ເສີນ​ຄຸນ ນັກ​ຮ້ອງ​ແຜ່ນດິນ​ໃຫຍ່​ຈີນ

(GMT+08:00) 2011-01-22 15:16:56     cri

ເພງ  ຊີກ​ວົງ​ເດືອນ ຂອງ​ເສິນ​ຄຸນ. ​ເສິນ​ຄຸນ​ແມ່ນ​ດາລາ​ນັກສະ​ແດງ​ຮູບ​ເງົາ​ແລະ​ລະຄອນ​ໂທລະພາບທີ່​ກຳລັງ​ດັງທີ່​ສຸດ​ຢູ່​ແຜ່ນດິນ​ໃຫຍ່​ຈີນ.ລາວ​ໄດ້​ສະ​ແດງ​​ເປັນຕົວ​ລະຄອນ​ຫຼາຍ​ໆ​ບົດບາດ​ດ້ວຍ​ ການສະ​ແດງ​ອັນ​ດີ​ເດັ່ນ​,ການສະ​ແດງ​ຂອງ​ລາວ​​ເປັນ​ທີ່ ​ຍອມຮັບແລະ​ ຕີ​ລາ​ສູງ​​ຈາກ​ມວນ​ຊົນ​ທົ່ວ​ໄປ.​ແຕ່​ວ່າ​ຜູ່​ຊົມ​ຫຼາຍຄົນ​ບໍ່​ຮູ້​ວ່າ,ກ່ອນ​ເປັນ​ນັກສະ​ແດງ,​ເສິນ​ຄຸນ​​ເຄີຍ​ເປັນ​ນັກ​ຮ້ອງ​ດ່ຽວ​ໃນ​ຄະນະ​ຮ້ອງ​ແລະ​ຟ້ອນ​ຕົ່ງ​ຟ້າ​ງຈີນ.​ເສິນ​ຄຸນ​ມີ​ສຽງ​ດີ​ສົມຄວນ,ລາວ​ຝັນ ​ຕະຫຼອດມາ​ວ່າ​ຢາກເປັນ​ນັກ​ຮ້ອງ​ເພງ​ສະ​ໄໝ​ນິຍົມ​ທີ່ມີ​ຊື່​ສຽງ.​ເຖິງ​ວ່າ​​ເສິນ​ຄຸນ​ສ້າງ​ຊື່​ສຽງ​ດົ່ງ​ດັງ​ຂຶ້ນ​ຍ້ອນ​ການສະ​ແດງ​ລະຄອນ​ໂທລະພາບ​ກໍ​ຕາມ,​ແຕ່​ລາວ​ບໍ່​ໄດ້​ຢຸດ​ເຊົາການ​ຮ້ອງ​ເພງ​​ເລີ​ຍ.​ໃນ​ລະຄອນ​ໂທລະພບ​ເລື່ອງ​ຄວາມ​ຮັກທີ່​ຍິ່ງ​ໃຫຍ່,​ເສິນ​ຄຸນ​ໄດ້​ລອງ​ສຽງ​ຂອງ​ຕົນ,ຮ້ອງ​ເພງ​ນຳ​ຂອງ​ລະຄອນ​ ເລື່ອງ​ນີ້​ຄື​ເພງ ກັບ​ຄືນ​ສູ່​ຄວາມ​ງ່າຍດາຍ ​​ອັນໄດ້​ຮັບ​ການ​ຕິ​ລາຄາສູງ,​ເສິນ​ຄຸນ​ຈິ່ງ​ໄດ້​ ຕັດສິນ​ໃຈ​ກ້າວ​ເຂົ້າ​ສູ່​ວົງ​ການ​ເພງ.

 ປີ2004,​ເສິນ​ຄຸນ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ກັບ​ບໍລິສັດ​ແຜ່ນສຽງBMGຮົງ​ກົງ,​ເລີ່ມກະກຽມ​ການ​ອອກອາ​ລະ​ບ້ຳຂອງ​ຕົນ,ກ້າວ​ສູ່​ວົງ​ການ​ເພງ​ຢ່າງ​ເຕັມຕົວ.ພາຍຫຼັງ​ກະກຽມ​ມາ​ເປັນ​ເວລາ​ເກືອບ1​ປີ,ອາ​ລະ​ບ້ຳ​ທີ່​ຊື່ວ່າ"  ​ແຊກ​ຊຶມ" ​ໄດ້​ອອກ​ສູ່​ຕະຫຼາ​ດ.ອາ​ລະ​ບ້ຳ​ຊຸດ​ນີ້​ມີ​​ເນື້ອ​ໃນ​ກ່ຽວ​ກັບ​"ຄວາມງ່າຍດາຍ​ແລະ​ໂລ​ແມນ​ຕິກ",​ເຊິ່ງມີ​ນັກ​ວິຊາ​ການ​ດົນ​ຕີທີ່​ມີ​ຊື່​ສຽງ​ຫຼາຍ​ຄົນຮ່ວມ​ກັນ​ຜະລິດ,ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ແນວ​ດົນຕີ​ຫຼາຍ​​ແບບ.ຕໍ່​ໄປມາ​ຟັງ​ເພງ​ນຳ​ໃນ​ອາ​ລະ​ບ້ຳ​ຊຸດ​ນີ້​ຄື​ເພງມັດ​​ໄຟ​ຢາສູບ.
ປີ2005,​ເວົ້າ​ສຳລັບ​ເສິນ​ຄຸນ​ແລ້ວ​ແມ່ນ​ປີ​ໜຶ່ງ​ທີ່​ຈາກ​ນັກສະ​ແດງ​ກ້າວ​ໄປ​ສູ່​ວົງ​ການ​ເພງ​ຢ່າງ​ສຳ​ເລັດ​ຜົນ.​ໃນ​ປີ​ນັ້ນ​,ລາວ​ໄດ້​ທຳລາຍ​ສະຖິຕິຂອງ​ວົງ​ການ​ເພງ​ຈີນ,​ໄດ້​ຮັບ​ລາງວັນ​ນັກ​ຮ້ອງ​ນ້ອງ​ໃໝ່​ດີ​ເດັ່ນ​​ຂອງລາງວັນ​ດົນຕີປະ​ເພດ​ຕ່າງໆ​​ຂອງຈີນ.ຍອດຈຳໜ່າຍ​ອາ​ລະ​ບ້ຳ"渗透  ​ແຊກ​ຊຶມ" ​ໄດ້​ເອົາ​ຊະນະ​ນັກ​ຮ້ອງ​ທີ່​ມີຊື່​ດັງ​ຫຼາຍ​ຄົນ​ໃນ​ຄາວ​ນັ້ນ​,​ແລ້ວ​ເຂົ້າ​ຮອບ3​ໃນ​ການ​ຈຳໜ່າຍ​ອາ​ລະ​ບ້ຳ​ເພງ​ຈີນ.​ເສິນ​ຄຸນ​ກໍ​ໄດ້​ກາຍ​ເປັນ​ຊຸບ​ເປີນັກ​ຮ້ອງ​ນ້ອງ​ໃໝ່​ຍອດ​ຢ້ຽມ​ທີ່ຢູ່​ໃນຄວາມ​ສົນ​ໃຈ​ຂອງ​ຜູ່​ຊົມ​ແລະ​ສື່​ມວນ​ຊົນ​ທີ່​ສຸດໃນປີ2005.

 ຫຼັງ​ຈາກ​ນັ້ນ​,​ເສິນ​ຄຸນ​ໄດ້​ເຂົ້າ​ສູ່​ໄລຍະ​ກະກຽມ​ການ​ສ້າງ​ອາ​ລະ​ບ້ຳ​ຊຸດ​ທີ​ສອງ​ຂອງ​ຕົນ,​ເດືອນພຶດສະພາ​ປີ2006,ລາວ​ໄດ້​ອອກ​ອາ​ລະ​ບ້ຳ​ຊຸດ​ໃໝ່​ທີ່​ຊື່ວ່າ ບັນລຸ​ຜົນ​ເປັນ​ຈິງ​ອີກ​ເທື່ອ​ໜຶ່ງ. ອາ​ລະ​ບ້ຳ​ຊຸດ​ນີ້​ໄດ້​ກວມ​​ເອົາແນ​ວດົນຕີ​ສະ​ໄໝ​ນິຍົມ​ຫຼາຍປະ​ເພດ​ເຊັ່ນ​ສະບາຍ​ອາລົມ,R&B ​ jazz ​ແລະ​ເພງສາກົນ ​world music .​ເສິນ​ຄຸນ​ເວົ້າ​ວ່າ,ຢາກ​ຜ່ານຈາກ​ອາ​ລະ​ບ້ຳ​ຊຸດ​ນີ້​ເຮັດ​ໃຫ້ຄົນ​ທັງຫຼາຍ​ສາມາດ​ຫຼຸດພົ້ນ​ອອກ​ຈາກ​ຕົວ​ລະຄອນ​ທີ່​ລາວ​ສະ​ແດງ,​ຜ່ານ​ຈາກ​ດົນຕີມາ​ຮັບ​ຮູ້​​ລາວຢ່າງແທ້​ຈິງ​ແລະ​ຮອບດ້ານ​ກວ່າ​ເກົ່າ. ຕໍ່​ໄປມາ​ຟັງ​ເພງ​ນຳ​ໃນ​ອາ​ລະ​ບ້ຳ​ຊຸດ​ທີ​ສອງ​ຂອງ​ເສິນ​ຄຸນ​ໃນ​ເພງ​ທີ່​ຊື່ວ່າ​ ພາບ​ມາຍາ

ນັກ​ສິລະ​ປິນຜູ່​ໜຶ່ງ,ຄັນ​ຢາກ​ເຮັດ​ໃຫ້​ອາຍຸ​ການ​ເປັນສິລະ​ປິນ​ຂອງ​ຕົນ​ຍືນຍາວ​ກວ່າ​ເກົ່າ,ກໍ​ຕ້ອງ​ພະຍາຍາມ​ຢ່າງ​ສຸດ​ຂີດ,ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ.​ເສິນ​ຄຸນ​ກ້າວ​​ໄປ​ພັດທະນາ​ໃນ​ວົງ​ການ​ເພງ​ສາມາດ​ເວົ້າ​ໄດ້​ວ່າ​ແມ່ນ​ການ​ເລີ່​ມຕົ້ນ​ໃໝ່​ຂອງ​ອາຊີບ​ສິລະ​ປິນຂອງ​ລາວ.ພວກ​ເຮົາ​ກໍ​ຫວັງ​ວ່າ​ດົນຕີ​ຂອງ​ລາວກໍ່​ຄື​ກັນ​ກັບ​ລີລາການສະ​ແດງ​ອັນ​ດີ​ເດັ່ນ​ຂອງ​ລາວ,ສາມາດ​ນຳ​ເອົາ​ຄວາມ​ຮູ້ສຶກ​ໃໝ່​ແລະ​ຄວາມ​ຕື່ນ​ເຕັ້ນ​ ມາ​ໃຫ້​ພວກ​ເຮົາຕະຫຼອດ.

ເພງ ນາງ​ຟ້າ​ກັບ​ຊາດ ຜົນງານ​ເພງ​ຂອງ​ເສິນ​ຄຸນ ນັກ​ຮ້ອງ​ແຜ່ນດິນ​ໃຫຍ່​ຈີນ​.​​

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ