ອົດ​ຮັກ​ບໍ່​ໄດ້

(GMT+08:00) 2010-11-19 15:16:56     cri

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່ຮັກ​ແພງ, ຜູ້​ດຳ​ເນີນ​ລາຍການ​ໄຊຊະນະ​ນຳ​ເອົາ​​ແຟຊັນສ​ຽງ​ເພງ​ມາ​ພົບ​ກັບ​ທ່ານ​ຕາມ​ເຄີຍ.

​ໃນ​ຕອນ​ເລີ່​ມຕົ້ນ​ລາຍການ​ມື້​ນີ້, ​ໄຊຊະນະ​ຈະ​ຈັດ​ເພງ​ໃໝ່​ເພງ​ໜຶ່ງ​ຂອງ​ສ່ຽງ​ຢາ​ຊ່ວນສູ່​ຟັງ, ຄື​ເພງ ອົດ​ຮັກ​ບໍ່​ໄດ້. ​ໃນ​ເພງ​ນີ້​ຮ້ອງ​ວ່າ, ອົດ​ບໍ່​ໄດ້​ຢາກ​ຮັກ​ເຈົ້າ, ບໍ່​ແນ່​ໃຈ​ວ່າ​ເຈົ້າ​ຂຶ້ນ​ກັບ​ຂ້ອຍ, ອາດ​ຈະຮູ້ສຶກ​​ໂດດດ່ຽວ​ໜ້ອຍ​ໜຶ່ງ. ຄວາມສຸກ​ທີ່​ເຈົ້າ​ໃຫ້​ຂ້ອຍ​ນັ້ນ​ລອຍ​ຢູ່​ໃນ​ໃຈ, ປົວ​ບາດ​ແຜ​ທຸກ​ບ່ອນ.

ສຳຜັດ​ກັບ​ຄວາມ​ໝົດ​ຫວັງ​ແລ້ວ​ຈຶ່ງ​ຈະ​ຮູ້​ວ່າຄວາມ​ຫວັງ​ແມ່ນ​ຫຍັງ​, ອົດ​ຄວາມ​ມືດ​ຈຶ່ງ​ຈະ​ມັກ​ຕາ​ເວັນ​ຫຼາຍ​ກວ່າ, ຄວາມສຸກ​ບໍ່​ແມ່ນ​ເລື່ອງ​ແນ່ນອນ. ມືນ​ຕາ​ເບິ່ງ, ຖ້າ​ໄດ້​ຍິງ​ສຽງ​ຮ້ອງ​ແຫ່ງ​ຄວາມເຈັບປວດ, ກໍ່ໜີ້ງເສີຍບໍ່ໄດ້. ​ເຈົ້າ​ສາມາດ​ອຸທິດ​ຫຼາຍ​ກວ່າ​ໃຫ້​ແກ່​ໂລກ​ນີ້, ຊ່ອຍ​ເຫຼືອ​ຜູ້​ອື່ນ​ຈະ​ຮູ້ສຶກ​ດີ​ໃຈ. ບໍ່​ແມ່ນ​ສະ​ແຫວງຫາ​ຄວາມ​ຍ້ອງຍໍ​ສັນ​ລະ​ເສີນ​, ຫາກ​ຈະ​ໄດ້​ໝາກຜົນ​ອັນ​ດີງາມ. ສາມາດ​ເຮັດ​ຫຍັງ​ເພື່ອ​​ໂລກ​ນີ້ທີ່​ຈະ​ນຳ​ເອົາ​ຄວາມ​ອົບ​ອຸ່ນ​ໃຫ້​ແກ່​ຈິດ​ໃຈ​ຂອງ​ຄົນ. ບັດ​ນີ້​ໄຊຊະນະ​ຈະ​ຈັດ​ເພງ​​ໃໝ່​ເພງ​ໜຶ່ງ​ຂອງ​ຈ່າງ​ເສ​ອີ​ວສູ່​ຟັງ, ຄື​ເພງ ​ແປ​ວ່າ ​ເຈົ້າ​ສາມາດ​ອຸທິດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ໂລກ​ນີ້. ລົ້ມ​ລົງ​ແລ້ວ​ລຸກ​ຂຶ້ນ​ຄືນ​ໃໝ່, ຈະ​ເຂັ້ມ​ແຂງ​ກວ່າ​ເກົ່າ, ​ເຄີຍ​ເຈັບ​ເຄີຍ​ປວດ, ຈຶ່ງ​ຖະໜຸຖະໜອມ​ສຸຂະພາບ, ​ເຂົ້າ​ໃຈ​ວ່າຄວາມ​ສຸກ​ບໍ່​ແມ່ນ​ເກີດ​ໂດຍ​ບັງ​ເອີນ, ສັງ​ເກດ​ເບິ່ງ​ຈິດ​ໃຈ​ຂອງ​ຕົນຈຶ່ງ​ຮູ້​ແລ້ວ. ມີ​ສຽງ​ຮ້ອງ​ໄຫ້​ທີ່​ເຕັມ​ດ້ວຍ​ຄວາມ​ໂສກ​ເສົ້າ, ​ເບິ່ງ​ໜີ້ງ​ເສີຍ​ບໍ່​ໄດ້. ​ເຈົ້າ​ສາມາດ​ອຸທິດ​ຫຼາຍ​ໃຫ້​ແກ່​ໂລກ​ນີ້, ຊ່ອຍ​ເຫຼືອ​ຜູ້​ອື່ນ​ແລ້ວ​ຈະ​ຮູ້ສຶກ​ມ່ວນ​ຊື່ນ.

ຖັດມາ​ທ່ານ​ຈະ​ໄດ້​ຟັງ​ເພງ​ໃໝ່​ເພງ​ໜຶ່ງ​ຂອງ​ວົງloving, ຄື​ເພງ ​ເສຍ​ຊີວິດ​ກໍ່​ບໍ່​ເສຍ​ໃຈ.

ຢ່າ​ຊູ່​ປະລະ​ໂດຍ​ງ່າຍ, ມື້​ອື່ນ​ຍັງ​ຕ້ອງມີ​ຄວາມ​ປາ​ຖະໜາ​ຫຼາຍ, ​ເຕັມ​ດ້ວຍ​ຄວາມ​ກ້າຫານ, ຈະ​ມີ​ກຳລັງ​ຫຼາຍ. ​ເມື່ອ​ເຫັນ​ຄວາມ​ຮັກ​ແພງ​ແລະ​ຄວາມ​ຫວັງ​ຄື​​ແສງ​ຈັນ​ທີ່​ອົບ​ອຸ່ນ, ຫວນ​ຄືນ​​ເບິ່ງ​ກໍ່​ຈະ​ເຫັນ​ບ້ານ​ເກີດ​ເມືອງ​ນອນ​ທີ່​ສ້າງສາ​ຄືນ​ໃໝ່, ຂ້ອຍ​ຮູ້​ວ່າ​ຍັງ​ຕ້ອງ​ທໍລະ​ຫົດ​ອົດທົນ​ໄປ​ດົນ​ເຕີບ, ​ເປີດ​ປ່ອງຢ້ຽມ​ກໍ່​ໄດ້​ເຫັນ​ທ້ອງ​ຟ້າ​ປອດ​ໃສ. ​ໃນ​ຕອນ​ທ້າຍ​ລາຍການ​ມື້​ນີ້, ​ໄຊຊະນະ​ຈະ​ມອບ​ເພງ​ໃໝ່​ເພງ​ໜຶ່ງ​ຂອງ​ລິນ​ຈຸ້ນ​ເຈ​ສູ່​ຟັງ, ຄື​ເພງ ຄວາມ​ຮັກ​ແພງ​ແລ​ະຄວາມ​ຫວັງ. ລາຍການ​ແຟຊັນສຽງ​ເພງ​ມື້​ນີ້​ກໍ​ຂໍ​ຈົບ​ລົງ​ທໍ່​ນີ້. ພົບ​ກັນ​ໃໝ່​ໃນ​ວັນ​ຈັນ​ໜ້າ, ສະບາຍດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ