ເອຊຽນ​ເກ​ມກວາງ​ໂຈ​ວຈະ​ກາຍ​ເປັນ​​ເອຊຽນ​ເກ​ມທີ່​ອະນຸລັກ​ສິ່ງ​ແວດລ້ອມ​

(GMT+08:00) 2010-11-08 16:48:41     cri

​ໃນ​ຕະຫລອດ​ຂະ​ບວນການ​ກະກຽມ​ຈັດມະຫະກຳ​ງານ​ກິລາ​ອາຊີ​ຫລື​ເອຊຽນ ​ເກ​ມກວາງ​ໂຈ​ວ,​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ແນວ​ຄິດທີ່​ລະບາຍ​ກາກ​ບອນ​ຕ່ຳ, ປະຢັດ​ພະລັງງານ​ແລະອະນຸລັກ​ສິ່ງ​ແວດ​ລ້ອມ.

ງານ​ເອຊຽນ​ເກ​ມຄັ້ງ​ນີ້​ ຈະ​ໃຊ້​ສະຫນາມກິລາທັງ​ຫມົດ 53 ​ແຫ່ງ, ​ໃນ​ນັ້ນຫລາຍ​ກວ່າ 80% ​ແມ່ນ​ສະຫນາມກິລາ​ເກົ່າ​ທີ່​​ປັບປຸງ​ໃຫມ່,​ສ່ວນສະ ຫນາມກິລາ​ທີ່​ສ້າງ​ໃຫມ່​ມີ​ແຕ່ 12 ​ແຫ່ງ​​ເທົ່ານັ້ນ. ທ່ານ​ຊີ​ຢ້ວຍ​ເສິ່ງ,​ຮອງ​ເຈົ້າ​ຄອງນະຄອນ​ກວາງ​ໂຈ​ວ,ຮອງ​ເລຂາທິການ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ເອຊຽນ​ເກ​ມກວາງ​ໂຈ​ວກ່າວ​ວ່າ, ​ໃນ​ການວງ​ແຜນ,ອອກ​ແບບ​ແລະ​ກໍ່ສ້າງ​ສະຫນາມກິລາ​ສຳລັບເອຊຽນ​ເກ​ມ,​ໄດ້​ສະ​ແດງ​​ເຖິງ​ຈຸດ​ພິ​ເສດ​ທີ່​ອະນຸລັກ​ສິ່ງ​ແວດລ້ອມ​ແລະ​ປະຢັດ​ພະລັງງານ.ທ່ານ​ກ່າວ​ວ່າ:

ການ​ສ້າງສາ​ສະຫນາມກິລາ​ໄດ້​​ໃຊ້​ຈຸດ​ພິ​ເສດ​ທາງ​ດິນ​ຟ້າອາກາດ​ຂອງ​ເມືອງ​ກວາງ​ໂຈ​ວທີ່​ຕັ້ງ​ຢູ່​ເຂດ​ໃກ້ແຖບ​ຮ້ອນ,​ໄດ້​ມີ​ການ​ອອກ​ແບບ​ທີ່​ເຮັດ​ໃຫ້​ອາກາດ​ລຸ​ລ່ວງ​ແລະ​ນຳ​ໃຊ້​ແສງ​ແດດ​ຢ່າງ​ເຕັມ​ທີ່, ​ແລະ​ພະຍາຍາມ​ບັນລຸ​ເປົ້າ​ຫມາຍ​ທີ່​ໃຫ້​ສິ່ງ​ກໍ່ສ້າງ​ຫລຸດ​ຈຳນວນ​ລະບາຍ​ກາກ​ບອນ​ໃຫ້​ຕ່ຳລົງ​ໂດຍ​ນຳ​ໃຊ້​ອຸປະກອນ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແບບ​ໃຫມມ່​ແລະ​ເຕັກນິກ​ພິ​ເສດ​ຕ່າງໆ.

​ເຂດ​ຈັດ​ງານ​ເອຊຽນ​ເກ​ມກວາງ​ໂຈ​ວທີ່​ມີ​ເນື້ອ​ທີ່​ເກືອບ 3 ກິ​ໂລ​ຕາ​ແມັດ​ໄດ້​ໂຮມ​ສູນ​ບ້ານ​ພັກ​ສື່​ມວນ​ຊົນ,ບ້ານພັກ​ນັກ​ກິລາ, ບ້ານ​ພັກ​ຂອງ​ເຈົ້າ​ຫນ້າ​ທີ່​ນາຍ​ຊ່າງ,ສູນຖະ​ແຫລ​ງຂ່າວ​ແລະ​ອື່ນໆ,​ໄດ້​ຕອບ​ສະຫນອງ​ຄວາມ​ຕ້ອງການ​ໃນ​ການ​ແຂ່ງຂັນ,ທັງ​ສາມາດ​ດັດ​ສ້າງ​ໃຫ້​ເປັນ​ເຂດຄຸ້ມ​ຊຸມ​ຊົນ​ແຫ່ງ​ໃຫມ​ມ່ທີ່​ມີ​ສະພາບ​ແວດ​ລ້ອມ​ດີງາມ​ແລະ​ມີພື້ນຖານ​ໂຄ່ງ​ລ່າງຢ່າງສົມບູນ​ຫລັງງານ​ແຂ່ງຂັນ.ນາງ​ອິນ​​ເຈ,​ໂຄສົກ​ບ້ານ​ພັກ​ນັກ​ກິລາ​ກ່າວ​ວ່າ:

ເຂດ​ຈັດ​ງານ​ເອຊຽນ​ເກ​ມ​ໄດ້​ໃຊ້​ເຕັກນິກ​ໃຫມ່​ຫລາຍ​ຢ່າງ, ຕົ້ນຕໍ​ແມ່ນພິຈາລະນາ​ເຖິງ​ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ.​ເຊັ່ນ:ຢູ່​ເຂດ​ນີ້​ໄດ້​ອອກ​ແບບ​ທໍ່​ແລະ​ຮ່ອງ​ຕ່າງໆ​ຄື,​ເອົາ​ສາຍ​ໂທລະສັບ, ສາຍ​ສື່ສານ​ຕ່າງໆ​ໄວ້​ຢູ່​ໃນຮ່ອງ​ແລະ​ທໍ່​ດຽວ, ຫລີກ​ເວັ້ນບໍ່​ຂຸດ​ດິນ​ຫລາຍ​​ເທື່ອ.ນອກ​ນີ້, ຍັງ​ສາມາດ​ເກັບ​ເອົາ​ນ້ຳ​ຝົນ​ມາ​ໃຊ້​ຄືນ​ໄດ້,​ເມື່ອ​ໄດ້​ເກັບ​ເອົາ​ນ້ຳ​ຝົນ​ແລ້ວ​ຜ່ານ​ກາ​ນຊຳລະ​ສາມາດ​ໃຊ້​ຄືນ​ໄດ້​ໃນ​ຊີວິດ​ປະຈຳ​ວັນ,ຄື​ໃຊ້​ຫົດ​ດອກ​ໄມ້​,​ໃຊ້​ໃນ​ວິດ​ແລະ​ອື່ນໆ.

ສະ​ຫນາມ​ກິ​ລາ​ຫລັກ​ທີ່​ຕັ້ງ​ຢູ່​ເຂດ​ຈັດ​ງານ​ເອຊຽນ​ເກ​ມກວາງ​ໂຈ​ວ​ຖືວ່າ​ເປັນ​ສິ່ງ​ກໍ່ສ້າງ​ສັນຍະລັກ​ຂອງ​ເອຊຽນ​ເກ​ມກວາງ​ໂຈ​ວຄັ້ງ​ນີ້.​ໃນ​ໄລຍະ​ຈັດ​ງານ​​ເອຊຽນ​ເກ​ມ​ແລະ​ງານກິລາ​ຄົນ​ພິການອາຊີ,ຢູ່​ແຫງ​ນີ້​ຈະ​ຈັດກາ​ນ​ແຂ່ງຂັນ​ກາຍຍະກຳ, ກາຍຍະ​ກຳ​ລວດ​ລາຍ, ຕຽງ​ສະ​ປິ​ງ,ສະ​ນຸກ​ເກີ​ແລະ squash .ສະຫນາມ ກິລາ​ແຫ່ງ​ນີ້​ໄດ້​ໃຊ້​ເຕັກນິກປະຢັດ​ພະລັງງານ​ໃຫມ່​ຫລາຍ​ຢ່າງ, ອັດຕາ​ປະຢັດ​ພະ​ລັງ​ງານ​ໄດ້​ເຖີງ 60%. ໃນ​ໄລຍະ​ຈັດ​ງານ, ​ເຂດ​ຈັດ​ງານ​​ເອຊຽນ​ເກ​ມຈະມີ​ການ​ບໍລິການ​ໃຫ້​ເຊົ່າ​ລົດຖີບ​ແລະ​ລົດ​​ແບັດ​ເຕີ​ລີ​ໂດຍ​ບໍ່​ເກັບ​ຄ່າ,​ເມື່ອ​ຮອດ​ຕອນ​ນັ້ນ​ການ​ອາ​ໄສ​ລົດ​ລາ​ພາຍ​ໃນ​ເຂດ​ເອຊຽນ​ເກ​ມຈະ​ຫລຸດ​ລົງຈາກ 80% ​ເຫລືອ​ປະມານ 30%.

​ເພື່ອ​ໃຫ້​ອາ​ກາດ​ໃນ​ໄລຍະ​ຈັດ​ງານ​ບັນລຸ​ມາດ​ຕະ​ຖານ,ອົງ​ການ​ປົກ​ຄອງ​ນະຄອນ​ກວາງ​ໂຈ​ວ​ໄດ້​ອອກ​ແຮງ​ປັບປຸງ​ອາກາດ. ນັບ​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ, ນະຄອນ​ກວາງ​ໂຈ​ວ​ໄດ້​ວາງ​ຂໍ້​ກຳນົດ​ປ້ອງ​ກັນ​ແລະ​ປົວ​ແປງ​ການກໍ່​ມົນ​ລະ​ພິດທາງ​ອາກາດ​ຂອງ​ນະຄອນ​ກວາງ​ໂຈ​ວ, ​ແລະ​ຂໍ້​ກຳນົດ​ປ້ອງ​ກັນ​ແລະ​ຫລຸດ​ຜ່ອນ​ການ​ລະບາຍ​ຄວັນ​ພິດ​ຂອງ​ລົດ​​ໃນ​ນະຄອນ​ກວາງ​ໂຈ​ວ,​ເຊິ່ງ​ເປັນ​ກົດ​ຂໍ້​ກຳນົດ​ທ້ອງ​ຖີ່​ນສອງ​ສະບັບ,​ແລະ​ແຈ້ງ​ການ​ຂອງ​ອົງ​ການ​ປົກ​ຄອງ 18 ສະບັບ​ແລະແຜນການ​ຕ່າງໆ,​​ໄດ້ສະຫນອງ​ພື້ນ​ຖານ​ຂໍ້​ກຳ​ນົດ​ກົດ​ລະບຽບ​ແລະ​ກົນ​ໄກ​​ໄລຍະ​ຍາວນານ​ໃຫ້​ແກ່​ການ​ຮັບປະກັນ​ຄຸນ​ນະພາ​ບທາງ​ອາກາດ​​ໃນ​ໄລຍະຈັດ​ງານ​ແລະ​ປັບປຸງ​ຄຸນ​ນະພາ​ບອາກາດ​ຢ່າງ​ຕໍ່​ເນຶ່ອງ​ຫລັງ​ງານ​ເອຊຽນ​ເກ​ມ.

ທ່ານ​ຢາງ​ລິວ,ຮອງ​ຫົວຫນ້າ​ພະ​ແນ​ກຮັບປະກັນ​ຄຸນ​ນະພາ​ບອາກາດ​ຂອງ​ຄະນະ​ຈັດ​ງານ​ເອຊຽນ​ເກ​ມກວາງ​ໂຈ​ວ,ທັງ​ເປັນຫວົຫນ້າ​ພະ​ແນ​ກອະນຸລັກ​ສິ່ງ​ແວດ​ລ້ອມ​ນະຄອນ​ກວາງ​ໂຈ​ວກ່າວ​ວ່າ,ຈະ​ຮັບປະກັນ​ຄຸນ​ນະພາ​ບອາກາດ​ຂອງ​ກວາງ​ໂຈ​ວ​ໃນ​ໄລຍະ​ງານ​ເອຊຽນ​ເກ​ມ​.ທ່ານ​ກ່າວ​ວ່າ:

​ໃນ​ໄລຍະ​ຈັດ​ງານ​ເອຊຽນ​ເກ​ມ,ຈະ​ພະຍາຍາມ​ບໍ່​ໃຊ້​ມາດ​ຕະການ​ທີ່​ຜິດ​ປົກກະຕິ​ຫລື​ໃຊ້​ຫນ້ອຍ​ທີ່​ສຸດ,ພະຍາຍາມ​ໃຫ້​ຕົວ​ເລກ​ດັດ​ສະ​ນີຂອງ​ການ​ຕິດຕາມ​ກວດກາ​ອາກາດ​ຕ່າງໆ​ເຊັ່ນ:ຊຸນ​ເຟີ​ດີ​ອອກ​ຊິດ,ນີ​ໂຕຼ​ແຊນ​ອອກ​ສິດ​ແລະ​ຄວາມ​ສົດ​ໃສ​ຂອງ​ອາກາດ​ລ້ວນ​ແຕ່​ດີກ​ວ່າ​ມາດຕະຖານ​ລະດັບ 2 ຂອງ​ລະດັບ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ