ເມືອງ​ລີ້​ຈ່ຽງ

(GMT+08:00) 2010-09-27 17:36:35     cri

ຄຳ​ຂວັນ​ຕົວ​ເມືອງ:​ເມືອງ​ລີ້​ຈ່ຽງ​ໃນ​ຍາມຝົນຕົກ​ຄື​ເມືອງ​ໃນຝັນ​, ​ເວ​ລາ​ອາກາດ​ເຢັນ​ສະບາຍ,​ເຊີນ​ທ່ານ​ມາພັກຜ່ອນ​ຍ່ອນອາລົມ​ຢູ່​ເມືອງລີ້​ຈ່ຽງ.

ທີ່​ຕັ້ງຕົວ​ເມືອງ: ຕັ້ງ​ຢູ່​ພາກ​ຕາ​ເວັນຕົກສຽງ​ເໜືອຂອງ​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອຈີນ,​ແມ່ນ​ເຂດພູ​ພຽງ​ຊີງ​ໄຫ-​ຕິ​ເບ​ດ​ກັບ​ພູ​ພຽງ​ຢຸນກຸ້ຍຕິດ​ຈອດ​ກັນ,ສູງ​ກວ່າລະດັບໜ້າ​ນ້ຳ​ທະ​ເລ 2400 ​ແມັດ.​ 








 ລີ້​ຈ່ຽງ​ແມ່ນ​​ເມືອງປະຫວັດສາດ​ວັດທະນະທຳ​ ​ແລະ ​ແຫ່ຼງທ່ອງທ່ຽວທີ່​ມີ​ຊື່ສ​ຽງຂອງ​ຈີນ. ​ເມືອງ​ເກົ່າ​ລີ້​ຈ່ຽງມີ​ປະຫວັດສາດ 800 ກວ່າ​ປີ, ​ເປັນ​ຕົວ​ເມືອງ​ທີ່​ງຽບ​ສະຫງົບ​ແບບບູຮານ.ລີ້​ຈ່ຽງ​​ແມ່ນ​ຕົວ​ເມືອງ​ທີ່​ມີ​ຊົນ​ເຜົ່າ​ສ່ວນໜ້ອຍ​ຫຼາຍ​ຊົນ​ເຜົ່າ​​​ຕັ້ງ​ພູມລຳ​ເນົາ​ຢູ່ສິ່ງ​ກໍ່ສ້າງ​ຂອງ​ເມືອງ​ລີ້​ຈ່ຽງ​ໄດ້​ເຕົ້າ​ໂຮມ​ຫົວ​ຕິດ​ປະດິດ​ສ້າງຂອງ​ເຜົ່າ​ຮ້ານ,​ເຜົ່າຂາວ,​ເຜົ່າ​ອີ໋ ​ແລະ ​ເຜົ່າ​ຕິ​ເບ​ດ​ ພ້ອມ​ທັງ​ສີສັນ​ຂອງ​ເຜົ່າ​ນ້າ​ຊີ່. ຢູ່​ຕາມ​ເຂາດ​ຜ່າກາງ​ຈາກ​ທິດຕາ​ເວັນ​ອອກ​ຮອດ​ທິດຕາ​ເວັນ​ຕົກ​ຂອງ​ຕົວ​ເມືອງ,ມີ​ສິ່ງ​ກໍ່ສ້າງ​ບູຮານ​ຕ່າງໆ ​ເຊັ່ນ,ປະຕູ​ໂຂງ​ຫີນ,ສະ​ຕ່າ​ນ​ ​ແລະ ຫໍ​ໃຫຍ່​ເປັນ​ຕົ້ນ, ​​ເໜືອ​ຂອງ​​ເມືອງ​ແມ່ນ​ເຂດ​ການ​ຄ້າ."​ເມືອງ​ຢູ່​ແຄມ​ນ້ຳ,ນ້ຳ​​ໄຫຼ​ອ້ອມ​ເມືອງ"​ແມ່ນສີສັນພິ​ເສດ​ທີ່​ສຸດ​ຂອງ​ເມືອງ​ເກົ່າ​ລີ້​ຈ່ຽງ. ນ້ຳ​ໃນ​ໜອງ​ເຫີ​ຍຫົງ​ຖານ​ໄຫຼ​ຕົກ​ຈາກ​ທິດ​ເໜືອ​ໄປ​ສູ່​ທິດ​ໃຕ້,​ແລ້ວ​ໄຫຼ​ອ້ອມກຳ​ແພງ​ອ້ອມ​ເຮືອນ​ຕ່າງໆ. ຖະໜົນ​ນ້ອຍ​ໃຫຍ່​ຕ່າງໆ​ຕິດຈອດ​ກັນ​ດ້ວຍ​ຂົວ​ຫີນ ​ແລະ ຂົວ​ໄມ້​ຮູບ​ຊົງຕ່າງໆ 354 ​ແຫ່ງ, ​ເປັນ​ພາບ​ວິວທິວ​ທັດ​ສ້າງ​ຕຶກ​ຂ້າມ​ນ້ຳຂອງ​ເມືອງ​ລີ້​ຈ່ຽງ, ກາຍ​ເປັນຄວາມ​ລັບ​ທີ່ມີ​ຊີວິດ​ຊີວາ​ຂອງ​ເມືອງ​ເກົ່າ​

 

ເຜົ່າ​ນ້າ​ຊີ່​ໄດ້​ປະດິດ​ສ້າງ​ຕົວອັກສອນ​ຕົ່ງ​ປ່າ,​ເຊິ່ງ​ແມ່ນ"ຕົວ​ໜັງສື​ທີ່ມີ​ຄວາມ​ໝາຍ​ຕາມຮູບ​ທີ່​ຍັງ​ໃຊ້​ຢູ່​ໜຶ່ງ​ດຽວ"​ໃນ​ໂລກ, ສ່ວນ​ປື້​ມບູຮານ​ຕົ່ງ​ປ່າ​ຖືກ​ຈັດ​ເຂົ້າ​ໃນ​ລາຍ​ຊື່​ມໍ​ລະ​ດົກ ​ໂລກ​ໃນ​ເດືອນ​ສິງຫາ​ປີ2003. ​ດົນຕີ​ເກົ່າ​ນ້າ​ຊີ່, ພາບ​​​ແຕ້ມຕົ່ງ​ປ່າ ​ແລະ ວັດທະນະທຳ​ສາດສະໜາ​ກໍ່​ມີ​ຊື່ສ​ຽງຢູ່​ຈີນ ​ແລະ ​ໂລກ. ລີ້​ຈ່ຽງຕັ້ງ​ຢູ່​ເຂດ​ເສັ້ນ​ແວງ​ຕ່ຳ ​​ເຊິ່ງ ລະ​ດັບ​ຕ່ຳ​ກວ່າ​ໜ້ານ້ຳ​ທະ​ເລ​, ດິນ​ຟ້າ​ອາກາດ​ປ່ຽນ​ແປງ​ບໍ່ຫຼາຍ​ປານ​ໃດ​ໃນ 4 ລະດູ​ການ, ລະດູ​ແລ້​ງ ​ແຕ່​ວ່າ​ອາ​ກາດຊຸ່ມ​ເຢັນ​ແລະ​ແຈ່ມ​ໃສ​ດີ, ​ເນື້ອ​ທີ່​ປົກ​ຫຸ້ມ​ດ້ວຍປ່າ​ໄມ້ຮອດ66,13%, ດິນ​ຟ້າ​ອາ​ກາດ​ດີ​ທີ່​ສຸດ, ຖືກອົງການ HABITATສະຫະປະຊາ​ຊາດຄັດ​ເລືອກ​ເປັນ​ຕົວ​ເມືອງ​ທີ່​ໜ້າ​ຢູ່.


ໃນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ສ່ວນ​ຫຼາຍ, ສິ່ງ​ທີ່​ດຶງ​ດູດ​ຈິດ​ໃຈ​ຫຼາຍກວ່າ​ໝູ່​ຂອງ​ລີ້​ຈ່ຽງທີ່​ຈິງ​ແລ້ວ​ບໍ່​ແມ່ນ​ການ​ທ່ຽວຊົມ​ທິວ​ທັດທີ່​ອັດສະ​ຈັນ,ຫາກ​ແມ່ນ​ການສຳຜັດ​ກັບສະພາບການດຳລົງ​ຊີວິ​ດ​ແບບໜຶ່ງທີ່​ງຽບ​ສະ​ຫົງ​ບ, ວັດທະນະທຳ​ພິ​ເສດ​​ອີກແບບໜຶ່ງ,​ເຊິ່ງຊີວິດ​ການ​ເປັນ​ຢູ່​ທີ່​ເບິ່ງ​ແລ້ວ​ຮູ້ສຶກ​ທຳ​ມະ​ດາ​ ​ແຕ່​ພັດ​ໄດ້​ຈາງ​ຫາຍ​ໄປ​ແຕ່​ດົນ​ນານ​ແລ້ວ​ໃນຕົວ​ເມືອງ​​ເຕັມ​ໄປ​ດ້ວຍ​ຄວາມ​ເນືອງນັນ​ໃນ​ຊູ່​ມື້​ນີ້.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ