ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊ​ຽນຄັ້ງທຳ​ອິດ​ຮ່ວມ​ຊອກ​ຫາ​ການ​ຮ່ວມ​ມື​ຍຸດ​ທະ​ສາດ

(GMT+08:00) 2010-10-13 17:11:13     cri

ຕາມ​ລາຍ​ງານ​ຂອງ​ນັກ​ຂ່າວcri​ແລະ​ນັກ​ຂ່າວ​ໜັງສືພິມ​ປະຊາຊົນ​ລາຍ​ວັນ:ວັນ​ທີ12 ຕຸລາ​ນີ້,ກອງ​ປະ​ຊຸມ​​ເປິ​ດກວ້າງ​ຂອງ​ລັດ​ຖະມົນຕີປ້ອງ​ກັນ​ປະ​ເທດ​ອາຊ​ຽນຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​​ປະຊຸ​ມ​ແຫ່ງ​ຊາດທີ່​ຮ່າ​ໂນ​ຍຫວຽດນາມ.ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​​ແລະ​ຜູ່​ແທນທີ່​ມາ​ຈາກ10ປະ​ເທດ​ອາຊ​ຽນ​ກັບອົສຕຼາລີ ຈີນ ອິນ​ເດຍ ຍີ່ປຸ່ນ ນູ​ແວນ​ເຊ​ລັງ ຣັດ​ເຊຍ ສ.​ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.​ໃນ​ພິທີ​ໄຂ​ກອງ​ປະຊຸມ,ທ່ານ​ຟຸງ​ກວາງ​ຕັງ ລັດຖະມົນ​ຕີວ່າ​ກາ​ນກະຊວງປ້ອງ​ກັນ​ປະ​ເທດ​ຫວຽດນາມ​ກ່າວ​ຄຳ​ປາ​ໄສ​ວ່າ,"ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​ຫຼື​ຜູ່​ແທນ​ຂອງ18ປະ​ເທດນັ່ງ​ຮ່ວມ​ກັນ,ບໍ່ສົນທະນາ​ກ່ຽວ​ກັບ​ສົງຄາມ,ຮ່ວມ​ກັນຊອກ​ຫາ​ຊ່ອງ​ທາງການ​ຮ່ວມ​ມື​​ໃນການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ທີ່​ຊຸກຍູ້​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຢ່າງ​ແທ້​ຈິງ,ສະພາບ​ແບບ​ນີ້​ເຫັນ​ໜ້ອຍ​ໃນ​ປະ​ຫວັດ​ສາດສະ​ໄໝ​​ໃໝ່​ຂອງ​ໂລກ."ມີ​ຄຳ​ວິ​ເຄາະ​ຊີ້​ອອກ​ວ່າ,ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊ​ຽນຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​ໝາຍ​ຄວາມ​ວ່າ​ກົນ​ໄກ​ຄວາມ​ປອດ​ໄພ​ພາກ​ພື້ນ​ອັນ​ໃໝ່​ພວມ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ທີ່ດຳ​ເນີນ​ເປັນ​ເວລາ1ວັນ​ແມ່ນ"​​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ".​ເປົ້າ​ໝາ​ຍອັນ​ສໍາຄັນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ຊຸກ​ຍູ້​ການສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຜົນ​ດີ​ຕໍ່​ສັນຕິພາບ ຄວາມ​ປອດ​ໄພ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ຂອງ​ພາກ​ພື້ນ. ຝ່າຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມຈຸດ​ໜ້າ​ແມ່ນ​ໄດ້​ເປິກສາຫາລື​ກ່ຽວກັບ​ເນື້ອ​ໃນ3ດ້ານ​.ອັນ​ທີໜຶ່ງ​ແມ່ນ​ໃຫ້ການ​ຕັດສິນ​ໃຈ​ທາງການ​ເມືອງ​ຂອງ​ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ເປັນ​ໄປ​ໃນ​ທິດ​ທາງ​ດຽວ​ກັນ,ດຳ​ເນີນ​ການ​ຮ່ວມ​ມື​ໃນການ​ຮັບ​ມື​ກັບການ​ທ້າ​ທາຍຕໍ່​ຄວາມ​ປອດ​ໄພ​ທີ່​ມີ​ຢູ່​ແລ້ວແລະການ​ທ້າ​ທາຍ​ແບບ​ໃໝ່.ສອງ​ແມ່ນ​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​5ຂົງ​ເຂດ​ຮ່ວມ​ມືທີ່​ກອງ​ປະຊຸມ​ສະ​ເໜີ​ອອກ​​ເຊັ່ນ​ຄວາມ​ປອດ​ໄພ​ເທິງທະ​ເລ​ ​ແພດ​ທະຫານ ການ​ກູ້​ໄພພິ​ບັດ​ແລະ​ການ​ຊ່ອຍ​ເຫຼືອມະ​ນຸດ​ສະ​ທຳ ການ​ເຄື່ອນ​ໄຫວ​ຮັກສາສັນຕິພາບ​ແລະ​ຕ້ານ​ການ​ກໍ່​ການ​ຮ້າຍ.ອັນ​ທີສາມ​ແມ່ນ​ຄົ້ນຄວ້າ​ຮູບ​ແບບ​ໝູນ​ເດີນ​ຂອງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ10+8.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ແລະ​ຜູ່​ແທນ​ບັນດາ​ປະ​ເທດທີ່​ເຂົ້າ​ຮ່ວມ​ໄດ້​ແລກປ່ຽນບົດຮຽນ​ໃນ​ການ​ປ້ອງ​ກັນ​ປະ​​ເທດ​ແລະ​ຄວາມ​ປອດ​ໄພ,​ເພີ່​ມທະວີ​ຄວາມ​ຮັບ​ຮູ້​ແລະຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ,​ໄດ້​ສ້າງ​ພື້ນຖານ​ໃຫ້ການ​ຮ່ວມ​ມື​ຢ່າງແທ້​ຈິງ​ໃນຕໍ່ໜ້າ.ບັນດາລັດຖະມົນຕີ​ຍັງ​ເປິກສາຫາລື​ກ່ຽວ​ກັບກຳ​ລັງ​ບົ່ມ​ຊ້ອນ,ອະນາ​ຄົດ​ແລະ​ທິດ​ຂອງ​ການ​ຮ່ວມ​ມື​ແທ້​ຈິງ​ພາຍ​​ໃຕ້ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ10+8,ຊອກ​ຮູ້​ບັນຫາ​ຕົ້ນຕໍ​ທີ່​ບັນດາ​ປະ​ເທດ​ສົນ​ໃຈ,​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ໃນ​ການ​ຮ່ວມ​ມື​ແທ້​ຈິງ​​ໃນ​ຕໍ່ໜ້າ.ຖະ​ແຫຼ​ງການ​ຮ່ວມ​ທີ່​ຮັບຮອງ​ເອົາ​ພາຍຫຼັງ​ກອງ​ປະຊຸມ​ກາຍ​ເປັນ​ເອກະສານ​ທາງ​ການສະບັບ​ທຳ​ອິດ​ທີ່​ກົນ​ໄກກອງ​ປະຊຸມ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ10+8​​ເປັນ​ຮູບ​ເປັນ​ຮ່າງຂຶ້ນ.ຄື​ທ່ານ​ພຸງ​ກວາງ​ຕັງ​ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມກ່າວ​ວ່າ,ກອງ​ປະຊຸມ​ເປິ​ດກວ້າງ​ຂອງ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດອາຊ​ຽນຈັດ​ຂຶ້ນ​ເປັນ​ຂີດໝາຍ​ໃນ​ຂະ​ບວນ​ການ​ພັດທະນາ​ຂອງ​ອາຊ​ຽນ,ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ອັນ​ສຳຄັນ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​​ແລະ​ການ​ພັດທະນາ​ຂອງ​​ພາກ​ພື້ນ​ກໍ​ຄື​ຂອງໂລກ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​​ເມ​ລິ​ກາ​ແລະຣັດ​ເຊຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ,​ເຮັດ​ໃຫ້​ກອງ​ປະຊຸມ​ທີ່​ອັນໄດ້​ຮັບ​ຄວາມສົນ​ໃຈ​ຈາກສາກົນ.ກ່ອນ​ກອງ​ປະຊຸມ,ທ່ານ​ຫງວນຈີ​ວິງ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ໄລຍະ​ສັ້ນ,​​ເພື່ອ​ເຊີນ​ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢ່າງ​ເປັນ​ທາງ​ການຢູ່​ຮ່າ​ໂນ້ຍ.​ໃນ​ໄລຍະ​ຢູ່​ຮ່າ​ໂນ່ຍ,ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​ຈີນ​ແລະ​ອາ​ເມ​ລິ​ກາ​ຈັດການ​ເຈລະຈາ​ລະຫວ່າງ​ສອງ​ຝ່າຍ​ແລະ​ລັດຖະມົນຕີປ້ອງ​ກັນ​ປະ​​ເທດ​ຈີນ​ຍີ່ປຸ່ນ​ດຳ​ເນີນ​ການ​ສົນທະນາ​ເປັນ​ເວລາ​ສັ້ນ,ກໍ່​ກາຍ​ເປັນ​ຈຸດ​ໜັກ​ທີ່​ສື່​ມວນ​ຊົນ​ລາຍ​ງານ.

ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​ໝາກຜົນ​ໃຫຍ່​ອັນ​ໜຶ່ງ​ໃນ​ໄລຍະ​ທີ່​ຫວຽດນາມ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ໃນ​ປີ 2010. ສື່​ມວນ​ຊົນ​ຫວຽດນາມ​ລາ​ຍງານ​ວ່າ, ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ທີ່​ຫວຽດນາມ​ລິ​ເລີ່​ມ​ແລະ​ຈັດ​ຕັ້ງ​ທີ່​ເປີດ​ກວ້າງ​ການ​ຮ່ວມ​ມື​ພາຍ​ນອກ​ຂອງ​ອາ​ຊຽນ, ມີ​ຄວາມ​ໝາຍ​ການ​ເມືອງ​​ແລະ​ປະຫວັດສາດ​ສຳຄັນ, ​ແມ່ນ​ຈຸດ​ເລີ່​ມຕົ້ນຂອງ​ກົນ​ໄກ​ຮ່ວມ​ມື​​ໃໝ່​ທີ່ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ, ຈະ​ຊຸກຍູ້​ບັນລຸ​ເປົ້າ​ໝາຍ​ທີ່​ສ້າງ​ປະຊາ​ຄົມ​ຄວາມ​ປອດ​ໄພ​ການ​ເມືອງ​ອາ​ຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2015.

​ໃນ​ເວລາ​ປະກອບ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ, ພົນ​ເອກ​ລຽງ​ກວ່າ​ງ​ເລ້​ຍ, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ທາງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນກ່າວ​ວ່າ, ການ​ສ້າງ​ກົນ​ໄກ​ກອງ​ປະຊຸມ​ລັດຖະມົນຕີ​ປ້​ອງກັນ​ປະ​ເທດ​ອາ​ຊຽນ​ໄດ້​ສະໜອງ​ເວທີ​ໃໝ່​ໃຫ້​ແກ່​ການ​ເພີ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ແລະ​ວຽກ​ງານ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາ, ປະ​ເທດ​ຕ່າງໆ​ຄວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ປະສານ​ສົມທົບ, ຮ່ວມ​ກັນ​ຊຸກຍູ້​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຂອງ​ພາກ​ພື້ນ. ຈີນ​ມີ​ທ່າ​ທີ​ເປີດ​ປະຕູ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ຮ່ວມ​ມື​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ, ສະໜັບສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາ​ຍບົດບາດນຳ​ພາ​ໃນ​ກົນ​ໄກ​ໃໝ່​ດັ່ງກ່າວ.

ກອງ​ປະຊຸມ​​ໄດ້ຕົກລົງ​​ເຫັນ​ດີ​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຄັ້ງ​ທີ​ສອງ​​ຢູ່​ບຼູ​ໄນ​ໃນ​ປີ 2013. ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຈະ​ຈັດ​ຂຶ້ນທຸກໆ 3 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ