ການ​ເຝິກຊ້ອມ​ເທື່ອ​ທີ4ຂອງພິທີ​ໄຂງານ​ເອຊຽນ​ເກມກວາງ​ໂຈ່ວ

(GMT+08:00) 2010-11-09 16:37:00     cri

ງານ​ມະຫາ​ກຳ​ກິລາ​ອາຊີ​ຫຼື​ເອຊຽນ​ເກ​ມຄັ້ງ​ທີ16ຈະ​ໄຂ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວຂອງ​ຈີນ​ໃນ​ຄ່ຳ​ຄືນວັນ​ທີ12ພະຈິກ​ນີ້. ວັນ​ທີ8ພະຈິກ​ນີ້, ການ​ເຝິກ​ຊ້ອມ​​ເທື່ອ​ທີ4​ພິທີ​ໄຂ​ງານ​ເອຊຽນ​ເກ​ມ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມ​ແຄມ​ແມ່​ນ້ຳ​ຈູ່ຈ່ຽງ, ​ໃນ​ການ​ເຝິກຊ້ອມ​ເທື່ອ​ນີ້, ນອກຈາກ​ການ​ຈູດ​ດອກ​ໄມ້​ໄຟ​ແລະ​ທວນ​ໄຟ​ແລ້ວ, ວຽກ​ອື່ນໆ​ແມ່ນ​ດຳ​ເນີນ​ໄປ​ຕາມລາຍການ​ຂອງ​ພິທີ​ໄຂ​ໝົດ.


ຫົວ​ຂໍ້​​ຂອງ​ພິທີ​ໄຂ​ງານ​ແມ່ນ"​ການອອກ​ເດີນ​ທາງ​ອອກ", ຫຼັງ​ຈາກ​ສຽງເພງ​ເດັກ"ຝົນຕົກ​ໜັກ, ນ້ຳຖ້ວມ​ຖະໜົນ", ຈະ​ມີ​ການສະ​ແດງ4ພາກສ່ວນ​ໃຫຍ່, ຄື:"ນ້ຳຂອງ​ດິນ​ແດນ", "​ເຮືອ​ຢູ່​​ເທິງ​ທະ​ເລ","​ໃບ​ເຮືອ​ເມກ​ຂາວ", "ການ​ເຊີນຊວນ​ຂອງ​ເມືອງ​ດອກ​​ໄມ້", ຈະ​ໃຊ້​ເວລາ​ສະ​ແດງ​ປະມານ1​ຊົ່ວ​ໂມງ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ