ຜູ່​ນຳ​ຂອງ​ຈີນ​ແລະ​ຣັດ​ເຊຍ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ວັນ​ຫໍ​ວາງ​ສະ​ແດງ​ແຫ່ງ​​ຊາດ​ຣັດ​ເຊຍ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ

(GMT+08:00) 2010-09-28 17:28:19     cri
ຕາມ​ຂ່າວCRI:ວັນ​ທີ28​ກັນຍາ​ນີ້,ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮຈັດ​ກິດຈະກຳ​ວັນ​ຫໍ​ວາງ ສະ​ແດງ​ແຫ່ງ​ຊາດ​ຣັດ​ເຊຍ.ທ່ານ​ຊີ​ຈີ້​ນ​ພີງ,​ຮອງ​ປະ​ທານ​ປະ​ເທດ​ຈີນ,​ທ່ານ​ດມິ​ຕຼິ ​ເມັດ​ເວ​ເດັຟ,​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເຂົ້າ​ຮ່ວມ​ພິ​ທີ​ແລະ​ກ່າວ​ຄຳ​ປາ​ໄສ.

ກ່ອນ​ອື່ນ,ທ່ານ​ຊີ​ຈີ້​ນພີ​ງ,ຮອງ​ປະທານ​ປະ​ເທດ​ຈີນ​ໄດ້​ສະ​ແດງ​ຄວາມ​ອວຍພອນ​ຕໍ່​ການ​ຈັດ​ກິດຈະກຳ​ວັນ​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດຣັດ​ເຊຍ,​ແລະ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຢ່າງ​ຟົດ​ຟື້ນ​ຕໍ່​ການ​ມາ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຂອງ​ທ່ານ​ເມັດ​ເວ​ເດັຟ.​ທ່ານ​ກ່າວ​ວ່າ,ຫໍ​ວາງສະ​ແດງ ຣັດ​ເຊຍ​ທີ່​ມີ​ຫົວ​ຂໍ້ວ່າ​"ຣັດ​ເຊຍ​ໃໝ່:​ຕົວ​ເມືອງ​ກັບ​ຄົນ"​ແມ່ນ​ໜຶ່ງ​ໃນ​ບັນດາ​ຫໍ​ວາງ​ສະ​ແດງ​ແຫ່ງ​ຊາດ​ທີ່​ມີ​ຂະໜາ​ດ​ໃຫຍ່​ທີ່​ສຸດ​ແລະ​ມີ​ຜູ່​ຊົມ​ຫຼາຍ​ທີ່​ສຸດ​ໃນ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ,​ມັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ທີ່​ມີ​ສະ​ເໜ່​ຂອງ​ຕົວ​ເມືອງ​ໜຶ່ງ​ໃນ​ນິ​ທານ​ທີ່​ແຕ່ງ​ໂດຍ​ທ່ານ​ນິ​ໂຄ​ໄລ ​ໂນ​ຊົຟ,​ນັກ​ປະ​ພັນ​ຣັດ​ເຊຍ​ໃນ​ເຄິ່ງ​ສະ​ຕະ​ວັດ​ກ່ອນ.​ທ່ານ​ກ່າວ​ວ່າ:​"ຢູ່​ນີ້,​ພວກ​ຂ້າ​ພະ​ເຈົ້າ​ໂຊກ​ດີ​ທີ່​​ໄດ້​ຊົມ​ວັດ​ທະ​ນະ​ທຳ​ທີ່​ມີ​ປະ​ຫວັດ​ສາດ​ດົນ​ນານ​ແລະ​ສິ​ລະ​ປະ​ການ​ອອກ​ແບບ​ກໍ່​ສ້າງ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ຢ່າງ​ຈະ​ແຈ້ງ​ຂອງ​ຣັດ​ເຊຍ,​ໂຊກ​ດີ​ທີ່​​ໄດ້​ເຫັນ​ດ້ານ​ຕ່າງໆ​ຂອງ​ປະ​ເທດ​ໃຫຍ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ,​ພະ​ລັງ​ງານ​ແລະ​ການ​ບິນ​ອະ​ວະ​ກາດ​ທີ່​ຂ້າມ​ຜ່ານ​ແຜ່ນ​ດິນ​ໃຫຍ່​ເອີ​ລົບ​ແລະ​ອາ​ຊີ,​ໂຊກ​ດີ​ທີ່​​ໄດ້​ຮູ້​ຈັກ​ຄວາມ​ໝັ້ນ ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ປະ​ຊາ​ຊົນ​ຣັດ​ເຊຍ​ທີ່​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ແລະ​ຊຸກ​ຍູ້​​ໃຫ້​ປະ​ເທດ​ຫັນ​ເປັນ​ທັນ​ສະ​ໄໝ,​ແລະ​ການ​ໄຕ່​ຕອງ​ຢ່າງ​ເລິກ​ເຊິ່ງ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຕົວ​ເມືອງ​ໃນ​ອະ​ນາ​ຄົດ."

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ທ່ານຊີ​ຈິ້ນ​ຜີ​ງຊີ້​ອອກ​ວ່າ, ຈີນຣັດ​ເຊຍ​​ແມ່ນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍພູ​ແລະ​ແມ່​ນ້ຳ​ຕິດ​ຕໍ່​ກັນ. ພາຍຫຼັງ​ສ້າງສາ​ຍພົວພັນ​ທາງ​ການ​ທູດ 61 ປີ​ມາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 1996 ມາ​ນີ້,​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໄດ້ມີ​ການ​ຂະ​ຫຍາຍ​ຕົວ​ໄວ​ແບບບໍ່​ເຄີຍ​ມີມາ​ກ່ອນ. ທ່ານ​ກ່າວ​ວ່າ:

"ປະຈຸ​ບັນ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບຣັດ​ເຊຍ​ພວມ​ຢູ່​ໄລຍະທີ່​ດີ​ທີ່​ສຸດ. ມື້​ວານ​ນີ້, ປະທານ​ຫູ​ຈີນ​ທ່າວ​ແລະ​ປະ​ທາ​ນາ​ທິ​ບໍ​ດີ​ເມັດ​ເວ​ເດັຟ​ໄດ້​ພົບ​ປະ​ເຈ​ລະ​ຈາ​ຢູ່​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ, ​ໄດ້​ວາງ​ອະ​ນາ​ຄົດ​ທີ່​ດີ​ງາມ​ກວ່າ​ເກົ່າ​ໃກ້​ແກ່​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ.​ພ້ອມ​ກັນ​ນັ້ນ,​ພວກ​ເຮົາ​ໄດ້​ຮັບ​ຜົນ​ສຳ​ເລັດ​ຮ່ວມ​ກັນ​ແລະ​ຄວາມ​ດີ​ເດັ່ນ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ແລະ​ຫໍ​ວາງ​ສະ​ແດງຣັດ​ເຊຍ, ຮ່ວມ​ກັນ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ​ຂອງ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບຣັດ​ເຊຍ, ຫວັງ​ວ່າ​ພວກ​ເຮົາ​ຈະ​ສາ​ມາດ​ຮ່ວມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໃຫ້​ກ້າວ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ, ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ຕື່ມ​ອີກ."

ທ່ານ​ເມດ​ເວ​ເດ​ຟ ປະທານາທິບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ຄຳ​ປາ​ໄສ​ວ່າ,ງານ​ວາງສະ​ແດງ​ໂລກຊຽງ​ໄຮ​ແມ່ນ​ງານ​ວາງ​ສະ​ແດງ​ອັນ​ສຳ​ຄັນ​ທີ່​ສຸດ​ໃນ​ທົ່ວ​ໂລກ.​ທ່ານ​ກ່າວ​ວ່າ:​"ງານ​ວາງ​ສະ​ແດງ​ໂລກ​ຄັ້ງ​ນີ້​ຈັດ​ຂຶ້ນ​ຢູ່​ຊຽງ​ໄຮ​ນັ້ນ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ເປັນ​ສັນ​ຍາ​ລັກ.ຊຽງ​ໄຮ້​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ສູນ​ກາງ​ວັດ​ທະ​ນະ​ທຳ​ອຸດ​ສາ​ຫະ​ກຳ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ,​ໄດ້​ປະ​ສົມ​ປະ​ສານ​ວັດ​ທະ​ນະ​ທຳ​ເກົ່າ​ແກ່​ກັບ​ຄວາມ​ກ້າວ​ໜ້າ​ທັນ​ສະ​ໄໝ.​ງານ​ວາງ​ສະ​ແດງ​ໂລກ​ຄັ້ງ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ,​ຕົວ​ເມືອງ​ໂລກ​ໃນ​ປັດ​ຈຸ​ບັນ​ໄດ້​ຫັນ​ປ່ຽນ​ຢ່າງ​ເຖິງ​ຖອງ,​ນີ້​ກໍ່​​ໄດ້​ສະ​ໜອງ​ໂອ​ກາດ​ອັນ​ດີງາມ​ເພື່ອ​ບັນ​ລຸ​ຄວາມ​ທັນ​ສະ​ໄໝ​ຂອງ​ສັງ​ຄົມ​ເສດ​ຖະ​ກິດ,​ການ​ປະ​ດິດ​ຄິດ​ສ້າງ​ໃໝ່​ແມ່ນ​ທາງ​ເລືອກ​ຍຸດ​ທະ​ສາດ​ຂອງຣັດ​ເຊຍ,​ພວກ​ເຮົາ​ຈະ​ໃຊ້​ສຸດ​ກຳ​ລັງ​ເພື່ອ​ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ນີ້."

ໃນກິດຈະກຳສະຫຼອງ​ວັນ​ຫໍ​ແຫ່ງ​ຊາດຣັດ​ເຊຍ,ສິລະ​ປິນທີ່ມາ​ຈາກຣັດ​ເຊຍ​​ໄດ້ສະ​ແດງ​ດົນ​ຕີ​ແລະ​ສິ​ລະ​ປະ​ພື້ນ​ເມືອງ​ແລະ​ນຳ​ສະ​ໄໝ​ຂອງ​ປະ​ເທດນຳ​ສ​ະ​ໄໝ​ຂອງ​ປະ​ເທດ​ທີ່​ມີ​ມູນ​ເຊື້ອ​ດ້ານ​ສິນລະປະ​ວັນ​ນະ​ຄະ​ດີ​ທີ່​ຍິ່ງ​​ໃຫຍ່​.

 ນັບ​ແຕ່ເປີດ​ຫໍວາງສະ​ແດງຣັດ​ເຊຍ​ເປັນ​ຕົ້ນ​ມາ,​ໄດ້​ມີ​ນັກ​ທ່ອງທ່ຽວ​6ລ້ານ​ກວ່າ​ຄົນ​ເຂົ້າ​ຊົມ.​ຣັດ​ເຊຍ​ໄດ້​ເຜີຍ​ແຜ່​ໂຄ​ສະ​ນາ​17​ເຂດ​ປົກ​ຄອງ​ຂອງ​ຕົນ,​ໄດ້​ສະ​ແດງ​ລາຍ​ການ​ປະດິດ​ສ້າງ​ໃໝ່​ຄື​ນຳ​ໃຊ້​ພະ​ລັງ​ງານ​ໃນ​ທາງ​ສັນ​ຕິ,​ເຕັກ​ນິກ​ນາ​ໂນ​ແມັດ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ