ຮ່າ​ເອິປິ່ນ

(GMT+08:00) 2010-09-28 10:25:59     cri

ຄຳ​ຂວັນ: ສະ​ເໜ່​​ແບບ​ເອີ​ລົບ ນະຄອນ​ນ້ຳກ້ອນ​ພັກ​ຮ້ອນ
ທີ່​ຕັ້ງ: ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ແຂວງ​ເຮີ່ຍລົງ​ຈ່ຽງ​ເຊິ່ງ​ເປັນ​ແຂວງ​ທີ່ອົງສາ​​ເສັ້ນ​ແວງ​ສູງ​ສຸດທາງພາກ​ຕາ​ເວັນ​ອອກສຽງເໜືອຂອງ​ຈີນ, ​ເທດສະບານ​ແຂວງ​ເຮີ່ຍລົງ​ຈ່ຽງ, ກໍ່​ແມ່ນ​ສູນ​ກາງ​ການ​ເມືອງ, ​ເສດຖະກິດ​ແລະ​ວັດທະນະທຳ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ. ​ແມ່​ນ້ຳ​ສົ່ງຮວາ​ຈ່ຽງ​ໄຫຼຜ່ານ​ນະຄອນຮ່າ​ເອິປິ່ນ.








ຮ່າ​ເອິປິ່ນ​ມີ 4 ລະດູ​ການ​ຢ່າງ​ຈະ​ແຈ້ງ, ທິວ​ທັດ​ທຳ​ມະ​ຊາດງາມຫຼາຍ, ​​ເປັນ​ນະຄອນ​ທີ່​ທັນ​ສະ​ໄໝ, ມີ​ອະ​ລິຍະ​ທຳ​ແລະ​ສວຍ​ງາມ, ​​ມີ​ຊື່ສຽງ​ທາງ​ດ້ານ​ປະຫວັດສາ​ດ​ແລະ​ວັດທະນະທຳ. ​​ໃນ​ສະ​ໄໝ​ບູຮານ, ​ໄດ້ຮັບ​ອິດ​ທິພົນ​ຈາກ​ວັດທະນະທຳ​ເອີ​ລົບ​ຢ່າງ​ເລິກ​ເຊິ່ງ, ສິ່ງ​ກໍ່ສ້າງ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລ້ວນ​ແຕ່​ມີ​ສີສັນ​ເອີ​ລົບ​ຢ່າງຈະ​ແຈ້ງ, ​ເຄີຍ​ໄດ້ຮັບ​ການ​ຂະໜານ​ນາມວ່າ "ມົສກູ​ຕາ​ເວັນ​ອອກ", "ປາ​ລີ​ຕາ​ເວັນ​ອອກ". "ງານ​ດົນຕີ​ລະດູຮ້ອນ​ຮາ​ເອິປິ່ນ" ທີ່​​ຈັດມາ​ໄດ້​ 40 ກວ່າ​ປີ​ແລ້ວ​ນັ້ນ, ​ໄດ້​ດຶງ​ດູດ​ນັກ​ສິລະ​ປິນທີ່​ມີ​ຊື່ສຽງ​ຈາກ​ຈີນ​ແລະ​ຕ່າງປະ​ເທດ​ຫຼາຍຄົນມາສະ​ແດງ​ລາຍ​ການ, ​ດຽວ​ນີ້, ​ໄດ້​ກາຍ​ເປັນໜຶ່ງ​ໃນ 3 ງານລາຕີ​ສະ​ໂມ​ສອນ​ໃຫຍ່​ຂອງ​ຈີນ​ໄປ​ແລ້ວ, ​ເຮັດ​ໃຫ້ຮາ​ເອິປິ່ນ​ກາຍ​ເປັນ "ນະ​ຄອນ​ດົນຕີ​ພາກ​ເໜືອ​".

ຮອດ​ລະດູໜາວ, ຮາ​ເອິປິ່ນ​​ແມ່ນ "ນະຄອນ​ນ້ຳກ້ອນ". ງານ​ນ້ຳກ້ອນ​ຂອງຮາ​ເອິປິ່ນ​ທີ່​ຈັດ​ປີ​ລະ​ເທື່ອນັ້ນ​ໄດ້​ກາຍ​ເປັນ​ງານ​ມະ​ໂຫລານ​ສາກົນທີ່​ລວມ​ເອົາວັດທະນະ​ທຳ, ກິລາ, ສິລະ​ປະ, ​ເສດຖະກິດ​ການ​ຄ້າ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແລະ​ການທ່ອງທ່ຽວ​ເຂົ້າກັນ. ງານ​ນ້ຳກ້ອນ​ສາກົນຮາ​ເອິ​ປິ່ນ​ຈີນ, ບຸນ​ຄາຣາວານ​ລະດູໜາວ​ຂອງ​ກາ​ນາ​ດາ, ງານ​ຫິມະຊາ​ໂພ​ໂຣຂອງ​ຍີ່​ປຸ່ນ​ແລະ​ງານຫຼິ້ນສະ​ເກັດ​ໂນ​ເວ​ແມ່ນ 4 ​ງານ​ນ້ຳກ້ອນ​ສາກົນ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ