​ນັກ​ກິລາ​ເທ​ຄວັນ​ໂດ​ລາວຍັງ​ມີ​ຫວັງ

(GMT+08:00) 2010-11-20 18:08:38     cri


ໃນ​ຕອນ​ເຊົ້າ​ວັນ​ທີ20​ພະຈິກ​ນີ້, ​ການ​ແຂ່ງຂັນ​ກິລາ​ເທ​ຄວັນ​ໂດ​ເພດ​ຊາຍ​ລຸ້ນ54ກິ​ໂລ​ແລະ58ກິ​ໂລ​ໄດ້​ຈັດ​ຂຶ້ນ​ຢູ່ສະ​ໜາມກິ​ລາ​ກວາງ​ຕຸ້ງ. ຍ້ອນ​ວ່າປະ​ເພດ​ກິລາ​ທີ່ມີຄວາມ​ຫວັງ​ໄດ້​ຫຼຽນ​ສູງທີ່​ສຸດ​ຂອງ​ລາວ​ແມ່ນກິລາ​ວູຊູ​ແລະ​ເທ​ຄວັນ​ໂດ, ​ແຕ່​ການ​ແຂ່ງຂັນ​ວູຊູ​ຂອງ​ລາວ​ໄດ້​ຫຼຽນ​ທອງ2ຫຼຽນ​ໄປແລ້ວ, ສະ​ນັ້ນ, ທ່ານ​ແສງ​ພອນ ພົນ​ອາມາດ​ໄດ້​ຕື່ນ​ແຕ່​ເຊົ້າ​ເພື່ອ​ມາ​ໃຫ້​ກຳລັງ​ໃຈ​​ແກ່ນັກ​ກິລາ​ເທ​ຄວັນ​ໂດ​ລາວ,​ທ່ານ​ເວົ້າ​ວ່າ:
"ກິລາປະ​ເພດນີ້​ ​ຄວາມ​ສາມາດຂອງ​ນັກ​ກິລາ​ລາວ​ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ອາຊີ​ໄດ້,ຖັດຈາກ​ວູຊູ​ທີ່ເຮົາ​ໄດ້​ຮັບ​ຫຼຽນ​ທອງ​​ແລ້ວ.ກໍ່​ແມ່ນ​ກິລາ​ເທ​ຄວັນ​ໂດ,ການ​ຈັບສະ​ຫຼັກ​ມີ​ຄວາມ​ສະ​ດວກດີ​ໂດຍຈະ​ພົບ​ກັບປະ​ເທດ​ທີ່​ບໍ່​​ເກັ່ງ​ຫຼາຍ​ປານ​ໃດ.ສະ​ນັ້ນຄວາມ​ຫວັງຈຶ່ງ​ຍັງ​ມີຢູ່​ນຳ​​ເທ​ຄວັນ​ໂດ​."


ທ້າວພິມ​ມະ​ສອນ ສະຫວັດ​ວິ​ໄລ)PHIMMASONE Sawatvilay​​ພົບກັບ​ຄູ່​ແຂ່ງຈາກເຂດ​ບໍລິ ຫານ​ພິ​ເສດມາ​ເກົາແລະ​ຊະນະ​ດ້ວຍ​ຄະ​ແນນ11ຕໍ່0, ທ້າວ​ພຸດ​ທະ​ວົງ ອຸ​ທະ​ສັກOUTHASAK Phouthavong​​ເສຍ​ໃຫ້​ນັກ​ກິລາ​ເຢ​ແມນດ້ວຍ​ຄະ​ແນນ0​ຕໍ່1,​ຫຼັງຈາກ​ການແຂ່ງ​ຂັນ, ທ້າວ​ພຸດທະ​ວົງໃຫ້​ສຳພາດ​ຕໍ່​ນັກCRIວ່າ:
"​​ເສຍດາຍ​ທີ່​​ເສຍ,ຍ້ອນ​ປະສົບ​ການ​ຍັງ​ບໍ່​ຫຼາຍປານ​ໃດ.​ຈະ​ພະຍາຍາມ​ຝຶກ​ຊ້ອມ​ຕໍ່​ອີກຫຼັງ​ຈາກ​ເມືອລາວ.​"


ເວລາ10​ໂມງ​30ນາ​ທີ,ທ້າວ​ພິມ​ມະ​ສອນ ສະຫວັດ​ວິ​ໄລ)​PHI MMASONE Sawatvilay​ເຂົ້າ​ແຂ່ງຂັນ​ໃນ​ຮອບ8ຄົນ​ສຸດ​ທ້າຍ​ໂດຍ​ພົບ​ກັບ​ນັກ​ກິລາ​ກຳປູ​ເຈ້ຍ, ​ໃນ​ການ​ແຂ່ງຂັນ, ທ້າວ​ພິມ​ມະ​ສອນ​ອອກ​ແຮງ​ສຸດ​ຂີດ​ແລະ​ບຸກຄູ່​ຕໍ່ສູ້​ດ້ວຍສີ​ມື​ການ​ຫຼິ້ນ​ສູງ, ຫຼັງ​ຈາກ​ການ​ແຂ່ງຂັນ, ລາວ​​ເວົ້າ​ວ່າ:
"ຂ້ອຍ​ຮູ້ສຶກ​ດີ​ໃຈ​ຫຼາຍທີ່​ຊະນະ,​ເພາະວ່າ​ເທື່ອ​ນີ້​ແມ່ນຄັ້ງ​ທຳ​ອິດ​ທີ່​ຂ້ອຍ​​ໄດ້ມາ​ເຂົ້າ​ຮ່ວມ​ເອຊຽນ​ເກ​ມ.ຂ້ອຍ​ກໍ່​ໄດ້​ອອກ​ແຮງ​ສຸດ​ຂີດ​ເກືອບ​ເຕັມ​ຮ້ອຍ​ເປີ​ເຊັນ​ແລ້ວ."


​ທ່ານ​ແສງ​ພອນ​ແລະ​ເຈົ້າ​ໜ້າ​ທີ່​ຂອງ​ຄະນະ​ນັກ​ກິລາ​ລາວ​ທີ່​ໄດ້​ເຊົມ​ລ້ວນ​ແຕ່​ດີ​ໃຈ​ຫຼາຍ, ຍ້ອນ​ວ່າ​ຖ້າວ່າ​ທ້າວພິມ​ມະ​ສອນໄດ້​ຮັບ​ໄຊຊະນະ​ໃນ​ການ​ແຂ່ງຂັນ​ຮອບ​ທີ3, ກໍ່ຈະ​ເຂົ້າ​ສູ່ຮອບ​ຊີງ​ຊະນະ​ເລີດ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ