ນາ​ຍົກ​ຈີນ​ກ່າວ​ປາ​ຖະ​ກະ​ຖາ​ຢູ່​ທີ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ

(GMT+08:00) 2010-09-24 17:55:42     cri

ຕາມ​CRIລາຍ​ງານ​ວ່າ: ວັນ​ທີ23​ກັນຍາ​ນີ້,ຢູ່​ທີ່​ການ​ອະພິປາຍ​ທົ່ວ​ໄປ​ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ​65,​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ຂຶ້ນ​ກ່າວ​ປາ​ຖະ​ກະ​ຖາ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"​ຮູ້​ຈີນ​ທີ່​ແທ້​ຈິງ".​ຈາກ​ການ​ວິ​ເຄາະ​ສະ​ພາບ​ຕົວ​ຈິງ​ຂອງ​ຈີນ​ໃນ​ປະ​ຈຸ​ບັນ​ຈົນ​ຮອດ​ການ​ຕອບ​ຄວາມ​ລະ​ແວງ​ສົງ​ໃສ​ແລະ​ຄວາມ​ເປັນ​ຫ່ວງ​ຂອງ​ຝ່າຍ​ຕ່າງໆ​ຕໍ່​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ຈີນ,​ທ່ານ​ນາ​ຍົກ​ເວິ່ນ​ເຈ່ຍ​ປາວ​ໄດ້​​ເລົ່າ​ສູ່​ຊາວ​ໂລກ​ຟັງ​ກ່ຽວ​ກັບ​ປະ​ເທດ​ຈີນ​ທີ່​ແທ້​ຈິງ.

ໃນ​ການ​ເລີ່​ມຕົ້ນ​ການ​ກ່າວ​ປາຖະກະຖາ,ທ່ານ​ເວິ່ນ​ເຈ່ຍ​ປາວ​ກໍ່​ເວົ້າ​ຢ່າງ​ຊື່​ກົງວ່າ​ເຖິງ​ວ່າ​GDP​ຂອງ​ຈີນ​ໄດ້​ຄອງ​ຖານະ​ອັນ​ດັບ​ທີ​3​ຂອງ​ໂລກ​ກໍ່ຕາມ,​ແຕ່​ເມື່ອ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ແລ້ວ​ມີ​ພຽງ​10%​ຂອງ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ.ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ໄດ້​ເຮັດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ແຕ່​ວ່າ​ລະບົບ​ການ​ປະ​ກັນ​ສັງ​ຄົມ​ຂອງ​ຈີນ​ຍັງ​ບໍ່​ສົມບູນ​ເທື່ອ,​ການ​ປະ​ກອບ​ອາ​ຊີບ​ຍັງ​ມີ​ແຮງ​ກົດ​ດັນ​ຫຼາຍ.​ຊີ​ວິດ​ດ້ານ​ການ​ເມືອງ​ແລະ​ສັງ​ຄົມ​ຂອງ​ຈີນ​ນັບ​ມື້​ນັບ​ຟົດ​ຟື້ນ,​ແຕ່​ລະ​ບຽບ​ປະ​ຊາ​ທິ​ປະ​ໄຕ​ແລະ​ກົດ​ໝາຍ​ຍັງ​ບໍ່​ສົມບູນ​ເທື່ອ.​ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ:​"ຈີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ມາ​ຮອດ​ປະ​ຈຸ​ບັນ,​ຄວາມ​ກ້າວ​ໜ້າ​ແລະ​ຄວາມ​ຫຼ້າ​ຫຼັງ​ມີ​ຢູ່​ພ້ອມ​ກັນ,​ຄວາມ​ຂັດ​ແຍ່ງ​ອັນ​ເກົ່າ​ກັບ​ອັນ​ໃໝ່​ປົນ​ກັນ,​ຈີນ​ພວມ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.​ຈີນ​ຍັງ​ຢູ່​ໃນ​ສັງ​ຄົມ​ນິ​ຍົມ​ໄລ​ຍະ​ຕົ້ນ,​ຍັງ​ຄົງ​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ,​ນີ້​ແມ່ນ​ສະ​ພາບ​ພື້ນ​ຖານ​ແຫ່ງ​ຊາດ​ຂອງ​ຈີນ,​ນີ້​ຄື​ປະ​ເທດ​ຈີນ​ທີ່​ແທ້​ຈິງ."


ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ຈີນ​ແມ່ນ​ຮອດ​ກາງ​ສະ​ຕະ​ວັດ​ນີ້​ບັນ​ລຸ ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ.​ເມື່ອ​ເບິ່ງ​ໃນ​ອະ​ນາ​ຄົດ​ ​ຫຼາຍ​ສິບ​ປີ​ຕໍ່​ໜ້າ​ແລ້ວ,​ປະ​ຊາ​ຊົນ​ຈີນ​ຈະ​ເດັດ​ດ່ຽວ​ກ້າວ​ໄປ​ໜ້າ​ຕາມ​ເສັ້ນ​ທາງ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ,​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.ທ່ານ​ກ່າວ​ເນັ້ນ​ວ່າ,​ເສັ້ນ​ທາງ​ນີ້​ໄດ້​ປ່ຽນ​ແປງ​ຊະ​ຕາ​ກຳ​ຂອງ​ຈີນ,​ໄດ້​ນຳ​ເອົາ​ຄວາມ​ສຸກ​ມາ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ທຸກ​ຖ້ວນ​ໜ້າ,​ຕ້ອງ​ຍຶດ​ໝັ້ນ​ແລະ​ບູລະນະ​​ເສັ້ນ​ທາງ​ນີ້​ໃຫ້​ສົມ​ບູນ​ຂຶ້ນ,​ບໍ່​ມີ​ເຫດ​ຜົນ​ຫຍັງ​ເລີຍ​ທີ່​ຈະ​ປ່ຽນ​ແປງ​​ເສັ້ນ​ທາງ​ນີ້.ສະ​ນັ້ນ,ຈີນ​ຈະ​ສືບ​ຕໍ່​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ລົງ​ເລິກ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ,​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ,​ພັດ​ທະ​ນາ​ການ​ສຶກ​ສາ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ,​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ທີ່​ດີ​ເລີດ​ຂອງ​ປະ​ຊາ​ຊາດ​ຈີນ.

ທ່ານ​ກ່າວ​ວ່າ:"ພວກ​ຂ້າພະ​ເຈົ້າຈະ​ປັບປຸງລະບອບ​ເສດຖະກິດ​ຕະຫຼາດສັງຄົມ​ນິຍົມ​ໃຫ້​ສົມບູນຢ່າງ​ບໍ່​ຢຸດ​ຢັ້ງ,​ປັບ​ປຸງ​ພັດ​ທະ​ນາ​ເສດ​ຖະ​ກິດ​ສ່ວນ​ລວມ​ໃຫ້​ໝັ້ນ​ຄົງ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ,​ສົ່ງ ​ເສີມ,​ສະ​ໜັບ​ສະ​ໜູນ​ແລະ​ຊັກ​ນຳ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ທີ່​ບໍ່​ແມ່ນ​ສ່ວນ​ລວມ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ,ຍິ່ງ​ເອົາ​​ໃຈ​ໃສ່​ນຳ​ການ​ຮັບ​ປະ​ກັນ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ,​ປະ​ຕິ​ຮູບ​ລະ​ບຽບ​ແບ່ງ​ປັນ​ລາຍ​ໄດ້,​ເຮັດ​ໃຫ້​ລະ​ບົບ​ປະ​ກັນ​ສັງ​ຄົມ​ຕ່າງໆ ຄື:​ການ​ລ້ຽງ​ຜູ່​ເຖົ້າ​ແລະ​ປິ່ນ​ປົວ​ພະ​ຍາດ​ເປັນ​ຕົ້ນ​ໃຫ້​ສົມ​ຂຶ້ນ,​ຫັນ​ປ່ຽນ​ທ່ວງ​ທ່າ​ທີ່​ຄວາມ​ຜິດ​ໂຕນ​ກັນ​ລະ​ຫວ່າງ​ຕົວ​ເມືອງ​ກັບ​ຊົນ​ນະ​ບົດ,​ລະ​ຫວ່າງ​ທ້ອງ​ຖິ່ນ​ກັບ​ທ້ອງ​ຖິ່ນ​ແລະ​ລະ​ຫວ່າງ​ຄົນ​ທຸກ​ຍາກ​ກັບ​ຄົນ​ຮັ່ງ​ມີ​ນັ້ນ​ຂະ​ຫຍາຍ​ກວ້າງ​ອອກ,​ເຮັດ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ສາ​ມາດ​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ປະ​ຕິ​ຮູບ,​ການ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ການ​ພັດ​ທະ​ນາ.​ໃນ​ຂະ ນະ​ທີ່​ລົງ​ເລິກ​ການ​ປະ​ຕິ​ຮູບ​​ໂຄງ​ປະ​ກອບ​ເສດ​ຖະ​ກິດ,​ຈະ​ຊຸກ​ຍູ້​ແລະ​ດຳ​ເນີນ​ການ​ປະ​ຕິ​ຮູບ​​ໂຄງ​ປະກອບ​ການ​ເມືອງ​ເປັນ​ຢ່າງ​ດີ.​ພວກ​ຂ້າ​ພະ​ເຈົ້າ​ຈະ​ໂຄ​ລົບ​ແລະ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ,​ປົກ​ປັກ​ຮັກ​ສາ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ຂອງ​ສັງ​ຄົມ,​ເຮັດ​ໃຫ້​ຄົນ​ສາມາດ​ພັດ​ທະ​ນາ​ຕົນ​ເອງ​ຢ່າງ​ເສ​ລີ​ແລະ​ຮອບ​ດ້ານ."

​ໃນ​ຕອນ​ທ້າຍ​ຂອງ​ຄຳ​ປາ​ຖະ​ກະ​ຖາ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ,ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.​ເນື້ອ​ໃນ​ໃຈ​ກາງ​ຂອງ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​​ກໍ່​ແມ່ນ​ຍາດ​ແຍ່ງ​ສະ​ພາບ​ແວດ​ລ້ອມ​ສາກົນ​ທີ່​ສັນ​ຕິ​ເພື່ອ​ພັດ​ທະ​ນາ​ຕົນ​ເອງ,​ແລະ​ໃຊ້​ການ​ພັດ​ທະ​ນາ​ຂອງ​ຕົນ​ຊຸກ​ຍູ້​ສັນ​ຕິ​ພາບ​ຂອງ​ໂລກ.​ທ່ານ​ກ່າວ​ລື້ມ​ວ່າ:​"​ໃນ​ຂະ​ບວນ​ການ​ທີ່​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ຂອງ​ຕົນ,​ຈີນ​ຈະ​ສືບ​ຕໍ່​ຖື​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ຂອງ​ມວນ​ມະ​ນຸດ​ເປັນ​ໜ້າ​ທີ່​ຂອງ​ຕົນ.​ຈີນ​ຈະ​ສືບ​ຕໍ່​ສະ​ແຫວ​ງຫາ​ແລະ​ເປີດ​ກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ.​ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ບໍ່​​ເປັນ​ຜົນ​ຮ້າຍ​ຕໍ່ປະ​ເ​ທດ​ໃດໆ,ກໍ​ບໍ່​ຂົ່ມຂູ່​​ປະ​ເທດ​ໃດໆ.ຈີນ​ຈະ​ບໍ່​ເດີນ​ຕາມ​ເສັ້ນທາງ​ທີ່ປະ​ເທດ​​ເຂັ້ມ​ແຂງ​ແລ້ວ​ຕ້ອງເປັນ​ມະຫາອຳນາດຢ່າງ​ເດັດຂາດ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ