ເມືອງຮາງ​​ໂຈ່​ວ​​ແຂວງ​ເຈີ້ຈ່ຽງ

(GMT+08:00) 2010-09-27 15:21:27     cri

​ຄຳ​ຂວັນ:​ເມືອງ​ເວ​ນິສ​​​ຕາ​ເວັນ​ອອກ

ທີ່ຕັ້ງ​:ພາກ​​ເຫນືອ​ຂອງ​ແຂວງ​ເຈີ້ຈ່ຽງ,ພາກ​ຕາ​ເວັນ​ອອກ​ຂອງ​ຈີ​ນ,​ເປັນ​​ເທດສະບານ​ຂອງ​​ແຂວງເຈີ້​ຈ່ຽງ.​ເມືອງ​ຮາງ​ໂຈ່​ວ​ຢູ່​ຕອນ​ເຫນືອ​ຂອງພາກ​ຕາ​ເວັນ​ອອກ​ທີ່​ແຄມທະ​ເລ​,ເປັນ​​ເມືອ​ງ​ເສດຖະກິດອັນ​ດັບ2​ໃນເຂດ​ສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ຢາງ​ຊີກຽງ.








ເມືອງ​ຮາງ​ໂຈ່​ວ​​ແມ່ນ​ເມືອງ​ທ່ອງ​ທ່ຽວທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.ຢູ່​ຈີນ​ມີ​ສຸພາ​ສິດ​​ເວົ້າ​ວ່າ"ຢູ່​ເທິງ​ຟ້າ​ມີ​ເມືອງ​ສະຫວັນ,ຢູ່ເມື​ອງຄົນ​ມີ​ເມືອງ​ຊູ່​​ໂຈ່​ວ​ແລະ​ຮາງ​ໂຈ່​ວ",​ເຊິ່ງ​ໄດ້​ສະ​ແດງ​​ເຖິງຄວາມ ຍ້ອງຍໍ​ສັນລະ​ເສີນ​ດ້ວຍ​ຄວາມ​ຈິງ​ໃຈຂອງ​ຄົນ​ບູຮານຕໍ່ເມືອງ​ທີ່​ສວຍ​ງາມ​ນີ້.​ເມືອງ​ຮາງ​ໂຈ່​ວ​ເປັນຫນຶ່ງ​ໃນ8​ເມືອງ​ຫລວງ​ບູຮານຂອງ​ຈີນ,​ເປັນເມືອງ​ວັດທະນະທຳ​ປະ​ຫວັດ​ສາດ​ແຫ່ງ​ຊາດງວດທຳອິດຂອງ​ຈີ​ນ.


 

ເມືອງ​ຫາງ​​ໂຈ່​ວມີ​ຊັບພະຍາກອນ​ທຳ​ມະ​ຊາດ​ອັນ​ອຸດົມ​ສົມບູນ,ມີ​ແມ່​ນ້ຳ130​ກວ່າ​ສາຍ​ໄຫ​ລຜ່ານ​ໃຈກາງ​ເມືອງ,ສົມ​ຊື່​ເປັນເວ​ນິສ​ຕາ​ເວັນ ອອກ.​ເມືອງ​ຮາງ​ໂຈ່​ວມີ​​ແຫຼ່ງທ່ອງ​ທ່ຽວທຳ​ມະ​ຊາດ​ລະດັບ​ຊາດ2​ແຫ່ງ​ຄື:ແຫຼ່ງທ່ອງທ່ຽວ​ຊີ່​ຫູ ​ແລະ ​ແຫຼ່ງທ່ອງ​ທ່ຽວ2​ແມ່​ນນ້ຳ​ແລະ1​ຫນອງ
(​ແມ່​ນ້ຳ​ຟູ້ຊຸ່ນ,​ແມ່​ນ້ຳ​ຊິນອ່ານ​ແລະ​ຫນອງ​ພັນດອນ),ເຂດສະຫງວນທຳ ມະຊາດລະດັບຊາດ2ແຫ່ງ,ຄື:ພູທ່ຽນມູ້,ຈອມພູຊິງລຽງ,ປ່າສະຫງວນ​ແຫ່ງຊາດ6​ແຫ່ງ​,ຄື:ຫນອງ​ພັນ​ດອນ,ພູ​ຕ້າ​ຊີ,ພູ​ອູຊາວ​,​ແມ່​ນ້ຳຟູ້ຊຸ່ນ​, ຫນອງ​ພູ​ຊິ່ງ​ຊ່ານ​ແລະປ່າສະຫງວນຢາວຫຼິນ,ດິນ​ທາມ​ລະດັບ​ຊາດ​ແຫ່ງ​ທຳ​ອິດ,ຄື:​ເຂດ​ດິນ​ທາມ​ແຫ່ງ​ຊາດ​ຊີ່​ຊີ່.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ