ເອ​ຊຽນ​ເກ​ມ​ເຂົ້າສູ່​ມື້​ທີ 6, ຈີນ​ໄດ້​ຫຼຽນ​ຄຳ​ຫຼາຍ​ກວ່າ​ຮ້ອຍ​ຫຼຽນ

(GMT+08:00) 2010-11-18 16:25:24     cri
ວັນ​ທີ 18 ພະຈິກ​ນີ້, ​ເອຊຽນ​ເກ​ມຄັ້ງ​ທີ 16 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່ວຂອງ​ຈີນ​ໄດ້​​ກ້າວເຂົ້າ​ສູ່​ມື້​ທີ 6. ​ມາຮອດຂະນະ​ທີ່​ລາຍ​ງານຂ່າວ​ນີ້, ຄະນະ​ນັກ​ກິລາ​ຈີນ​ໄດ້ 106 ຫຼຽນຄຳ, ​ເປັນ​ປະ​ເທດ​ທີ່​ໄດ້​ຫຼຽນຄຳ​ຫຼາຍ​ກວ່າໝູ່.

ສ.​ເກົາຫຼີ​ 32 ຫຼຽນຄຳ, ​ເປັນ​ທີ 2, ​ແລະຍີ່​ປຸ່ນ 18 ຫຼຽນຄຳ, ​ເປັນອັນ​ດັບ 3.

ປະ​ເທດ​ອາຊີ​ອາຄະ​ເນ​ຕ່າງໆ​ກໍ່​ມີ​ຜົນງານ​ດີ​ສົມຄວນ. ​ໃນ​ນັ້ນ, ລາວ​ໄດ້​ຫຼຽນ​ທອງ 2 ຫຼຽນ, ມາ​ເລ​ເຊຍ 3 ຫຼຽນຄຳ, 3 ຫຼຽນເງິນ​ແລະ 4 ຫຼຽນທອງ, ຟິລິບ​ປິນ 2 ຫຼຽນຄຳ, 1 ຫຼຽນເງິນ​ແລະ 4 ຫຼຽນທອງ, ຫວຽດ​ນາມ​8 ຫຼຽນ​ເງິນ, ສິງກະ​ໂປ​ 4 ຫຼຽນເງິນ​ແລະ 2 ຫຼຽນທອງ, ​ໄທ​ 3 ຫຼຽນ​ເງິນ​ແລະ 10 ຫຼຽນ​ທອງ, ອິນ​ໂດ​ເນ​ເຊຍ​1 ຫຼຽນຄຳ, 3 ຫຼຽນ​ເງິນແລະ 8 ຫຼຽນທອງ, ມຽນມາ​ 3 ຫຼຽນ​ເງິນ​ແລະ 1 ຫຼຽນ​ທອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ