ຄວາມ​ຝັນ​ໃນ​ເບື້ອງ​ຕົ້ນ

(GMT+08:00) 2010-11-19 15:11:29     cri


ກ:ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ.

ຂ:ສະບາຍດີ,ທ່ານ​ຜູ້​ຟັງ,ຄືນ​ນີ້…​ແລະ…ຂໍ​ນຳພາ​ທ່ານ​ສູ່​ລາຍການ​ສຸກ​ສັນສະ​ໂມ​ສອນ.​​ເປັນຈັ່ງ​​ໄດ໋?ວັນ​ເສົາ-​ວັນ​ອາທິດ​ນີ້​ທ່ານ​ໄດ້​ພັກຜ່ອນ​ເຕັມທີ່​ບໍ່ຫຼື​ແນວ​ໃດ?​ໄດ້​​ແກ້​ເມື່ອຍໜ້ອຍ​ໜຶ່ງ​ແລ້ວ​ບໍ່?
​ກ:ຢ່າງ​ໃດ​ກໍ່ຕາມ,ຄືນ​ນີ້​ກ່ອນຈະ​ນອນ​ມາຟັງ​ມ່ວນ​ໆກັບກັນ​ອີກ​ໃນ​ລາຍການ​ສຸກ​ສັນ​ສະ​ໂມ​ສອນ​​ເພື່ອ​ຈະ​ໄດ້​ຢ່ອນ​ອາລົມ,​ແລ້ວ​ຈະ​ໄດ້​ນອນ​ຫຼັບ​ຝັນ​ດີ.

ຂ:​ກ່ອນ​ຈະ​ລົມ​ກັນ​ໃນ​ເລື່ອງຕ່າງໆ,ກໍ່​ມາ​ຟັງ​ເພງ"ແປ​ວ່າ,​​ເພງ​ຮັກຊາຍໂສດ.
ຂ:…,​ໃນ​ອາກາດ​ຮ້ອນ,​ເບຍ​ເຢັນໆ​ອາດ​ຈະແມ່ນ​ເຄື່ອງດື່ມ​ທີ່​ດີ​,​ແຕ່​ຖ້າ​ດື່ມ​ຫຼາຍກໍ່​ຈະ​ເມົາ​​ເລີຍ,ປັດ​ຈຸ​ບັນ,ບັນຫາ​ນີ້​ໄດ້​ຖືກ​ແກ້​ໄຂ​ເຄິ່ງໜຶ່ງ​ໂດຍ​ນັກ​ຮຽນ​​ໂຮ​ນລັງ​ຜູ້​ໜຶ່ງ.

​ກ:​ເປັນ​ຫຍັງ​​​ແມ່ນ​ແກ້​ໄຂ​"ເຄິ່ງໜຶ່ງ"?ບໍ່​ແມ່ນ​ແກ້​ໄຂ​ທັງ​ໝົດ?

ຂ:ນັກຮຽນ​ຜູ້​ໜຶ່ງ​​ຂອງ​ໂຮ​ນລັງ​ໄດ້​ຄົ້ນຄວ້າ​ປະດິດ​ສ້າງ"​ແປ້ງ​ເບຍ"ຊະນິດ​ໜຶ່ງ.ກ່ອນ​ກິນ​ເບ​ຍ,​ໃສ່​ນ້ຳ​ໜ້ອຍ​ໜຶ່ງ,ກໍ່​ຈະ​​ເກີດ​ຝອດ​ອາກາດ​ຈຳນວນ​ຫຼາຍ,​ແລະ​ກໍ່​ປ່ຽນ​ເປັນ​ສີ​ເຫຼືອງ,ກໍ່​ຄື​ເບຍ.​ສ່ວນ​ເບຍ​ທີ່​ຊົງ​ດ້ວຍ"​ແປ້ງ​​ເບຍ"ນັ້ນມີ​ແຕ່1,5%​ເທົ່າ​ນັ້ນ,​ແມ່ນ​ປະມານ​​ເຄິ່ງໜຶ່ງ​ຂອງ​ເບຍ​ສາມັນ,ສະ​ນັ້ນ,​ເມື່ອ​ກິນ​ຫຼາຍ​ໜ້ອຍ​ໜຶ່ງ​ກໍ່​ບໍ່​ເມົາ.

ກ:…ຄິດ​ວ່າ,ຜູ້​ປະດິດ​ສ້າງ​"​ແປ້ງ​​ເບຍ"ນັ້ນ​ກະ​ວ່າມັກ​ກິນ​ເບຍ​ຫຼາຍ​,ຖ້າ​ບໍ່​ດັ່ງ​ນັ້ນ,
​ເປັນ​ຫຍັງລາວ​ຈິ່ງ​ຄິດ​ວ່າ​ຢາກ​ປະດິດ​ສ້າງ"​ແປ້ງ​ເບຍ"​ເນາະ?

ຂ:ທ.​ເຟນອາຍ​ເຕິ​ລຸນ ຜູ້​ປະດິດ​ສ້າງ"​ແປ້ງ​ເບຍ"ນັ້ນຮຽນ​ຢູ່​ໂຮງຮຽນອາຊີບ​ແຫ່ງ​ໜຶ່ງ,ລາວ​ກັບ​ເພື່ອນ​ຮຽນ4​ຄົນ​ປະດິດ​ສ້າງ"​​​​ແປ້ງ​ເບຍ"ຖື​ເປັນ​ຜົນ​ຈົບ​ຮຽນ​ຂອງ​ພວກ​ເຂົາ​ເຈົ້າ. ​ຢູ່​ບາງ​ປະ​ເທດ​​ເອີ​ລົບ,ການ​ຂາຍ​ເບຍ​ໃຫ້​ເດັກນ້ອຍ​​​ແມ່ນ​ຜິດ​ກົດໝາຍ,​ແຕ່"​ແປ້ງ​ເບຍ"ກໍ່​​ຊ່ອຍຫຼາຍ​ແລ້ວ.ພວກ​ເຂົາ​ເຈົ້າ​ຍັງ​ມີ​ແຜນ​​ເຮັດ​ໃຫ້​ສິ່ງ​ປະດິດ​ສ້າງ​ຜະລິດ​ເປັນ​ສິນຄ້າ,ທ.ເຟນອາຍ​ເຕິ​ລຸນກ່າວ​ວ່າ,​ເປົ້າ​ໝາຍ​ຂອງພວກ​ເຮົາ​ແມ່ນ"ຕະຫຼາດ​ເດັກນ້ອຍ",ຈະ​ມີ​ຄວາ​ມຕ້ອງການ​ຢ່າງ​ຫຼວງ​ຫຼາຍ.

ກ:ກໍ່​ອວຍ​ພອນ​ໃຫ້​ຊາວ​ໜຸ່ມ​ເຫຼົ່າ​ນີ້​ຈົ່ງ​​ໄດ້​ຮັບ​ຜົນສຳ​ເລັດ​ເນາະ.​​ຕໍ່​ໄປ,ພວກ​ເຮົາ​ມາ​ຟັງສອງ​ເພງ​ກ່ອນ,​ແມ່ນ​ເພງຄວາມຮັກຍົກຍ້າຍ,​ແລະ​ເພງດອກ​ໄມ້ຫ​ອມຫຼາຍ.

ກ:…,ຫວ່າງ​ມໍ່ໆ​ນີ້ …ນອນ​ບໍ່​ຫຼັບ​ປາ​ນ​ໃດ,​ໃນ​ຕອນ​ເຊົ້າ,​ເມື່ອ​ຕື່ນ​ນອນ​​ແລ້ວ,ກໍ່​ຮູ້ສຶກ​ເມື່ອຍ​​ເລື້ອຍໆ.
ຂ:ຫວ່າງ​ມໍ່​ໆ​ນີ້,​ອາລົມຂອງ​ເຈົ້າ​​ເປັນ​ແນວ​ໃດ​​ເດ່?ບໍ່​ດີ​ໃຈ​ຫຼື​ບໍ່,ຈິ່ງ​ເຮັດ​ໃຫ້​ຄິດ​ຫຼາຍ​ເລື່ອງ​ນອນ​ບໍ່ຫຼັບ?
​ກ:ອາດ​ຈະ​ບໍ່​ແມ່ນ,ຂ້ອຍ​ຟັງ​ລາຍການFM93Mh​ເລື້ອຍໆ,ຮູ້ສຶກ​​ອາ​ລົມ​ດີ​ຫຼາຍ​ເນາະ!
ຂ:​ແມ່ນ​ຍ້ອນ​ວາດຊົງການ​ນອນ​ຂອງ​ເຈົ້າ​ມີ​ບັນຫາ​ຫຍັງ​ບໍ່,ບາງ​ເທື່ອ​ຖ້າ​ວາດຊົງ​ບໍ່​​​ເໝາະ​ສົມ​ກໍ່​ຈະ​ເຮັດ​ໃຫ້​ນອນ​ບໍ່ຫຼັບ.

ກ:ຂ້ອຍ​ບໍ່​ຮູ້,​​ໃນ​ເວລາ​ນອນຈະ​ຮູ້​ວາ​ດຊົງ​ນອນ​ແນວ​ໃດ​?

ຂ:…ມອບ"ໝໍ​ນອນ"​ເຄື່ອງໜຶ່ງ​ໃຫ້​ເຈົ້າ.

ກ:"ໝໍ​ນອນ"ຂອງ​ເຈົ້າ​ມີ​ບົດບາດ​ຫຍັງ​ເດ່?

ຂ:ຫວ່າງ​ມໍ່​ໆ​ນີ້,ນັກວິທະຍາສາດ​ໄດ້​ຄົ້ນຄວ້າ​ປະດິດ​ສ້າງ​ໝອນຊະນິດ​ໜຶ່ງ,ຕັ້ງ​ຊື່ວ່າ"ໝໍ​ນອນ",ຢູ່​​ເທິງ​ໝອນມີ​ເຄື່ອງ​ແອ​ງດຸກ​ຊີ​ອົງ​ໜ່ວຍ​ໜຶ່ງ,ສາມາດ​ວັກ​ແທກ​ສະພາບ​ເຄື່ອນ​ໄຫວ​ຂອງ​ຫົວ​ຜູ້​ໃຊ້,​ເພື່ອ​ຕີ​ລາຄາ​ຕໍ່​ຄຸນ​ນະພາ​ບການ​ນອນ​ຂ​ອງ​ເຈົ້າ.

ກ:ສະພາບການ​ນອນ​ຂອງ​ຂ້ອຍ,ມັນ​​ບັນທຶກ​ໄວ້​ໄດ້​ບໍ່?

ຂ:​ເຈົ້າ,ມັນ​ຈະ​ວິ​ເຄາະ​ສະພາບ​ການ​ນອນ​ຂອງ​ເຈົ້າ​ໃນຫຼາຍ​ມື້​ທີ່​ຜ່ານ​ມາ,​​ແລ້ວ​ໃຫ້ຄຳ​ເຕືອນ​ຫຼື​ຄຳ​ສົ່ງ​ເສີມ​ໃຫ້​ຜູ້​ໃຊ້.ຕົວຢ່າງ,ຖ້າ​ໃນ​ຫຼາຍ​ມື້​ທີ່​ຜ່ານ​ມາ,​ເຈົ້າ​ບໍ່​ໄດ້​ນອນ​ຫຼັບ,ມັນ​ຈະ​ສະ​ເໜີ​ໃຫ້​ເຈົ້າ​ອາບ​ນ້ຳ​ກ່ອນ​ໄປ​ນອນ,ຖ້ານ​ອນຫຼັບ,ມັນ​ຈະ​ສົ່ງ​ເສີມ​ໃຫ້​ເຈົ້າ​ຮັກສາ​ວາດຊົງ​ນອນ​​ເກົ່າ.
ກ:​…ຮູ້ສຶກ​ເຄື່ອງ​ນີ້​ເໝາະ​ສົມ​ຂ້ອຍ​ຫຼາຍ​ເນາະ,​ແຕ່​ຂ້ອຍ​ຮູ້ສຶກ​ວ່າ​ເຈົ້າ​ອາດ​ຈະ​ພວມຈ່າວ​ຂາຍ​ຜະລິດ​ຕະພັນ​ເນາະ.​ເຈົ້າ​ແມ່ນ​ຢາກ​ມອບ​​ເຄື່ອງ​ໜຶ່ງ​ໃຫ້​ຂ້ອຍ,ຫຼື​ຂາຍ​ເຄື່ອງໜຶ່ງ.

ຂ:ບໍ່​ແມ່ນ,​ເຄື່ອງ"ໝໍ​ນອນ"ຂ້ອຍ​ກໍ່​ແມ່ນ​ເບິ່ງ​ໃນ​ເວັບ​ໄຊ,ປັດຈຸບັນ​ຍັງ​ຢູ່​ໃນ​ໄລຍະ​ຄົ້ນຄວ້າ,ບໍ່​ໄດ້​ມີ​ຜະລິດ​ຕະພັນ.​ເມື່ອ​ມີ​ຂາຍ​ແລ້ວ,…ຍ່ອມ​ຈະ​ມອບ​ເຄື່ອງ​ໜຶ່ງ​ໃຫ້​​ເຈົ້າ.

ກ:ຂອບ​ໃຈ​ຢ່າງ​ລ່ວງ​ໜ້າ.​ເອົາລະ,ພວກ​ເຮົາ​ມາ​ຟັງ​ເພງ​ຕໍ່,​ແມ່ນ​ເພງອາ​ໄສ,​ແລະ​​ເພງດວງພະຈັນ​ທີ່​ຄົດ​ລ້ຽວ.

ຂ:…,ມື້​ນີ້,ໜຸ່ມ​ໃຫຍ່​ອາລົມ​ດີ​ຈະ​ເລົ່າ​ເລື່ອງ​ຕະຫຼົກ​ຫຍັງ​ສູ່​ຟັງ​ເດ່?
​ກ:​ແມ່ນ​ເລື່ອງ… ​

ກ:ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ສອງ​ເພງ​ເມື່ອ​ກີ້​ນີ້​ແມ່ນ​ເພງ ຄວາມ​ຝັນ​ໃນ​ເບື້ອງ​ຕົ້ນ,​ແລະ​ເພງ,ຜູ້​ຮັກ​ລົດ​ຖີບ.

ຂ:…ຢາກ​ເອົາ​ປາກກາ​ລູກ​ລື່ນ​ໜ່ວຍ​ໜຶ່ງ​ປ່ຽນ​ລົດ​ເກ໋ງຄັນ​ໜຶ່ງ, …ຄິດ​ວ່າ​ໄດ້​ບໍ່​?
​ກ:…​​ແມ່ນເວົ້າ​ຢອກ​,ຈັ່ງແມ່ນ​ຄວາມ​​ເຫັນ​ປະຫຼາດ​ເນາະ.
ຂ:ຂ້ອຍ​ເວົ້າ​ແນວ​ນີ້​​ມີຫຼັກ​ຖານ,ຢູ່​ກາ​ນາ​ດາ​,ມີ​ຜູ້​ໜຶ່ງ​​ໄດ້ໃຊ້​ເຫຼັກ​ໜີບ​ເຈ້​ຍອັນ​ໜຶ່ງ​ປ່ຽນ​ເຮືອນ​ຫຼັງ​ໜຶ່ງ.

ກ:​ແມ່ນ​ບໍ່?​ເລື່ອງ​ເປັນ​ແນວ​ໃດ​ເດ່?

ຂ:ທ.​ແຄວ·​​ເມັກ​ທອນ ປີ​ນີ້​ອາຍຸ​26,ລາວ​ພັກຢູ່Montreal​ແຫ່ງ​ກາ​ນາ​ດາ,ຄວາມ​ຝັນ​ໃຫຍ່​ທີ່​ສຸດ​ຂອງ​ລາວ​ກໍ່​ແມ່ນ​ມີ​ເຮືອນ​ຂອງ​ຕົນ.ສະ​ນັ້ນ,​ໃນ​ເດືອນ​ມໍລະດົກ​ປີ​ກາຍ​ນີ້,ລາວ​ເກີດ​ມີ​ຄວາມ​ເຫັນ​ປະຫຼາດ,ຫວັງ​​ໃຫ້​ໃຊ້​ອິນ​ເຕີ​ເນັດ​ມາ​ສຳ​ເລັດ​ໜ້າ​ທີ່​ທີ່​ຄົນ​ທັງຫຼາຍ​ເຫັນ​ວ່າ​ສຳ​ເລັດ​ບໍ່​ໄດ້.ລາວ​ໄດ້ພິມ​ໂຄສະນາ​ຢູ່​ໃນ​ເວ​ບ​ໄຊ"​ເອົາ​ເຄື່ອງ​ປ່ຽນ​ເຄື່ອງ",ຂຽນ​ວ່າ,ຢາກ​ໃຊ້​ເຫຼັກ​ໜີບ​ເຈ້ຍ​ສີ​ແດງ​ອັນ​ໜຶ່ງ​ປ່ຽນ​ສິ່ງ​ຂອງ​ໃຫຍ່​ກວ່າ​ຫຼື​ດີກວ່າ.

ກ:ຕໍ່​ໄປ,​ໄດ້​​​ເກີດ​ເລື່ອງ​ຫຍັງ​ແລ້ວ?ລາວ​​ໄດ້ເອົາ​ເຫຼັກ​ໜີບ​ເຈ້ຍ​ປ່ຽນ​ໄດ້​ຮັບ​ຫຍັງ​ເດ່?

ຂ:ຫຼັງ​ຈາກ​ນັ້ນ​ບໍ່​ດົນ,ມີ​ຜູ້ຍິງ​ຜູ້​ໜຶ່ງທີ່​ຢູ່Vancouverກໍ່​ເຫັນ​ດີ​ເອົາ​ປາກກາ​ຮູບ​ປາ​ມາ​ປ່ຽນ​ເຫຼັກ​ໜີບ​ເຈ້ຍ​ຂອງ​ລາວ.ມື້​ດຽວ​ກັນ,ສິລະ​ປິນSan Franciscoຜູ້​ໜຶ່ງ​ບັງ​ເອີນຫຼິ້ນ​ເວັບ​ໄຊ,​ໄດ້​ເຫັນ​ໂຄສະນາ​ຂອງ​ທ.ເມັກ​ທອນ,ລາວ​ຮູ້ສຶກ​ປະຫຼາດ​ກໍ່​ສົ່ງ​ຂໍ້ຄວາມ​ຄືນ​ວ່າ,ຢາກ​ເອົາ​ເຄື່ອງ​ປັ້ນດິນ​ເຜົາ​ງາມ​ປະນີດ​ອັນ​ໜຶ່ງ​ມາ​ປ່ຽນ​ປາກກາ​ຮູບ​ປາ​ຂອງ​ລາວ.

ກ:…ຮູ້ສຶກ​ວ່າ,ສິ່ງ​ທີ່​ທ.​ເມັກທອນ​ປ່ຽນ​ໄດ້​ຮັບ​ນັ້ນ​ໄດ້​ນັບ​ມື້​ນັບ​ດີ​ຂຶ້ນ​ແລ້ວ.

ຂ:​​ເຈົ້າ,​ແມ່ນ​ແລ້ວ,ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ປານ​ໃດ,ທ.​ເມັກ​ທອນ​ກໍ່​ໄດ້ປ່ຽນ​ໄດ້​ຮັບ​ເຄື່ອງຜະລິດ​ໄຟຟ້າ​ໜ່ວຍ​ໜຶ່ງ,​ເບຍ​ຖັງ​ໜຶ່ງ​ແລະ​ເຊີດ​ຫິມະ​ໄຟຟ້າ​ໜ່ວຍ​ໜຶ່ງ.

ກ:​ແຕ່…ຮູ້ສຶກ​ວ່າ,ສິ່ງ​ຂອງ​ທີ່​ທ.​ເມັກ​ທອນ​ໄດ້​ຮັບ​ເຫຼົ່າ​ນີ້​ອາດ​ຈະຍັງ​ຫ່າງ​ຈາກ​ເຮືອນ​ທີ່​ລາວ​ຢາກ​ໄດ້​ຮັບ​ນັ້ນ​ຫຼາຍໆ​ເນາະ.

ຂ:​ໃນ​ຊົ່ວຄາວ​ອາດ​ຈະ​ແມ່ນ,​ພວກ​​ເຮົາ​ມາ​ຟັງ​ສອງ​ເພງ​ກ່ອນ,​ແລ້ວ​ພວກ​ເຮົາ​ຈະ​ສືບ​ຕໍ່​ລົມກ່ຽວ​ກັບທ.​ເມັກ​ທອນ​ແມ່​ນບັນລຸ​ຄວາມ​ຝັນ​ຂອງ​ຕົນ​ແນ​ວ​ໃດ,​ເຊີນ​ຟັງ​ເພງ​,ຊ່ອງ​ຫວ່າງ​ສີ​ຂີ້​ເຖົ່າ,ແລະ​ເພງ"加倍",​ເພິ່ມ​ແຮງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ