ນາຍົກຈີນ​ຮ້ອງ​ໃຫ້​ປະຊາ​ຄົມ​ໂລກຮ່ວມກັນ​ຊຸກຍູ້ການຈັດຕັ້ງປະຕິບັດ​ຂອງ​ເປົ້າ​ໝາຍ​ສະຫັດ​ສະ​ວັດດ້ານການພັດທະນາ

(GMT+08:00) 2010-09-23 18:02:24     cri

ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ!ສະບາຍດີ​ທ່ານ​ຜູ້​ຟັງ​ທີ​ເຄົາລົບ, ວັນ​ທີ22ກັນຍາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ເວີຍ​ເຈຍ​ປາວ​ນາຍົກລັດຖະມົນຕີຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ສຸດຍອດ​ສະຫັດ​ສະ​ວັດດ້ານການພັດທະນາຂອງ​ສະຫະ​ປະຊາ​ຊາດ​ແລະ​ກ່າວ​ຄຳ​ປາ​ໄສ​, ​ແນະນຳ​ໝາກຜົນ​ທີ່​ໄດ້​ຮັບ​ແລະ​​ເຈດ​ຈຳນົງ​ຂອງ​ຈີນ​ເພື່ອ​ຊຸກຍູ້ການ​ປະຕິບັດ​ເປົ້າ​ໝາຍ​ສະຫັດ​ສະ​ວັດດ້ານການພັດທະນາ, ປະກາດ​ນະ​ໂຍບາຍ​ແລະ​ມາດ​ຕະການ​​ໃໝ່​ຕ່າງໆ​ດ ​ແລະ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຮ່ວມ​ກັນ​ຊຸກຍູ້​ການ​ຈັດຕັ້ງປະຕິບັດ​ຂອງ​ເປົ້າ​ໝາຍ​ສະຫັດ​ສະ​ວັດດ້ານການພັດທະນາ.

ທ່ານ​ເວີນ​ເຈຍ​ປາ​ວກ່າວ​ວ່າ, ນັບ​ແຕ່ກອງ​ປະຊຸມ​ສຸດຍອດສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດໄຂຂຶ້ນ​ເປັນ​ເວລາ10ປີ​ມາ​ນີ້, ພາຍ​ໃຕ້​ຄວາມພະຍາຍາມຮ່ວມ​​ຂອງ​ປະຊາ​ຄົມ​ໂລກ, ປະຊາຊົນ​ທີ່​​ອຶກ​ຢາກ​ຢ່າງ​ຫຼວງ​ຫຼາຍ​ໄດ້​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ແລ້ວ. ​​ໃນ​ເຂດ​ແຄ້ວ​ນ​ແລະ​ຂົງ​ເຂດ​ຕ່າງໆ​ການຈັດຕັ້ງ​ປະຕິບັດເປົ້າ​ໝາຍ​ສະຫັດ​ສະ​ວັດດ້ານການພັດທະນາຍັງ​ບໍ່ດຸນ​ດ່ຽງ, ການ​ບັນລຸ​ເປົ້າ​ໝາຍສະຫັດ​ສະ​ວັດ​ຍັງມີໜ້າ​ທີ່​ໜັກ​ໜາ. ທ່ານ​ກ່າວ​ວ່າ, ລັດຖະ ບານ​ຈີນ​ຈະ​ເພີ່​ມທະວີ​ແລະ​ປັບປຸງ​ວຽກ​ງານ​ຊ່ວຍ​ເຫຼືອ​ຕ່າງປະ​ເທດ​ຕື່ມ​ອີກ, ປະກອບສ່ວນເທົ່າ​ທີ່​ຄວນ​ເຂົ້າ​ໃນ​ການ​ບັນລຸເປົ້າໝາຍ​​ສະຫັດ​ສະ​ວັດ​ໂດຍ​ໄວ​ຂອງ​ມວນມະນຸດ​. ທ່ານ​ເວີນ​ເຈຍ​ປາວ​ສະ​ເໜີ​ມາດ​ຕະການ 6ຂໍ້​​ເພື່ອ​ເລື່ອງ​ນີ້.

1, ຊຸກ​ຍູ້​ການ​ພັດທະນາ​ວຽກ​ງານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ເທດ​ພວມ​ພັດທະນາ. 2, ຍົກ​​ເລີກໜີ້​ນສິນ​ຂອງ​ປະ​ເທດ​ດ້ອຍ​ພັດທະນາ​. 3, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ເງິນກັບປະ​ເທ​ພວມ​ພັດທະນາ. 4, ​ເປີດ​ກວ້າງການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ກັບປະ​ເທດພວມ​ພັດທະນາ. 5, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ກະສິກຳ​ກັບປະ​ເທດ​ພວມ​ພັດທະນາ. 6, ຊ່ວຍ​ປະ​ເທດ​ພວມ​ພັດທະນາ​ພັດທະນາ​ຊັບພະຍາກອນ​ມະນຸດ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ຈີນ​ຈະ​ຍົກ​​ເລີກເງິນ​ກູ້​ບໍ່​ມີດ​ອກ​ເບ້ຍ​ຂອງ​ລັດຖະບານ​ທີ່​ຮອດ​​ກຳນົດ​ໃນ​ປີ2010 ຂອງ50​ປະ​ເທດ​ທີ່​ມີ​ໜີ້​ນສິນ​ໜັກໜ່ວງ​ທີ່​ສຸດ​ແລະ​ປະ​ເທດ​ດ້ອຍ​ພັດທະນາ​, ສືບ​ຕໍ່ສະໜອງ​ເງິນ​ກູ້​ທີ່​ມີດ​ອກ​ເບ້ຍ​ຕ່ຳ​ຈຳນວນ​ໜຶ່ງ​ແລະ​​​ສະໜັບສະໜູນ​ການ​ລະດົມ​ທຶນ​ສຳລັບ​ເງິນ​ກູ້​ສິນ​ເຊື່ອດອກ​ເບ້ຍ​ຕ່ຳ​ທີ່​ນຳ​ເຂົ້າ​ຈາກ​ຈີນ ​ໃຫ້​ປະ​ເທດ​ພວມ​ພັດທະນາ, ສືບ​ຕໍ່​ເປີດ​ກວ້າງ​ຂອບ​ເຂດ​ຜະລິດ​ຕະພັນ​ສົ່ງ​ເຂົ້າ​ຈີນ​ທີ່​ຍົກ​ເວັ້ນ​ພາສີ​ແລະ​ຂອບ​ເຂດ​ຂອງ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ​ແລະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຈີນ​ເປີດ​ກວ້າງ​ການ​ລົງທຶນ​ຕໍ່​ປະ​ເທດ​ພວມ​ພັດທະນາ. ທ່ານຍັງ​ກ່າວ​ເປັນ​ພິ​ເສດ​ວ່າ, ສຳລັບ​ປາ​ກີ​ສະຖານ ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນຄ​ຽງທີ່​ດີ​ຂອງ​ຈີນ​ທີ່​ໄດ້​ປະສົບ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກໜ່ວງ​ໃນ​ປີ​ນີ້, ບົນ​ພື້ນຖານ​ທີ່​ໃຫ້ການ​ຊ່ວ​ຍ​ເຫຼືອ​ດ້ານ​ມະນຸດສະທຳ​ທີ່​ມີ​ມູນ​ຄ່າ320​ລ້ານ​ຢວນ​ແລ້ວ, ຈີນ​ຍັງ​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ​ທີ່​ມີ​ມູນ​ຄ່າ200​ລ້ານ​ໂດ​ລາ​ແກ່​ປາ​ກີ​ສະຖານ.

ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,5ປີ​ຕໍ່​ໜ້າ​ນີ້​ແມ່ນ​ໄລຍະ​ທີ່​ເປັນ​ຂໍກະ​ແຈ​​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ ບັດ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ດ້ານ​ການ​ພັດ​ທະ​ນາ.​ສະ​ຫະ​ປະ​ຊາ​ຊາດ​ຄວນ​ຖື​ການ​ຊຸກ​ຍູ້​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​​ຕາມ​ກຳ​ນົດ​ເປັນ​ບັນ​ຫາ​ສຳ​ຄັນ​ອັນ​ດັບ​ໜຶ່ງ,​ປະ​ຊາ​ຄົມ​ໂລກ​ຄວນ​ຖື​ການ​ຊ່ວຍ​ເຫຼືອ​ການ​ພັດ​ທະ​ນາ​ຂອງ​ອາ​ຟະ​ລິ​ກາ​​ແລະ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ເປັນ​ທິດ​ພະ​ຍາ​ຍາມ​ຕົ້ນ​ຕໍ,​ປະ​ເທດ​ພວມ​ພັດ​ທະ​ນາ​ຄວນ​ຖື​ການ​ກຳ​ຈັດ​ຄວາມ​ທຸກ​ຍາກ​ໂດຍ​ຜ່ານ​ການ​ພັດ​ທະນາ​ເປັນ​ໜ້າ​ທີ່​ໃຈ​ກາງ.​ທ່ານ​ຊີ້​ອອກ​ວ່າ,​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຄວນ​ຫາບ​ແບກ​ໜ້າ​ທີ່​ຕົ້ນ​ຕໍ​ທີ່​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ.​ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ:"ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ຄວນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນສັນຍາ​ຢ່າງ​ແທ້​ຈິງ,​ເຮັດ​ໃຫ້​ການ​ຊ່ວຍ​ເຫຼືອ​ຂອງ​ຝ່າຍ​ທາງ​ການ​ເພີ່ມ​​ເຖິງ​ລະ​ດັບ​0,7%​ຂອງ​ລາຍ​ໄດ້​ແຫ່ງ​ຊາດ​,ສະ​ໜອງ​ເງິນ​ທຶນ​ໄລຍະ​ຍາວ,​ໝັ້ນ​ທ່ຽງ​​ແລະ​ຄາດ​ຄະ​ເນ​ໄດ້​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ,​ການ​ຊ່ວຍ​ເຫຼືອ​ຄວນ​ແມ່ນ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ແລະ​ບໍ່​ມີ​ເງື່ອນ​ໄຂ​ເພີ່ມ​​ເຕີມ​."

​ໃນ​ຕອນ​ສຸດ​ທ້າຍ,ທ່ານ​ເວີ່ນ​ເຈ່ຍ​ປາວ​ຮຽກຮ້ອງ​ໃຫ້​ປະຊາຄົມ​ໂລກຈົ່ງ​ໃຊ້​ທ່າ​ທີ​ອັນ​ຕັ້ງ​ໜ້າ​ກວ່າ​ເກົ່າ​ແລະ​ຮ່ວມ​ມື​ຢ່າງ​ຈິງ​ໃຈ​ກວ່າ​ເກົ່າ,​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ດ້ານ​ການ​ພັດ​ທະ​ນາ​ຕາມ​ກຳ​ນົດ,​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງ​ມວນ​ມະນຸ​ດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ