ນັກກີລາ​ວູຊູ​ລາວຊະນະ​ໃນ​ການ​ແຂ່ງຂັນ​​ວູຊູລຸ້ນ 56 ກິ​ໂລເພດ​ຊາຍ, ເຂົ້າສູ່​ການ​ແຂ່ງຂັນ​ຮອບ 4 ສຸດ​ທ້າຍ

(GMT+08:00) 2010-11-14 17:28:58     cri


ໃນ​ເວລາ 19​ ໂມງ 30 ນາທີຂອງ​ວັນ​ທີ 13 ພະຈິກ​ນີ້, ການ​ແຂ່ງຂັນປະ​ເພດ​ວູຊູ​ໄດ້​ຈັດ​ຂຶ້ນ​ໃນສະໜາມ​ກີລາ​ນານ​ຊາ​ທີ່​ນະຄອນ​ກວາງ​ໂຈ​ວ. ໂພ​ໄຊ ອະ​ໄພ​ລາດ​ ນັກກີລາ​ວູຊູ​ລາວ​ທີ່​ເຄີຍ​ໄດ້​ຫຼຽນ​ເງິນ​ໃນ​ເອຊຽນ​ເກ​ມ​ຄັ້ງ​ທີ 15​ ໃນ​ນະຄອນຫຼວງ ໂດ​ຮາ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ວູຊູລຸ້ນ 56 ກິ​ໂລເພດ​ຊາຍ. ຜ່ານ​ການ​ແຂ່ງຂັນ​ທີ່ມ່ວນ​ຊຶ່ນ, ​ໂພ​ໄຊ​ໄດ້ຊະນະ​ໃນ​ການ​ແຂ່ງຂັນ​​ເທື່ອ​ນີ້​ແລະ​ເຂົ້າສູ່​ການ​ແຂ່ງຂັນ​ຮອບ 4 ສຸດ​ທ້າຍ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ພະຈິກ​ນີ້.


ຫຼັງ​ຈາກ​ການ​ແຂ່ງຂັນ​ເລີ່​ມຕົ້ນ​ແລ້ວ, ທ້າ​ວ​ໂພ​ໄຊ​ໄດ້​ສູ້​ກັນຢ່າງ​ອົງອາດ​ກ້າຫານ, ​ໂຈມ​ຕີຄູ່​ແຂ່ງຂັນດ້ວຍ​ສີມື​ເຕັກນິກຊັດ​ກຳ​ປັ້ນ​ແລະ​ເຕະ​ຂາທັງ​ໄວ​ທັງ​ແຮງ, ຈົນ​​ໄດ້​ໂຈມ​ຕີ​​ໃຫ້ຄູ່​ແຂ່ງຂັນລົ້ນ​ຈາກ​ເວທີ1​ເທື່ອ, ບໍ່​ເຄີຍ​ໃຫ້​ໂອກາດ​ໜ້ອຍ​ດຽງ​ແກ່​ຄູ່​ແຂ່ງຂັນ. ສຸດ​ທ້າ​ຍ, ທ້າວ​ໂພ​ໄຊ​ໄດ້​​ເອົາ​ຊະນະ​ດ້ວຍ​ຄະ​ແນນ 2 ຕໍ່ 0 ໃນ​ການ​ແຂ່ງຂັນ​ຢ່າງ​ງ່າ​ຍ.

 

ພາຍຫຼັງການ​ແຂ່ງຂັນ​, ທ້າວ​ໂພ​ໄຊ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI.

 

ຫຼັງ​ຈາກ​ອອກ​ຈາກ​ສະໜາມກິລາ, ທ່ານດ​.ຣ. ພູ​ທອງ ​ແສງ​ອາຄົມທີ່​ມາ​ໃຫ້​ກຳ​ລັງ​ໃຈ​ແກ່ທ້າວ​ໂພ​ໄຊ ອະ​ໄພ​ລາດ​, ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ເຮົາ


ການ​ແຂ່ງຂັນ​ຮອບ​ທີ1​ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບງາມ​, ​ແລະ​ຫຼັງ​ຈາກ​ການ​ແຂ່ງຂັນ​ທ້າວ​ໂພ​​ໄຊ ອະ​ໄພ​ລາດ​ຍັງ​ບໍ່​ຮູ້ສຶກ​ເໝື່ອຍປານ​​ໃດ, ​ຂ້າພະ​ເຈົ້າ​ໄດ້ເຫັນຄູ່​​ເຝິກ​ຜູ້​ໜຶ່ງ​ແມ່ນ​ຄົນ​ຈີນ​ທີ່​ໄດ້​​ໄປ​​​ເຝິກ​ນັກກີລາ​ວູຊູ​ລາວ​ເປັນ​ເວລາ2ປີ​ແລ້ວ, ຄູ​ເຝິກ​ອີກ​ຜູ້​ໜຶ່ງ​ແມ່ນທ້າວ​ອຸດອນ​ນັກກີລາມວຍ, ​ໂດຍ​ມີ​ການ​ສະໜັບສະໜູນ​ຢ່າງຮອບດ້ານ​ແລະ​ແຂງ​ແຮງ​, ຄາດ​ວ່າການ​ຍາດ​​ໄດ້ຫຼຽນ​ຄຳ​​ໃນ​ເອຊຽນ​ເກ​ມກວາງ​ໂຈ​ວຄັ້ງ​ນີ້​ກໍ່​ຈະ​ມີ​ຫວັງ​ຢູ່. 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ