ພູຮວງ​ຊ່ານ

(GMT+08:00) 2010-09-28 11:03:06     cri

ຄຳ​ຂວັນ​ຂອງ​ຕົວ​ເມືອງ:ໄປທ່ຽວ​ພູ​ຮວງ​ຊ່ານ ສຳຜັດ​ເມືອງ​ຮ່ວຍ​ໂຈ່
ທີ່​ຕັ້ງ:ຢູ່​ໃຕ້​ສຸດ​ຂອງ​ແຂວງ​ອານ​ຮຸ່ຍ ພາກ​ກາງຂອງ​ຈີນ









ພູ​ຮວງ​ຊ່ານ​ຕັ້ງ​ຢູ່​ເສັ້ນ​ແວງ​ເໜືອ 30 ອົງສາ​ທີ່​ອັດສະຈັນ​ຫຼາຍ,​ແມ່ນ​ຢູ່​ໃນເສັ້ນ​ແວງ​ດຽວ​ກັນ​ກັບ​ທາດ​ປິ​ລະ​ມິດຂອງ​ເອຢິບ​ແລະ​ເບີ​ມູດາ​ທີ່​ເປັນ​ສິ່ງມະຫັດສະຈັນ​ຂອງໂລກ.ພູ​ຮວງ​ຊ່ານ​​ເປັນ​ມໍລະດົກ​ວັດ​ທະ​ນະ​ທຳ​ແລະ​ມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ,​ທັງ​ເປັນ​ສວນສາທາລະນະ​ດ້ານ​ທໍລະນີ​ສາດ​ຂອງ​ໂລກ,​ແລະ​ມີ​ຊື່​ສຽງ​​ໃນໂລກ​ຍ້ອນ"5 ສຸດ​ຍອດ"ຄື:ຕົ້ນ​ແປກທີ່​ສວຍ​ງາມ,​ໂງ່ນ​ຫິນທີ່​ມີ​ຮູບ​ແປກ​ປະຫຼາດ,ທະ​ເລ​ເມກ,ບໍ່​ນ້ຳ​ອຸ່ນ​ແລະ​ຫິມະ​ໃນ​ລະດູ​ໜາວ.ນອກ​ນີ້,ພູ​ຮວງ​ຊ່ານ​ຍັງ​ມີທິວ​ທັດ​ທຳ​ມະ​ຊາດ​ທີ່​ງາມ​ທີ່​ສຸດຫຼາຍໆ​ບ່ອນ,ຕົວຢ່າງ​ຄື:ທິວ​ທັດ​ນ້ຳ​ທີ່​ມີ​ຊື່​ສຽງ​ຄື​ນ້ຳ​ຊີ່​ນອານ​ແລະ​ໜອງ​ໄທ້​ພີງ;ມໍລະດົກ​ວັດທະນະທຳ​ໂລກ​ຄື​ຊີ່​ຕີ້​ແລະ​ບ້ານ​ຮົງ​ຊຸ່ນ;ພູ​ຊີ​ຢູນຊ່ານ​ທີ່​ເປັນ​ແຫຼ່ງທ່ອງ​ທ່ຽວ​ລະດັບ​ຊາດ​ແລະ​ສວນສາທາລະນະ​ດ້ານ​ທໍລະນີ​ສາດ​ແຫ່ງ​ຊາດ​;ຍັງ​ມີ"ຮວ່າ​ຊ່ານ​ມີ​ຄູ່",ຖ້ຳ​ອັດສະຈັນ​ໃນ​ພູດ​ອກ​ໄມ້​ແລະ​ແຫ່ງ​ອື່ນໆ.



ຢູ່​ເມືອງ​ຮວງ​ຊ່ານ​ມີ​ມໍລະດົກ​ວັດທະນະທຳ​ໂລກ 2 ​ແຫ່ງ,ມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​ລະ​ດັບ​ຊາດ 15 ປະ​ເພດ.​ເມືອງ​ຮວງ​ຊ່ານ​ໄດ້​ມອບ​ນາມ"ປະຊາຊົນ​ກຽດຕິຍົດຂອງ​ເມືອງ​ຮວງ​ຊ່ານ"​​ໃຫ້​ແກ່​ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ຫຼື​ບຸກຄົນ​ທີ່​ໄດ້​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ເມືອງ​ຮວງ​ຊ່ານ 8 ທ່ານ,ລວມທັງ​ທ່ານ​ຈວນ ອັນ​ໂຕ​ນິ​ໂອ ຊາ​ມາຣາ​ນຈ໌,ປະທານ​ກຽດຕິຍົດຖາວອນຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ທີ່​ໄດ້​ເຖິງ​ແກ່​ກຳ​ໄປ​​ແລ້ວ,​ທ່ານຟຼານກາລີ,ອະດີດ​ເລຂາທິການ​ໃຫຍ່​ແລະ​ທ່ານຕາ​ເລ​ບ ຣີຟາ​,​ເລຂາທິການ​ໃຫຍ່ຄົນປະຈຸ​ບັນ​ຂອງອົງການ​ການທ່ອງທ່ຽວ​ໂລກຂອງສະຫະ​ປະຊາ​ຊາດ​,ນີ້​ໄດ້​ຍົກ​ສູງຖານະ​ແລະ​ຊື່​ສຽງ​ໃນສາກົນ​ຂອງ​ເມືອງ​ຮວງ​ຊ່ານຢ່າງຫຼວງ​ຫຼາຍ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ