ຂ່າວ​ຄືບ​ຫນ້າ​ນັກ​ກິລາ​ວູຊູ​ລາວ

(GMT+08:00) 2010-11-16 16:59:35     cri

ໃນ​ຕອນ​ແລງ​ວັນ​ທີ16ພະຈິກນີ້, ການ​ແຂ່ງຂັນ​ວູຊູ​ລຸ້ນ56ກິ​ໂລ​ຮອບ4ຄົນ​ສຸດ​ທ້າຍ​ໄດ​ຈັດ​ຂຶ້ນ​ໃນ​ສະໜາມກິລາ​ນານ​ຊາ​ທີ່​ນະຄອນຫຼວງ​ກວາງ​ໂຈ​ວ, ທ້າວ​ໂພ​ໄຊ ອະ​ໄພ​ລາດ​ທີ່​ສູ້ກັບ​ທ້າວ​ຮວງ​ເວີນ​ຄຸນ​ນັກກີລາຈາກ​ເຂດ​ບໍລິຫານ​ພິ​ເສດ​ມາ​ກາວຂອງ​ຈີນ​, ​ແລະ​​ຊະນະ​ດ້ວຍ​ຄະ​ແນນ2ຕໍ່0. ​ໃນ​ການ​ແຂ່ງຂັນ​​ເທື່ອ​ນີ້​, ທ້າວ​ໂພ​ໄຊ​ບໍ່​ຮູ້ສຶກ​ກົດ​ດັນ​ຫຍັງ, ​ແລະ​ບຸກ​ດ້ວຍ​ການ​ຊັດ​ກຳ​ປັ້ນ​ແລະ​ການ​ເຕະ​ຂາຢ່າງ​ແຮງ, ​ເຖິງ​ແມ່ນ​ວ່າ​ຄູ່​ຕໍ່​ສູ້ຮ່າງ​ໃຫຍ່​​ສູງ, ​ແຕ່​ວ່າ​ທ້າວ​ໂພ​ໄຊ​ກໍ່​ບໍ່​ຢ້ານ​ກົວ​ເລີຍ, ​​ບຸກດ້ວຍການປ້ຳ​​ແລະ​ເຮັດ​ໃຫ້​ຄູ່​ຕໍ່ສູ້ລົ້ມ​ລົງ​ຫຼາຍ​ເທື່ອ, ​ໃນ​ທີ່ສຸດ​ກໍຊະນະ​ຢ່າງ​ຂາວ​ສະອາດ. ຫຼັງ​ຈາກ​ການ​ແຂ່ງຂັນ, ທ້າວ​ໂພ​ໄຊ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI

ຫຼັງ​ຈາ​ກການ​ແຂ່ງຂັນ​ວູຊູ​​ລຸ້ນ56ກິ​ໂລເພດຊາຍ​ສຳ​ເລັດ​ລົງ​ແລ້ວ, ກໍ​ມີການ​ແຂ່ງຂັນວູຊູ​ເພດ​ຍິງລຸ້ນ60ກິ​ໂລ​​ຮອບ4ຄົນ​ສຸດ​ທ້າຍ​, ​​ໂດຍ​ແມ່ນ​ນາງ​ປາ​ລອຍ​ ບາກ​ຄຳ, ນັກ​ກິລາ​ລາວແຂ່ງຂັນ​ກັບນາງ​ກູຣັງ ຈະ​ຮາ​ຣາ​ນາ, ນັກ​ກິລາ​ເນ​ປານ.​​ໃນ​ການ​ແຂ່ງຂັນ, ​ເຖິງ​ແມ່ນ​ວ່າ​ເປັນ​ເທື່ອ​ທຳ​ອິດ​ທີ່​ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລະດັບ​ສາກົນ​ແນວ​ນີ້, ​ແຕ່​ວ່ານາງປາ​ລອຍກໍ່​ທຸ່ນ​ທ່ຽງ​ດີ, ບຸກ​ຄູ່​ແຂງ​ຂັນ​ທັງ​ແຮງ​ທັງ​ໄວ, ສຸດ​ທ້າຍ​ກໍ່ໄດ້​ເຮັດ​ຮັບ​ໄຊຊະນະ. ການ​ໄດ້​ຮັບ​ໄຊຊະນະ​ເທື່ອ​ນີ້​​ໄດ້​ສ້າງ​ປະຫວັດສາດ​ໃໝ່​ຂອງ​ການ​ແຂ່ງຂັນ​ວູຊູ​​​ເພດຍິງ​ຂອງ​ລາວ, ​ແລະນາງ​ປາ​ລອຍກໍ່​ກາຍ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ແຂ່ງຂັນ​ວູຊູ​​ເພດຍິງ​ລາວ, ຫຼັງ​ຈາກ​ການ​ແຂ່ງຂັນ, ນາງ​ບອກ​ນັກຂ່າວ​ວ່າ, ​ຮູ້ສຶກ​ດີ​ໃຈ​ຫຼາຍຍ້ອນການ​ໄດ້​ຮັບ​ໄຊຊະນະ​ເທື່ອ​ນີ້​ເປັນ​ເທື່ອ​ທຳ​ອິດ​ຂອງ​ນາງ, ​ເປັນ​ຜູ້ຍິງຜູ້​ທຳ​ອິດ​ຂອງ​ກິລາວູຊູ, ຢາກ​ໃຫ້​ປະຊາຊົນ​ລາວ​ໃຫ້​ກຳລັງ​ໃຈ​ຕໍ່​ໄປ​ແລະ​ຫວັງ​ວ່າ​ຈະໄດ້​ຫຼຽນ​ເງິນ​ຫຼື​ຫຼຽນ​ຄຳ​.


ໃນ​ການ​ແຂ່ງຂັນ​ວູຊູ​ລຸ້ນ60​​ແລະ70ກິ​ໂລ​ເພດຊາຍ, ທ້າວ​ວາລະ​ສິດ ບົວ​ພາ​ກັບ​ທ້າວ​ໄຊ​ຍະ​ວົງ ສົມ​ໝາຍ​​ເສຍ​ໄຊ​ໃນ​ການ​ແຂ່ງຂັນ, ເມື່ອ​ເວົ້າ​ເຖິງ​ເສຍ​ໄຊ​ເທື່ອ​ນີ້, ຄູ​ເຝິກ​ຈີນ​ບອກ​ນັກ​ຂ່າວ​ວ່າ:

ເຫດຜົນ​ຕົ້ນຕໍກໍ່​ແມ່ນນັກ​ກິລາ2ຄົນນີ້​ເຂົ້າຮ່ວມ​ການແຂ່ງຂັນ​ລະດັບສາກົນ ແນວນີ້ບໍ່ຫຼາຍ, ​ປະສົບການຍັງ​ບໍ່​ພຽງພໍ, ​ມີສີມືດີ, ແຕ່ ຕື່ນເຕັ້ນ​ເກີນ​ໄປ​ຈຶ່ງບໍ່ກ້າບຸກ​ຫລາຍ, ຕົກ​ທ່າ​ຮັບ​ຕະຫລອດ, ແລະມີອາ​ຍຸຍັງໜຸ່ມ​ຫລາຍ​ບໍ່ເປັນຫຍັງ, ຖ້າ​ໄດ້ເຂົ້າຮ່ວມຫຼາຍເທື່ອແລ້ວກໍ່ຈະ​ດີ​ຂຶ້ນ.

ຫຼັງຈາກການແຂ່ງຂັນສິ້ນສຸດລົງແລ້ວ, ນັກຂ່າວໄດ້ພົບກັບນັກກິລາວູຊູເພດ ຊາຍ3ຄົນ, ​ເຫັນ​ວ່າ​ທ້າວ​ໄຊ​ຍະ​ວົງ​ແລະ​ທ້າວ​ວາລະ​ສິດ​ເສຍ​ໃຈ​ຫຼາຍ,​ ​ທ້າວ​​ໂພ​ໄຊ​ ​ອະ​ໄພ​ລາດ​ບອກ​​ນັກ​ກິລາລຸ້ນນ້ອງບໍ່​ຕ້ອງເສຍ​ໃຈ, ​ເຖິງ​ວ່າບໍ່​ໄດ້​ຫຼຽນກໍ່ໄດ້​ປະສົບ​ການ​ທີ່​ລ້ຳ​ຄ່າ, ​ຝຶກ​ຊ້ອມ​ໃຫ້​ດີກວ່າ​ນີ້, ເພື່ອພະຍາຍາມຍາດໄດ້​ຫຼຽນ​ໃນ​ເອຊຽນ​ເກ​ມ ຄັ້ງໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ