສະ​ໂມ​ສອນປະ​ເພດ​ຕ່າງໆ. ທ່ານ​ອີ​ກ່ວງຈົ່ງ ນັກ​​ກະວີທີ່​ມີ​ຊື່​ສຽງ​ຂອງ​ໄຕ້​ຫວັນ​ຈີນ​ກໍ​ໄດ້​ຜ່ານ​ຈາກ​ໜ້າ​ຈໍ​ໃຫຍ່, ອ່ານ​ກາບກອນ​ທີ່​ມີ​ຫົວ​ເລື່ອງ​ວ່າ ຊ່ຽງ​ໂສ ​ແປ​ວ່າ​ຄິດ​ຮອດ​ບ້ານ​ເກີດ​ເມືອງ​ນອນ ​ເຊິ່ງ​ເປັນ​ບົດກະວີທີ່​ມີ​ຊື່ສ​ຽງທີ່​ສຸດ​ຂອງ​ທ່ານ​ສູ່​ພີ່ນ້ອງ​ຢູ່​ບ້ານ​ເກີດ​ຂອງ​ຕົນ​ຟັງ, ​ຜ່ານ​ຈາກ​ບົດກະວີ​ດັ່ງກ່າວ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ແຜ່ນດິນ​ໃຫຍ່​ກັບ​ໄຕ້​ຫວັນ, ​ແລະ​ກໍ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຂອງ​ທ່ານ​ທີ່​ຄິດ​ຮອດ​ບ້ານ​ເກີດ​ໃນ​ຍາມ​ບຸນ​ໄຫວ້​ພະຈັນ:

ຈິດ​ໃຈ​ທີ່​ຄິດ​ຮອດ​ບ້ານ​ເກີດ​ກໍ​ຄື​ສະ​ແຕັມນ້ອຍໆ​ໃບ​ໜຶ່ງ, ຂ້ອຍ​ຢູ່​​ສົ້ນ​ນີ້, ​ແມ່​ຢູ່​ສົ້ນ​ນັ້ນ, ​ເມື່ອເຕີບ​ໃຫຍ່​​ຂຶ້ນ​ມາແລ້ວ, ຈິດ​​ໃຈ​ທີ່​ຄິດ​ຮອດ​ບ້ານ​ເກີດ​ກໍ​ຄື​ປີ້​ເຮືອ, ຂ້ອຍ​ຢູ່​ສົ້ນ​ນີ້, ​ເຈົ້າ​ສາວ​ຂອງ​ຂ້ອຍ​ຢູ່​ສົ້ນ​ນັ້ນ.

ບຸນ​ໄຫວ້ພະຈັນ, ນອກຈາກການ​ອ່ານບົດກະວີ​ຊົມ​ເບິ່ງດວງ​ຈັນ​​ແລ້ວ, ການຊີມຂະໜົມ​ໄຫວ້​ພະຈັນ​ແລະ​ອາຫານ​ແຊບມົວ​ຊະນິດ​ຕ່າງໆກໍ່​ແມ່ນ​ປະ​ເພນີ​ຂອງ​ແຫ່ງ​ຕ່າງໆ, ​ໃນ​ຍາມ​ບຸນ​ໄຫວ້​ພະຈັນ, ຄົບ​ເມືອງ​ຢາງ​ໂຈ​ວມັກ​ກິນຂະໜົມ​ເປຍ​, ​​ເປັນ​ສັນຍາ​ລັກ​ແຫ່ງການ​ເຕົ້າ​ໂຮມ​ສາມັກຄີກັນ, ກໍ່​ມີ​ຄວາມ​ໝາຍສະຫຼອງ​ການ​ເກັບ​ກ່ຽວ​ໄດ້​ຜົນອຸດົມສົມ​ບູນ. ທ່ານ​ຮວງ​ຈີ​ລີ​ນຜູ້​ຊ່ຽວຊານດ້ານ​ປະ​ເພນີ​ພື້ນ​ເມືອງຂອງ​ເມືອງ​ຢາງ​ໂຈວກ່າວ​ວ່າ:

"ທີ່​ຈິງ​ແລ້ວ​ບໍ່​ວ່າຈະ​ແມ່ນ​ຂະໜົ​ມ​ໄຫວ້ພະຈັນ​, ຂະໜົມ​ເປຍ​ເຮັດ​ເອງ​ຫຼື​ວ່າ​ຂະໜົມ​ເປຍ​ປະ​ເພດ​ຕ່າງໆ, ລ້ວນ​ແຕ່​ເພື່ອ​ສະ​ແດງ​ການ​ເຕົ້າ​ໂຮມສາມັກຄີ​ກັນ​ຂອງ​ຄອບຄົວ​. ຂະໜົມຊະ​ນິດນີ້ມີ​ແຫຼ່ງກຳ​ເນີ​ດ​​ໃນລາ​ຊະ​ວົງ​ຈີ້ນຄ.ສ265ປີຫາ​​ຄ.ສ420ປີຂອງ​ຈີນ. ​ແລະກາຍ​ເປັນປະ​ເພນີຕົວ​ຈິງ​ໃນ​ລາຊະວົງ​ໂຊ້​ງຄ.ສ960ປີຫາ​​ຄ.ສ1279ປີຂອງ​ຈີນ"
​​​

ເມື່ອ​ຮອດ​ບຸນ​ແລ້ວກໍ່​​ຄິດ​ຮອດຍາດ​ພິ່ນ້ອງ​ຫຼາຍ. ມີຫຼາຍ​ຫຼາຍ​ຄົນ​ເຮັດ​ວຽກ​ຫຼື​ສຶກສາ​ຢູ່​ຕ່າງ​ຖິ່ນ​ຕ່າງ​ແຂວງ​​ກັບ​ຄືນ​ບ້ານ​ເກີດ​ບໍ່​ໄດ້, ​ເຂົາ​ເຈົ້າ​ກໍ່​​ໂທລະ​ສັບ​ແລະ​ຝາກສົ່ງ​ຂະໜົມ​ໄຫວ້​ພະຈັນ​ເພື່ອ​ສະ​ແດງ​ອາລົມ​ຈິດ​ທີຄິດ​ຮອດ​ຄອບຄົວ​ຍາດ​ພິ່ນ້ອງເພື່ອນມິດ​ຂອງ​ຕົນ​ເອງ. ທ່ານ​ປາຍ​ກ່າວ​ວ່າ:

"ຍ້ອນ​ວ່າ​ຂ້ອຍ​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນ,​ໃນ​ບຸນ​​ໄຫວ້ພະຈັນບໍ່​ມີ​​ເວລາຢ່າງພຽງພໍ​ທີ່ກັບ​ຄືນ​ບ້ານ​ເກີດ,​ສະ​ນັ້ນ​ຂ້ອຍ​ກໍ່​ໄດ້​ສົ່ງ​ຂະ​ໜົນ​ໄຫວ້​ພະ​ຈັນ​ແລະ​ຂອງ​ຂວັນ​ໄປ​ຍັງ​ຍາດ​ພີ່​ນ້ອງ​ຢູ່​ບ້ານ​ເກີດ​ໃນ​ສອງ​ສາມ​ມື້​ກ່ອນ.​ເຖິງ​ວ່າ​ບໍ່​ມີ​ໂອ​ກາດ​ກັບ​ຄືນ​ບ້ານ​ເກີດ,​ແຕ່​ວ່າ​ການ​ສົ່ງ​ຄຳ​ອວຍ​ພອນ​ແມ່ນ​ຂາດ​ບໍ່​ໄດ້."

​ໃນ​ບຸນ​ໄຫ​ວ້ພະຈັນທີ່​ຄອບຄົວ​ເຕົ້າ​ໂຮມ​ກັນ,ສະພາບຊີວິດ​ການ​ເປັນ​ຢູ່ຂອງ​ຜູ່​ປະສົບ​ໄພ​ດິນ​ພູ​ເຈື່ອນຢູ່​ເມືອງ​ຈູ່​ຊູ່​ແຂວງ​ກັ່ນ​ຊູ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ເປັນ​ຫ່ວງ​ເປັນ​ໃຍ​ຫຼາຍ.​ເມື່ອ​ໄພ​ດິນ​ພູ​ເຈື່ອນ​ໄດ້​ເກີດ​ຂຶ້ນ​ເດືອນ​ໜຶ່ງ​​ແລ້ວ,​ຕະ​ຫຼາດ​ຂອງ​ເຂດ​ປະ​ສົບ​ໄພ​ໄດ້​ຄ່ອຍໆ​ຟື້ນ​ຟູ​ເປັນ​ປົກ​ກະ​ຕິ,​ຢູ່​ໃຈ​ກາງ​ເມືອງ​ໄດ້​ມີ​ພໍ່​ຄ້າ​ຊາວ​ຂາວ​ເອກະ​ຊົນ​650​ກວ່າ​ຫົວ​ໜ່ວຍ​ໄດ້​ຟື້ນ​ຟູ​ຂາຍ​ເຄື່ອງ,​ມີ​ສິນ​ຄ້າ​ຊະ​ນິດ​ຕ່າງໆ​ຢ່າງ​ພຽງ​ພໍ,​ຂອງ​ຂວັນ​​ເພື່ອ​ບຸນ​ໄຫ​ວ້ພະຈັນ​ທີ່​ທ້ອງ​ຖິ່ນ​ຕ່າງໆ​ສົ່ງ​ມາ​ໃຫ້​ແກ່​ເຂດ​ປະ​ສົບ​ໄພ​ກໍ່​ໄດ້​ສົ່ງ​ຄວາມ​​ເອົາ​ໃຈ​ໃສ່​ແລະ​ຮັກ​ແພງ​ມາ​ຍັງ​ຜູ່​ປະ​ສົບ​ໄພ.​ໃນ​ໂອກາດ​ທີ່​ບຸນ​ໄຫວ້​ພະ​ຈັນ​ວຽນ​ມາ​ເຖິງ,​ໃນ​ຕຶກ​ຫ້ອງ​ການ​ຂອງ​ເມືອງ​ໂຈ່ວ​ຊູ່,​ພະ​ນັກ​ງານ​ຂອງ​ອົງ​ການ​ກາ​ແດງ​ກຳ​ລັງ​ຄາ​ວຽກ​ຮັບ​ເອົາ​ແລະ​ຈົດ​ທະ​ບຽນ​ຂະ​ໜົມ​ໄຫວ້​ພະ​ຈັນ​ທີ່​ບໍ​ລິ ຈາກ.​ທ່ານ​ລິວ​ເພີງ​ຫວູ,​ຫົວ​ໜ້າ​ອົງ​ການ​ກາ​ແດງ​ເມືອງ​ໂຈ່ວ​ຊູ່​ບອກ​ນັກ​ຂ່າວ​ວ່າ:"ພວກ​ເຮົາ​ຈະ​ສົ່ງ​ຂະ​ໜົມ​ໄຫວ້​ພະ​ຈັນ​ທີ່​ບໍ​ລິ​ຈາກ​ເຫຼົ່າ​ນີ້​ໃຫ້​ແກ່​ບ້ານ​ຢຸ້ຍ​ຢວນ​ແລະ​ບ້ານ​ຊ່ານ​ຢັນ​ທີ່​ປະ​ສົບ​ໄພ​ໜັກ​ໜ່ວງ​ທີ່​ສຸດ,​ຍັງ​ຈະ​ສົ່ງ​ສ່ວນ​ໜຶ່ງ​ໃຫ້​ແກ່​ຜູ່​ເຖົ້າ​ທີ່​ບໍ່​ມີ​ຄອບ​ຄົວ,​ເຮັດ​ໃຫ້​ປະ​ຊາ​ຊົນ​ຜູ່​ປະ​ສົບ​ໄພ​ມີ​ຂະ​ໜົມ​ໄຫວ້​ພະ​ຈັນ​ກິນ​ໃນ​ຍາມ​ບຸນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ