ທີມ​ຊ່ວງ​ເຮືອ​ມັງ​ກອນ​ມຽນ​ມາ​ໄດ້​ຫຼຽນ​ເງິນ

(GMT+08:00) 2010-11-18 18:26:49     cri


ວັນ​ທີ 18 ພະຈິກ​ນີ້, ທີ​ມ​ຊ່ວງ​ເຮືອ​ມັງກອນ​ມຽນມາ​ໄດ້ຫຼຽນ​ເງິນ​ໃນ​ການ​ແຂ່ງ​ຂັນ​ຊ່ວງເຮືອທາງ​ຊື່ 1000 ​ແມັດ​ເພດ​ຊາຍຂອງ​ເອຊຽນ​ເກ​ມກວາງ​ໂຈ່​ວ.

ທ່ານ​ອູ​ເພ​ວິນ, ຫົວໜ້າ​ທີມ​ຊ່ວງ​ເຮືອ​ມັງກອນ​ມຽນມາ, ​ເລຂາທິການ​ໃຫຍ່​ສະຫະພັນ​ຊ່ວງ​ເຮືອ​ຢາງ​ມຽນ​ມາ​ແນະນຳ​ວ່າ, ນັກ​ກິລາ​ທີມ​ຊ່ວງ​ເຮືອ​ມຽນມາ​ສະ​ເລ່ຍອາຍຸ 24 ປີ, ​ເຂົາ​ເຈົ້າ​ແກ່ງ​ໃນ​ການ​ແຂ່ງຂັນ​ໄລຍະ​ສັ້ນ, ອາດ​ສາມາດ​ຊິງ​ໄດ້​ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ຊ່ວງເຮືອ​ທາງ​ຊື່ 500 ​ແມັດທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະຈິກ​ນີ້​ແລະ​ການ​ຊ່ວງ​ເຮືອ​ໄວ​ທາງ​ຊື່ 250 ​ແມັດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ພະຈິກ​ນີ້.

ນັບມາຮອດ​ປະຈຸ​ບັນ, ຄະນະ​ນັກ​ກິລາ​ມຽນມາ​ໄດ້ 3 ຫຼຽນ​ເງິນ, 1 ຫຼຽນທອງ​ໃນ​ເອຊຽນ​ເກ​ມຄັ້ງ​ທີ 16 ນີ້​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ