ນະຄອນ​ຈີ​ນານ

(GMT+08:00) 2010-09-30 15:19:30     cri

ທີ່ຕັ້ງ: ພາກ​ຕາ​ເວັນ​ຕົກຂອງ​ແຂວງ​ຊານ​ຕຸ່ງທີ່​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,​ເປັນ​
ເທ​ດສະບາ​ນ​ແຂວງ​ຊ່ານ​ຕຸ່ງ
ຄຳ​ຂວັນ: ​ເມືອງ​ບໍ່​ນ້ຳຂອງ​ໂລກ,ຈີນານ​ທີ່​ມີ​ສະ​ເໜ່








ນະຄອນ​ຈີ່​ນານ​ເປັນ​ເມືອງ​ທີ່ມີວັດທະນະທຳ​ເກົ່າ​ແກ່​,​ມີ​ຊື່ສ​ຽງ​ໂດ່​ງ​ດັງ​​ແລະ​ມີ
ນາ​ມມະ​ຍົດ​ວ່າ"ບໍ່​ນ້ຳ​ເປັນ​ທີ​ໜຶ່ງ​​​ໃຕ້​ຟ້າ".ມີ​ບໍ່​ນ້ຳທຳ​ມະ​ຊາດ733ບໍ່​,ກະ​ແຈກ​ກະຈາຍ​ຢູ່ທົ່ວ​ນະຄອນ​,​ໃນ​ນັ້ນ,ບໍ່​ປ້າວ​ທູ​ມີ​ຊື່ສ​ຽງທີ່​ສຸດ,ຖືກ​ເອີ້ນ​ເປັນ"​ບໍ່​ທີ​ໜຶ່ງ​ໃຕ້​ຟ້າ",ບໍ່ປາຍ​ມ້າ​ຍມີນາ​ມມະ​ຍົດ​ວ່າ"ມະຫັດສະຈັນ​ໃຕ້​ຟ້າ".


   ວັດທະນະທຳລົງ​ຊ່ານ​ທີ່​ເປັນ​ໜຶ່ງ​ໃນ3​ວັດທະນະທຳ​ບູຮານ​ຂອງ​ຈີນ​ກໍ່​ກຳ​ເນີ​ດຢູ່​ຈີ​ນານ.ພູ​ເສິງ​ຈືຢາ​ຂອງ​ຈີ​ນານ​ແມ່ນ​ບ່ອນ​ກຳ​ເນີ​ດວັດທະນະທຳ​ລົງ​ຊ່ານ​ທ້າຍ​ສະ​ໄໝຍຸກຫີນ​ໃໝ່ຂອງ​ຈີນ,ປະ​ເທດ​ຕ່າງໆ​ໃນ​ໂລກ​ຖື​ພູ​ເສິງ​ຈືຢາ​ເປັນ​ຕົວ​ແທນ​ຂອງ​ບົດປະພັນ​ທີ່​ດີ​ທີ່​ສຸດ​ຂອງ​ອາ​ລິ​ຍະ​ທຳ​ໂລກ​ເມື່ອ4000​ປີ​ກ່ອນ.​​ສານ​ເຈົ້າ​ສຸສານ​ໂກ​ວຊື້​ພູ​ຊ້ຽວຖາງ​ແມ່ນ​ສິ່ງ​ກໍ່ສ້າງ​​ເທິງ​ໜ້າດິນທີ່​ມີ​ປະຫວັດ​ເກົ່າ​ແກ່​ທີ່​ສຸດ​ຂອງ​ຈີນ,ຮູບ​ພາບ​ແລະ​ຕົວ​ໜັງສື​ທີ່​ຂຽນ​ຢູ່​ໃນ​ສິ່ງ​ກໍ່ສ້າ​ງນີ້​ຖືກ​ຄັດ​ເລືອກ​ເປັນ​ສີ​ລາ​ຈາລຶກສິລະ​ປະ​ຂຽນ​ງາມ​ທີ່​ມີ​ຊື່ສ​ຽງຂອງ​ຈີນ.ທາດ4​ປະ​ຕູ​ລີ​ວຟູ​ແມ່ນ​ທາດ​ຫີນ​ຊັ້ນ​ດຽວ​ທີ່​ເກົ່າ​ແກ່​ທີ່​ສຸດຂອງ​ຈີນ,ຕົ້ນ​ແປກ​ຈີວຕິງ​ທີ່​ມີ​ອາຍຸ​ພັນ​ປີ,ທາດ​ລົງ​ຫູ​ທີ່​ແກະສະຫຼັກ​ຢ່າງ​ປານີດ​ແລະ​ປ່າ​ທາດ​ສຸສານ​ລ້ວນ​ແຕ່​ເປັນ​ວັດ​ຖຸບູຮານ​ທີ່​ມີ​ຄຸນຄ່າ,ວັດ​ຊາງ​ຊິງ​ລິງ​ຢຽນ​ເປັນ​ທີ​ໜຶ່ງ​ໃນ4​ວັດ​ບູຮານ​ຍອດ​ຢ້ຽມ​ຂອງ​ຈີນ,ຢູ່​ໃນ​ວັດ​ນີ້​ມີ​ຮູບ​ປັ້ນອໍ​ລະ​ຫັນດິນ​ສີ40​ອົງ​ສະ​ໄໝ​ລາຊະວົງ​ຊົ້ງ​ມີ​ຊີວິດ​ຊີວາ​ຫຼາຍ, ເປັນ​ຮູບ​ປັ້ນ​ທີ່​ມີ​ຊື່ສ​ຽງທີ່​ສຸດ​ຂອງ​ຈີນ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ