ເອຊຽນ​ເກ​ມ​ເຮັດໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ຊີວິດທີ່​ດີງາມ

(GMT+08:00) 2010-11-02 15:56:53     cri
ນັບ​ແຕ່​ໄດ້ຖືກ​ເລືອກເປັນ​ເຈົ້າພາບຈັດ​ມະຫະກຳ​ກິລາ​ອາຊີຫຼື​ເອຊຽນ​ເກ​ມ​ໃນ​ເດືອນ7ປີ2004​ເປັນ​ຕົ້ນ​ມາ, ​ເມືອງກວາງ​ໂຈ່​ວ​ເຊິ່ງ​ເປັນ​ເມືອງພາກ​ໃຕ້​ຂອງ​ຈີ​ນ, ກໍ​ໄດ້​ກະກຽມ​ວຽກ​ງານ​ທຸກ​ຢ່າງ​ເພື່ອ​ຕ້ອນຮັບ​ງານ​ໃຫຍ່​ນີ້.ປັດ​ຈຸ​ບັນ​ນີ້, ​ເມືອງ​ກວາງ​ໂຈ່​ວ​ໄດ້​ເຜີຍ​ໂສມໜ້າ​ໃຫມ່ອອກ​ມາ, ​ເມືອງ​ດອກ​ໄມ້​ແລະ​ຄົນ​ກວາງ​ໂຈ່​ວທີ່​ຮັກ​ແຂກ​ແພງ​ຄົນກຳລັງ​ຕ້ອນຮັບ​ແຂກ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ເຂົ້າ​ມາ​ຊົມ​ໃຊ້​ຊີວິດທີ່ດີ​ງາມ​ທີ່​ເອຊຽນ​ເກ​ມນໍາ​ມາໃຫ້.

ໃນ​ໄລຍະ​ກະກຽມ​ເອຊຽນ​ເກ​ມ, ກວາງ​ໂຈ່​ວ​ໄດ້​ດຳ​ເນີນ​ການ​ຊໍາລະ​ບຳບັດສະພາບ​ແວດ​ລ້ອມ​ທາງນ້ຳ, ອາກາດ, ​ເຮືອນຢູ່,ຄົມ​ມະ​ນາ​ຄົມ​ແລະ​ອື່ນໆ. ທ່ານ​ວ້ານຊິ້ງຫຼຽງ, ຮອງ​ປະ​ທານຄະນະ​ກຳມະການ​ຈັດ​ຕັ້ງ​ງານ, ​ເຈົ້າ​ເມືອງ​ກວາງ​ໂຈ່​ວກ່າວ​ວ່າ, ຫຼັງຈາກ​ການ​ຊຳລະບຳບັດ, ​ເມືອງ​ກວາ​ງ​ໂຈ່​ວ​ໄດ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ, ທ້ອງຟ້າ​ປອດ​ໂປ່​ງຂຶ້ນ, ນ້ຳ​ໃສຂຶ້ນ, ​ເສັ້ນທາງ​ສະດວກ​ຂຶ້ນ, ​ເຮືອນ​ງາມຂຶ້ນ.

" ພວກ​ເຮົາ​ວາງຄຳ​ຂວັນທີ່ວ່າ​ຕ້ອນຮັບ​ເອຊຽນ​ເກ​ມ, ​ສ້າງ​ຊີວິດ​ໃຫມ່, ກໍ​ໝາຍ​ຄວາມ​ວ່າ​ຈະສ້າງ​ສະພາບ​ແວດ​ລ້ອມໃໝ່,​ອຳ​ນວຍ​ເງື່ອນ​ໄຂໃໝ່​, ຊຸກຍູ້​ຄວາມ​ຕ້ອງການ​ໃໝ່​ແລະ​ຍົກ​ລະດັບວິຖີ​ຊີວິດ​ໃໝ່​ໃຫ້​ແກ່​ປະຊາຊົນ​ເມືອງ​ກວາງ​ໂຈ່​ວ."

ນະ​ຄອນ​ກວາງ​ໂຈ່​ວ​ແມ່ນ​ຕົວ​ເມືອງ​ໜຶ່ງ​ໃນ​ 5 ທີ່​ຂຶ້ນ​ກັບ​ລັດຖະບານ​ໂດຍ​ກົງ, ມີ​ທິວ​ທັດ​ງົດ​ງາມ​ແລະ​ພືດພັນ​ອຸດົມ​ສົມບູນ​ຕະຫຼອດ​ປີ, ​ເອີ້ນ​ວ່າ​ເປັນ​ເມືອງ​ດອກ​ໄມ້. ຄຽງ​ຄູ່​ກັບ​ວັນ​ໄຂ​ເອຊຽນ​ເກ​ມ​ໃກ້​ເຂົ້າ​ມາ, ​ນະຄອນ​ກວາງ​ໂຈ່​ວ​ໄດ້​ເພີ່ມ​ການ​ປູກ​ຕົ້ນ​ໄມ້, ​ຢູ່​ແຄມຖະໜົນ​ຫົນທາງ​ສາຍສຳຄັນ​ຫຼາຍ​ສາຍ, ລ້ວນ​​ແຕ່​ໄດ້​ສ້າງ​ທິວ​ທັດ​ທີ່​ຂຽວງາມ​ດ້ວຍຕົ້ນ​ໄມ້​ໃບຫຍ້າ​ແລະ​ສວນ​ດອກ​ໄມ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ເຣັດ​ໃຫ້​ນະຄອນ​ກວາງ​ໂຈ່​ວມີ​ສີສັນກວ່າ​ເກົ່າ.

ໃນ​ໄລຍະ​ຈັດ​ເອຊຽນ​ເກ​ມ​ແລະ​ເອຊຽນ​ເກ​ມຄົນ​ພິການ, ອົງການ​ປົກຄອງ​ນະຄອນ​ກວາງ​ໂຈ່​ວຍັງ​ຈະ​ປະຕິ​ບັດ 10 ​ໂຄງການ​ທີ່​ສ້າງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ລວມທັງ​ເພີ່​ມວັນພັກ, ລະບົບ​ຂົນ​ສົ່ງສາ​ທາ​ລະນະ​ຈະບໍ່​ເສຍ​ຄ່າ, ຫຼຸດ​ລາຄາ​ທ່ອງ​ທ່ຽວ, ສະໜາມກິລາ​ແລະ​ສິ່ງກໍ່ສ້າງ​ກໍ່​ໄດ້​ເປີດ​​ໃຫ້​ປະຊາຊົນ​​ເຂົ້າ​ຊົມຢ່າງ​ບໍ່​ເສຍຄ່າ, ​ໄປ​ຊົມ​ສະໜາມກິລາຫຼັກ​ຂອງ​ເອຊຽນ​ເກມ​ໂດຍ​ບໍ່​ເສຍ​ຄ່າ​ແລະ​​ແຈກ​ປີ້​ເຂົ້າ​ປະຕູ​​ໃຫ້​ແລະ​ອື່ນໆ, ພ້ອມ​ກັນ​ນັ້ນ​ຍັງ​ໃຫ້​ເງິນ​ອຸດ​ໜູນແກ່​ກຸ່ມ​ຄົນ​ພິ​ເສດ, ​ແລະ​ສາມາດ​ເຂົ້າ​ຊົມອິນ​ເຕີ​ເນັດ​ໄຮ້​ສາຍ​​ໄດ້​ອີກ. ​ເລີ່​ມ​ແຕ່​ວັນ​ທີ 1 ພະຈິກ​ນີ້, ປະຊາຊົນ​ກວາງ​ໂຈ່​ວ​ແລະ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ທ່ຽວ​ກວາງ​ໂຈ່​ວຂີ່​ລົດ​ສາທາລະນະ​ກໍ່​ຈະບໍ່​ໄດ້​ຈ່າຍ​ເງິນ. ​ໃນ​ໄລຍະ​ທີ່​ບໍ່​ເກັບ​ຄ່າ​ນັ້ນ, ລົດ​ເມ, ລົດ​ໄຟ​ໃຕ້​ດິນ​ຈະ​​ເພີ່ມ​ເວລາ​ບໍລິການ​ຕາມ​ສະພາບ​​ຕົວ​ຈິງ.

ເອຊຽນ​ເກ​ມກວາງ​ໂຈ່​ວຈະ​ໃຊ້​ສະໜາມກິລາ 70 ​ແຫ່ງ, ​ໃນ​ນັ້ນ 53 ​ແຫ່ງ​ໃຊ້ແຂ່ງຂັນ​ແລະ 17 ​ແຫ່ງ​ໃຊ້​ຝຶກ​ຊ້ອມ​. ທ່ານ​ຊູຣຸ້ຍ​ເຊີງ, ຮອງ​ເຈົ້າ​ຄອງນະຄອນ​ກວາງ​ໂຈ່​ວກ່າວ​ວ່າ, ການ​ສ້າງ​ສະໜາມກິລາ​ເອຊຽນ​ເກ​ມ​ໄດ້​ພິຈາລະນາ​ເຖິງ​ການ​ນຳ​ໃຊ້​ຫຼັງ​ເອຊຽນ​ເກ​ມ​ພ້ອມ, ​ເຮັດ​ໃຫ້​ໝາກຜົນ​ຂອງ​ເອຊຽນ​ເກ​ມສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ກວາງ​ໂຈ່​ວ​ໃນ​ໄລຍະ​ຍາວ.

"​ເຮັດ​ໃຫ້​ປະຊາຊົນ​ທົ່ວ​ໄປ​ສາມາດ​ຊົມ​ໃຊ້​ຫມາກຜົນ​ຂອງ​ງານ​ເອຊຽນ​ເກ​ມ,​ແມ່ນ​ຈຸດປະສົງ​ພື້ນຖານ​ຂອງ​ການ​ສ້າງ​ສະຫນາມ​ກິລາ​ເອຊຽນ​ເກ​ມ. ການວາງ​ແຜນສ້າງ​ສະຫນາມກິລາ​ແມ່ນ​ເນັ້ນ​ໃສ່​ການ​ເອົາ​ການ​ພັດທະນາ​ຂອງ​ຕົວ​ເມືອງ​ແລະ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ໃນ​ທົ່ວ​ເມືອງ​ອອກກຳລັງ​ກາຍ​ປະສົມ​ປະສານ​ກັນ.​ເຮັດ​ໃຫ້ສະຫນາມ​ກິລາ​ມີ​ຫລາກ​ຫລາຍ​ບົດບາດ,​ແລະ​ສ້າງ​ສິ່ງ​ກໍ່ສ້າງ​ພື້ນຖານ​ຢູ່​ອ້ອມ​ຂ້າງສະຫນາມກິລາ​ໃຫ້​ຄົບ​ຊຸດ."

ພາຍຫລັງ​ງານ​ເອຊຽນ​ເກ​ມສິ້ນ​ສຸດ​ລົງ​ແລ້ວ, ຊາວ​ເມືອງ​ກວາງ​ໂຈ​ວຈະສາມາດ​ຊົມ​ໃຊ້​ຫມາກຜົນ​ຂອງ​ເອຊຽນ​ເກ​ມຢ່າງ​ເຕັມ​ສ່ວນ.​ເຂດ​ຈັດ​ກິລາ​ເອຊຽນ​ເກ​ມກວາງ​ໂຈ​ວຈະ​ກາຍ​​ເປັນ​ຄຸ້ມຊຸມ​ຊົນຢູ່​ແຫ່ງ​ໃຫມ່.ສ່ວນ​ສະຫນາມ​ກິລາທີ່​ສ້າງ​ຢູ່​​ເຂດ​ມີ​ມະຫາວິທະຍາ​ໄລ​ຂອງ​ເມືອງ​ກວາງ​ໂຈ​ວ​ເຕົ້າ​ໂຮມ​ກັນ​ຢູ່ກໍ່​ຈະ​ກາຍ​ເປັນ​ບ່ອນ​ກິລາສຶກສາ​ຂອງ​ມະຫາວິທະຍາ​ໄລ​.ບ່ອນ​ຊ່ວງ​ເຮືອ​ເຈິ່ງ​ເສິງ​ກໍ່​ກາຍ​ເປັນ​ສວນສາທາລະນະ​​ນ້ຳ​.ສະຫນາມກິລາ​ເອຊຽນ​ເກ​ມກວາງ​ໂຈ​ວ​, ກໍ່​ຍັງ​ສາມາດຈັດການ​ແຂ່ງຂັນ​ກາຍຍະ​ສິນ​ໄດ້ອີກ,ຫລັງ​ການ​ແຂ່ງຂັນ​ແລ້ວ​ສາມາດ​ດັດ​ສ້າງ​ເປັນ​ບ່ອນ​ແຂ່ງຂັນ​ບານບ້ວງ,ບານ​ສົ່ງ​ແລະ​ດອກ​ປີກ​ໄກ່​ໄດ້,ຍັງ​ສາມາດ​ຈັດ​ກິດຈະກຳ​ຕ່າງໆ​​ເຊັ່ນ​ງານ​ວາງສະ​ແດງ​, ຄອນ​​ເສີດແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ