ຢຸ​ດ​ເຊົາ​ຊົ່ວຄາວ

(GMT+08:00) 2010-11-19 15:16:56     cri

ຂ:ພວກ​ເຮົາ​ມາລົມ"ການ​ເດີນທາງ​ໃຊ້​ເຫຼັກ​ໜີບ​ເຈ້ຍ​ປ່ຽນ​ເຮືອນ"ຂອງ​ທ.​ເມັກ​ທອນຕໍ່.​ໃນ​ເວັບ​ໄຊBlogຂອງ​ຕົນ​,ທ.​ເມັກ​ທອນ​ໄດ້ພັນ​ລະນາ​ຂະ​ບວນການຄົດ​ລ້ຽວກ້ຽວ​ກອດທີ່​ລາວ​ຫວັງ​​ໃຫ້​​ໃຊ້​ເຫຼັກ​ໜີບ​ເຈ້ຍ​ສີ​ແດງ​ປ່ຽນ​ສິ່ງ​ຂອງ​ຕ່າງໆ.​ແຕ່​ນັ້ນ​ມາ​ບໍ່​ດົນ,

ທ.​ເມັກ​ທອນ​ກໍ່​ໄດ້​ໃຊ້​ເຊີດ​ຫິມະ​ໄຟຟ້າ​ປ່ຽນ​​ໄດ້​ຮັບ​​ໂອກາດທີ່​ໄປທ່ຽວບ້ານ​ຢັກ​ຂອງ​ການ​າດາ​​ໂດຍ​ຟຣີ,ຕໍ່​ໄປ,ກໍ່​ປ່ຽນ​ໄດ້​ຮັບ​ຂໍ້ຜູກພັນ​ອັດສ​ຽງ​ເພງສະບັບ​ໜຶ່ງ.

​ກ:ສິ່ງ​ຂອງ​ເຫຼົ່າ​ນີ້​ອາດ​ຈະ​ບໍ່​ມີ​ຄຸນ​ປະ​ໂຫຍ​ດຫຍັງ​ຕໍ່​ທ.​ເມັກ​ທອນ​ເນາະ.
ຂ:​ເຈົ້າ​,​ແຕ່​ສຳ​ລັບ​ຜູ້​ອື່ນ​ອາດ​ຈະ​ມີ​ຄຸນ​ປະ​ໂຫຍ​ດຫຼາຍ.

ກ:ທ.​ເມັກ​ທອນ​ໄດ້​ມອບ​ຂໍ້​ຜູກ​ພັນ​ອັດສ​ຽງ​ເພງ​ໃຫ້​ແກ່​ດາຣາທີ່​ຢູ່Phoenixອາ​ເມລິກາ,ດາຣາຜູ້​ນັ້ນ​ຈິ່ງ​ອະນຸມັດ​ທ.​ເມັກ​ທອນ​ເຊົ່າ​ເຮືອນ​ຫຼັງ​ໜຶ່ງ​ຢູ່Phoenix​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.

ຂ:ຮອດ​ເວລາ​ນີ້,ຄວາມ​ປາຖະໜາ​ຂອງ​ລາວ​ໄດ້​ບັນລຸ​ຜົນ​ເປັນ​ຈິງ​ແລ້ວ,ຈັ່ງ​​ແມ່ນ​ອັດສະຈັນ​ແທ້ໆ.
ກ:ທ.​ເມັກ​ທອນ​ກ່າວ​ວ່າ,ບໍລິສັດ​ຟິມຂອງHollywood​ໄດ້​ຕິດ​ຕໍ່​ກັບ​ລາວ,ຢາກຮ​ຽບ
ຮຽງ​ນິທານ​ຂອງ​ລາວ​ເປັນ​ຮູບ​ເງົາ.

ຂ:…,​ເມື່ອ​ໄດ້​ຟັງ​ນິທານ​ຂອງ​ທ.​ເມັກ​ທອນ,ຂ້ອຍ​ກໍ່​ຄິດ​ວ່າ​ເອົາ​ວາລະສານ​ເຫຼັ້ມ​ໜຶ່ງທີ່​ຫາ​ກໍ່​ຊື້​ນີ້​ໄປ​ປ່ຽນ​ຄອມ​ພິວ​ເຕີ​ໜ່ວຍໜຶ່ງ,ນີ້​ບໍ່​ເກີນ​ຄວນ​ຫວະ?

ກ:​ເຈົ້າ, …ຄວນ​ໄປ​ລອງ​ເບິ່ງ​​ໃນ​ອິນ​ເຕິ​ເນັດ​ໃນ​ທັນ​ທີ.

ຂ:​ເອົາລະ,ພວກ​ເຮົາ​ມາ​ປ່ຽນ​ປັນ​ຍາ​ກາດ​ຟັງ​ສອງ​ເພງ,​ແມ່ນ​ເພງ​​ເພງ​ຮັກ​ເພງ​ຫຼັກ,ແລະ​ເພງ"",ຄັດ​ຖິ້ມ.

ກ:…ພຽງ​ຮູ້​ມີ​ຄົນ​ມັກ​ຄວາມ​ງາມ​ຂອງ​ຜູ້ຍິງ,​ແຕ່​ບໍ່​ຮູ້​ວ່າ​ມີ​ສັດ​ກໍ່​ມັກຄວາມ​ງາມ​ຂອງ​ຜູ້ຍິງ.
ຂ:​ເລື່ອງ​ເປັນ​ແນວ​ໃດ​ເດ່?

​ກ:ໜັງ​ສື​ພິມ​ບາງກອກ​ໂພສ໌ລາຍ​ງານ​ວ່າ,ຢູ່​ສະໜາມ​ບິນຊຽງ​ໄຣ ພາກ​ເໜືອຂອງ​ໄທ​ມີ​ໝາປາບ​ປາມ​ຢາ​ເສບ​ຕິດສອງ​ໂຕ​ຍ້ອນ​ກຸກ​ກວນ​ຜູ້​ໂດຍສານ​ຜູ້​ຍິງ​ຖືກ​ເລີກ​ຈ້າງ.ໝາ​ສອງ​ໂຕ​ນີ້​ຕັ້ງ​ເດີມ​ແມ່ນ​ໝາ​ພະ​ເນ​ຈອນ,​ແລ້ວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂຄງການ​ແນ​ໃສ່​ອົບຮົມ​ໝາ​ພະ​ເນ​ຈອນ​ເປັນ​ໝາ​ຕຳຫຼວດ​ທີ່​ເຈົ້າ​ຊີວິດ​​ໄທ​ລິ​ເລິ່ມ,ກາຍ​ເປັນ​ໝາ​ປາບ​ປາມ​ຢາ​ເສບ​ຕິດ.

ຂ:ພວກ​ມັນ​ໄດ້​ເຮັດ​ເລື່ອງ​ໜ້າ​ຊົ່ວ​ຫຍັງ​ແລ້ວ?

ກ:​ໃນ​ເວລາ​ກວດກາ​​ເຄື່ອງ​ເດີ​ນທາງ,ພວກ​ມັນ​ຍຽວ​ຢູ່​​ເທິງ​ຫີບ​ຂອງ​ຜູ້​ໂດຍສານ​ເລື້ອຍໆ,ພວກ​ມັນ​ຍັງ​ມັກ​ຫອບ​ຂາ​ຂອງ​ຜູ້ຍິງ.ສະ​ນັ້ນ,​​ເຖິງ​ວ່າ​ພວ​ກມັນ​ເຮັດ​ວຽກ​ຢ່າງ​ດີງາມ​ໃນ​ເວລາ​ປາບ​ປາບ​ຢາ​ເສບ​ຕິດ,​ແຕ່​ຍ້ອນ​ມີ​ຜູ້​ໂດຍສານ​ຫຼາຍ​ຄົນ​ໄດ້ຟ້ອງ​ຮ້ອງ,​ໃນ​ທີ່​ສຸດ​ພວກ​ມັນ​ຖືກ​ເລີກ​ຈ້າງ​ແລ້ວ.
ຂ:…ຄິດ​ວ່າ​ກໍ່​ຕ້ອງ​ເປັນ​ແນວ​ນີ້,​ແລ້ວ​ພວກ​ມັນ​ໄດ້​ເປັນ​ໝາ​ພະ​ເນ​ຈອນ​ຄືນ​ໃໝ່​ຫຼື​ບໍ່?
ກ:ບໍ່,ປັດຈຸບັນ,ພວກ​ມັນ​ຖືກ​ສົ່ງ​ໃນ​ຟາ​ມ​ແຫ່ງ​ໜຶ່ງ,ຮັບຜິດຊອບ​​ເຝົ້າ​ຮັກສາ​ໄກ່​ແລະ​ໝູ.

ຂ:​ເອົາລະ,ພວກ​ເຮົາ​ມາ​ຟັງ​ເພງ​ຕໍ່,​​ເພງ"ຮັກ​ຂ້ອຍ​ຢ່າ​ໄປ,ມອບ​ໃຫ້​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້.

ຂ:…,ຫວ່າງ​ມໍ່ໆ​ນີ້,ຂ້ອຍ​ໄດ້​ຊື້"ຢຸ​ດ​ເຊົາ​ຊົ່ວຄາວ"ສອງ​ຂວດ​ແລະ"ນອນ​ພໍ8​ຊົ່ວ​ໂມງ"ໜຶ່ງ​ຂວດ​ຢູ່​ທີ່​ຊຽງ​ໄຮ້,​ເຈົ້າ​ເດົາ​ຄາ​ລາ​ເທົ່າ​ໃດ?
​ກ:ສິ່ງ​ຂອງ​ທີ່​​ເຈົ້າຊື້​ນັ້ນ​ແມ່ນ​ຫຍັງ?​ເປັນ​ຫຍັງ​ຂ້ອຍ​ຟັງ​ບໍ່​ເຂົ້າ​ໃຈ?
ຂ:ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ຊຽງ​ໄຮ້​ໄດ້​ສ້າງ​ຕັ້ງ"ຊຸບ​ເບີ​ມາ​ເກັດຈິດ​ໃຈ"​ແຫ່ງ​ທຳ​ອິດ​ຂອງ​ຈີນ,​ໃນ​ອາທິດ​ແລ້ວ​ນີ້,ຂ້ອຍ​ໄປ​ຊຽງ​ໄຮ້​ຈິ່ງ​ຊື້​ສິ່ງ​ສອງ​ສອງ​ສາມ​ຢ່າງ​ຢູ່​ພຸ້ນ.
ກ:ສິ່ງ​ຂອງ​ທີ່​ເຈົ້າ​ເວົ້າ​ເຖິງ​ນັ້ນ,ຟັງ​ແລ້ວ​ກໍ່​ຮູ້ສຶກ​ມ່ວນ​ຫຼາຍ,ຢູ່​ໃນ"ຊຸບ​ເບີ​ມາ​ເກັດຈິດ​ໃຈ"​ຍັງ​ມີ​ສິນຄ້າ​ຫຍັງ​ເດ່?
ຂ:ຢູ່​ໃນ​ຊຸບ​ເບີ​ມາ​ເກັດ,ມີ​ສິນຄ້າ​ຮ້ອຍ​ກວ່າ​ຊະນິດ,​ຊື່​ຂອງ​ພວ​ກມັນ​ກໍ່​ມ່ວນ​ຫຼາຍ,ນອກຈາກ"ກຳລັງ​ແຮງ","ຄວາມ​ໝັ້ນ​ໃຈ","ຄວາມ​ຄິດ"​ເທົ່າ​ນັ້ນ,ຍັງ​ມີ​ສິ່ງ​ຂອງ​ກ່ຽວ​ກັບ​ເອກະ​ຊົນ,​ເຊັ່ນ,"​ໃຫ້​ເຈົ້າ​ບໍ່​ມີ​ກຳລັງ​ໜີບ","ວາງ​ໃຈ​ກິນ​ຈຸກ​ຈິກ"​,"ບໍ່​ມີE-mailຂີ້​ເຫຍື່ອ",​ແລະ​ສິ່ງ​ຂອງ​ກ່ຽວ​ກັບສິ່​ງ​ແວດ​ລ້ອມ,​ເຊັ່ນ,"ຊັບພະຍາກອນ​ເກີດ​ໃໝ່","ອາກາດ​ຊຸ່ມ​ເຢັນ",ສິນຄ້າ​ທັງ​ໝົດ​ກໍ່​ເບົາຫຼາຍ,ມີ​ແຕ່​ແກັດ​ເຈ້ຍ​ເທົ່າ​ນັ້ນ.
ກ:ສິ່ງ​ຂອງ​ເຫຼົ່າ​ນີ້​ມີ​ບົດບາດ​ຫຍັງ​​ເດ່?
ຂ:ສ່ວນ​ຫຼາຍ​ແມ່ນ​ຊ່ອຍ​ຄົນ​​ໃນ​ດ້ານ​ຈິດ​ໃຈ.ຂ້ອຍ​ພົບ​ສາວ​ຜູ້​ໜຶ່ງ​ໃນ​ຊຸບ​ເບີ​ມາ​ເກດ,ລາວ​ໄດ້​ຊື້​​ເຈ້ຍ​ໂຄສະນາ"ຢ່າ​ສູບຢາ"​ໃບ​ໜຶ່ງ​ໃຫ້​ແຟນຂອງ​ລາວ,​ແລະ​ໄດ້​ຈ່າຍ20​ຢວນຊື້"ຄົນ​ທີ່​ບໍ່ຫຼິ້ນ​ເວັບ​ໄຊ"ຂວດ​ໜຶ່ງ​ແລະ"ບໍ່​ມີE-mailຂີ້​ເຫຍື່ອ"ຂວດ​ໜຶ່ງ​ເພື່ອ​ໃຊ້​​ເອງ.ລາວ​ເວົ້າ​ວ່າ,ສິ່ງ​ຂອງ​ເຫຼົ່າ​ນີ້​ບໍ່​ມີບົດບາດ​ຕົວ​ຈິງ,​ແຕ່​ເມື່ອ​ເຫັນ​ພວກ​ມັນລາວ​ກໍ່​ຈະ​ເພິ່ມຄວາມ​ໝັ້ນ​ໃຈ​ຫຼາຍ.
ກ:ມ່ວນ​ຫຼາຍ​ເນາະ,ຖ້າວ່າ​ມີ​ໂອກ​າດ,…ກໍ່​ຢາກ​ໄປ​ຊື້​ຂອງ​ຢູ່"ຕະຫຼາດ​ຈິດ​ໃຈ".
ຂ:ພວກ​ເຮົາ​ມາ​ຟັງ​ເພງ​ຕໍ່,​​ແມ່ນ​ເພງ"ນອກ​ປ່ອງຢ້ຽມ​ດ​ແລະ​ເພງ",ພຶດສະພາ.

ກ:ກໍ່​ຮອດ​ເວລາ​ຟັງ​ເລື່ອງ​ຕະຫຼົກ​ແລ້ວ,ບໍ່​ຮູ້​ວ່າ​ໜຸ່ມ​ໃຫຍ່​ອາລົມ​ດີ​ຍັງ​ຈະ​ເລົ່າ​ເລື່ອງ​ຕະຫຼົກ​ຫຍັງ​ເດ່?
ຂ:(​ເລື່ອງ​ຕະຫຼົກ​ທີ2)
​ກ:​ເມື່ອ​ໄດ້​ຟັງ​ເລື່ອງ​ຕະຫຼົກ,ພວກ​​ເຮົາ​ມາ​ປ່ຽນ​ບັນຍາກາດ​ຟັງ​ສອງ​ເພງ,​ແ​ມ່ນ​ເພງ"ດອກ​ໄມ້​ງາມ​ດວງ​ພະຈັນ​ສົມບູນ,ແລະ​ເພງ"​ໃບ​ໄມ້​ຕົກ.

ກ: ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ລາຍການ​ສຸກ​ສັນສະ​ໂມ​ສອນ​ຂອງ​ວິທະຍຸCRI FM93​ເມ​ກາ​ເຮີ​ສ.
ຂ:ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ມາ​ໃຫ້​ທ່ານ​ແມ່ນ​ຄວາມ​ປາຖະໜາ​ຂອງ​ພວກ​ເຮົາ.ຖ້າ​ທ່ານ​ມີຄວາມ​ເຫັນ​ຫຼື​ຂໍ້​ສະ​ເໜີ​ແນວ​ໃດ,ຫຼື​ວ່າ​ຈະ​ແບ່ງປັນ​ຄວາມ​ມ່ວນ​ຊື່ນ​ຂອງ​ທ່ານ​ກັບ​ພວກ​ເຮົາ,ກໍຢ່າ​ລືມ​ຕິດ​ຕໍ່​ກັບ​ພວກ​ເຮົາ​​​ເດີ້!
​ກ:ທ່ານ​ຈະໂທລະສັບ​ມາ​​ໄດ້ທີ່ເລກ​ໝາຍ​,​0086-10-68892192
ຂ:ທ່ານ​ຍັງ​ສົ່ງ​E-mailມາ​ໄດ້:ທີ່laocri@yahoo.com
ກ:ຫຼື​ວ່າ​​ສົ່ງ​ຂໍ້ຄວາມ​ສັ້ນມາ​ທີ່ໝາຍ​ເລກ2430000
ຂ:ພ້ອມ​ນັ້ນ,ຖ້າ​ທ່ານ​ຢາກ​ສົ່ງ​ຈົດໝາຍ​ໄປ​ເຖິງCRI,ທີ່​ຢູ່​ພວກ​ເຮົາ​ແມ່ນLao Service ​CRI-13,​ China Radio International,p.o.box4216 Beijing P.R.China100040
ກ:ພວກ​ເຮົາ​ຄອງ​ຄອຍ​ທ່ານ​ມີສ່ວນ​ຮ່ວມ​​ໃນລາຍການ​.
ຂ:ທ່ານ​ຜູ້​ຟັງ​ທີ່​ເຄົາລົບ,ລາຍການ​ສຸກ​ສັນສະ​ໂມ​ສອນ​ກໍ​ໃກ້ຈະ​ສິ້ນສຸດ​ລົງ​ແລ້ວ,​ກ່ອນ​ຈາກ​ກັນ​ໃນ​ຄືນ​ນີ້,ຈະ​​ໃຫ້​ຟັງ​ເພງ"ແສງ,ນັດ​ພົບ​ກັນ​ໃໝ່,ຂໍ​ມອບ​ໃຫ້​ທ່ານ​ຜູ້​ຟັງທຸກ​ທ່ານ​ທີ່​ພວມ​ຟັງ​ລາຍການ​ຢູ່​ໃນ​ຂະນະ​ນີ້,ຂໍ​ໃຫ້​ທ່ານ​ຈົ່ງ​ນອນ​ຫຼັບ​ຝັນ​ດີ,​…ແລະ​…ຈະ​ກັບ​ມາ​ພົບ​ກັບ​ທ່ານ​ອີກ​ໃນ​ຄືນ​ວັນ​ອາທິດ​ໜ້າ,​ໃນ​ເວລາ……,ສະບາຍດີ.
ກ:ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ