ນະຄອນ​ຊີ່​ອ່ານ

(GMT+08:00) 2010-09-30 16:49:03     cri

ຄຳ​ຂວັນ​ຂອງ​ນະຄອນ: ນະຄອນຫຼວງ​ບູຮານ​ແຫ່ງ​ຊາດ​ຈີນ ​ເມືອ​ງ​ແຫ່ງ​ພູຜາ​ແລະ​​​ແມ່ນ້ຳ
ທີ່​ຕັ້ງ : ພາກໃຕ້ຂອງ​​ແຂວງສ້າ​ນ​ຊີ່ທີ່ຢູ່​ພາກ​ກາງຂອງ​ຈີນ, ​ເປັນ​​ເທສະ​ບານ​ແຂວງ.









ນະຄອນ​ຊີ່​ອ່ານ​ເປັນ​ພູມລຳ​ເນົາ​ຂອງ​ມະນຸດ​ທະນີ​ລານ​ທຽນ​ທີ່​ເປັນ​ຄົນ​ບູຮານ​ຢືນ​ຊື່​ສະ​ໄໝທີ່​​ເກົ່າ​ແກ່​ທີ່​ສຸດ​ຂອງ​ອາຊີ, ຄື​​ໃນ1ລ້ານ1​ແສນ5ໝື່ນ​ກວ່າ​ປີ​ກ່ອນ, ​ແລະ​​ເປັນບ່ອນ​​ຢູ່​ອາ​ໄສ​ຂອງ​ຄົນ​ບູຮານ​ປ້ານ​ໂພ່​ໃນ6,000ປີ​ກ່ອນ, ​ເປັນ​ດິນ​ແດນ​ແຫ່ງ​ຄວາມ​ສີວິ​ໄລ​ບູຮານ​ນະ​ການຂອງ​ຈີນ. ມີ13ລາຊະວົງ​ເຄີຍ​ສ້າງ​ຕົວ​ເມືອງຫຼວງ​ຢູ່​ແຫ່ງ​ນີ້, ​ແມ່ນ​ນະຄອນ​ທີ່​ເປັນ​ນະຄອນຫຼວງ​​ເປັນ​ເວລາ​ດົນ​ນານ​ທີ່​ສຸດ, ມີ​ລາຊະວົງ​ສ້າງ​ນະຄອນຫຼວງ​ຫຼາຍ​ທີ່​ສຸດ, ​ແລະ​ມີ​ອິດ​ທິພົນ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຈີນ. ຮູບ​ປັ້ນ​ທະຫານ​ແລະ​ມ້າຈິນຊີ່​ຮ້ອງ​ເຕ້ທີ່​ມີນາ​ມມະ​ຍົດ​ວ່າ"ສິ່ງ​ອັດສະຈັນ​ທີ8"ຂອງ​ໂລກ, ສຸສານ​ຮວງຕີ້​ທີ່​ເປັນ​ບັນພະບຸລຸດ​ເກົ່າ​ແກ່​ຂອງ​ປະຊາ​ຊາດ​ຈີນ, ກຳ​ແພງ​ເມືອງ​ບູຮານ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ແລະ​ສົມບູນ​ທີ່​ສຸດ​ໃນ​ໂລກທີ່​ຮັກສາ​ໄວ້​ໄດ້​ຈົນ​ເຖິງ​ປະຈຸ​ບັນ, ປ່າ​ສີ​ລາ​ຈາລຶກຊີ່​ອ່ານ​ທີ່​ເປັນ​ສາ​ງປຶ້ມ​ຫີນ​ທີ່​​ໃຫຍ່​ທີ່​ສຸດ​ຂອງ​ຈີນ, ​ເຈດີ​ຂອງ​ພະ​ພຸດທະ​ເຈົ້າ, ​ແລະ​ເຄື່ອງ​ບູຮານ​ອັນ​ລ້ຳ​ຄ່າຫຼາຍ​ແສນ​ອັນ, ລ້ວນ​ແຕ່​ມີ​ຊື່ສ​ຽງ​ໂດ່ງ​ດັງ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ​ແລະ​ຕ່າງປະ​ເທດ.


 ພາບ​ວິວທິວ​ທັດ​ຂອງ​ນະຄອນ​ຊີ່​ອ່ານ​ມີ​ຄວາມສວຍ​ສົດ​ງົດ​ງາມ​ເປັນ​ພິ​ເສດ. ທາງ​ທິດຕາ​ເວັນ​ອອກ​ມີ​ພູ​ຮວາ​ຊ່ານ​ທີ່​ສູງ​ຊັນ, ສະ​ຮວາ​ຊີ່​ງ​ໃນ​ລາຊະນິ​ເວດ​ບໍ່​ນ້ຳ​ອຸ່ນ​ຂອງ​ກະສັດ​ຫຼາຍ​ລາ​ຊະ​ວົງ; ທາງ​ທິດ​ໃຕ້​ມີສວນ​ປ່າ​ໄມ້​ລະດັບ​ຊາດຕ່າງໆ, ​ເຊັ່ນ​: ພູ​ໄທ້​ພີ​ງທີ່​ສະຫງ່າ​ງາມ, ສວນ​ຈູ່​ເຊ້, ພູ​ໄທ້​ໄບ​ແລະ​ອື່ນໆ, ທາງ​ທິດຕາ​ເວັນ​ຕົກ​ມີສວນສັດ​ປາ​ຕ້ຽວ​ອີ​ໄຖ, ​ສວນສັດ​ປ່າ​ຊີ່​ອ່ານ, ​ເຂດຊີວະ​ພາບ​ຊານ​ປ້າ​ທີ່​ມີ​ຊື່ວ່າ"​ເມືອງ​ນ້ຳ​ທີ​ໜຶ່ງ​ຂອງ​ພາກ​ຕາ​ເວັນ​ຕົກ​ຈີນ", ​ແລະ​ສວນ​ບົວຕ້າ​ຖັງ​ທີ່​ເປັນ​ສວນສາທາລະນະ​ແບ​ບສວນ​ອຸທິຍານຂອງ​ກະສັດ​ຂະໜາດ​ໃຫຍ່​ແຫ່ງ​ທຳ​ອິດ​ຂອງ​ຈີນ​ທີ່​ວາງສະ​ແດງ​ສະພາບ​ລາຊະວົງ​ຖັງຢ່າງຮອບດ້ານ.

1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ