ກອງ​ປະຊຸມ​ຜູ້​ແທນ​ພັກ​ແຮງ​ງານເກົາຫຼີ​ເລືອກອົງການ​ນຳສູງ​ສຸດ

(GMT+08:00) 2010-09-29 15:57:25     cri

ຕາມ​ຂ່າວCRI: ວັນ​ທີ 28 ກັນຍາ​ນີ້​, ກອງ​ປະຊຸມ​ຜູ້​ແທນ​ພັກ​ແຮງ​ງານເກົາຫຼີ​ໄດ້​ຈັດ​ຂຶ້ນ​ຢູ່​ພຽງ​ຢາງ, ທ່ານ​ກິມ​ເຈິ​ງອິນ, ຜູ້ນຳ​ສູງ​ສຸດຂອງ​ສ.ປ.ປ.​ເກົາຫຼີ​ໄດ້​ເຂົ້າ​ຮ່ວມ. ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ອົງການ​ນຳສູງ​ສຸດ​ຂອງ​ພັກ​ແຮງ​ງານເກົາຫຼີ; ​ເລືອກ​ຕັ້ງທ່າ​ນກິມ​ເຈິງອິນ​ເປັນ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເກົາຫຼີ, ​ແລະ​ເປັນປະທານ​ຄະນະ​ກຳມະການການ​ທະຫານ​ສູນ​ກາງ. ​ເລືອກ​ຕັ້ງທ່າ​ນກິມ​ເຈິ​ງອຸນ​​ເປັນ​ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ, ສື່​ຕ່າງປະ​ເທດ​ແຈ້ງວ່າ, ທ່ານ​ກິມ​ເຈິ​ງອຸນແມ່ນ​ລູກ​ຂອງ​ທ່ານ​ກິມ​ເຈິ​ງອິນ, ​ແຕ່​ສື່​ທາງ​ການ​ຂອງ​ສ.ປ.ປ.​ເກົາຫຼີ​ບໍ່​ໄດ້​ເວົ້າ​ເຖິງ​ຖານະ​ຄອບຄົວ​ຂອງ​ເພິ່ນ. ກອງ​ປະຊຸມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ສື່​ມວນ​ຊົນ​ໂລກ​ສົນ​ໃຈ​ນຳ​ຢ່າງ​ຫຼວງ​ຫຼາຍ.

ນີ້​ແມ່ນ​ພັກ​​ແຮງ​ງານເກົາຫຼີ​ຈັດ​ກອງ​ປະຊຸມ​​ຜູ້​ແທນ​ທົ່ວ​ປະ​ເທດເປັນ​ຄັ້ງ​ທຳ​ອິດ​ໃນ 44 ປີຜ່ານ​ມາ​, ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ເທື່ອ​ໜຶ່ງ​ທີ່​ຈັດ​ຂຶ້ນ​ພາຍ​ໃຕ້ສະພາບ​ທີ່ສ.ປ.ປ.​ເກົາ​ຫຼີປະ​ເຊີນ​ກັບ​ສະຖານະ​ການ​ໃໝ່​ພາຍ​ໃນ​ສ.ປ.ປ.​ເກົາຫຼີ​ແລະ​ຕ່າງປະ​ເທດ. ຫາງ​ສຽງ​ເຫັນ​ວ່າ, ກອງ​ປະຊຸມ​ພັກ​ແຮງ​ງານ​ໄດ້​ເລືອກຄະນະ​ນຳ​ໃໝ່, ສາມາດ​ນຳພາ​ປະ​ເທດ​ສ້າງສາ​ເສດຖະກິດ​ຢ່າງ​ເຂັ້ມ​ແຂງ​ ​ກວ່າ​ເກົ່າ, ພ້ອມ​ກັນ​ນັ້ນ​ສ.ປ.ປ.​ເກົາ​ຫຼີກໍ​ຫວັງ​ວ່າ​ຜ່ານ​ການ​ປັບປຸງ​ຄະນະ​ນຳ​ເທື່ອ​ນີ້, ຜ່ອນຄາຍ​ສະຖານະ​ການ​ແຫຼ​ມ​ເກົາຫຼີ​ຕື່ມ​ອີກ, ພະຍາຍາມ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ດີ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດີ.

ຫາງ​ສຽງ​ທົ່ວ​ໄປ​ເຫັນ​ວ່າ,ພາຍຫຼັງການ​ຢ້ຽມຢາມ​ຈີນ​ໃນ​ເດືອນ​ພຶດສະພາ​ປີ​ນີ້​ແລ້ວ,​​ໃນ​ໄລຍະ​ແຕ່​ວັນ​ທີ​26​ຫາ​ວັນ​ທີ​30​ສິງ​ຫາ​ແລ້ວ​ນີ້,​ທ່ານ​ກິມ​ເຈິ​ງ​ອິນ,​ຜູ່​ນຳ​ສູງ​ສຸດ​ສປປ​ເກົາ​ຫຼີ​ໄດ້​ຢ້ຽມ​ຢາມ​ຈີນ​ຢ່າງ​ບໍ່​ເປັນ​ທາງ​ການ​ອີກ​ເທື່ອ​ໜຶ່ງ,​ໄປ​ຢ້ຽມ​ຢາມ​ພື້ນ​ຖານ​ການ​ຜະ​ລິດ​ຢູ່​ແຂວງ​ຈີ​ລີນ​ແລະ​​ແຂວງ​ເຫີ່ຍ​ລົງ​ຈ່ຽງ,​ເພື່ອ​ຊອກ​ຮູ້​ບົດ​ຮຽນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.​ໃນ​ການ​ຢ້ຽມ​ຢາມ​ເທື່ອ​ນີ້,​ທ່ານ​ກິມ​ເຈິງ​ອິນ​ກ່າວ​ວ່າ,​ສປປ​ເກົາ​ຫຼີ​ຍຶດ​ໝັ້ນ​ຫຼັກ​ໝັ້ນ​ທີ່​ແຫຼມ​ເກົາ​ຫຼີ ປອດ​ນິວ​ເຄຼຍ​ໂດຍ​ບໍ່​ປ່ຽນ​ແປງ,​ບໍ່​ຢາກ​ເຫັນ​ສະ​ພາບ​ການ​ແຫຼມ​ເກົາ​ຫຼີ​ເຄັ່ງ​ຕຶງ​ຂຶ້ນ,​ຫວັງ ຢາກ​ຮັກ​ສາ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກັບ​ຈີນ,​ຊຸກ​ຍູ້​ໃຫ້​ການ​ເຈ​ລະ​ຈາ​6​ຝ່າຍ​ຟື້ນ​ຟູ​ຄືນ​ໃໝ່​ໂດຍ​ໄວ,​ເຮັດ​ໃຫ້​ສະ​ພາບ​ການ​ທີ່​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາ​ຫຼີ​ຜ່ອນ​ຄາຍ​ລົງ,​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.​ໃນ​ເວ​ລາ​ທ່ານ​ກິມ​ຢົງ​ນຳ,​ຜູ່​ນຳ​ຂອງ​ສປປ​ເກົາ​ຫຼີ​ພົບ​ກັບ​ທ່ານ​ຈິມ​ມີ ຄາ​ເທີ,​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ຫວ່າງ ມໍ່ໆ​ມາ​ນີ້,​ກໍ່​ໄດ້​ສົ່ງ​ສັນ​ຍານ​ທີ່​ດີ​ທີ່​ມີ​ຄວາມ​ຫວັງ​ຈະ​ເປີດ​ການ​ເຈ​ລະ​ຈາ​6​ຝ່າຍ​ຄືນ​ໃໝ່.​ນອກ​ນີ້,​ສະ​ພາບ​ການ​ທີ່​ເຄັ່ງ​ຕຶງ​ລະ​ຫວ່າງ​ສອງ​ເກົາ​ຫຼີ​ກໍ່​ໄດ້​ເກີດ​ມີ​ວິ​ແວວ​ທີ່​ຜ່ອນ​ຄາຍ​ລົງ​ໃນ ຫວ່າງ​ມໍ່ໆ​ມາ​ນີ້.

ຫາງສຽງທົ່ວ​ໄປເຫັນວ່າ,ການຈັດກອງປະຊຸມ​ຜູ່​ແທນ​ພັກ​ແຮງ​ງານ​​ເກົາ​ຫຼີ​ໝາຍ​ຄວາມ​ວ່າ,​ສປປ​ເກົາ​ຫຼີ​ຈະ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ໃນ​ໄວໆ​ນີ້,​ສະ​ນັ້ນ,​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈຶ່ງ​ໄດ້​ກາຍ​ເປັນ​ຈຸດ​ສົນ​ໃຈ​ຂອງ​ທົ່ວ​ໂລກ.

ທ່ານເບຣ,ຜູ່ຊ່ວຍລັດຖະມົນຕີການຕ່າງປະເທດທີ່ຮັບຜິດຊອບວຽກງານອາຊີຕາເວັນ ອອກແລະປາຊິຟິກຂອງກະຊວງການຕ່າງປະເທດ​ອາ​ເມ​ລິ​ກາ​ໄດ້​ມີ​ຄຳ​ເຫັນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ຄັ້ງ​ນີ້​ໃນ​ທັນ​ທີ,​ທ່ານ​ກ່າວ​ວ່າ,​ດຽວ​ນີ້​ມັນ​ໄວ​ເກີນ​ໄປ​ທີ່​ຈະ​ວິ​ຈານ​ຕໍ່​ການ​ປ່ຽນ​ແປງ ດ້ານ​ການ​ເມືອງ​ຂອງ​ສປປ​ເກົາ​ຫຼີ.​ທ່ານ​ກ່າວ​ວ່າ:"ອາ​ເມ​ລິ​ກາ​ພວມ​ສັງ​ເກດ​ເບິ່ງ​ຄວາມ​ຄືບ​ໜ້າ​ດ້ານ​ການ​ເມືອງ​ຂອງ​ສປປ​ເກົາ​ຫຼີ​ຢ່າງ​ໃກ້​ຊິດ,​ຈະ​ຕິດ​ຕໍ່​ພົວ​ພັນ​ກັບ​ຄູ່​ຮ່ວມ​ມື​ຢູ່​ເຂດ​ອາ​ຊີ ປາ​ຊິ​ຟິກ​ຢ່າງ​ໃກ້​ຊິດ,​ເພື່ອ​ດຳ​ເນີນ​ການ​ປະ​ເມີນ​ສະ​ພາບ​ການ​ເມືອງ​ຂອງ​ສປປ​ເກົາ​ຫຼີ."

ຢູ່​ຍີ່​ປຸ່ນ,ປະ​ເທດ​ບ້ານ​​ໃກ້ຄຽງ​ຂອງ​ສປປ​ເກົາຫຼີ,​ເລຂາທິການ​ລັດຖະບານຍີ່ປຸ່ນ​ກ່າວ​ວ່າ​ສົນ​ໃຈ​ນຳ​ສະຖານະ​ການ​ການ​ເມືອງ​ຂອງ​ສປປ​ເກົາຫຼີ​ໃນ​ລະດັບ​ສູງ,ທ່ານ​ກ່າວ​ວ່າ"ລັດຖະບານ​ຍີ່ປຸ່ນ​ຈະ​ສື​ບຕໍ່​ຕິດຕາມຂ່າວສານຂອງສປປ​ເກົາຫຼີ,ລວມທັງ​ການ​ສືບ​ທອດ​ອຳນາດ​​ແລະ​ອື່ນໆ,​ແລະ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກັບປະ​ເທດ​ອື່ນໆ."

ມື້​ດຽວ​ກັນ,"ຣັດ​ເຊຍ​ໃນ​ປັດຈຸບັນ"ທີ່​ເປັນ​ຊ່ອງ​ຂ່າວສາກົນຂ່າວ​ຂອງຣັດ​ເຊຍ​ໄດ້​ກະຈາຍ​ລາຍການ​ສຳພາດ​ເຈາະ​​ເລິກ,ຜູ່​ຊ່ຽວຊາ​ນບັນຫາ​ນິວ​​ເຄຼຍແຫຼມ​ເກົາຫຼຂອງີຣັດ​ເຊຍ​ວິ​ເຄາະຢ່າງ​ຮອບດ້ານ​ຕໍ່ກອງ​ປະຊຸມ​ຜູ່​ແທນ​ພັກ​ຂອງ​ສປປ​ເກົາຫຼີ​ຄັ້ງ​ນີ້​ແລະ​ທິດທາງພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ຂອງ​ສປປ​ເກົາຫຼີ​ໃນ​ຕໍ່ໜ້າ.​ເວ​ບ​ໄຊ້ຂອງBBC​ຂອງ​ອັງກິດ​ກໍ່ໄດ້​ລົງ​ຂ່າວ​ທີ່​ທ່ານ​ກີ​ມ​ເຈິ​ງອຸນ​ໄດ້​ຮັບ​ການແຕ່ງ​ຕັ້ງ​ເປັນ​ພົນ​ເອກພິ​ເສດ.CNNຂອງ​ອາ​ເມ​ລິ​ກາ​ກໍ່​ມີ​ລາຍການ​ວິ​ເຄາະຢ່າງຮອບດ້ານ​ດ້ວຍ​ຫຼາຍ​ວິທີ​​ເຊັ່ນໂທລະສັບລົມ​ກັບນັກ​ຂ່າວ​​ເປັນ​ຕົ້ນ.

ຄົນ​ທັງຫຼາຍ​ທີ່​ສົນ​ໃຈ​ນຳສະຖານະ​ການ​ແຫຼມ​ເກົາຫຼີ​ຖືກ​ອງປະຊຸມ​ຂອງ​ພັກ​​​ແຮງ​ງານ​ເກົາຫຼີ​ຄັ້ງ​ນີ້​ເປັນ​ຈຸດສຸມ,ຕິດຕາມທິດທາງ​ພັດທະນາ​ຂອງ​ສປປ​ເກົາຫຼີ​​ໃນປະ​ຫວັດ​ສາດ​ແລະ​ອະນາຄົດ​ຂອງ​ປະ​ເທດ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ