ໂລ້​ຢາງ

(GMT+08:00) 2010-09-30 15:49:21     cri

​ຄຳ​ຂວັນ​: ລາຊະທານີ​ເກົ່າ​ແກ່ ​ເມືອງດອກ​ໂບຕັ່ນ ຕົ້ນທາງສາຍ​​ໃໝ ​ໂລ້​ຢາງທີ່​ມີ​ທິວ​ທັດສວຍ​ງາມ
ທີ່​ຕັ້ງ​ນະຄອນ​: ພາກ​ຕາ​ເວັນ​ຕົກ​​ແຂວງ​ເຮີນານ​ທີ່​ຢູ່​ພາກ​ກາງ​ຈີນ, ຢູ່​ສອງ​ຝັ່ງຍ່ານ​ກາງ​ແມ່​ນ້ຳ​​ເຫຼືອງ








ນະຄອນໂລ້​ຢາງ, ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ແຂວງ​ເຮີ​ນານ, ຝັ່ງ​ໃຕ້​ຂອງ​ແມ່​ນ້ຳ​​ເຫຼືອງ, ສ້າງ​ຂຶ້ນ​​​ກ່ອນ​ຄ.ສສະຕະວັດ​ທີ 12, ​ແມ່ນໜຶ່ງ​ໃນ 8 ລາຊະທານີ​ເກົ່າ​ແກ່​ຂອງ​ຈີນ, ​ແມ່ນ​ນະຄອນ​ແຫ່ງ​ດຽວ​​ໃນ​ປະຫວັດສາດ​ຈີນ​ທີ່ຖືກ​ເອີ້ນ​ວ່າ "ລາຊະທານີ​ສັກສິດ". ​ເຂດ​ເຮີ​ໂລ້​ທີ່​ຖື​ໂລ້​ຢາງ​ເປັນ​ໃຈກາງ​ນັ້ນ ​ແມ່ນ​ແຫຼ່ງກຳ​ເນີ​ດອັນ​ສຳຄັນ​ຂອງ​ອະ​ລິຍະ​ທຳ​ຈີນ. ​ໃນ​ປະຫວັດສາດ, ​ເຄີຍ​ມີ 13 ລາດ​ສະ​ວົງ​ຖື​ໂລ້​ຢາງ​ເປັນ​ລາຊະທານີ, ​ລວມມີ 1500 ກວ່າ​ປີ. ​​ແຕ່​ບູຮານນະ​ການ​ມານີ້, ນັກ​ປະພັນ​ມັກມາເຕົ້າ​ໂຮມກັນຢູ່​ນີ້, ສະ​ນັ້ນ, ​ນະຄອນໂລ້​ຢາງຍັງ​ຖືກ​ເອີ້ນ​ວ່າ "ເມືອງ​ແຫ່ງ​ກາບກອນ"​​, ​ໂລ້​ຢາງມີດ​ອກ​ໂບຕັ່ນຫຼວງຫຼາຍ, ສົ່ງ​ກິ່ນຫອມ​ໄປ​ທົ່ວ, ສະ​ນັ້ນ, ຍັງ​​ຖືກ​ເອີ້ນ​ວ່າ "​ເມືອ​ງ​ແຫ່ງ​ດອກ​ໄມ້". ​ແຕ່ລະ​ປີ, ຢູ່​ລະຫວ່າງ​ວັນ​ທີ 15 ​ເມສາ​ຫາ​ວັນ​ທີ 8 ພຶດສະພາ, ດອກ​​ໂບຕັ່ນບານ​ເຮືອງ​ເຮື່ອ, ​ໂລ້​ຢາງກໍ່​ຈັດ "ງານ​ດອກ​​ໂບ​ຕັ່ນ", ຕ້ອນຮັບ​ແຂກ​ມາ​ຊົມ​ພາບທິວ​ທັດ​ທີ່​ສວຍ​ງາມ.



​ໂລ້​ຢາງມີ​​ແຫຼ່ງທ່ອງ​ທ່ຽວ​ດ້ານ​ວັດທະນະທຳ​ທີ່ອຸດົມສົມບູນ, ​​ໃນ​ນັ້ນ, ຖໍ້າລົງ​ເມີນ​ເປັນໜຶ່ງ​ໃນ 3 ຖໍ້າໃຫຍ່​ຂອງ​ຈີນ, ວັດ​ປາຍໝາ​ເປັນວັດ​ສາສະໜາ​ພຸດ​​ແຫ່ງ​ທຳ​ອິດທີ່​ສ້າງ​ໂດຍລັດຖະບານ​ຂອງ​ຈີນ. ​​ໃນ​ສະ​ໄໝ​ບູຮານ​, ​ໂລ້​ຢາງກໍ່​ເປີດ​ປະຕູ​ສູ່​ພາຍ​ນອກ, ຮັກ​ແຂກ​ແພງ​ຄົນ, ​ແລະ​ທັງ​ເປັນ​ໃຈກາງ​ຄົມມະນາຄົມ​ໃນ​ສະ​ໄໝ​ບູຮານ. ​ເສັ້ນທາງສາຍໃໝທີ່​ມີ​ຊື່ສຽງ​ໃນ​ທົ່ວ​ໂລກ​ນັ້ນ, ກໍ່​ແມ່ນ​ຖື​ໂລ້​ຢາງ​ເປັນ​ຈຸດ​ເລີ່​ມຕົ້ນ​ຢູ່​ພາກຕາ​ເວັນ​ອອກ, ​ປາຍທາງ​​ແມ່ນຢູ່​ຝັ່ງ​ຕາ​ເວັນ​ອອກ​ຂອງ​ທ​ະ​ເລ​ເມ​ດິ​​ເຕລາ​ເນ, ການ​ຂົນ​ສົ່ງຢ່ຕາມ​ເສັ້ນູ​ທາງ​ນີ້​​ໝາ​ແໜ້ນຫຼາຍ, ພໍ່ຄ້າ​ຊາວ​ຂາຍ​ໄປມາບໍ່​ຂາດ​ສາຍ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ