ນັກກິ​ລາລາວ​ໃຫ້ສຳ​ພາດຕໍ່​ນັກຂ່າວ​cri

(GMT+08:00) 2010-11-18 20:29:54     cri
ຕອນ​ແລງ​ວັນ​ທີ17ພະຈິກ​ນີ້, ​ພິທີ​ມອບ​ຫຼຽນ​ໄດ້​ຈັດ​ຂຶ້ນໃນ​ສະໜາມກິລາ​ນານ​ຊາ​ນະຄອນ​ກວາງ​ໂຈ, ທ້າວ​ໂພ​ໄຊ ອະ​ໄພ​ລາດ​ກັບ​ນາງ​ປາ​ລອຍ ບາກ​ຄຳ​ໄດ້​ຂຶ້ນ​ແທ່ນ​ຮັບ​ຫຼຽນ​ທອງ​2ຫຼຽນ, ຫຼັງ​ຈາກ​ພິທີ​ມອບ​ຫຼຽນ, ທ້າວ​ໂພ​ໄຊ​ ອະ​ໄພ​ລາດ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRIວ່າ:
​ເຖິງ​ແມ່ນ​ວ່າການ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ວູຊູ​ຄັ້ງ​ນີ້, ບໍ່​ໄດ້​ບັນລຸ​ເປົ້າ​ໝາຍ​ຂອງ​ທ້າວ​ໂພ​ໄຊ ​ແຕ່​ວ່າ​ກໍ່ໄດ້ຜົນ​ງານ​ອັນ​ດີ​ເດັ່ນ​ແກ່​ປະ​ເທດ​ລາວ​ແລ້ວ, ​ຄະນະ​ນັກ​ກິລາ​ວູຊູ​ໄດ້​ຫຼຽນ​ທອງ​ທັງ​ໝົດ2ຫຼຽນ, ມາ​ຊົມ​ເຊີຍ​ຜົນງານ​ທີ່​ດີ​ຂອງ​ເຂົາ​ເຈົ້າ​ຮ່ວມ​ກັນ.

ໃນ​ເວລາ​9​ໂມງ​ວັນ​ທີ17ພະ​ຈິນນີ້, ການ​ແຂ່ງຂັນ​ເທ​ຄັວນ​ໂດ​ລຸ້ນ49ກິ​ໂລ​ແລະລຸ້ນ74ກິ​ໂລ​ໄດ້​ຈັດ​ຂຶ້ນ​​ໃນ​ສະໜາມກິລາ​ກວາງ​ຕຸ້ງ​. ທ້າວພິມ​ມະ​ສອນ ສະຫວັດ​ວິ​ໄລກັບນາງ​ມະນີ​ວັນ ຄູ​ນວິ​ເສດ ​ເຂົ້າຮ່ວມ​ການ​ແຂ່ງຂັນ, ​ເຖິງ​ແມ່ນ​ວ່າ​ໄດ້​ເສຍ​ໄຊ​, ແຕ່​ວ່າການ​ແຂ່ງຂັນ​ດຸ​ເດືອດຕື່ນ​ເຕັ້ນ​ຫຼາຍແລະ​ຄະ​ແນນກໍ່​ສູ​ສີ​ກັນ​ຫຼາຍ​ນັ້ນໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ນັກ​ກິລາ​ລາວກໍ່​ມີສີ​ມື​ສູງ, ​​ເວົ້າ​ໄດ້​ວ່າ​ເສຍ​ໄຊ​​ແຕ່​ໄດ້​ກຽດ​ຊື່​ສຽງ.

ຜູ້​ລາຍ​ງານ​ຂ່າວສັງ​ເກດ​ເຫນ​ວ່າ, ນັກ​ກິລາລາວ​​ມີ​ອາຍຸສະ​ເລ່ຍພຽງ​ແຕ່ປະມານ20ປີ​ເທົ່າ​ນັ້ນ, ​ແຕ່​ສວນ​ຫຼາ​ຍ​ກໍ່​ໄດ້​ຮຽນ​ແລະ​​ເຝິກຊ້ອມ​ເທ​ຄັວນ​ໂດ​ເປັນ​ເວລາປະມານ10ປີ​ແລ້ວ, ​ໂດຍ​ສະ​ເພາະ​ແມ່ນ​ນາງ​ມະນີ​ວັນ ຄູນ​ວິ​ເສດໄດ້​ເຝິກ​ເທ​ຄັວນ​ໂດມາຕັ້ງ​ແຕ່​ອາຍຸ8ປີ​. ​​​ເຂົາ​ເຈົ້າ​ເວົ້າ​ວ່າ, ຮູ້ສຶກ​ວ່າການ​ເຝິກຊ້ອມ​ເທ​ຄັວນ​ໂດ​ມີ​ຜົນ​ດີ​ຕໍ່​ສຸຂະພາບ, ​ແລະ​​ປະຈຸ​ບັນ​ນີ້​, ຢູ່​ລາວ​ມີ​ຄູ​ເຝິກ​​ແລະ​ສະໜາມກິລາເທ​ຄັວນ​ໂດຫຼາຍ, ໝູ່​ເພື່ອນ​ທີ່​ຫຼິ້ນ​ກໍ່​ຫຼາຍ, ມີ​ນັກ​ກິລາລາວ​ໃນ​ທີ​ມນີ້​ຜູ້​ໜຶ່ງ​ແມ່ນ​ພໍ່​ຂອງ​ລາວ​ພາລາ​ວ​ໄປ​ຮຽນ​ແຕ່​ຍັງ​ນ້ອຍໆ​ພຸ້ນ. ​ໃນ​ຊີ​ເກ​ມຄັ້ງ​ທີ25ທີ່​ຈັດ​ຂຶ້ນ​ໃນ​ນະຄອນຫຼວງ​ວຽງ​ຈັນ​ປີ​ກາຍ​ນີ້, ທິມ​ເທ​ຄັວນ​ໂດ​ລາວ​ໄດ້ທັງ​ຫຼຽນ​ຄຳ, ຫຼຽນ​ເງິນ​ແລະ​ຫຼຽນ​ທອງ, ຜູ້​ລາຍ​ງານ​ຂ່າວ​ກໍ່​ງຶດ​ວ່າທີມທີ່​ປະກອບ​ດ້ວຍ​ນັກ​ກິລາ​​ແບບ​ມື​ສະໝັກຫິ້ນ​ແຕ່​ສາມາດ​ຍາດ​ໄດ້​ຜົນງານ​ດີ​ຂະໜາດ​ນີ້. ​ເຖິງ​ແມ່ນ​​ເສຍ​ໄຊ​ໃນ​ມື້​ນີ້​, ​ແຕ່​ວ່າ​ຄູ​ເຝິກກໍ່​ຍັງ​ທຸ່ນ​ທ່ຽງຢູ່, ລາວ​ເວົ້າ​ວ່າ:
​ຜົນງານ​ຂອງ​ນັກ​ກິລາ​ລາວ​ຈະ​ເປັນ​ແນວ​ໃດ​ຕໍ່​ໄປ,ຂໍ​ເຊີນຊວນ​ທ່ານ​ຕິດຕາມ​ນຳ​ກັນ​ຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ