ເມືອງຊູ່​ໂຈ່​ວ

(GMT+08:00) 2010-09-30 16:37:33     cri

​ຄຳ​ຂວັນ​ຕົວ​ເມືອງ:​​ເຄົາລົບ​ວັດທະນະທຳ,​ເຊື່ອມ​ໂຍງ​ເຂົ້າກັນ,ປະດິດ​ສ້າງ ​ແລະ ບັນລຸ​ເປົ້າ​ໝາຍ​ຍາວ​​ໄກ
ທີ່​ຕັ້ງຕົວ​ເມືອງ:ພາ​ກຕ​າ​ເວັນ​ອອກສຽງ​ໃຕ້​ຂອງ​ແຂວງ​ຈ່ຽງຊູ່ ພາກ​ຕາ​ເວັ້ນອອກ​ຂອງ​ຈີນ,​ແມ່ນບ່ອນ​ທີ່ດິນ​ຟ້າ​ອາກາດຊຸ່ມ​ດ້ວຍເຢັນ​ລົມ​​ລະດູ​ໃກ້​​ແຖບ​ຮ້ອນ.








ເມືອງ​ຊູ່​ໂຈ່​ວ​ແມ່ນ​​ເມືອງ​ບູຮານ​ທີ່​ມີ​ຊື່ສ​ຽງຂອງ​ຈີນ, ຈຳນວນ​ຂອງບູຊະນີ​ຍະສະ​ຖານຮອງ​ຈາກ​ນະຄອນຫຼວງ​ປັກ​ກິ່ງ ​ແລະ ​ນະ​ຄອນ​ຊີ່​ອ່ານ​ເທົ່າ​ນັ້ນ. ​ເມືອງ​ສາຍນ້ຳຕາ​ເວັນ​ອອກ​ແຫ່​ງນີ້​ເຄີຍ​ແມ່ນ​ນະຄອນຫຼວງ​ຂອງຫຼາຍ​ລາດ​ຊະ​ວົງ​ໃນ​ສະ​ໄໝ​ບູຮານ,ກໍ່​ແມ່ນຕົວ​ເມືອງ​ເກົ່າ​​ແກ່​ທີ່​ສຸດ​ທີ່​​ໄດ້ຮັກສາ​ໄວ້​ຈົນ​ຮອດ​ປັດຈຸບັນ. ປັດຈຸບັນ,​ເມືອງ​ຊູ່​ໂຈ່​ວ​ໄດ້​ຮັກສາ​ໂຄງສ້າງຕົວ​ເມືອງ​ໃນ​ສະ​ໄໝ​ບູຮານ, ຈົນ​ຮອດ​ປັດຈຸບັນ,​ເມືອງ​ຊູ່​ໂຈ່​ວຍັງ​ຕັ້ງ​ຢູ່​ເທິງບ່ອນ​ເກົ່າ ບໍ່​ໄດ້​ປ່ຽນ​ແປງ,ຫາ​ຍາກ​ຫຼາຍຢູ່​ຈີນ​ແລະ​ຕ່າງປະ​ເທດ. ​ເມືອງ​ເກົ່າ​ອຸທິຍານຊູ່​​ໂຈ່​ວ ​ແລະ ສວນ​ຊູ່​ໂຈ່​ວມີ​ນາມ​ວ່າ"ສອງມໍລະດົກ" ຄື,ມໍລະດົກ​ວັດທະນະທຳ​ໂລກ ​​ແລະ ມໍລະດົກວັດທະນະທຳ​ບໍ່​ແມ່ນວັດຖຸ​ຂອງໂລກ.

ສ່ວນງິ້ວ​ຄຸ່ນສີ, ປູ​​ໃຫຍ່ຂອງ​ໜອງ​ຢາງ​​ເສີງ​ຫູ ​ແລະ ບ້ານ​ໂຈ່​ວຈ່ວງ​ແມ່ນ​ສັນຍາ​ລັກ​ລະດັບ​ສາກົນ 3 ​ອັນ.    ​ເມືອງ​​ຊູ່​​ໂຈ່​ວມີ​ຄວາມ​ສວຍ​ສົດ​ງົດ​ງາມ​ຂອງ​ສວນ,ຍັງ​ມີ​ພາບ​ວິວທິວ​ທັດ​ທຳ​ມະ​ຊາດ,ພ້ອມ​ທັງສິລະ​ປະດ້ານກາບກອນ,ການ​ຂຽນ​ງາມ ​ແລະ ຮູບ​ພາບ,ຍິ່ງ​ເຮັດ​ໃຫ້​​ເມືອງ​ຊູ່​ໂຈ່​ວມີ​ຊື່ສ​ຽງທີ່​ສຸດ. ພູ​ລີງ​ຢານ,ພູ​ທ້າ​ຍພີ​ງ,ພູ​ຕາ​ເວັນ​ອອກ​ຕົ້ງທີງ,ພູ​ສີ່​ສ່າ​ນ,ພູ​​ເຕີ້ງ​ເວີ້​ຍ,ຮ່ອມ​ພູ​ຂາວ​ມ້າ,ພູ​ຄຸ່ນ,ພູ​ຫຍົກ ​ແລະ ພູ​ຫອມ​ຈ່ຽງ​ເຈຍ​ກາງ​ລ້ວນ​ແຕ່​ແມ່ນ​ແຫ່ຼງທ່ອງ​ທ່ຽວ​ທີ່​ມີ​ພາບ​ວິວທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ທີ່​ສຸດ.ສ່ວນ​ແຫຼ່ງທ່ອງ​ທ່ຽວ​ທັນ​ສະ​ໄໝ​ຕ່າງໆ ​ເຊັ່ນ,​ສວນ​ມ່ວນ​ຊື່ນ​ຊູ່​ໂຈ່​ວ,ສວນສາທາລະນະໜອງ​​ໄກ່​ຄຳ, ບໍ່ນ້ຳພອຸ່ນພູ​ຢ໋າງສ່າ​ນ ​​ແລະ ຮ້ານ​ຂາຍເຄື່ອງ​ນຸ່ງ​ຊາງ​ຊູ​ເປັນ​ຕົ້ນ​ກໍ່​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ ​ແລະ ຕ່າງປະ​ເທດ​ຈຳ​ນວນ​ຫຼາຍຫຼາຍ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ