ເບິ່ງ​ກອງ​ປະ​ຊຸມ​ເປີດ​ກວ້າງ​ລັດ​ຖະ​ມົນ​ຕີ​​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຂອງ​ອາ​ຊຽນ​ຄັ້ງ​​ທຳ​ອິດ

(GMT+08:00) 2010-10-11 16:45:50     cri

ກອງ​ປະຊຸມ​ເປີດ​ກວ້າງລັດຖະມົນຕີ​​ກະຊວງ​ປ້ອງ​ກັນ​ປະ​ເທດຂອງອາ​ຊຽນຄັ້ງ​​ທຳ​ອິດທີ່​ມີ​ຫົວ​ຂໍ້​ວ່າ:"ການ​ຮ່ວມ​ມື​ຍຸດ​ທະ​ສາດ:​ເພື່ອ​ສັນຕິພາບ,ສະຖຽນ​ລະ​ພາບ​​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້"​ໄດ້​​ຕົກລົງ​ຈະຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ​ໃນ​ວັນ​ທີ 12 ຕຸລາ​ນີ້. ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫຼື​ຜູ່ຕາງຫນ້າ​​ທີ່​ມາຈາກ10ປະ​ເທດ​ໃນ​ອາ​ຊຽນ​ແລະ ອົສຕຼາລີ , ຈີ​ນ, ອິນ​ເດຍ, ຍີ່​ປຸ່ນ, ນິວຊີ​ແລນ , ຣັດ​ເຊຍ​, ສ.​ເກົາຫລີແລະ​ອາ​ເມ​ລິ​ກາ​ຈະເຂົ້າ​ຮ່ວມກອງປະຊຸມ​.

ພົນ​ເອກລຽງ​ກວ່າ​ງ​ເລ້​ຍ, ທີ່​ປຶກສາ​​ແຫ່ງ​ລັດ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກໍ່​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້​ຕາມຄຳ​​ເຊີນ,​ແລະ​ຈະ​ພົບ​ປະ​ກັບ​ທ່ານ​ໂຣເບີດ ​ເກສ໌, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ຢູ່​ແຫ່ງ​ນີ້. ນີ້​ແມ່ນ​ການ​ພົບ​ປະ​ເທື່ອ​ທຳ​ອິດ​ລະຫວ່າງ​ເຈົ້າ​ຫນ້າ​ທີ່​ລະດັບ​ສູງ​ຂອງ​ສອງ​ກອງທັບ​ຫຼັງ​ຈາກ​ຈີນ​ປະກາດ​ຢຸດຕິ​ການ​ໄປມາຫາສູ່​ກັນ​ຂອງເຈົ້າ​ຫນ້າ​ທີ່​ລະດັບ​ສູງ​ສອງ​ກອງທັບ​ຍ້ອນ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ຍຸດ​ໂທ​ປະກອນໃຫ້​ໄຕ້​ຫວັນ​ໃນ​​ໄລຍະຕົ້ນ​ປີ​ນີ້.   ມັນ​ຊັດ​​ເຈນແລ້ວ​ວ່າ, ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ໃຫຍ່​ທີ່​ສຳຄັນ​ໃນ​ໂລກ,ການ​ປໍ​ລະ​ປັກ​ກັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ບໍ່​ຄວນ​ຍືດ​ເຍືອມາເປັນ​ເວ​ລາ​ດົນນານ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຢຸດສະ​ງັກ​ໃນ​ການ​ແລກປ່ຽນ​ທາງ​ການ​ທະຫານ​​​​​ຍິ່ງບໍ່​ມີ​ຜົນ​ດີ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການທະຫານ​ເຊິ່ງກັນ​ແລະ​ກັນ​​ລະຫວ່າງ​ສອງ​ຝ່າຍ, ​ເຊິ່ງຈະເຮັດ​ໃຫ້​ປັດ​ໄຈບໍ່​ປອດ​ໄພ​ຂອງ​ພາກ​ພື້ນ​ເພີ່ມ​ຂຶ້ນ, ນີ້​ລ້ວນ​ແຕ່​ແມ່ນສະພາບ ​ທີ່​ສອງ​ປະ​ເທດ​ບໍ່​ຫວັງ​ຢາກ​ເຫັນ. ຫຼັງ​ຈາກລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ອາ​ເມ​ລິ​ກາພົບ​ປະ​​ເທື່ອ​ນີ້​ແລ້ວ,ທ່ານ​ເກສ໌ຍັງ​ມີ​ແຜນ​ຈະ​ຢ້ຽມຢາມ​ຈີນ​ກ່ອນ​ເດືອນ​ມັງ ກອນ​ປີຫນ້າ. ການ​​ໄປມາ​ຫາ​ສູ່​ກັນ​ຂອງຜູ່​ນຳ​ຂັ້ນ​ຕ່າງໆທາງ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຈະ​ຟື້ນຟູ​ຄືນ​ສູ່​ສະພາບ​ປົກກະຕິ​ເທື່ອ​ລະ​ກ້າວ,ນີ້​​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້​ແລະ​ໃນ​ໂລກ

ນອກນີ້, ກອງປະຊຸມລັດຖະມົນຕີປ້ອງກັນປະ​ເທ​ດ​ເທື່ອ​ນີ້​ຈະ​ປຶກສາ​ຫາລື​ບັນຫາ​ທ​ະ​ເລ​ຈີນໃຕ້​ຫຼື​ບໍ່​ນີ້​ກໍ່ເຮັດ​ໃຫ້​ຄົນ​ທັງຫຼາຍ​ສົນ​ໃຈ​ນຳ. ຫວ່າງ​​ບໍ່​ດົນມາ​ນີ້, ​​ເຈົ້າພາບ​ຫວຽດນາມ​ເປີດ​ເຜີຍ​ວ່າ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດອາຊຽນ 10+8​ເທື່ອ​ນີ້ຈະ​ຢືນຢັນ​ຄວາມ​ສາມັກຄີ​ກັນ, ​ເອກະ​ພາບ​ກັນ​ແລະ​ຄວາມ​ຕັດສິນ​ໃຈ​​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ​ປະ​ເທດ​ເພື່ອ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ກອງ​ປະຊຸມ​ຍັງ​ມີ​ຄວາມ​ໝາຍ​ການ​ເມືອງ​ແລະ​ປະຫວັດສາດ​ສຳຄັນ, ​ເປັນ​ຂີດ​ໝາຍ​ເປີດ​ກົນ​ໄກ​ຮ່ວມ​ມື​ຄວາມ​ປອດ​ໄພ​ການ​ປ້ອງ​ກັນ​ປະ​ເທດ​ສູງ​ສຸດ. ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ປະ​ເທດ​ສາມາ​ຊິກ​ອາຊ​ຽນຕົກລົງ 5 ຂົງ​ເຂດ​ບູລິ​ມະ​ສິດທາ​ງການ​ຮ່ວມ​ມື​ຄື: ຄວາມ​ປອດ​ໄພ​ທາງ​ທະ​ເລ, ຮັກສາ​ສັນຕິພາບ, ການ​ຮ່ວມ​ມື​ການ​ແພດ​ທະຫານ, ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ແລະ​ການ​ຊ່ອຍ​ເຫຼືອມະນຸດສະທຳ​ແລະ​ການ​ຫຼຸດ​ຄວາມ​ເສຍ​ຫາຍ​ຈາກ​ໄພພິບັດ​ຕ່າງໆ.

​ກ່ອນ​ໜ້າ​ນີ້, ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມກ່າວ​ວ່າ, ກອງ​ປະຊຸມ​ເທື່ອ​ນີ້​ຈະ​ບໍ່ລົງ​ເລິກວ​ເຖິງ​ບັນຫາ​ລະ​ອຽດ, ພຽງ​ແຕ່​ແນ​ໃສ່​ການ​ຕັດສິນ​ໃຈ​ທາງ​ການ​ເມືອງ, ​ໂດ​ຍສະ​ເພາະ​ແມ່ນ​ເນື້ອ​ໃນ​ການ​ຮ່ວມ​ມື​ໃນ​ອະນາຄົດ. ທ່ານ​ຍັງ​ກ່າວ​ວ່າ, ກອງ​ປະຊຸມ​ຈະ​ບໍ່​ຈັດ​ບັນຫາ​ທະ​ເລ​ຈີນ​ໃຕ້​ເປັນ​ຫົວ​ຂໍ້​ຂອງ​ກອງ​ປະ​ຊຸມ,ພ້ອມ​ກັນ​ນັ້ນ​ບັນ​ຫາ​ລະອຽດ​ອື່ນ​ໆກໍຈະ​ບໍ່​ຈັດ​ເຂົ້າ​ເປັນ​ເນື້ອ​ໃນ​ທາງການ. ແຕ່ວ່າໃນ​ເວລາ​ປຶກສາ​ຫາລື​ນະ​ໂຍບາຍ​ຄວາມ​ປອດ​ໄພ, ປະ​ເທດ​ຕ່າງ​ໆລ້ວນ​ແຕ່​ສາມາດສະ​ເໜີ​ບັນຫາ​ທີ່​ຕົນ​ເອງ​ສົນ​ໃຈ​ນຳ​ໂດຍ​ອີງ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ທີ່​ເປັນ​ເອກະ​ພາບ​ກັນ​ເພື່ອເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ອະນາຄົດ​

ນັກວິ​ເຄາະ​ເຫັນ​ວ່າ,​ເຖິງ​ວ່າ​ບັນຫາ​ທະ​ເລ​ຈີນໃຕ້​ບໍ່​ແມ່ນ​ຫົວ​ຂໍ້​ປຶກສາ​ຫາລື​ຢ່າງ​ເປັນທາງ​ການ​ຂອງ​ກອງ​ປະຊຸມ,​ແຕ່​ອາດ​ຈະ​ມີ​ຄົນສະ​ເໜີ​ບັນຫາ​ນີ້ອອກ​ມາ.ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ແມ່ນ,ບັນຫາ​ທະ​ເລຈີນ​ໃຕ້​ບໍ່​ແມ່ນ​ບັນຫາ​ຂອງ​ຈີນ​ກັບ​ອາຊ​ຽນ,ຍິ່ງ​ບໍ່​ແມ່ນ​ບັນຫາພາຍ​ໃຕ້​ຂອບກອງ​ປະຊຸມ10+8​ເທື່ອ​ນີ້,ຢູ່​ສະຖານ​ທີ່ນີ້​ການ​ເປິກສາ​ຫາລືບັນຫາ​ທະ​ເລຈີນ​ໃຕ້​ແມ່ນ​ບໍ່​ເໝາະ​ສົມ.

ພາຍ​ໃຕ້ຂອບກອງ​ປະຊຸມ​ເທື່ອ​ນີ້,ຄະນະ​ຜູ່​ແທນ​ການ​ທະຫານຂອງ​ຈີນ ​ອາ​ເມ​ລິ​ກາ ຍີ່ປຸ່ນ ອິນ​ເດຍ​ແລະສ.​ເກົາຫຼີ​ເປັນຕົ້ນຈະ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.ນອກ​ນີ້,ບັນດາ​ຄະນະ​ຜູ່​ແທນ​ຍັງ​ຈະ​ຈັດ​ການ​ເຈ​ລະ​ຈາສອງ​ຝ່າຍ

ປີ​ນີ້​ແມ່ນ​ຈີນ​ກັບ​ຫວຽດນາມ​ສ້າງ​ສາຍ​ພົວພັນ​ການ​ທູດຄົບຮອບ60ປີ​ແລະ​ເປັນປີ​ໄມຕີ​ຈິດມິດຕະພາບ​ຈີນ​ຫວຽດນາມ,ພົນ​ເອກ​ລຽງ​ກວ່າ​ງ​ເລ້​ຍ,ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນປະ​ເທດ​ຈີນນອກຈາກຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ແລ້ວຍັງ​ຈະ​ຢ້ຽມຢາມ​ຫວຽດນາມ​.ວັນ​ທີ10 ຕຸລາ​ນີ້,ພາຍຫຼັງ​ເດີນທາງ​ໄປ​ຮອດ​ຮ່າ​ໂນ​ຍ,ພົນ​ເອກລຽງ​ກວ່າ​ງ​​ເລ້​ຍກໍ່​ໄປ​​ເຂົ້າ​ຢ້ຽມທ່ານ​ນົງ​ດຶກ​ມັງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດນາມ,​ແລະ​ຈະ​ ​ເຈລະຈາ​ກັບ​ທ່ານ​ພັງກວາງ​ທັນ ລັດ​ຖະມົນຕີ​ວ່າການກະຊວງ​ປ້ອງ​ກັນປະ​ເທດຫວຽດນາມ,​​ເພື່ອລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເສີມຂະຫຍາຍການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ລະຫວ່າ​ງພາກສ່ວນ​ຕ່າງໆ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ແລະກອງ​ທັບຫານ​ຂອງ​ສອງ​ປະ​ເທດ. ​ຈີນ​ຫວັງ​ວ່າ​ໃນ​ໂອກາດ​ທີ່​ພົນ​ເອກ​ລຽງ​ກວ່າ​ງ​ເລ້​ຍຢ້ຽມຢາມ​ຫວຽດນາມ​ເປັນ​ໂອກາດທີ່​ດີ,​ໃນ​ການສື​ບຕໍ່​ເພີ່ມ​ທະວີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລ​ກັນກັບ​ກອງທັບຫວຽດນາມ,​ເປີດ​ກວ້າງການ​ແລກປ່ຽນດ້ວຍ​ໄມຕີ​ຈິດມິດຕະພາບ,ລົງ​​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ,ຊຸກຍູ້​​ໃຫ້ການ​ພົວພັນ​ທາງ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ຫວຽດນາມກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ