ກອງ​ປະຊຸມ​ລັດຖະມົນຕີ​ກ່ຽວກັບຄວາມ​ປອດ​ໄພ​ດ້ານທັນຍາຫານ​ຄັງ​ທຳ​ອິດ​ຂອງ​ອົງ​ກາງ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກອັດ​ລົງ

(GMT+08:00) 2010-10-18 16:19:05     cri

ຕາມ​ຂ່າວcri:ວັນ​ທີ17 ຕຸລາ​ນີ້,ກອງ​ປະຊຸມ​ລັດຖະມົນຕີກ່ຽວກັບ​ຄວາມ​ປອດ​ໄພ​ດ້ານທັນຍາຫານ​ຂອງ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​APEC​ທີ່ດຳເນີນມາ​ເປັນ​ເວລາ2ມື້​ຢູ່​ນີອີ​ກາ​ຕະ ​ແຫ່ງ​ຜະລິດ​ທັນ​ຍາ​ຫານ​ທີ່​ມີ​ຊື່ສ​ຽງຂອງ​ຍີ່ປຸ່ນນັ້ນໄດ້ອັດລົງ.​​ເວລາ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ​ພໍດີແມ່ນ​ວັນທັນຍາຫານ​​ໂລກ,ນີ້​ກໍ່​ແມ່ນAPECຈັດ​ກອງ​ປະຊຸມ​ລັດຖະມົນຕີກ່ຽວກັບຄວາມ​ປອດ​ໄພດ້ານທັນຍາຫານ​ເປັນ​ເທື່ອ​ທຳ​ອິດ​ນັບແຕ່APEC​ສ້າງ​ຕັ້ງ​ຂຶ້ນ22ປີ​​ເປັນ​ຕົ້ນ​ມາ.​ຈະເຮັດແນວໃດເປີດ​ກວ້າງການສະ​ໜອງ​ທັນຍາຫານ,​ເພື່ອ​ຕອບສະໜອງ​ຄວາມ​ຕ້ອງການທັນຍາຫານ​ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງນັ້ນກາຍ​ເປັນ​ຈຸດ​ສຸມ​ທີ່​​ຝ່າຍ​ຕ່າງໆສົນ​ໃຈ.​ໃນ​ເວລາ​ອັດ​,ກອງ​ປະຊຸມ​ຍັງໄດ້ອອກຖະ​ແຫຼ​ງການ​ນີອີ​ກະຕະ.

ຜູ່​ແທນ​ປະມານ300ຄົນ​ທີ່​ມາ​ຈາກ21ປະ​ເທດ​ແລະ​ເຂດແຄວ້ນເຊັ່ນຈີນ,ອາເມລິກາ,ຍີ່ປຸ່ນເປັນຕົ້ນ​ແລະ​7ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.​ເປົ້າ​ໝາຍຂອງ​​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ​ຫວັງ​ຢາກໃຫ້​ບັນດາສະມາຊິກAPECສ້າງ​ການ​ພົວພັນ​ຮ່ວມ​ມື​ໃນ​ດ້ານ​ນະ​ໂຍບາຍ​ທັນຍາຫານ​ແລະ​ກະສິກຳ,ປະກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ປອດ​ໄພ​ຂອງທັນຍາຫານ​ໂລກ.

ສື່ມວນ​ຊົນ​ສົນ​ໃຈ​ວ່າ,ວັນ​ທີ16 ຕຸລາ​ນີ້​ເຊິ່ງ​ເປັນ​ວັນ​ໄຂກອງ​ປະຊຸມ​ຄັ້ງ​ນີ້​ພໍດີກົງກັບ​ວັນທັນຍາຫານ​ໂລກ​ທີ່​ສະຫະ​ປະຊາ​ຊາດ​ກຳນົດໄວ້.ສະ​ນັ້ນ,ບັນດາ​ສະມາຊິກຕ່າງໆຂອງAPEC​ໄດ້​ຍົກຄວາມ​ປອດ​ໄພ​ດ້ານທັນຍາຫານ​ເຖິງ​ລະດັບ​ສູງທີ່ສຸດແລ້ວ.​ເຂດ​ອາຊີ​ປາຊີ​ຟິກ​ແມ່ນ​ເຂດ​ທີ່​ມີ​ປະຊາກອນ​ອຶດຫິວ​​ຫຼາຍກວ່າ​ໝູ່​ໃນ​ໂລກ,ມີ​ປະຊາກອນຫຼາຍ​ລ້ານ​ຄົນ​ຍັງ​ອົດຢາກ;ປະຊາກອນ​ທີ່ຂາດສານອາຫານກວມຮອດ62%ຂອງ​ໂລກ,​ແຕ່​ລະ​ມື້​ຍິ່ງ​ກວ່າ​ນັ້ນ​ແຕ່​ລະ​ນາທີ​ກໍ່​ມີ​ເດັກນ້ອຍ​ເສ​ຍຊີວິດ​ຍ້ອນ​ຂາດສານອາຫານ;25ປະ​ເທດ​ຂອງ​ເຂດ​ອາຊີ​ປາຊີ​ຟິກປະ​ເຊີນ​ກັບ​ບັນຫາຂາດ​ອາຫານ​ລະດັບ​ຕ່າງ​ກັນ.​ເຂດ​ອາຊີ​ປາຊີ​ຟິກ​ແມ່ນ​ເຂດ​ທີ່​ມີ​ປະຊາກອນຫຼາຍ​ກວ່າ​ໝູ່​ໃນ​ໂລກ,ສະ​ນັ້ນຖ້າ​ມີ​ບັນຫາ​ຄວາມບໍ່​ປອດ​ໄພ​ດ້ານທັນຍາຫານ,ຈຳນວນ​ຄົນ​ທີ່​ຖືກ​ກະທົບ​ຈະ​ຫຼາຍ​ກວ່າ​ເຂດ​ອື່ນໆ.ພຽງ​ແຕ່​ອິນເດຍປະເທດດຽວ​ກໍ່​ມີເຖິງ231ລ້າ​ນຄົນທີ່​ມີ​ບັນຫາ​ຄວາມບໍ່​ປອດ​ໄພດ້ານ​ອາຫານ,ຈຳນວນ​ນີ້​ຫຼາຍ​ກວ່າ​ເຂດ​ອາ​ຟຼິກາ​​ທີ່ຢູ່​ໃຕ້​ທະ​ເລ​ຊາຍ​ຊາ​ຮາ​ລາ.

ເພື່ອ​ຮັບ​ມື​ກັບ​ບັນຫາ​ຄວາມ​ປອ​ດ​ໄພ​ດ້ານ​ທັນ​ຍາຫານຢ່າງ​ຂ້ຽວຂາດ, ​ໃນ​ວັນ​ທີ່​ກອງ​ປະຊຸມ​ອັດ​ລົງ, ຝ່າ​ຍຕ່າງໆ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຮ່ວມ​ກັນ​ອອກ"ຖະ​ແຫຼ​ງການ​ນິອີ​ກະຕະ". ຖະ​ແຫຼງການ​ເຫັນ​ວ່າ ​ຄວາມ​ປອດ​ໄພ​ດ້ານທັນ​ຍາຫານ​ຂອງ​ໂລກ​ພວມ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ, ​ແລະ​ໄດ້ສະ​ເໜີ​​ເປົ້າ​ໝາຍ​ທີ່​ບັນລຸ​ຜົນ​ຜະລິດ​ສະບຽງ​ອາຫານ​ຂອງ​ໂລກ​ເພີ່ມ​ຂຶ້ນ 1,7 ​ເທົ່າ​ກ່ອນ​ປີ 2050. ຖະ​ແຫຼ​ງການ​ຂຽນ​ວ່າ, ​ເພື່ອ​ແກ້​ໄຂ​ບັນຫາ​ທັນ​ຍາຫານ​ບໍ່ພຽງພໍ​ຍ້ອນ​ປະຊາກອນ​ເພີ່ມ​ຂຶ້ນ​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ກອງ​ປະຊຸມ​ໄດ້​​ໄວ​ເປົ້າ​ໝາຍ​ໃຫຍ່​ຮ່ວມ​ກັນ​ສອງ​ຢ່າງ​ຄື"ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ກະສິກຳ"​ແລະ"​ເລັ່ງລັດ​ການ​ລົງທຶນ​ດ້ານ​ການ​ຄ້າ". ​ໃນ​ດ້ານ​ພັດທະນາ​ກະສິກຳ​ແບບ​ຍືນ​ຍົງ, ຖະ​ແຫຼ​ງການ​ໄດ້​ສະ​ເໜີ​ 4 ທິດ​ທາງ​ລະອຽດ​ຄື: ​ເພີ່ມ​ຄວາມ​ສາມາດ​ສະໜອງ​ທັນ​ຍາຫານ, ຍົກ​ສູງ​ຄວາມສາມາດ​ໃນ​ການ​ຮັບມື​ກັບ​ໄພພິບັດ​ຕໍ່​ການ​ຜະລິດ​ກະສິກຳ, ພັດທະນາ​ເຂດ​ຊົນນະບົດ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ໃນ​ດ້ານ​ເລັ່ງລັດ​ລົງທຶນ​ການ​ຄ້າ, ຖະ​ແຫຼ​ງການ​ໄດ້​ມີຂໍ້​ສະ​ເໜີ​ຫຼາຍຂໍ້, ລວມທັງ​ຊຸກຍູ້​ການ​ລົງທຶນດ້ານ​ກະສິກຳ, ຊຸກຍູ້​ການ​ຄ້າ​ດ້ານ​ສະບຽງອາຫານ​ແລະ​ຜະລິດ​ຕະພັນ​ກະສິກຳ, ​​ເສີມ​ສ້າງ​ຕະຫຼາດ​ຜະລິດ​ຕະພັນ​ກະສິກຳ, ປັບປຸງ​ສະພາບ​ແວດ​ລ້ອມ​ຂອງ​ວິ​ສາ​ຫະກິດ​ກະສິກຳ​ໃຫ້​ດີ​ຂຶ້ນ, ປັບປຸງ​ມາດ​ຕະການປ້ອງ​ຫັນ​ຄວາມ​ປອດ​ໄພດ້ານ​ອາຫານ​ໃຫ້​ສົມບູນ. ​ໂດຍ​ແນ​​ໃສ່​​ແກ້​ໄຂປະກົດ​ການຕ່າງໆ​ທີ່​ບໍ່​ຖືກຕ້ອງ​ໃນ​ການ​ພັດທະນາທີ່​ອາດຈະ​ເກີດ​ຂຶ້ນ​ຍ້ອນ​ສະ​ແຫວ​ງຫາຜົນ​ປະ​ໂຫຍ​ດ​ກ່ອນໃນ​ການ​ລົງທຶນ​ຢູ່​ກະສິກຳ, ຖະ​ແຫຼ​ງການ​ໄດ້​ສະ​ເໜີ​ເປັນ​ພິ​ເສດວ່າ​ຕ້ອງ​ລົງທຶນ​​ໃສ່​ການກະສິກຳ​ຢ່າງ​ຮັບຜິດຊອບ. ຖະ​ແຫຼ​ງການ​ຍັງ​ກ່າວ​ວ່າຈະ​ສືບ​ຕໍ່​ທຳ​ຄວາມ​ພະຍາຍາມ​ເພື່ອ​ຜ່ອນ​ຄວາມ​ອິດ​ຫິວ​ແລະຫຼຸດ​ຄວາມທຸກ​ຍາກ. ​ເນື້ອ​ໃນ​ຂອງ"ຖະ​ແຫຼ​ງການນິອີ​ກະຕະ"ຈະ​ຂຽນ​ເຂົ້າ​ໃນ​ເອກະສານ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອົງການAPECທີ່​ຈັດ​ຈັດ​ຂຶ້ນ​ຢູ່​​ເມືອງ​ໂຢ​ໂກ​ຮາ​ມາ​ໃນ​ເດືອນ​ພະຈິກ​ປີ​ນີ້.

ຄວາມ​ປອດ​ໄພ​ດ້ານ​ທັນ​ຍາຫານ​ບໍ່​ພຽງ​ແຕ່​ໝາຍ​ຄວາມ​ວ່າ​ຕ້ອງ​ສະໜອງ​ທັນ​ຍາຫານ​ຢ່າງ​ພຽງພໍ​ເທົ່າ​ນັ້ນ, ຍັງ​ຄວນ​ຮັບປະກັນ​​ໃຫ້ທຸກ​ຄົນໄດ້ຮັບ​ອາຫານ. ອົງການAPECຫວັງ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ຈະສາມາດ​​ເຮັດ​ໃຫ້​ຝ່າຍ​ຕ່າງໆ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ຄວາມ​ຄວາມ​ປອດ​ໄພ​ດ້ານ​ທັນ​ຍາຫານ​ຢ່າງ​ຈິງ​ຈັງ, ​ແລະ​ອອກ​ແຮງ​ເພື່ອ​ລົງທຶນ​ດ້ານ​ກະສິກຳ​ຕື່ມ​ອີກ, ພັດທະນາ​ຕະຫຼາດ​ຜະລິດ​ຕະພັນ​ກະສິກຳ​ແລະ​ປັບປຸງ​​ກົນ​ໄກ​ຕະຫຼາດ​ທີ່​ກ່ຽວຂ້ອງ​ໃຫ້​ສົມບູນ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ