ນັກ​ກິລາ​ວູຊູ​ລາວ​ໄດ້​ຫລຽນ​ທອງ​ໃນ​ເອຊຽນ​ເກ​ມ

(GMT+08:00) 2010-11-17 16:47:32     cri

ເວລາ20​ໂມງຂອງວັນ​ທີ16ພະຈິກ​ນີ້, ​ໃນ​ການ​ແຂ່ງຂັນ​ວູຊູ​ເພດ​ຊາຍລຸ້ນ58ກິ​ໂລ​ທີ່​ຈັດ​ຂຶ້ນ​ໃນ​ສະໜາມກິລາ​ນານ​ຊາ​ນະຄອນ​ກວາງ​ໂຈ່​ວ ຈີນ, ນັກ​ກິລາ​ວູຊູ​ລາວ​ທ້າວ​ໂພ​ໄຊ​ ອະ​ໄພ​ລາດ​ສູ້​​ກັບ​ທ້າວຝານ ວັນ ຮຸຍ, ຫວຽດນາມ.ສ່ວນ​​ນາງ​ປາ​ລອຍ​ ບາກ​ຄຳ​ກໍ່​ສູ້​ກັບນາງຊານ​ດີ​ຢາຣານີ ​ເດ​ວີ, ນັກ​ກິລາ​ອິນ​ເດຍ. ນັກ​ກິລາລາວ​ທັງ2ຄົນ​ເສຍ​ໄຊ​ຈຶ່ງໄດ້​ແຕ່​ຫຼຽນ​ທອງ​ໃນ​ການແຂ່ງຂັນ​ວູຊູ​ເພດ​ຊາຍ​ລຸ້ນ56ກິ​ໂລແລະ​ເພດ​ຍິງລຸ້ນ60ກິ​ໂລ​.


ໃນ​ການ​ແຂ່ງຂັນ​ລະຫວ່າງ​ທ້າວ​ໂພ​ໄຊ​ກັບ​ນັກ​ກິລາ​ຫວຽດນາມນັ້ນ, ຍ້ອນ​ຮ່າງກາຍ​ຂອງ​ນັກ​ກິລາ​ຫວຽດນາມ​​ໃຫຍ່​ກວ່າ​ທ້າວ​ໂພ​ໄຊ, ​ແຕ່ທ້າວ​ໂພ​​ໄຊກໍ່​ບຸກດ້ວຍ​ການປ້ຳ​ແລະລົງມືຢ່າງ​ວ່ອງໄວ, ຍົກ​ທີ1​ຈຶ່ງ​ມີ​ຄະ​ແນນ​ນຳ; ​ແຕ່​ວ່າ, ​ໃນ​ຍົກ​ທີ2, ນັກ​ກິລາ​ຫວຽດນາມ​ປ່ຽນ​ກົນ​ລະ​ຍຸດ​ໃນ​ການ​ຕໍ່ສູ້, ​​ໃນເວລາ​ທ້າວ​ໂພ​ໄຊ​ປ້ຳ, ນັກ​ກິລາ​ຫວຽດນາມ​ກໍ​ຟຶດ​ອອກແລະ​ບຸກນັກ​ກິລາ​ລາວ​ດ້ວຍການ​ເຕະ​ຂາ​ແລະ​ການ​ຊັດມັດ​ວົງ​ນອກ, ຍົກ​ທີ2ທ້າວ​​ໂພ​ໄຊ​ເສຍ​ຄະ​ແນນ; ຮອດ​ຍົກ​ສຸດ​ທ້າຍ, ສອງ​ຄົນຕໍ່ສູ້​ຢ່າງ​ສູ​ສີ, ​ເວລາ​ບຸກຄູ່​ແຂ່ງຂັນ, ທັງ​ສອງ​ບໍ່​ສາມາດ​ເຮັດ​ໃຫ້​ຄູ່​ຕໍ່ສູ້​ລົ້ມ​ລົງ​ໄດ້. ຫຼັງ​ຈາກ​ການ​ແຂ່ງຂັນ​ທີ່​ຕຶ່ນ​ເຕັ້ນ, ຄະ​ແນນ​ສະ​ເໝີ​ກັນ, ​ແຕ່​ວ່າ, ​ໃນ​ຍົກ​ທີ3, ທ້າວ​ໂພ​ໄຊ​ຖື​ກ​ເຕືອນ​ຫຼາຍ​ກວ່າ​ນັກ​ກິລາ​ຫວຽດນາມ, ​ຈຶ່ງເສຍ​ໄຊ​ຢ່າງຫນ້າ​ເສຍດາຍ. ຫຼັງ​ຈາກການ​ແຂ່ງຂັນ, ຍ້ອນ​ເສຍ​ໃຈ​ຫຼາຍທ້າວ​ໂພ​ໄຊ​ຈຶ່ງ​ບໍ່​ ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວພວກ​ເຮົາ. ​​ເຖິງ​ຈະໄດ້​ແຕ່​ຫຼຽນ​ທອງ​ໃນ​ເອຊຽນເກມຄັ້ງ​ນີ້ກໍ​ຕາມ, ກໍ​ຖື​ວ່າ​ໄດ້​ສ້າງ​ກຽດ​ຊື່​ສຽງ​ໃຫ້​ແກ່​ປະ​ເທດ​ຂອງຕົນດີ​ສົມຄວນ​ແລ້ວ.


ໃນ​ການ​ແຂ່ງ​ຂັນ​ວູຊູ​ລຸ້ນ60ກິ​ໂລ, ​ນາງ​ປາ​ລອຍ​ ບາກ​ຄຳ​ໄດ້​ແຂ່ງຂັນ​ກັບ​ນັກ​ກິລາອິນ​ເດຍ. ​ໃນ​ການ​ແຂ່ງຂັນ, ຍ້ອນ​ເຂົ້າ​ຮ່ວມ​ການ​ແຂ່ງຂັນລະດັບ​ສາກົນ​ເປັນ​ເທື່ອ​ທຳ​ອິດ, ​ປະສົບ​ການ​ຍັງ​ບໍ່​ຫຼາຍ​, ​ແລະ​ວິທີ​ບຸກບໍ່​ທັນ​ດີ​ປານໃດ, ສະ​ນັ້ນ, ຈຶ່ງ​ຖືກ​ຄູ່​ແຂ່ງຂັນ​ບຸກຕະຫລອດ, ສຸດ​ທ້າຍ​ຈຶ່ງ​ເສຍ​ໄຊ​​ແລະ​ໄດ້​ຫຼຽນ​ທອງ​. ຫຼຽນ​ທອງ​ຫຼຽນ​ນີ້​ແມ່ນ​ຫຼຽນ​ທຳ​ອິດ​ຂອງ​ລາວ​ໃນ​ການ​ແຂ່ງຂັນ​ວູຊູ​ເພດ​ຍິງ, ຍ້ອນ​ກິລາ​ວູຊູ​ເພດ​ຍິງ​ຫາ​ກໍ່​ເລີ່​ມ ຕົ້ນ​ໃນ​ປີ​ກາຍ​ນີ້, ການ​ເຂົ້າ​ຮ່ວມ​ເອຊຽນ​ເກ​ມ​ເທື່ອ​ນີ້​​ໄດ້​ຮັບ​ຜົນງານ​ດີ​ແນວ​ນີ້​ກໍ່​ຖື​ວ່າ​ເປັນ​ເຫດການ​ປະຫວັດສາດ​ຂອງ​ລາວ.
ໃນ​ຕອນ​ບ່າຍ​ມື້ວານ​ນີ້, ນັກ​ຂ່າວ​ວິທະຍຸ​CRIຍັງ​ໄດ້​ສຳພາດ​ການ​ແຂ່ງ​ຊອັບ​ເທັນນິສດ່ຽວລະຫວ່າງ​ນັກ​ກິ​ລາ​ລາວ​ກັບ​ນັກ​ກິລາອິນ​ເດຍ. ​ໃນ​ການ​ແຂ່ງຂັນ​, ຍ້ອນ​ຂາດ​ປະສົບ​ການ​ແລະ​ມີ​ບັນຫາ​ໃນ​ການ​ບັນທຶກ​ຄະ​ແນນ, ທ້າວດອນ​ດີ ​ແກ້ວ​ດາລາ​ສຸກຈຶ່ງ​ເສຍ​ໄຊ​​ໃນ​ການ​ແຂ່ງຂັນດ້ວຍ​ຄະ​ແນນ0ຕໍ່2.


ຫຼັງ​ຈາກ​ການ​ແຂ່ງຂັນ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານຈົງ ລີອູ​ນ ຊອຍ, ຄູ​ເຝິກ​ຊອັບ​​ເທັນ​ນິສທິມຊາດ​ລາວທີ່​ມາ​ຈາກ​ສ.​ເກົາຫຼີ​ບອກ​ນັກ​ຂ່າວ​ວ່າ


ຂ້າພະ​ເຈົ້າ​ຫວັງ​ວ່າ​ໃນ​ຊີ​ເກ​ມປີໜ້າ​ທີ່ຈັດ​ຂຶ້ນ​ໃນ​ອິນ​ໂດ​ເນ​ເຊຍ​ທິມຊອັບ​ເທັນ​ນິສລາວ​ຈະ​ໄດ້​ຫຼຽນ​​ເງິນ​ຫຼື​ຫຼຽນ​ຄຳ, 2​ເດືອນກ່ອນ​ທິມລາວຈະ​ມາ​ເຂົ້າ​ຮ່ວມ​ເອຊຽນ​ເກ​ມ, ຂ້າ​ພະ​ເຈົ້າ​ກໍ່ໄດ້ມາ​ຮອດ​ລາວ​ເພື່ອ​ເຝິກ​ນັກ​ກິລາ​ລາວ​ໂດຍ​​ການ​ຊ່ວຍ​​ເຫລືອ​ຂອງ​ສະຫະພັນ​ຊອັບ​ເທັນ​ນິສສ.​ເກົາຫຼີ. ​ເຖິງ​ແມ່ນ​ວ່າ​ນັກ​ກິລາ​ລາວ​ຍັງ​ອ່ອນ​ນ້ອຍ, ​ແຕ່​ວ່າ​ເຂົາ​ເຈົ້າ​ຍັງ​ໜຸ່ມ​ຫຼາຍ, ຍັງ​ມີ​ອະນາ​ຄົດໃນ​ກິລາ​ນີ້​ອີກ​ຍາວ​ໄກ, ປີໜ້າ​ສະຫະພັນ​ຊອັບ​ເທັນ​ນິສສ.​ເກົາ​ຫລີຍັງ​ຈະ​ເຊີນ​ນັກກິລາລາວ​​ໄປ​ເຝິກ​ຊ້ອມ​ເປັນ​ເວລາ6​ເດືອນ.


ຫຼັງ​ຈາກ​ສຳພາດ​ນັກ​ກິລາ​ຊອັບ​ເທັນ​ນິສລາວ, ​ຜູ້​ລາຍ​ງານ​ຂ່າວຮູ້ສຶກ​ວ່າ,​ເຖິງ​ແມ່ນ​ວ່າ​ເສຍ​ໄຊ​ໃນມື້​ນີ້, ​ແຕ່​ນັກ​ກິລາລາວ​ທີ່​ມີອາ​ຍຸສະ​ເລ່ຍປະມານ20ປີກຸ່ມ​ນີ້​ຍັງມີ​ອະນາ​ຄົດ​ໃນ​ກິລາ​ປະ​ເພດ​ນີ້ງົດ​ງາມຫຼາຍ, ຫວັງວ່າ​ນັກ​ກິລາ​ຊອັບເທັນ​ນີສລາວຈະ​ສືບ​ຕໍ່ເຝິກ​ຊ້ອມຢ່າງ​ຕໍ່​ເນື່ອງ​, ​ແລະອວຍພອນ​ໃຫ້​ມີຄວາມ​ກ້າວ​ໜ້າ​ຕື່ມ​ອີກ​ເມື່ອເຂົ້າ​ຮ່ວມຊີ​ເກ​ມ​ຫຼື​ວ່າ​ເອຊຽນ​ເກ​ມຄັ້ງ​ໜ້າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ