ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ເອຊຽນ​ເກມ​ກວາງ​ໂຈ່ວ

(GMT+08:00) 2010-11-27 17:20:50     cri
ເອຊຽນ​ເກ​ມກວາງ​ໂຈ່ວ​ຈະ​ອັດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ 27 ພະຈິກ​ນີ້,​ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນໃນ​ມື້​ດຽວ​ກັນ,ສົມ​ເດັດອາ​ຮາ​ເມັດ ຟາ​ເຮີ​ດ,ປະທານ​ຄະນະ​ກຳມະການ​ໂອ​ລິມປິກ​ອາຊີກ່າວ​ວ່າ,​ເອ​ຊຽນ​ເກ​ມຄັ້ງ​ນີ້​ສຳ​ເລັດ​ຜົນ​ທີ່​ສຸດ.

ສົມ​ເດັດ​ຟາ​ເຮີ​ດໄດ້​ຍ້ອງຍໍ​ວຽກ​ງານ​ທຸກ​ດ້ານ​ຂອງ​ນະຄອນ​ກວາງ​ໂຈ່ວ​ທີ່​ເປັນ​ເຈົ້າພາບ,​ແລະ​ກ່າວ​ວ່າ,ເອຊຽນ​ເກ​ມຄັ້ງ​ນີ້​​ເຮັດ​ໃຫ້ຄົນ​ຫຼາຍ​ກວ່າ​ເກົ່າ​ໃນ​ໂລກ​ຮູ້​ນະຄອນກວາງ​ໂຈ່​ວຫຼາຍ​ກວ່າ​ເກົ່າ,ປະຊາຊົນ​ກວາງ​ໂຈ່​ວກໍ່​ໄດ້​ມີ​ໂອກາດ​ສຳຜັດ​ກັບວັດ​ທະ​ນະ​ທຳ​ຫຼາຍ​ກວ່າ​ເກົ່າ.

ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ສູ​ຢ້ວຍ​​ເຊີ່ງ,ຮອງ​​ເລຂາປະຈຳ​ຄະນະ​ກຳມະການ​ຈັດ​ເອຊຽນ​ເກ​ມກວາງ​ໂຈ່​ວແນະ​ນຳ​ວ່າ,ມາ​ຮອດ​ວັນ​ທີ 26 ພະຈິກ​ນີ້,​ໃນ​ເອຊຽນ​ເກ​ມກວາງ​ໂຈ່ວ,ມີ 2 ຄົນ​ສ້າງ​ສະຖິຕິ​ໂລກ​ໃໝ່​ໃນ​ກິລາ 3 ​ປະ​ເພດ 3 ​ເທື່ອ, 1 ຄົນສະ​ເໝີ​ກັບສະຖິຕິ​ໂລກ​ໃນ​ກິລາ 1 ປະ​​ເພດ 1 ​ເທື່ອ, 1 ທິມ​ແລະ 9 ຄົນ​ສ້າງ​ສະຖິຕິ​ອາຊີ​ໃໝ່​ໃນ​ກິລາ 12 ປະ​ເພດ 14 ​ເທື່ອ.

ທ່ານ​ເວີ້​ຍຈີ້​ຈົ່ງ,ຮອງ​ປະທານ​ກິ​ຕິ​ມະ​ສັກຕະຫຼອດ​ຊີວິດ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ​ຊີ້​ອອກ​ວ່າ,​ໃນ​ເອຊຽນ​ເກ​ມກວາງ​ໂຈ່ວ,ມີສະມາຊິກ​ຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ 80% ຊີງ​ໄດ້​ຫຼຽນ​ລາງວັນ.​​ເວົ້າ​ຈາກ​ດ້ານ​ນີ້​ແລ້ວຈະ​ໄດ້​ເຫັນ​ຄວາມ​ກ້າວໜ້າ​ຂອງ​ເອຊຽນ​ເກ​ມກວາງ​ໂຈ່ວ,​ເພາະວ່າ,​​ໃຫ້​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ເກົ່າ​ໄດ້​ຮັບ​ຫຼຽນ​ລາງວັນ​ຮ່ວມ​ກັນ​ແມ່ນ​ເປົ້າ​ໝາຍ​ອັນ​ໜຶ່ງ​ຂອງຄະນະ​ກຳມະການ​ໂອ​ລິ​ມປິກ​ອາຊີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ