ມາດຖານ​ການ​ຄັດ​ເລືອກ

(GMT+08:00) 2010-09-27 09:42:47     cri
1.ທິວທັດ​ຂອງນະຄອນ​ສວຍ​ງາມດຶງ​ດູດ​ຄົນ​ເປັນພິ​ເສດ

ອະລິຍະ​ທຳຈີນ​ທີ່ຮຸ່ງ​ເຮືອງ,ວັດທະນະທຳປະຫວັດ​ສາດອັນ​ຍາວ​ນານ,ທິວທັດ​ທຳ​ມະ​ຊາດ​ຂອງ​ນະຄອນຈີນທີ່​ສວຍ​ສົດ​ງົດ​ງາມ​ເຫມືອນ​ມະນຸດ​ເຮົາ​ສ້າງ​ຂຶ້ນລ້ວນ​ແຕ່​ເປັນ​ສິ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຕ່າງປະ​ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ເມືອງ​ຈີນ.​​ພູມ​ສັນ ຖານ​ເຂດ​ແຄວ້ນທີ່​ຕ່າງ​ຫມູ່,ວັດທະນະທຳ​ມາ​ແຕ່ປະຫວັດ​ສາດ​ອັນ​​ເກົ່າ​ແກ່ຈະ​ເຮັດ​ໃຫ້​ນະຄອນ​ມີ​ສະ​ເຫ​ນ່ຫລາຍ​ຂຶ້ນ.ບໍ່​ວ່າ​ຈະ​ເປັນ​ທິວ​ທັດ​ທຳ​ມະ​ຊາດ​ຫລື​ວ່າ​ເປັນ​ທິວ ທັດ​ວັດທະນະທຳ,ຍິ່ງ​ມີ​ເອກະ​ລັກຂອງ​ຈີນ​ກໍ​ຍິ່ງ​ມີ​ສະ​ເຫນ່.

2.ສະພາບ​ແວດ​ລ້ອມ​ຫນ້າ​ຢູ່,ປອດ​ໄພ ​ແລະ ກົມກຽວ

ນະຄອນ​ທີ່​ດີ​ກວ່າ,ພາ​ໃຫ້ຊີວິດ​ທີ່​ດີກ​ວ່າ.ສະພາບ​ແວດ​ລ້ອມກໍ​ປຽບຫມື​ອນ​ເສື້ອ​ຂອງ​ນະຄອນ,​ແມ່ນ​ປັດ​​ໄຈ​ທຳ​ອິດ​ທີ່​ດຶງ​ດູດ​ນັກ​ລົງທຶນ​ ແລະ ນັກ​ທ່ອງທ່ຽວ .ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບກໍ​ເປັນ​ປັດ​​ໄຈ​ທີ່ສະ​ແດງ​​ໃຫ້​ເຫັນວ່າ​ນະຄອນນີ້​ກຳລັງພັດ ທະນາ​​ແບບຍືນ​ຍົງ​​ຢ່າງ​ມີ​ຊີວິ​ດຊີວະ.ສະພາ​ບພື້ນຖານ​ໂຄງ​ລ່າງ​ຂອງນະຄອນ,ສະ ຕິອະນຸລັກສິ່ງ​ແວດ​ລ້ອມ​ຂອງ​ຊາວ​ນະຄອນ​ລ້ວນ​ແຕ່ສະ​ແດງ​ໃຫ້​ເຫັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ແລະທ່າ​ທີຊີວິດຂອງ​ຊາວ​ນະຄອນ.

3.ປະຊາຊົນ​ມີ​​ໄມ​ຕິ​ຈິດ​ມິດ​ຕະພາບ ​ແລະ ມັກ​ພົວພັນ​ກັບ​ພາຍ​ນອກ

ປະຊາຊົນ​ທີ່​ດຳລົງ​ຊີວິດ​ຢູ່​ໃນ​ນະຄອນ​ກໍ​ເປັນ​​ແວ່ນ​ທີ່​ສ່ອງ​ແສງ​​ເຖິງ​ຈຸດ​ພິ​ເສດ​ຂອງ​ນະ​ຄອນ​ນັ້ນ, ​ເອກະລັກ ​ແລະ ວັດທະນະທຳ​ຊົນ​ເຜົ່າ​​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ນະຄອນ​ພົ້ນ​ເດັ່ນ​ຂຶ້ນ,ປະຊາຊົນ​ທີ່​ເປັນ​ມິດ ​ແລະ ມີ​ນ້ຳ​ໃຈ​ສະ​ແດງໃຫ້​ຊາວ​ໂລກ​ເຫັນ​ເຖິງທາດ​ແທ້ອະລິຍະ​ທຳ​ຕາ​ເວັນ​ອອກ.

4.ສິ່ງ​ກໍ່ສ້າງທ່ອງ​ທ່ຽວ​ຄົບ​ຖ້ວນ

​ເມືອງທ່ອງ​ທ່ຽວ​ເປັນ​ປ່ອງຢ້ຽມ​ທີ່​ຊາວ​ໂລກ​ເ​ບິ່ງ​ປະ​ເທດ​ຈີນ​ໂດຍ​ກົງ,ການແນະ​ນຳ​
ທີ່​ລະອຽດຂອງ​ນະຄອນ,ລະບົບ​ການ​ປົກຄອງ​ຢ່າງ​ມີ​ວິທະຍາ​ສາດຂອງນະຄອນ, ລະບົບ​ໂທລະ​ຄົມ​ທີ່​ທັນ​ສະ​ໄຫມລ້ວນ​ແຕ່​ເປັນ​ມາດຖານ​ທີ່​ວັດ​ແທກ​ລະດັບ​ສະກົນ ຂອງ​ນະຄອນ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ