ຊ່ານ​ຢາ

(GMT+08:00) 2010-09-30 15:59:35     cri

ຄຳ​ຂວັນ​ຂອງ​ຕົວ​ເມືອງ:​​​ເມືອງ​ຊ່ານ​ຢາ​ທີ່​ສວຍ​ງາມ,ສຸດ​ຂອບ​ຟ້າ​ແດນ​ໄກ​ທີ່​ໂຣ​ແມນຕິກ
ທີ່​ຕັ້ງ:ຢູ່ໃຕ້​ສຸດຂອງ​ແຂວງ​​​ໄຫ​ຫຼຳ,​ເກາະ​ເຂດຮ້ອນ​ພຽງ​ແຫ່ງ​ດຽວ​ຂອງ​ຈີນ,​ໄປ​ທິດຕາ​​ເວັນ​ອອກ​ຜ່ານ​ແດນ​ຟີ​ລິບ​ປິນຮອດ​ມະຫາ​ສະ​ໝຸດປາຊີ​ຟິກຕາ​​ເວັນ​ຕົກ,​ໄປ​ທິດ​ໃຕ້ຜ່ານ​ແດນ​ອົສຕຼາລີ​ຮອດ​ມະຫາ​ສະໝຸດ​ປາຊີ​ຟິກ​ໃຕ້,​ໄປ​ທິດຕາ​ເວັນ​ຕົກ​ສຽງ​ໃຕ້ຜ່ານ​​​ແຫຼມ​ພາກ​ໃຕ້​ຈີນ​ຮອດ​ມະຫາ​ສະໝຸດ​ອິນ​ເດຍ​ແລະ​ມະຫາ​ສະໝຸດ​ອັດ​ລັງ​ຕິກ,ຖືກ​ເອີ້ນວ່າ​​ເປັນປະຕູ​ໃຕ້​ຂອງ​ຈີນ.








ເມືອງ​ຊ່ານ​ຢາ​ຕັ້ງ​ຢູ່ໃຕ້​ສຸດຂອງ​ເກາະ​ໄຫ​ຫຼຳ(​ໄຫ​ໜານ)​ແມ່ນ​ເມືອງ​ທ່ອງ​ທ່ຽວ​ແຄມ​ທະ​ເລ​​​ເຂດຮ້ອນພຽງ​ແຫ່ງດຽວຂອງ​ຈີນ.ສິ່ງ​ແວດ​ລ້ອມ​ເມືອງ​ຊ່ານ​ຢາ​ມີ​ເອກະລັກສະ​ເພາະຫຼາຍ,​ໄດ້​​ເຕົ້າໂຮມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ພູ,ທະ​ເລ​ແລະ​ແມ່​ນ້ຳ,ສິ່ງ​ເຫຼົ່ານີ້​ໄດ້​ປະກອບ​ເຂົ້າ​ເປັນ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ມີ​ເອກະລັກ​ຂອງ​ເມືອງ​ຊ່ານ​ຢາ.​ຢູ່ເມືອງ​ຊ່ານ​ຢາ,​ຍັງ​ມີ​ແຫຼ່ງທ່ອງທ່ຽວທີ່​ຫຼາກ​ຫຼາຍ 10 ປະ​ເພດ​ຄື:​ແສງ​ແດດ,ທະ​ເລ,ຫາດ​ຊາຍ,ອາກາດ,ປ່າ​ໄມ້,ບໍ່​ນ້ຳ​ອຸ່ນ,ສັດ,ຖ້ຳ,​ໄຮ່ນາຮົ້ວ​ສວນ​ແລະວັດທະນະທຳ​ຮີດຄອງ​ປະ​​ເພນີ,ມີ​​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່ສຽງ​ຫຼາຍ​ບ່ອນ​ຄື:ພູ​ນານ​ຊ່ານ,ຖ້ຳ​ນ້ອຍ​ແລະ​ຖ້ຳ​ໃຫຍ່,ອ່າວຢາ​ລົງ,ສຸດ​ຂອບ​ຟ້າ​ສຸດ​ຂອບ​ທະ​ເລ​ແລະ"​ກວາງ​ຫັນໜ້າ",​ເກາະ​ຊີ່​ຕາວ,​ເກາະ​ອູ​ຈື​ໂຈ່​ແລະ​ຕ້າ​ຕຸ່ງ​ໄຫ,​ແມ່ນ​ເຂດ​ທີ່​ມີ​​ແຫຼ່ງທ່ອງທ່ຽວ​ອຸດົມສົມບູນທີ່ສຸດຢູ່​ເຂດ​ແຄມ​ທະ​ເລ​ແຖບ​ຮ້ອນ​ຂອງ​ຈີນ.


​ເມືອງ​ຊ່ານ​ຢາ​ແມ່ນ​ປະຕູ​ເຂົ້າຈີນ​ຈາກເຂດຮ້ອນ,ມີ​ທ່າ​ແຮງພິ​ເສດ​ດ້ານ​ທີ່​ຕັ້ງ​ໃນ​ການ​ໄປມາຫາສູ່​ກັບສາກົນ.​ເມືອງ​ຊ່ານ​ຢາ​ຍັງ​ແມ່ນ​ເມືອງ​ທ່ອງ​ທ່ຽວ​ທີ່​ໄຂ​ປະຕູ​ທີ່​ສຸດ​ຂອງ​ຈີນ,ລັດຖະບານ​ໄດ້​ອຳນວຍ​ຄວາມ​ສະດວກ​ພິ​ເສດ​ດ້ານ​ນະ​ໂຍບາຍ​ແກ່​ເມືອງ​ນີ້​ຄື:ສຳລັບ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ 21 ປະ​ເທດ​ທີ່​ສຳຄັນ​​ເຊັ່ນ​ອາ​ເມ​ລິ​ກາ,ຣັດ​ເຊຍ,​ເຢຍລະ​ມັນ,​ອົສຕຼາລີ,ຍີ່ປຸ່ນ,​ໄທ,ຝະຣັ່ງ​ແລະ​ປະ​ເທດ​ອື່ນໆ,ຖ້າ​ຢູ່​ບໍ່​ຮອດ 15 ວັນ,ກໍ່​ບໍ່​ຕ້ອງການ​ວີ​ຊາ​ເລີຍ,ສຳລັບ​ປະ​ເທດ​ອື່ນ,​ເອົາວີ​ຊາ​ກັບ​ດ່ານກໍ່​ໄດ້.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ