ໄປທ່ຽວ

(GMT+08:00) 2010-11-19 15:16:56     cri


ກ:ສະບາຍດີ​,ທ່ານ​ຜູ້​ຟັງ​ທີ່​ເຄົາລົບ.

ຂ:ສະບາຍດີ,ທ່ານ​ຜູ້​ຟັງ,ຄືນ​ນີ້…​ແລະ…ຂໍ​ນຳພາ​ທ່ານ​ສູ່​ບັນຍາກາດ​​ແຫ່ງ​ຄວາມ​ເບີກ​ບ້ານ​ມ່ວນ​ຊື່ນ​ຂອງລາຍການ​ສຸກ​ສັນສະ​ໂມ​ສອນ.​​

ກ:​ເປັນ​ຈັ່ງ​ໃດ​ໃນມື້​ນີ້​ແລະ​ມື້ວານ​ທີ່​ເປັນ​ວັນພັກ​ທ້າຍ​ສັບປະດາ,ທ່ານ​ມີ​ຄວາມ​ມ່ວນ​ຊື່ນ​ຫຼາຍ​ບໍ່?ຫວັງ​ວ່າ,ລາຍການ​ຂອງ​ພວກ​ເຮົາ​​ຈະ​ມອບ​ຄວາມ​ມ່ວນ​ຊື່ນ​ໃຫ້​ແ​ກ່​ທ່ານ​ໄດ້​ບໍ່ຫຼາຍ​ກໍ່​ໜ້ອຍ​ໃນ​ຄືນ​ວັນ​ອາທິດ​ຄື​ແນວ​ນີ້.

ຂ:​ຢ່າງ​ໃດ​ກໍ່ຕາມ,ໃນ​ຕອນ​ຄ່ຳ​ຄືນ​ມື້​ນີ້,ສອງ​ຄົນ​ເຮົາ​ກໍ່​ມາ​ຈັດ​ເພງ​ມ່ວນໆ​ລົມ​ເລື່ອງ​ເບົາສະ​ໝອງ​ໃຫ້​ຟັງ​,ຈະ​​ໃຫ້​ຟັງ​ເພງ​ທຳ​ອິດ​ຈາກ​ລາຍການ​ເລີຍ​ໃນ​ເພງ​ທີ່​ມີ​ຊື່ວ່າ,​ແປ​ວ່າ,​ໄປທ່ຽວ ທີ່​ຂັບ​ຮ້ອງ​ດ້ວ​ຍ

ຂ:ໜຸ່ມ​ໃຫຍ່​​ເຄີຍ​ຂໍ​ແຕ່ງດອງ​ຕໍ່ຜູ່​ສາວ​ບໍ່?
​ກ:​ເຄີຍ​ແທ້,ຈົນ​ຢູ່​ນຳ​ກັນ​ມາ​ໄດ້20​ກວ່າ​ປີ​ແລ້ວ.
ຂ:ມື້​ນີ້,​ແສງ​​ແກ້ວເລົ່າ​ການ​ຂໍແຕ່ງ​ດອງ​ທີ່​ເຮັດ​ໃຫ້​ອິດ​ເມື່ອຍ​ໂຮຍ​ແຮງ​ທີ່​ສຸດ​ໃນ​ໂລກ.
ກ:​​ຂໍ​ແຕ່ງ​ດອງ​​ແບບ​ໃດ,ຈິ່ງ​ວ່າອິດ​ເມື່ອຍ​​ເອົາ​ແທ້​ເອົາ​ວ່າ?

ຂ:ຫວ່າງ​ມໍ່ໆ​ນີ້,ຢູ່​ທີ່​ນີວຢອກ,ທ.ຈໍ​ນາ​ຊົງທີ່​ມີ​ອາຍຸ25​ປີ​​ໄດ້​ຈັດ"ພິທີ​ຂໍແຕ່ງ​ດອງທີ່​ອິດ​ເມື່ອຍກວ່າ​ໝູ່​ໃນ​​ໂລກ"​ກັບ​​ແຟນຂອງ​ລາວທີ່​ຮັກ​ກັນມາ​ໄດ້2​ປີ​ແລ້ວ.ຄື​ເຂົາ​ເຈົ້າ​ທັງ​ສອງໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ມາລາ​ທອນ​ມະນຸດ​ເຫຼັກ ທີ່​ຈັດ​ຂຶ້ນ​ຢູ່​ສວນສາທາລະນະ​​ໃຈກາງ​ນີວຢອກ,​ຄື​ຕ້ອງ​ສຳ​ເລັດ​ການ​ລອຍ​ນ້ຳ1500​ແມັດ,ຂີ່​ລົດຖີບ40​ກິ​ໂລ​ແມັດ​ແລະ​ແລ່ນ​ທົນອີກ10​ກິ​ໂລ​ແມັດ​ແລ້ວ,ທ.ຈໍ​ນາ​ຊົງ​ກໍ່​ຂຸເຂົ່າ​ລົງ​​ເບື້ອງ​ໜຶ່ງ,​ແລະ​ຈົກ​ແຫວນ​ວົງ​ໜຶ່ງ​ອອກ​ມາ,ຂໍ​ແຕ່ງດອງ​ຕໍ່​ແຟນທີ່​ແລ່ນມານຳ​ກັນ.

ກ:ຖ້າ​ເປັນ​ແນວ​ນີ້,…ຄິດ​ວ່າ,​​ແຟນຂອງ​ລາວ​ຄື​ຊິ​ຮັບປາກ​ແລ້ວ​ເນາະ.

ຂ:​ແນ່ນອນ,ການ​ຂໍ​ແຕ່ງດອງ​ຢ່າງ​ກະທັນຫັນ​ແບບ​ນີ້,​ເຮັດ​ໃຫ້​​ແຟນຂອງ​ລາວ​ງົງ​ຈົນ​ຕາຄ້າງ​.​ໃນ​ສຽງ​ຮ້ອງ​ໂຮ​ຊົມ​ເຊີຍ​ຂອງ​ຄົນ​ທັງຫຼາຍ,​ແຟນຂອງ​ທ.ຈໍ​ນາ​ຊົງ​ໄດ້​ຕອບຮັບການ​ຂໍ​ແຕ່ງງານກັບ​ທີ່,​ແລ້ວ ສອງ​ຄົນຈູງ​ມື​ກັນ​ຜ່ານ​ເສັ້ນ​ໄຊ​ຂອງ​ການ​ແຂ່ງຂັນ.

ກ:ອື່!​ເປັນຕາສະອອນ​ນຳ​ເຂົາ​ເຈົ້າ​ເນາະ.

ຂ:ຄັນ​ຊັ້ນ​ຍາມ​​ໃດ…ຈິງ​ຈະ​ຂໍ​ແຕ່ງງານ​ແບບ​ສ້າງ​ສະຖິຕິ​ໂລກ​ແບບ​ນີ້​ນຳ​ເພິ່ນ?
ກ:​ໂອຍ,ບໍ່​ມີ​ໂອກາດ​ອີກ​ແລ້ວ.

ຂ:​ເອົາ​ຄັນ​ຊັ້ນ,​ພວກ​ເຮົາ​ມາ​ຟັງ​ເພງ​ຕໍ່,ສອງ​ເພງ​ມອບ​ໃຫ້​ຜູ້​ຟັງ​ທັງຫຼາຍ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ໃນ​ຂະນະ​ນີ້,​ແມ່ນ​ເພງຮັກ​ເຈົ້າ​ສຸດ​ຫົວ​ໃຈ,​ແລະ​ເພງກົງຫັນ​ລົມ​ສີ​ຂາວ.

ກ:ບັດ​ນີ້,ຮອດ​ເວລາ​ທີ່​ໜຸ່ມ​ໃຫຍ່ຈະ​ເລົ່າ​ຕະຫຼົກ​ສູ່​ຟັງ​ແລ້ວ.
ຂ:​ເຈົ້າ,(​ເລື່ອງ​ຕະຫຼົກ​ທີ1)

ກ:ສອງ​ເພງ​ເມື່ອ​ກີ້​ນີ້​ແມ່ນ,​ເພງມື້​ທີ່​ຈາກ​ກັນ,​ແລະ​ເພງນອກ​ປ່ອງຢ້ຽມ
ຂ:…ຊັງ​ແມງ​ສາບບໍ່?

​ກ:​ເຈົ້າ​ແມ່ນ​ແລ້ວ,​ແມງ​ສາບສົກກະ​ປົກ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນ​ອາຫານ​ຂອງ​ພວກ​ເຮົາ.
ຂ:ຖືກຕ້ອງ,​ແຕ່​​ວ່າແມງ​ສາບ​6000​ກວ່າ​ຊະນິດນັ້ນ,ມີ​ພຽງ​ປະມານ1​%​​ເທົ່າ​ນັ້ນ​ໄດ໋ທີ່ເປັນ​ແມງ​ສາບ​ອັນຕະລາຍ.

ກ:​ເມື່ອ​ເວົ້າ​ເຖິງ​ແມງ​ສາບ,​​ໃນ​ຫຼາຍ​ມື້​ມາ​ນີ້,…​ໄດ້​ອ່ານ​ວາລະ​ສານ​ທີ່​ແມງສາບ​ຖືກ​ຂຽນ​ເປັນ​ສັດ​ທີ່​ປັບ​ຕົວ​ເຂົ້າກັນກັບ​ສິ່ງ​ແວດ​ລ້ອມ​​ເກັ່ງ​ທີ່ສຸດ.​ໃນ​ວາລະສານ,ຜູ່​ຊ່ຽວຊານ​ໄດ້​ຕັ້ງ​ຂໍ້​ສະຫຼຸບ​ແບບ​ນີ້:ຖ້າວ່າ​ມື້​​ໃດ​ມື້ໜຶ່ງ,​ໃນ​ໂລກ​ໄດ້​ເກີດ​ສົງຄາມນີວ​ເຄຼຍ,ຊີວະ​ນານາ​ພັນ,​ເຊິ່ງລວມທັງ​ມວນ​ມະນຸດ​ກໍ່​ຈະຕາຍ​,ມີ​ແຕ່​​ແມງສາບ​​ເທົ່າ​ນັ້ນ​ທີ່ສາມາດ​ສືບ​ຕໍ່ມີ​ຊີວິດ​ໄດ້.ນີ້​ກໍ່​ຍ້ອນ​ວ່າ,​ໃນ​ສະພາບ​ທຳ​ມະ​ດາ,ການ​ອົດ​ທົນ​​ຕໍ່ການ​ແຜ່​ກຳ​ມັນ​ຕະພາບລັງສີ​ຂອງ​ມະນຸດ​ແມ່ນ5rems,ຖ້າວ່າ​ການ​ແຜ່​ລັງສີ​ຫຼາຍ​ກວ່າ800rems​ແລ້ວຄົນ​ກໍ່​ຈະ​ຕາຍ,​ແຕ່​​ແມງ​ສາບ​ນ້ອຍ​ເຢັຍລະ​ມັນສາມາດ​ທົນ9000-10500rems,​ແລະ​ແມງ​ສາບ​ໃຫຍ່​ອາ​ເມ​ລິ​ກາສາ​ມາດ​ທົນ​ໄດ້​ເຖິງ967500 rems!ສະ​ນັ້ນ​,​ເຖິງ​ວ່າ​​ນີວ​ເຄຼຍ​ແຕກ​ຂຶ້ນ,​​ແມງ​ສາບ​ກໍ່​ຍັງ​ສາມາດ​ສືບ​ຕໍ່​ມີ​ຊີວິດ​ຢູ່​ໄດ້.

ຂ:​ເຈົ້າ,​ແມ່ນ​ແລ້ວ,​ໃນ​ຫຼາຍ​ຮ້ອຍ​ລ້ານ​ປີ​ມາ​ນີ້,ການ​ເອົາ​ຊີວິດ​ລອດແລະ​ຄວາມ​ສາມາດ​ອົດ​ທົນ​ຕໍ່ສິ່ງ​ແວດ​ລ້ອມ​ຂອງ​​ແມງ​ສາບ​ໄດ້​ນັບ​ມື້​ນັບ​ແຮງ​ຂຶ້ນ​,ສ່ວນ​ໜ້າ​ຕາ​ຂອງ​ພວກ​ມັນ​ກໍ່​ບໍ່​ໄດ້​ປ່ຽນ​ແປງ​ຫຍັງ,ຊາກ​ແມງ​ສາບ​ທີ່​ພວກ​ເຮົາ​ໄດ້​ເຫັນ​ໃນ​

ກ:…ຍັງ​ຮູ້​ວ່າ,ທ່ານ​ມັກ·​​ໂປ​ຕານ​ ຜູ່​ຊ່ຽວຊານ​ແມງ​​ໄມ້​ອາ​ເມ​ລິ​ກາ​ໄດ້​​​ໄຂ​ຫໍພິພິທະ​ພັນ​ລະ​ລຶກບຸກຄົນ​ຊື່​ດັງ,​ເກັບ​ໂຮມ​ແມງສາບ​ທີ່​ນຸ່ງ​​ເສື້ອ​ຫຼາຍ​ຢ່າງ.​​ແມງ​ສາບ​ເຫຼົ່າ​ນີ້​ລ້​ວ​ນ​ແຕ່​​ຕາຍ​ແລ້ວ,​ແຕ່ໃສ່​ເຄື່ອງນຸ່ງ​ໃຫ້​ມັນ,ຖືກ​​ແຕ່ງ​ເປັນຮູ​ບຊົງ​ບຸກຄົນ​ຊື່​ດັງ.ຖ້າວ່າ​ທ່ານ​ເຫັນ​ແມງ​ສາບ​ເຫຼົ່າ​ນີ້,ຍ່ອມຈະ​ບໍ່​ຢ້ານ​ຈັກ​ດີ້.

ຂ:ພວ​ກ​ເຮົາມາ​ຟັງ​ສອງ​ເພງ​ຕໍ່,​ແມ່ນ​ເພງປ້າຍ​ໃດ,​ແລະ​ເພງ​ເຈົ້າ​ຮັກ​ລາວ​ແທ້ໆ.

ກ:…​ເຄີຍ​ຄິດ​ວ່າ​ຈະ​ມີເຂົ້າ​ໜົມຕົກ​ມາຈາກ​ທ້ອງຟ້າ​ບໍ່?

ຂ:​ເຄີຍ​ຝັນ​ຢູ່,ແຕ່​​ໃນຊີວິດ​ຕົວ​ຈິງ​ອາດ​ຈະ​ເກີດ​ເລື່ອງ​ແບບ​ນີ້​ບໍ່​ໄດ້.
​ກ:ບໍ່​ແນ່ນອນ,​ໃນ​ຫຼາຍ​ມື້​ມໍ່ໆ​ມາ​ນີ້,​ມີ​ເງິນສົດ​ໄປຢູ່​ໃນ​ຕູ້​ໄປສະນີ​​​​ເຮືອນ​ຂອງຄົນ​ຍີ່​ປຸ່ນຈຳນວນ​ໜຶ່ງ,​ຫຼື​ວ່າ​ຕົກ​ຈາກ​ທ້ອງຟ້າ​ໂດຍ​ກົງບໍ່?

ຂ:​ເລື່ອງ​ນີ້​ແຮງ​ຕື່ນ​​ເຕັ້ນ​ກວ່າ​ເຂົ້າໜົມ​ອີກ​ນໍ້,​ເລື່ອງ​ເປັນ​ແນວ​ໃດ?

ກ:ຫວ່າງ​ມໍ່ໆ​ນີ້,ພົນລະ​ເມືອງ​ຍີ່ປຸ່ນ18ຄອບ​ຄົວ​ທີ່​ພັກ​​ໃນ​ອາຄານ​ຫຼັງໜຶ່ງ​ໄດ້​ເຫັນ​ເງິນສົດ​ໃນ​ຕູ້​​ໄປສະນີ​ຂອງ​ເຮືອນ​ຕົນ,ນັບ​ລວມ​ແລ້ວ​ມີ1​ລ້ານ8​ແສນ1​ໝື່ນ​​ເຢັນ,​ຫຼືປະມານ1​​ໝື່ນ​5ພັນໂດ​ລາ.ຕຳຫຼວດ​ບອກ​ວ່າ,​ເງິນສົດ​ລ້ວນ​ແຕ່​ຢູ່​ໃນ​ຊອງ​ຈົດໝາຍ​ທຳ​ມະ​ດາ.ຊອງ​ຈົດໝາຍ​ນັ້ນ​ບໍ່​ໄດ້​ປິດ​,​ແລະ​ບໍ່​ມີ​ຂໍ້​ມູນ​ຫຍັງ​ຢູ່​​​ໃນ​ຊອງ​ເລີຍ.

ຂ:ຜູ້​ທີ່​ໄດ້​ເຫັນ​ເງິນສົດ​ຄື​ຊິ​ດີ​ໃຈ​ຫຼາຍ​​ເນາະ!

ກ:ບໍ່​ແມ່ນ​ແນວ​ນີ້​ໄດ໋,​ເວລາ​ເຂົ້າ​ເຈົ້າ​ເຫັນ​ເງິນ​ໃນ​ຕູ້​ໄປ​ຊະນີ​ຂອງ​ຕົນ​ກໍ່​ຮູ້ສຶກ​ຕົກ​ໃຈ​ຫຼາຍ,​ເພາະ​ເຂົາ​ເຈົ້າ​ຄິດ​ວ່າ​ຖ້າ​ເອົາ​ເງິນ​ທີ່​ບໍ່​ຮູ້​ທີ່​ມາ​ທີ່​ໄປ​ນັ້ນ​ເປັນ​ເລື່ອງ​ທີ່​ບໍ່​ດີ​ແລະ​ອາດ​ຈະ​ອັນຕະລາຍ​ອີກ​ຊ້ຳ.

ຂ:​ອື່​,​ແມ່ນ​ໄດ໋​ເນາະ.​ເມື່ອ​ກີ້​ນີ້,​…​ເວົ້າ​ວ່າ,ມີ​​ເງິນ​ຕົກ​ຈາກ​ທ້ອງຟ້າ,​ເລື່ອງ​ເປັນ​ແນວ​ໃດ?
ກ:ຟັງສອງ​ເພງກ່ອນ,​ແລ້ວ…ຈະ​ເລົ່າ​ໃຫ້​ຟັງ,​ແມ່ນ​ເພງສິ່ງ​ຕອບ​ແທນ​ຂອງ​ຄວາມ​ຮັກ,​ແລະ​ເພງຊີກ​ໂລກ​​ເໜືອ​ທີ່​ໂດດ​ດ່ຽວ.

ຂ:ຟັງ​ເພງ​ຈົນ​ໄປ​ແລ້ວ…​ເລົ່າ​ເລື່ອງ​ເງິນ​ຕົກ​ຈາກ​ຟ້າ​ໃຫ້​ຟັງ​ໄດ້​ແລ້ວ​ຕິ​ບາດ​ນີ້,​ເລົ່າ​ເບິ່ງ​ມັນ​ເປັນ​ແນວ​ໃດ​ແທ້?

​ກ:​ເຈົ້າ,​ໃນ​ໄລຍະ​ທີ່​ຄົນຍີ່​ປຸ່ນພວມ​ງົງ​ກັບ​ເງິນ​​ໃນ​ຕູ້​ໄປ​ຊະນີ ກໍ່​ມີ​ເຫດການ​​ໜຶ່ງ​ເກີດ​ຂຶ້ນ​ອີກ,6ໝື່ນ​​ເຢັນ​ວາງ​ຢູ່​ຕໍ່ໜ້າ​ປະຕູ​ຮ້ານ​ຄ້າ​ແຫ່ງ​ໜຶ່ງ.​ແຕ່​ບໍ່​ມີ​ຜູ້​ໃດ​ກ້າ​ຈັບ​ເອົາ​​ເລີຍ,ຕຳຫຼວດ​ບໍ່​ວ່າ,ຄົນ​ບໍ່​ກ້າ​ເອົາ​ກໍ່​ຍ້ອນ​ເງິນ​ນີ້​ເປັນ​ສິ່ງ​ຜິດ​ປົກກະຕິ​ແລ້ວ.

ຂ:​​ແມ່ນ​ໃຜ​ນໍ້?ສ້າງ​ແປກ​ໆ​ແນວ​ນີ້​ຂຶ້ນ​ມາ?

ກ:​ກໍ່​ບໍ່​ຮູ້​ກັນ​,​ແຕ່​ຍັງມີ​​ເລື່ອງ​ແປກ​ອີກ​​ໄດ້…ຄື:ໃນ​ຫ້ອງ​ນ້ຳ​ຊາຍ​ຂອງ​ຕຶກຫ້ອງການຫຼາຍ​ແຫ່ງ​ຂອງ​ຍີ່​ປຸ່ນ​ໄດ້​ປະກົດ​ມີ​ເງິນສົດ​ເລີກ​ລັບ,ພ້ອມ​ເຈ້ຍ​ໃບ​ໜຶ່ງ​ຂຽນ​ວ່າ"​ເຊີນ​ໃຊ້​​ເພື່ອ​ການ​ກຸສົນ".ສະ​ນັ້ນ,ຫຼາຍຄົນ​ກໍ່ຄາດ​ຄະ​ເນ​ວ່າ,ຜູ້​ທີ່​​ເອົາເງິນສົດ​ນັ້ນ​ມາ​ໄວ້ອາດ​ຈະ​ແມ່ນ​ພະນັກງານ​ຜູ່​​ໃດ​ຜູ່​ໜຶ່ງ​ທີ່​ຢາກຮຽກຮ້ອງ​​ໃຫ້​ຄົ​ນທັງຫຼາຍ​ເຮັດການ​ກຸສົນຫຼາຍ​ກວ່າ​ເກົ່າ.

ຂ:ທີ່​ຈິງ​ແລ້ວຄົນ,ຜູ້​ນີ້​ສາມາດ​ບໍລິຈາກ​ເງິນ​​ເຫຼົ່າ​ນີ້​​ໃຫ້ອົງການ​ກຸສົນ,​​​ໂດຍ​ຕົວ​ລາວ​ເອງ​ເລີ​ຍກໍ່​ໄດ້,​ແຕ່​ຄື​ຊິ​ຢາກ​ເປັນ​ຂ່າວ​ຫຼາຍ​ກວ່າ​ເນາະ.

ກ:​ເຈົ້າ,​ເອົາ​ມາ​ຟັງ​ເພງ​ອີກ2​​ເພງ​ຄື:"​,ບໍ່​ຮູ້​ຮັກ​ເຈົ້າ​ເມື່ອ​​ໃດ,ແລະ​​ເພງ​​ເບີ​ໂທ​ໂລ​ແມ່ນ​ຕິກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ