ເອຊຽນ​ເກ​ມ, ກວາງ​ໂຈ່​ວ​ໄດ້​ກຽມພ້ອມ​ແລ້ວ

(GMT+08:00) 2010-11-12 16:07:55     cri

"ພວກ​ເຮົາ​ກຽມພ້ອມ​ແລ້ວ"ຄຳ​ເວົ້າ​ນີ້,​ເຄີຍ​ເວົ້າ​ໃນ​ໄລຍະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ້, ດຽວນີ້, ​ໄມ້​ແລ່ນ​ຕໍ່​ແຮງ​ໄດ້​ສົ່ງ​ມາ​ຮອດ​ມື​ຂອງ​ນັກ​ກິລາ​ເອຊຽນ​ເກ​ມກວາງ​ໂຈ່​ວ​ແລ້ວ. ວຽກ​ງານ​ກະກຽມ​ເອຊຽນ​ເກ​ມ​ຮອດ​ຂັ້ນ​ໃດແລ້ວ?ກວາງ​ໂຈ່​ວກຽມພ້ອມ​ທຸກ​ຢ່າງ​ແລ້ວ​ບໍ?ພວກ​ເຮົາ​ພາກັນ​ໄປ​ຊອກ​ຫາ​ຄຳ​ຕອບ​ຢູ່​ກວາງ​ໂຈ່​ວ​ເບິ່ງ.

ຫລາຍ​ມື້ມໍ່ໆ​ມາ​ນີ້, ​ເລາະ​ຕາມ​ຖະໜົນ​ຫົນທາງ​ເມືອງ​ກວາງ​ໂຈ່ວ, ທ່ານ​ກໍ​ຈະໄດ້​ຍິນ​ເພງ​ທີ່​ຊື່ວ່າ​"ມີ​ເພື່ອນ​ມາ​ແຕ່​ໄກ"​ເຊິ່ງ​ເປັນ​ເພງ​ເອຊຽນ​ເກ​ມກວາງ​ໂຈ່​ວ, ​ເນື້ອ​ຮ້ອງທຳນອງ​ທີ່​ມ່ວນ​ຫູ​ຄື​ກັນ​ກັບ​ວ່າ​ໄດ້ບອກ​ຄວາມ​ໃນ​ໃຈ​ຂອງຊາວ​ກວາງ​ໂຈ່​ວ.

ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ເອຊຽນ​ເກ​ມມີ​ທັງ​ໝົດ10156​ຄົນ, ​ເຈົ້າ​ຫນ້າ​ທີ່​ຄະນະ​ນັກ​ກິລາ​ມີ​ທັງ​ຫມົດ4202ຄົນ. ຍ້ອນ​ວ່າ​ແຕ່ລະຄົນ​ລ້ວນ​ແຕ່​ມີຫນ້າ​ທີ່​ໃນການ​ແຂ່ງຂັນ​ແລະ​ຝຶກ​ຊ້ອມ, ບ້ານ​ນັກ​ກິລາ​ໄດ້​ກາຍ​ເປັນ​ບ່ອນ​ດຳລົງ​ຊີວິດ​ຊົ່ວຄາວ​ຂອງ​ເຂົ້າ​ເຈົ້າ​ໃນ​ໄລຍະ​ການ​ແຂ່ງຂັນ. ວັນ​ທີ5​ພະຈິກ​ນີ້, ບ້ານ​ນັກ​ກິລາ​ເອຊຽນ​ເກ​ມ​ທີ່​ສ້າງ​ຂຶ້ນ​ໃຫມ່ໄດ້​ເປີດ​ຢ່າງ​ເປັນ​ທາງ​ການ, ​ໄດ້​ເລີ່​ມອຳ​ນວຍ​ການ​ບໍລິການ​ຮອບດ້ານ​ເຊັ່ນ​ອາຫານ​ການ​ກິນ, ບ່ອນພັກ​, ການ​ເດີນທາງ, ການ​ຊື້​ສິນຄ້າ, ການພັກ​ຜ່ອນ, ການ​ແພດ​ແລະ​ອື່ນໆໃຫ້​ແກ່ນັກ​ກິລາ, ​ແລະ​ຈັດ​ພິທີຕ້ອນຮັບ​ຄະນະ​ຜູ້​ແທນຈາກ​ປະ​ເທດຕ່າງໆ, ຕ້ອນຮັບປະມຸກ​ລັດ, ຜູ້ນຳລັດຖະບານ, ຜູ້​ແທນ​ລາຊະ​ວົງ​ແລະ​ແຂກ​ທີ່​ສຳຄັນ​ອື່ນ​ໆ. ທ່ານ​ນາງ​ຂົງຊ້າ​ວສົງ, ຫົວ​ຫນ້າ​ບໍລິ​ຫານບ້ານ​ນັກ​ກິລາກ່າວ​ຢໍ້າຢ່າງ​ເລື້ອຍໆ​ວ່າ, ນັກ​ກິລາ​ທັງ​ຫມົດ​ປຽບ​ເໝືອນ​ຄົນ​ໃນ​ຄອບຄົວ​ດຽວ​ກັນ, ສ້າງ​ບ້ານ​ນັກ​ກິລາ​ໃຫ້​ເປັນ​ບ້ານ​ທີ່​ອົບ​ອຸ່ນ.

(ສຽງ​ນາງ​ຂົງຊ້າ​ວສົງ) " ​ຖື​ນັກ​ກິລາສໍາຄັນ​ທີ່​ສຸດ, ​ເປັນວັດຖຸ​ປະສົງ​ຕົ້ນ​ຕໍ​ຂອງ​ວຽກ​ງານ​ບ້ານ​ນັກ​ກິລາ. ຄະນະ​ບໍລິຫານ​ບ້ານ​ນັກ​ກິລາ​ພວກ​ເຮົາ​ຈະ​ເຮັດ​ສຸດ​ຄວາມ​ສາມາດ, ອຳນວຍ​ຄວາມ​ສະດວກ​ແລະ​ບໍລິການ​ຢ່າງ​ດີ​ທີ່​ສຸດ, ຮອບ​ຄອບ, ລະອຽດ​ໃຫ້​ແກ່​ນັກ​ກິ​ລາ, ​ເຈົ້າ​ຫນ້າ​ທີ່​ແລະ​ແຂກ​ສຳຄັນ​ອື່ນໆ, ສ້າງ​ຄອບຄົວ​ໃຫຍ່​ທີ່​ປອດ​ໄພ, ສະບາຍ, ອົບ​ອຸ່ນ​ແລະ​ກົມກຽວກັນ."

ເອຊຽນ​ເກ​ມຈະໃຊ້​ສະຫນາມ​ກິລາ70​ແຫ່ງ, ​ໃນ​ນັ້ນ​ມີ​ສະຫນາມ​ແຂ່ງ​ຂັນ53​ແຫ່ງ, ສະຫນາມຝຶກ​ຊ້ອມສະ​ເພາະ17​ແຫ່ງ, ​ໄດ້ສ້າງ​ສະຖິຕິ​ໃຫມ່​ໃນ​ການນຳ​ໃຊ້ສະຫນາມກິລາ​ຫລາຍ​ທີ່​ສຸດ​ໃນ​ເອຊຽນ​ເກ​ມທີ່​ບໍ່ເຄີຍ​ມີ​ມາໃນ​ປະຫວັດສາດ.

ນອກຈາກ​ນັກ​ກິລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ແລ້ວ, ​ຈຳນວນ​ຜູ້​ຊົມ​ການ​ແຂ່ງຂັນ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໄລຍະ​​ເອຊຽນ​ເກ​ມກໍ​ຈະ​ແມ່ນ​ຕົວ​ເລກ​​ທີ່​ສູງ​ຫຼາຍ, ຢາກ​ໃຫ້​ເຂົາ​ເຈົ້າ​ ​ເດີນທາງ​ຢ່າງ​ສະດວກ​ແລະ​ມີຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ລະຫວ່າງ​ສະໜາມກິລາ​ຕ່າງໆ, ການ​ຄົມມະນາຄົມ​ຂອງ​ນະຄອນ​ກວາງ​ໂຈ່​ວກໍ​ຈະ​ໄດ້ຜ່ານ​ການ​ທົດ​ສອບ​ຢ່າງ​ເຄັ່ງ​ຄັດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເຄີຍ​ມີ. ຕໍ່​ເລື່ອງ​ນີ້, ທ່ານ​ວ້າງຊິງ​ຫຼຽງ, ​ເຈົ້າ​ຄອງ​ນະຄອນ​ກວາງ​ໂຈ່​ວກ່າວ​ວ່າ, ກວາງ​ໂຈ່​ວ​ໄດ້​ລົງທຶນ​ປະມານ 70 ຕື້​ຢວນສ້າງ​ລົດ​ໄຟ​ໃຕ້​ດິນ​ຍາວ​ກວ່າ 200 ກິ​ໂລ. ປະຈຸ​ບັນ, ນະຄອນ​ກວາງ​ໂຈ່​ວມີ​ທາງລົດ​ໄຟ​ໃຕ້​ດິນ 8 ສາຍ, ສາມາດ​ໄປ​​ເຖິງ​ສະນາມ​ກິລາ​ເອຊຽນ​ເກ​ມ 38 ​ແຫ່ງ, ​ແລະ​ໄປ​ຮອດ​ສະໜາມ​ບິນ, ສະຖານີ​ລົດ​ໄຟ​ແລະ​ທາງ​ລົດ​ໄຟ​ສາຍ​ດ່ວນ​ໂດຍ​ກົງ. ທ່ານ​ວ້າງຊິ້ງຫຼຽງກ່າວ​ວ່າ:

"ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ຕໍ່​ຄະນະ​ກຳມະການ​ຈັດ​ຕັ້ງ​ໂອ​ລິ​ມປິກ​ອາຊີ, ພວກ​ເຮົາ​ໄດ້​ປະຕິບັດ​ມາດ​ຕະການ​ຕ່າງໆ​ເພື່ອ​ປັບປຸງ​ໃຫ້​ເງື່ອນ​ໄຂ​​ແລະ​ສິ່ງ​ກໍ່ສ້າງ​ຄົມມະນາຄົມ​ໃຫ້​ດີ​ຂຶ້ນ. ສາມາດ​ເວົ້າ​ໄດ້​ວ່າ, ພວກ​ເຮົາ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເອຊຽນ​ເກ​ມ​ແລະ​ການ​ໝູນ​ເດີນ​ຂອງ​ຕົວ​ເມືອງ​ໃນ​ຂັ້ນ​ພື້ນຖານ​ແລ້ວ."

ຢາກ​ຈັດ​ເອຊຽນ​ເກ​ມທີ່​ສຳ​ເລັດ​ຜົນ​ຄັ້ງ​ໜຶ່ງ, ​ເນື້ອ​ໃນ​ຂອງວຽກ​ງານ​ກະກຽມຍັງ​ຫຼາຍ​ຢູ່, ​​ແຕ່​ໃນ​ຫຼາຍ​ມື້​ທີ່​ເອຊຽນ​ເກ​ມກວາງ​ໂຈ່​ວຈະ​ໄຂ​ຂຶ້ນ​ນັ້ນ, ຄົນ​ທັງ​ຫຼາຍ​ໄດ້​ຍິນ​ສຽງ​ຈາກ​ທຸກ​ຫົນທາງ​ຂອງ​ນະຄອນ​ກວາງ​ໂຈ່​ວ​ແລະ​ດັງ​ຂຶ້ນ​ຢູ່​ເທິງ​ແມ່​ນ້ຳ​ຈູ​ຈ່ຽງຄື:" ​ເອຊຽນ​ເກ​ມ 2010, ກວາງ​ໂຈ່​ວ​ໄດ້​ກຽມພ້ອມ​ແລ້ວ."

 

 

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ