ຜູ່​ຊ່ຽວຊານ​ເຫັນ​ວ່າການ​ເຕີບ​ໂຕ​ຂອງເສດຖະກິດ​ຈີນ​ນຳເອົາ​ອະນາຄົດ​ອັນ​ກວ້າງຂວາງ​ໃຫ້​ແກ່ການ​ຮ່ວມ​ມື​ຈີນອາຊ​ຽນ

(GMT+08:00) 2010-10-18 15:55:03     cri

ຕາມ​ຂ່າວສານ​ຊິນ​ຮວາ:​ໃນ​ເວທີ​ປຶກສາ​ຫາລື​ການ​ສົນທະນາ​ຍຸດ​ທະ​ສາດຄັງ​ສະ​ໝອງ​ຈີນ​ອາຊ​ຽນ2010ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ17 ຕຸລາ​ນີ້,ຜູ່​ຊ່ຽວຊານ​ຈີນ​ແລະ​ຕ່າງປະ​ເທດ​ຫຼາຍ​ຄົນ​ເຫັນ​ວ່າ,ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ເສດຖະກິດ​ຈີນ​ໄດ້​ນຳເອົາ​ອະນາຄົດ​ອັນ​ກວ້າງ​ຂວາງ​ໃຫ້​ແກ່ການ​ຮ່ວມ​ມື​ຈີນ​ອາຊ​ຽນ.

ທ່ານ​ຈ່າງ​ຢຸ້ນຫຼິງ ຫົວໜ້າ​ພະ​ແນ​ກການ​ຄົ້ນຄວ້າ​ສາກົນ​ຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ເຫັນ​ວ່າ,​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນທີ່​ສ້າງ​ຕັ້ງ​ຂຶ້ນ​ຢ່າ​ງ​ເປັນ​ທາງ​ກັນ​ໃນ​ປີ2010ມີ​ຈຸ​ດ​ເລີ່ມ​ຕົ້ນ​ທີ່ດີງາມ,ຈີນ​ຊັບຊ້ອນ​ອົງ​ປະກອບ​ເສດຖະກິດ​ຂອງ​ຕົນ​ໂດຍ​ຜ່ານ​ການ​ພັດທະນາ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ,ຈາກ​ນັ້ນ​​ໄດ້ສ້າງເສັ້ນທາງ​ພັດທະນາ​ແບບ​ຍຶນຍົງ.

ສາດ​ສະ​ດາ​ຈານທີ່​ປຶກສາຂອງ​ສະ​ຖາ​ບັນ​ເສດຖະກິດ​ຂອງ​ມະຫາວິທະຍາ​ໄລທຳ​ມະ​ສາດ​ໄທ​ກ່າວ​ວ່າ,​ໃນ​ຫຼາຍ​ປີມານີ້,ຄົນ​ຈີນ​ແມ່ນມີລາຍ​ຮັບ​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ລຳດັບ,​ຄວາມ​ຕ້ອງການ​ຜະລິດ​ຕະພັນ​ຄຸນ​ນະພາ​ບສູງ​ຈະ​ເຕີບ​ໂຕ​ຕື່ມ​ອີກ,ຕະຫຼາດຈີນ​ທີ່​ພັດທະນາ​ຢ່າງ​ຟົດ​ຟື້ນຈະ​ດູດ​ດຶງ​ຜະລິດ​ຕະພັນ​ຂອງ​ຫຼາຍປະ​ເທດ.

ນັກ​ຄົ້ນຄວ້າ​ຊັ້ນ​ສູງ​ຂອງສະ​ຖາ​ບັນ​ຄົ້ນຄວ້າອາຊີ​ຕາ​ເວັນ​ອອກ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ສິງກະ​ໂປ​ກ່າວ​ວ່າ,​ໃນຫຼາຍປີມໍ່ໆ​ມາ​ນີ້,ຄຽງ​ຄູ່​ກັບ​ເສດຖະກິດ​ພາກ​ໃຕ້​ຈີນ​ພັດທະນາ,ວິ​ສາ​ຫະກິດ​ສິງກະ​ໂປ​ຈະ​ລົງທຶນ​ຢູ່ເຂດ​ພາກ​ໃຕ້ຂອງ​ຈີນນັບ​ມື້​ນັບ​ຫຼາຍ,ຊ່ອງ​ຫວ່າງ​ຮ່ວມ​ມື​ທາງ​​ເສດຖະກິດ​ລະຫວ່າງ​ສອງ​ຝ່າຍ​ຈະ​ກວ້າງ​ຂວາງ​ກວ່າ​ເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ