ແຜນ​ຈັດ​ກິດ​ຈະ​ກຳ

(GMT+08:00) 2010-09-27 09:38:42     cri
ເພື່ອ​ສະ​ແດງ​ໃຫ້​ເຫັນ​ໂສມ​ໜ້າ​ຕົວ​ເມືອງ​ທ່ອງ​ທ່ຽວ​ຂອງ​ຈີນ, ​ເຜີຍ​ແຜ່​​ແຫຼ່ງທ່ອງ​ທ່ຽວ​ຕົວ​ເມືອງ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ​ເວັບ​ໄຊCriOline​ໄດ້​ຈັດ​ກິດຈະກຳ​ເວັບ​ໄຊ"ລາຍ​ຊື່​ຕົວ​ເມືອງ​ຂອງ​ຈີນປີ 2010--ຕົວ​ເມືອງ​ທ່ອງ​ທ່ຽວ​ຈີນ​ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກ​ຮ່ວມ​ກັນ​ຄັດ​ເລືອກ".

ຄຽງ​ຄູ່​ກັບການ​ຫັນ​ເປັນ​​ຕົວ​ເມືອງ​ຂອງ​ຈີນ​ເລັ່ງລັດ​ຂຶ້ນ, ຕົວ​ເມືອງ​ໄດ້​ກາຍ​ເປັນ​ສະຖານ​ທີ່​ທີ່ສຳຄັນ​ຂອງ​ຈີນ, ຕົວ​ເມືອງ​ຈຳນວນ​ໜຶ່ງ​ທີ​ມີ​​ເອກະລັກພິ​ເສດ​ດ້ານ​ວັດທະນະທຳ​ແລະ​​ແຫຼ່ງ​ທ່ອງ​ທ່ຽວ​ໄດ້​ກາຍ​ເປັນ​ບ່ອນນັກ​ທ່ອງ​ທ່ຽວ​ຢາກ​ທີ່​ມາ​ທ່ຽວ​ຈີນ. ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ການ​ແຂ່ງຂັນ​ດ້ານ​ທ່ອງ​ທ່ຽວ​ຂອງ​ຕົວ​ເມືອງ, ​ເໝາະ​ກັບ​ຂະ​ບວນຫັນ​ເປັນ​ສາກົນ​ທີ່​ເລັ່ງລັດ​ຢ່າງ​ບໍ່​ຢຸດ​ຢັ້ງ, ຫຼາຍ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ປັບປຸງ​ຊັບພະຍາກອນ​ທາງ​ວັດທະນະທຳ, ການທ່ອງທ່ຽວ​ແລະ​ເສດຖ​ະກິດ​ຂອງ​ຕົນ​​ໂດຍ​ອີງ​ຕາມ​ລັກສະນະ​ຂອງ​ຕົນ, ​ໃນ​ເວລາ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ​ທາງ​ການທ່ອງທ່ຽວ, ຍັງ​ໄດ້​ເອົາ​ໃຈ​ໃສ່​ນຳ​ການ​ສ້າງ​ສິ່ງ​ແວດ​ລ້ອມ, ​ເພື່ອ​ສ້າງ​ຮູບຊົງ​ຕົວ​ເມືອງ​ທີ່​ມີ​​ເອກະລັກ​ພິ​ເສດ, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ. ປະຈຸ​ບັນ, ຈີນ​ໄດ້​ກາຍ​ເປັນ​ປະຍທາງ​ການທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 3 ​ໃນ​ໂລກ, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ທີ່​ໄດ້​ຈັດ​ຂຶ້ນ​ທີ່​ຖືຕົວ​ເມືອງ​ເປັນ​ຫົວ​ຂໍ້​ນັ້ນ​​ໄດ້​ກາຍ​ເປັນ​ໂອກາດ​ສຳຄັນ​ໜຶ່ງ​ທີ່​ສະ​ແດງ​ພາບ​ພົດ​ຂອງ​ຕົວ​ເມືອງ​ຈີນ. "ລາຍ​ຊື່​ຂອງ​ຕົວ​ເມືອງ​ຈີນ-- ຕົວ​ເມືອງ​ທ່ອງ​ທ່ຽວ​ຈີນ​ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກ​ຮ່ວມ​ກັນ​ຄັດ​ເລືອກ" ​ໄດ້​ອີງ​ຕາມ​ເວທີ​ເວັບ​ໄຊ​ຫຼາຍ​ພາສາ​ຂອງCrionline​ແລະ​ສື່​ຮ່ວມ​ມື​ກັບຕ່າງປະ​ເທດ, ​​ທ້ອນ​ໂຮມ​ເອົາການ​ຕີ​ລາຄາ​ຂອງ​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກ​ຕໍ່​ຕົວ​ເມືອງ​ທ່ອງ​ທ່ຽວ​ຂອງ​ຈີນ​ດ້ວຍ​ວິທີ​​ໃຫ້​ຄະ​ແນນທາງ​ອິນ​ເຕີ​ເນັດ, ​ໄດ້​ສະໜອງ​ເວທີ​ໜຶ່ງ​ທີ່​ຕົວ​ເມືອງ​ທ່ອງ​ທ່ຽວ​ຈີນ​ສະ​ແດງ​ສະ​ເໜ່ພິ​ເສດ​ຂອງ​ຕົນ​ຕໍ່​ທົ່ວ​ໂລກ, ​ແນະນຳ​​ແຫຼ່ງ​ທ່ອງ​ທ່ຽວ, ວັດທະນະທຳ​ຮີດຄອງ​ປະ​ເພນີ​ວິຖີ​ຊີວິດ​ທີ່​ມີ​ເອກະລັກຂອງ​ຈີນ​ໃຫ້​ແກ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກ.

ບົນ​ພື້ນຖານ​ທີ່​ເອົາ​ຄວາມ​ເຫັນ​ຈາກ​ຜູ່​ຊ່ຽວຊານທີ່​ມີ​ຊື່ສ​ຽງ​ແລະ​​ໃຊ້​ມາດຕະຖານ​ສາກົນ, ​ເຈົ້າພາບ​ໄດ້​ວາງ​ເງື່ອນ​ໄຂສຳ​ລັບ​ການ​ຄັດເລືອກ​ເອົາ​ຕົວ​ເມືອງ​ທີ່​ເຂົ້າ​ຮ່ວມກິດຈະກຳ"ລາຍ​ຊື່​ຕົວ​ເມືອງ​ຂອງ​ຈີນປີ 2010--ຕົວ​ເມືອງ​ທ່ອງ​ທ່ຽວ​ຈີນ​ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກ​ຮ່ວມ​ກັນ​ຄັດ​ເລືອກ".ຄື: ທິດ​ທັດ​ຕົວ​ເມືອງ​ທີ່​ສວຍ​ງາມ, ສະພາບ​ແວດ​ລ້ອມ​ເໝາະ​ກັບ​ຄົນ​ອາ​ໄສ​ທີ່​ປອດ​ໄພ​ແລະ​ກົມກຽວ, ສະພາບ​ປະຊາຊົນ​ທີ່​​ເປັນມິດ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະ​ສິ່ງ​ກໍ່ສ້າງ​ຕົວ​ເມືອງ​ແລະ​ແຫຼ່ງທ່ອງ​ທ່ຽວທີ່ອຸດົມ​ສົມບູນ. ຕາມ​ລະບຽບ​ຂອງການ​ເຂົ້າ​ຮ່ວມ​ກິດຈະກຳ, ວັນ​ທີ 12 ​ເມສາ​ຫາ​ວັນ​ທີ 27 ມິຖຸນາ​ແມ່ນ​ໄລຍະ​ຮັບເອົາ​ຕົວ​ເມືອງ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ, ​ເລີ່​ມຮັບ​ຕົວ​ເມືອງ​ສະ​ເໜີຕົວແລະ​ການ​​ແນະນຳ​ຂອງ​ຜູ້​​ໃຊ້​ອິນ​ເຕີ​ເນັດ, ​​ສຸດ​ທ້າຍ​ຕົກລົງຄັດ​ເລືອກ​ເອົາ 50 ຕົວ​ເມືອງ​ທີ່​​ໄດ້​ມາດຕະຖານ. ວັນ​ທີ 28 ມິຖຸນາ​ຫາ​ວັນ​ທີ 26 ກັນຍາ, ​ເວັບ​​ໄຊ​ພາສາ​ຕ່າງໆ​ຂອງCrionline​ແລະ​ເວັບ​ໄຊ​ຮ່ວມ​ມື​ກັບຕ່າງປະ​ເທດ​ຈະ​ສະ​ເໜີ​ກິດຈະກຳ​​ໃຫ້​ຄະ​ແນນ, ຕາມ​ຜົນ​ການ​ໃຫ້​ຄະ​ແນນ​ຂອງ​ຜູ້​ໃຊ້​ອິນ​ເຕີ​ເນັດ, ​ຈະເລືອກ​​ເອົາ 20 ຕົວ​ເມືອງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຮອບ​ສຸດ​ທ້າຍ.  ວັນ​ທີ 27 ກັນຍາ​ຫາ​ວັນ​ທີ 26 ພະຈິກ, ຕາມ​ຜົນ​ການ​ໃຫ້​ຄະ​ແນນຂອງ​ຜູ້​​ໃຊ້​ອິນ​ເຕີ​ເນັດ, ​ໃຫ້​ຄະນະ​ກຳມະການ​ຜູ້​ຊ່ຽວຊານ​ຕັດສິນ​ເລືອກ​ເອົາ 10 ຕົວ​ເມືອງ​ທີ່​ຈະ​ໄດ້ຮັບ​ນາມ​ມະຍົດ"ຕົວ​ເມືອງ​ທ່ອງ​ທ່ຽວ​ຈີນ​ທີ່​ຜູ້​ໃຊ້​ອິນ​ເຕີ​ເນັດ​ທົ່ວ​ໂລກຄັດ​ເລືອກ". ຫຼັງ​ຈາກ​ນັ້ນ, ​ເຈົ້າ​ພາບຈະ​ຈັດ​ພິທີ​ມອບ​ລາງວັນ​ຢ່າງ​ຄືກ​ຄື້ນ, ຜູ້​ໃຊ້​ອິນ​ເຕີ​ເນັດ​ທີ່​ເຂົ້າ​ຮ່ວມ​ການລົງ​ຄະ​ແນນຈະ​ມີ​ໂອກາດ​ໄດ້​ຮັບ​ລາງວັນ​ທີ່​ເຂົ້າ​ຮ່ວມ​ພິທີ​ມອບ​ລາງວັນ​ແລະ​ທ່ຽວ​ບາງຕົວ​ເມືອງ​ທີ່​ຖືກ​ຄັດ​ເລືອກ.

ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ຮ່ວມ​ການ​ແນະນຳ​ຕົວ​ເມືອງ​ແລະ​​ໃຫ້​ຄະ​ແນນ​ຢ່າງ​ຕັ້ງໜ້າ, ​ເຮັດ​ໃຫ້" 10 ຕົວ​ເມືອງ​ດີ​ເດັ່ນຂອງ​ຈີນ"​ໃນ​ຫົວ​ໃຈ​ຂອງ​ທ່ານ​ມີ​ໂອກາດ​ໄດ້​ຮັບ​ການຄັດ​ເລືອກ​ຫຼາ​ຍຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ