ເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນຢ່າງ​ວ່ອງໄວບໍ່​ມີ​ຜົນ​ດີ​ຕໍ່​ໂລກ

(GMT+08:00) 2010-10-12 16:47:21     cri

 ຕາມ​ຂ່າວສານ​ຊິນ​ຮວາ:​ໃນ​ເວ​ລາ​ທີ່​ເສດຖະກິດ​ໂລກ​ຄ່ອຍໆຟື້ນ​ຕົວ​ຂຶ້ນ,ຄວາມ​ສ່ຽງ​ຫຼຸດ​ລົງ​ຍັງ​ຄົງ​ຕົວ,​ໂດ​ລາ​ສະຫະລັດ​ອ່ນຄ່າ​ລົງ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ອັດຕາ​​ແລກປ່ຽນ​​ເງິນຕາສາກົນ​ຂຶ້ນ​ໆ​ລົງໆ,ອັດຕາ​ແລກປ່ຽນ​​ເງິນໂດ​ລາອ່ອນ​ຄ່າລົງ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ເງິນຕາ​ຫຼາຍ​ສະກຸນ​ແຂງ​ຄ່າ​ຂຶ້ນ,ຄວາມ​ຂັດ​ແຍ່ງ​ດ້ານ​ອັດ​ຕາ​​ແລກປ່ຽນ​ນັບ​ມື້​ນັບຮ້າຍ​ແຮງ​ຂຶ້ນ​ໃນ​ຄວາມ​ຂັດ​ແຂ່ງ​ຮອບ​ນີ້,ເງິນ​ຢວນຈີນ​ກາຍ​ເປັນ​ຈຸດ​ສຸມ​ອີກ​ທີ່​ບາງ​ປະ​ເທດ​​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ແນ​ໃສ່.ນັກວິ​ເຄາະ​ກ່າວ​ວ່າ,ອາ​ເມ​ລິ​ກາ​​ຫັນປ່ຽນ​ການ​ຂັດ​​ແຍ່ງກາ​ນຄ້າ​ລະຫວ່າງ​ສອງ​ຝ່າຍ​ອາ​ເມ​ລິ​ກາ​ຈີນ​ເປັນ​ຫົວ​ຂໍ້​ທົ່ວ​ໂລກ,ບັງຄັບ​ໃຫ້​ເງິນ​ຢວນຈີນ​ແຂ່ງ​ຂ່າ​ຂຶ້ນ​ຢ່າງ​ວ່ອງ​ໄວ,ການ​ກະທຳ​ແບບ​ນີ້​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແລກປ່ຽນທາງ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ,​ແລະຍັງ​ຈະ​ມີ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່ເສດຖະກິດ​ໂລກ​ທີ່ຫາ​ກໍ່​ຟື້ນຕົວ​ຂຶ້ນ.

 ຈີນ​ແມ່ນ​ຕະຫຼາດ​ອັນ​ໝັ້ນ​ທ່ຽງ​ແລະ​ມີ​ກຳລັງ​ບົ່ມ​ຊ້ອນ,ຖ້າ​ເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນຢ່າງ​ຫຼວງ​ຫຼາຍ,ອາດ​ຈະ​ມີ​ຜົນ​ສະທ້ອນ​ບໍ່​ດີ​ຕໍ່​ຕ່ອງ​ໂສ້​ສະໜອງ​ຜະລິດ​ຕະພັນ​​ໂລກ."ຈີນ​ແມ່ນ​ຕ່ອງສຳຄັນ​ໃນ​ສາຍ​ໂສ້​ຜະລິດ​ຕະກຳ​ໂລກາ​ວິວັດ,​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ​ແລະປະກອບສ່ວນຢ່າງ​ຕັ້ງໜ້າ​ອັນ​ສຳຄັນ​ຂອງ​ເສດຖະກິດ​ໂລກ."ທ່ານ​ບາ​ສູ​ຊົ່ງ ຮອງ​ຫົວໜ້າສະ​ຖາ​ບັນຄົ້ນຄວ້າ​ການ​ທະນາຄານ​ຂອງ​ສູນ​ຄົ້ນຄວ້າ​ການ​ພັດທະນາ​ຂອງລັດຖະບານ​ຈີນ​ກ່າວ​ວ່າ,"​ຖ້າເສດຖະກິດ​ຈີນ​ພັດທະນາ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ຈະມີ​ຜົນ​ດີ​ຕໍ່​ເສດຖະກິດ​ໂລກ;ກົງກັນຂ້າມ,ຖ້າ​ອັດຕາ​ແລກປ່ຽນ​ຂຶ້ນໆ​ລົງໆ​ຫຼາຍ​ໂພດ,ຈະ​ຂົ່ມຂູ່​ລະ​ບົບການ​ທະນາຄານ,​ແລະ​ຈະ​ກະທົບ​ຂະ​ບວນການ​ເສດຖະກິດ​ໂລກທີ່​ກຳລັງ​ຟື້ນ​ຟູ."

ອັດຕາ​ແລກປ່ຽນ​ແຂງ​ຄ່າ​ຂຶ້ນ​ເຮັດ​ໃຫ້​ນັກວິຊາການ​ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ​ເກີດຄວາມ​ເປັນ​ຫ່ວງ​ຄື​ກັນ. ອົງກອນ​ຕ່າງໆ​ຂອງ​ອາ​​ເມ​ລິ​ກາ 36 ອົງກອນ​ລວມທັງ​ຄະນະ​ກຳມະການ​ການ​ຄ້າຈີນ​ອາ​ເມ​ລິ​ກາ​, ສະມາຄົມ​ໝາກ​ຖົ່ວ​​ເຫຼືອງ​ອາ​ເມ​ລິ​ກາ​ແລະ​ສະມາຄົມ​ຊີ້ນ​ອາ​ເມ​ລິ​ກາ​ໄດ້​ຝາກ​ຈົດໝາຍ​ສະບັບ​ໜຶ່ງ​ໃຫ້​ແກ່​ລັດຖະສະພາ​ອາ​ເມ​ລິ​ກາ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​​ເນື້ອ​ໃນ​ຈົດໝາຍຂຽນ​ວ່າ, ກ້ຽວ​​ໄປ​ວຽນມາ​ກ່ຽວ​ກັບບັນຫາ​ອັດຕາ​ແລກປ່ຽນ​ຂອງ​ເງິນ​ຢວນຈີນ, ຈະ​ທຳລາຍ​ຕະຫຼາດ​ສົ່ງ​ອອກ​ທີ່​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ຂອງ​ອາ​ເມ​ລິ​ກາ. ທ່ານ​ຄູ​ເອີນ, ນັກ​ລົງທຶນ​ອາ​ເມ​ລິ​ກາ​ກ່າວ​ວ່າ, "ບາດກ້າວ​ປະຕິ​ຮູບກົນ​ໄກ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປຈະສົ່ງຜົນສະທ້ອນ​ດີກ​ວ່າ​ເກົ່າ​ໃຫ້​ແກ່​ຝ່າຍ​ຕ່າງໆ. ​ຖ້າເງິ​ນຢວນຈີນ​ແຂງ​ຄ່າ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຈະ​ທຳລາຍ​ເສດຖະກິດ​ແລະ​ສະຖຽນ​ລະ​ພາບ​ຂອງ​ສັງຄົມ​ຈີນ​ຢ່າງ​ໜັກໜ່ວງ, ທຳລາຍ​ການ​ພັດທະນາ​ເສດຖະກິດ​ຢ່າງ​​ໃຫຍ່​ຫຼວງ​ຂອງ​​ໂລກ. ນອກ​ນີ້, ​ຖ້າເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຍັງ​ຈະ​ສ້າງ​ຄວາມ​ສ່ຽງ​ໃຫ້​ແກ່​ວິສາຫະຫິດ​ອາ​ເມ​ລິ​ກາ​ທີ່​ລົງທຶນ​ຢູ່​ຈີນ."

ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ເວລາ​ເຂົ້າ​ຮ່ວມ​ກອງ​ປ​ະຊຸມ​ສຸດ​ຍອດ​ອຸດສາຫະກຳ​ການ​ຄ້າ​ຈີນ​ເອີ​ລົບ​ຄັ້ງ​ທີ 6, ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຖ້າວ່າ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ບໍ່​ໝັ້ນ​ທ່ຽງ, ຈະ​ສ້າງ​ໄພ​ໃຫ້​ແກ່​ທົ່ວ​ໂລກ. ທ່ານ​ໂຈ່ວສ້ຽວ​ຊ່ວນ, ຜູ້​ວ່າການ​ທະນາຄານ​ປະຊາຊົນ​ຈີນ​ກ່າວ​ວ່າ, ການ​ປະຕິ​ຮູບ​​ເງິນ​ຢວນຈີນຈະດຳ​ເນີນ​ໄປ​ຕາມ​ບາດກ້າວ​ຂອງ​ຕົນ, ​ເງິນ​ຢວນຈີນ​ແຂງ​ຄ່າຂຶ້ນ​ຕ້ອງ​ເປັນ​ເທື່ອ​ລະ​ກ້າວ, ຈີນ​ຈະບໍ່​ໃຫ້​ເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນ​ຢ່າ​ງວ່ອງ​ໄວ.

ສິ່ງ​ທີ່​ເປັນຕາ​ເອີ່ຍ​ເຖິງ​ນັ້ນ​ກໍແມ່ນ​,ໃນປີ2009, ອັດຕາ​ປະກອບສ່ວນ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖ​ະກິດ​ໂລກ​ມີ​ເຖິງ50%. ນັບ​ແຕ່​ກົນ​ໄກ​ອັດຕາ​ແລກປ່ຽນເງິນ​ຢວນຈີນ​ໄດ້ມີ​ການ​ປະຕິ​ຮູບ​ໃນເດືອນ​ກໍລະກົດ​ປີ2005​ເປັນ​ຕົ້ນ​ມາ, ​ອັດຕາ​ແລກ​ປ່ຽນເງິນ​ຢວນຈີນຕໍ່ເງິນ​ໂດ​ລາ​ສະຫະລັດ​ແຂງ​ຄ່າ​ຂຶ້ນ22%, ພ້ອມ​ດຽວ​ກັນ​ນີ້, ​ເງິນຕາ​ສຳຄັນຂອງ​ໂລກ​ລວມທັງເງິນ​ໂດ​ລາ​ພັດ​ອ່ອນ​ຄ່າ​ລົງ.

ທ່ານ​ຊາລສ ດາລາຣາ, ປະ​ທານ​ສະຖາ​ບັນ​ການ​ເງິນ​ສາກົນ​ກ່າວ​ວ່າ, ການ​ຟື້ນ​ຕົວ​ຂອງເສດຖະກິດ​ໂລກ​ຍັງອ່ອນ​ແອ​ຫລາຍ, ​ປະ​ເທດຕ່າງໆ​ຄວນ​ມີການຮ່ວມ​ມືຄືນ​ໃຫມ່​. ຕໍ່ຫນ້າ​ສະພາບ​ການ​ທີ່​ເສດຖະກິດ​ໂລກ​ຍັງ​ມີ​ປັດ​ໄຈ​ສ່ຽງ​ທີ່​ບໍ່​ແນ່ນອນ, ສະ​ນັ້ນ, ການ​ຮ່ວມ​ມື​ຫລາຍ​ຝ່າຍ​ໃນ​ທົ່ວ​ໂລກ​ຈຶ່ງເປັນ​ສິ່ງສຳຄັນ​ທີ່​ສຸດເພື່ອ​ຮັບ​ມື​ກັບ​ຄວາມ​ທ້າ​ທາຍ​ໃນ​ຂະ​ແຫນງ​ການ​ເສ​ດຖະກິດ​ແລະການ​ເງິນ​ສາກົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ