ເມືອງຄາ​ສື​ຂອງ​ເຂດ​ຊິ່ນ​ຈ່ຽງ

(GMT+08:00) 2010-09-30 15:05:40     cri

ຄຳ​ຂວັນ​: ​ຖ້າ​​ໄປບໍ່ຮອດ​ເມືອງ​ຄາ​ສື​ກໍ່​ຄື​​ໄປ​ບໍ່ຮອດຊິນ​ຈ່ຽງ. ທິວ​ທັດທ່ອງທ່ຽວຢູ່ຄາ​ສື, ​ແມ່ນ​ໜຶ່ງດຽວ​ໃນ​ໂລກ

ທີ່​ຕັ້ງ​: ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເຂດ​ຊິ່ນ​ຈ່ຽງຂອງ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ ຂອງ​ຈີນ, ​ທິດ​ເໜືອ​ມີ​ພູ​ທ່ຽນຊານ​ຕາ​ເວັນ​ຕົກ​, ​ທິດຕາ​ເວັນ​ຕົກ​ມີ​ພູ​ພຽງ​ພ້າ​ໝີ້​ເອີ, ​ທິດໃຕ້​ມີສາຍພູ​ຄາ​ຫຼ້າ​ຄຸ່ນ  ຫຼຸ​ນ​ແລະ​ທິດ​ຕາ​ເວັນ​ອອກ​​ແມ່ນຕິດ​ກັບທະ​ເລ​ຊາຍ​ຖ້າ​ເຄີ້ລ້າ​ໝ້າ​ກັ່ນ.








ເມືອງ​ຄາ​ສື​ມີ​ແຫຼ່ງທ່ອງ​ທ່ຽວ4​ປະ​ເພດ ຄື​ຮີ​ດຄອງ​ປະ​ເພນີ​ອຸຍ​​ເກີ, ຂຶ້ນ​ພູຊົມ​ທິວ​ທັດ, ພະ​ຈົນ​ໄພ​ຢູ່​ທະ​ເລ​ຊາຍ​ແລະ​ໄປ​ສຳຜັດ​ເສັ້ນທາງ​ສາຍ​​ໄໝ​,​​ເຊິ່ງ​ແມ່ນ​ແຫຼ່ງທ່ອງທ່ຽວທີ່ມີທັງ​​ທິວ​ທັດ​ທຳ​ມະ​ຊາດ, ສະຖານ​ທີ່​ວັດທະນະທຳ​​ແລະ​ຮີດຄອງ​ປະ​​ເພນີ​ປະສົມ​ປະສານ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ​ແມ່ນ​ແຫຼ່ງທ່ອງ​ທ່ຽວທີ່​ມີ​ເອ ກະ​ລັກຂອງ​ອຸຍ​ເກີ​ທີ່ແທ້ຈິງຢູ່​​ເສັ້ນທາງ​ສາຍ​ໄໝ, ​ແລະແມ່ນ​ແຫຼ່ງທ່ອງ​ທ່ຽວ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ. ​ເມືອງ​ຄາ​ສື, ມີ26ຊົນ​ເຜົ່າ ​ເຊັ່ນ​ເຜົ່າ​ອຸຍ​ເກີ, ​ເຜົ່າ​ຮັ້ນ, ​ເຜົ່າ​ຫຸຍ, ​ເຜົ່າ​ເຄີ່​ເອີ​ເຄີ້ຈື່, ອຸສເບກ​ແລະ​ອື່ນໆ, ມີ​ຊື່​ສຽງ​​ໂດ່ງ​ດັງ​ໃນ​ໂລກ​ຍ້ອນ​​ເປັນ​ບ້ານ​​ແຫ່ງ ການ​ຟ້ອນ​ລຳ​ທຳ​ເພງຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ​​ເຊິ່ງແມ່ນ​ແຫຼ່ງວັດທະນະທຳ​ທີ່ພົ້ນ​ເດັ່ນ​ຂອງ​ເຜົ່າ​ອຸຍ​ເກີ.


  ​ເມື​ອງຄາ​ສື​ມີທິວ​ທັດ​ທ່ອງ​ທ່ຽວ​ທີ່​ສະ​ແດງ​ໃຫ້​ເຫັນວັດທະນະທຳ​ຮີດຄອງ​ປະ​ເພນີ​ແລະທິວ​ທັດ​ທຳ​ມະ​ຊາດ​ພິ​ເສດ. ​ເມືອງ​ນີ້ມີ​ທິວ​ທັດ​ທຳ​ມະ​ຊາດ​ປະ​ເພດ​ຕ່າງໆ ​ເຊັ່ນ ຈອມ​ພູ​ສຽວ​ເກີ່​ຫຼີ້ທີ່​ສູງ​ເປັນອັນ​ດັບ​2​ຂອງ​ໂລກ, ຈອມ​ພູ​ມູ້ຊື້​ຖ້າ​ເກີ​ທີ່​ເປັນ​ບິດາຂອງພູ​ນ້ຳ​ແຂງ, ປ່າ​ດົງ​ດິບຕົ້ນ​ໂພ​ພູ​ລຸ​ສ, ປ່າ​ຕົ້ນ​ຫຼິ້ວ​ແດງ, ປ່າສະຫງວນທີ່ສວຍ​ງາມໃນ​ໂລກ​ແລະທະເລຊາຍ​ເປັນ​ຕົ້ນ, ​ແລະ​ມີຮອງ​ຮອຍ​ເກົ່າ​ແກ່​ດ້ານວັດຖຸບູຮານ​ແ​ລະ​ປະຫວັດ​ສາດ, ​ເຊັ່ນທາດພຸດທະສາ​ສະໜາມໍ້​ເອີທີ່​ເປັນທາດ​ເກົ່າແກ່ທີ່​ມີ​ຊື່​ສຽງ, ​ເມືອງ​ບູຮານ​ເຈົ້າ​ຊີວິ​ດລາຊະວົງ​ຖາງ​ທີ່​ມີ​ປະຫວັດ​ພັນ​ກວ່າ​ປີ, ຮ່ອງ​ຮອຍ​ບູຮານ​​ໃນລາຊະວົງ​ເຢ້ຍ​ເອີ​ສຽງ​ຮັ້ນ, ເຮືອນ​ພັກ​ພ່ອນຢູ່​ເສັ້ນທາງ​ສາຍ​ໄໝ​ແລະ​ອື່ນໆ​.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ