ເອຊຽນ​ເກ​ມກວາງ​ໂຈ່​ວຝາກ​ຄວາມ​​ດີ​ເດັ່ນ​ໄວ້​ຈົນ​ນັບ​ບໍ່​ຖ້ວນ

(GMT+08:00) 2010-11-29 14:43:33     cri

ຕອນ​ຄ່ຳ​ວັນ​ທີ27 ພະຈິກ​ນີ້, ງານ​ມະຫາ​ກຳ​ກິລາ​ອາ​ຊີຫຼື​ເອຊຽນ​ເກ​ມຄັ້ງ​ທີ 16 ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ກວາງ​ໂຈ່​ວພາກ​ໃຕ້​ຂອງ​ຈີນໄດ້​ອັດລົງຢ່າງ​ເປັນ​ທາງ​ການ. ​ໃນ​ຖານະ​ທີ່ເປັນ​ເອຊຽນ​ເກ​ມຄັ້ງ​ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​​ໃນ​ປະຫວັດສາດ, ​ເອຊຽນ​ເກ​ມກວາງ​ໂຈ່​ວ​ໄດ້​ເຮັດ​ໃຫ້​ຄົນ​ທັງຫຼາຍ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ຫຼາຍ​ດ້ານ, ​ໄດ້​ຝາກຄວາມ​ດີ​ເດັ່ນໄວ້​ຈົນ​ນັບ​ບໍ່​ຖ້ວນ. ຕໍ່​ໄປ​ເຊີນ​ຟັງ​ລາຍ​ງານ​ລະອຽດ.

​​ເອຊຽນ​ເກ​ມກາວ​ງ​ໂຈ່​ວທີ່​ດຳ​ເນີນ​ເປັນ​ເວລາ 16 ວັນນັ້ນ​ແມ່ນ​ງານ​ຄັ້ງ​​ທີ່ມີ​ຂະໜາດ​ໃຫຍ່​ທີ່​ສຸດ, ນັກ​ກິລາ 9700 ກວ່າ​ຄົນ​ທີ່​ມາ​ຈາກ 45 ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ອາຊີ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ກິລາ 42 ປະ​ເພດ, ບໍ່​ວ່າ​ແມ່ນ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​​ແຂ່ງຂັນ​ຫຼື​ວ່າ​ລາຍການ​ການ​ແຂ່ງຂັນ​ລ້ວນ​ແຕ່ຫຼາຍ​ທີ່​ສຸດ​ໃນ​ເອຊຽນ​ເກ​ມທີ່​ຜ່ານ​ມາ. ຍິ່ງ​ກ່ວາ​ນັ້ນ, ​ໂດຍ​ຜ່ານ​ການ​ແຂ່ງຂັນທີ່ດຸ​ເດືອດຕື່ນ​ເຕັ້ນ​ເປັນ​ເວລາ 15 ວັນ, ​ໄດ້​ສ້າງ​ສະຖິຕິ​ໃໝ່​ທີ່ໜ້າພູມ​ໃຈ​ຄື: ​ເອຊຽນ​ເກ​ມຄັ້ງ​ນີ້​ມີ 2 ຄົນ​ທຳລາຍ​ສະຖິຕິ​ໂລກ 3 ​ປະ​ເພດ​ 3 ​ເທື່ອ, ຜູ້​ໜຶ່ງ​ສາມາດ​ບັນລຸສະຖິຕິ​ໂລກ​ໜຶ່ງ​ເທື່ອ, ​ແລະ​​ໄດ້​ທຳລາຍ​ສະຖິຕິ​ອາຊີ​ໃນ 12 ລາຍການ. ​ຜົນງານ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລະດັບ​ການ​ແຂ່ງຂັນ​ກິລາ​ຂອງ​ອາຊີມີຄວາມ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ໃນ​ເອຊຽນ​ເກ​ມຄັ້ງ​ນີ້, ມີ 36 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ຮັບ​ຫຼຽນ, ​ໄດ້​ກວມ 80% ຂອງ​ຄະນະ​ນັກ​ກິລາ​ທັງ​ໝົດ.

​ເອຊຽນ​ເກ​ມຄັ້ງ​ນີ້​ຍັງ​ແມ່ນ​ງານ​ກິລາ​ຄັ້ງ​ໜຶ່ງ​ທີ່ມີ​ຄວາມ​ຍຸດຕິ​ທຳ​ຫຼາຍ, ນັກ​ກິລາ​ຂອງ​ປະ​ເທດ​​ແລະ​ເຂດ​ແຄວ້ນ​ຕ່າງໆ​ລ້ວນ​ແຕ່​ຍຶດໝັ້ນ​ຫຼັກການ​ສະ​ເໝີ​ພາບ, ຕ້ານ​ການ​​ໃຊ້​ສານ​ກະ​ຕຸ້ນ. ສົມ​ເດັດ​​ເຊັກ ອາ​ມັດ ອານ ຟາ​ຮັດ ອານຊາ​ບາ, ປະທານ​ຄະນະ​ກຳມະການ​ຈັດ​ຕັ້ງ​ງານ​ໂອ​ລິ​ມປິກ​ອາຊີ​ກ່າວ​ວ່າ:

"​ເອຊຽນ​ເກ​ມ​ເທື່ອ​ນີ້​ໄດ້​ກວດ​ຫາ​ສານ​ກະ​ຕຸ້ນ 1000 ​ກວ່າເທື່ອ, ​ມີ​ພຽງ 2 ຄົນ​​ເທົ່າ​ນັ້ນ​ທີ່ກວດພົບ​. ທຽບ​ກັບ​​ເອຊຽນ​ເກ​ມ​ໂດ​ຮາ​ທີ່​ກວດ​ພົບ​ສານ​ກະ​ຕຸ້ນ 16 ຄົນ​ນັ້ນ​ແມ່ນ​ຄວາມ​ກ້າວໜ້າຂຶ້ນ​ຫຼາຍ."

ວຽກ​ງານ​ການຈັດ​ຕັ້ງ​ການ​ແຂ່ງຂັນ​ເອຊຽນ​ເກ​ມກວາງ​ໂຈ່​ວກໍ​ເປັນ​​ໄປ​ດ້ວຍ​ດີ. 16ວັນ​ຜ່ານ​ມາ, ​ເອຊຽນ​ເກ​ມ ກວາງ​ໂຈ່​ວ​ໄດ້ດຳ​ເນີນ​ໄປຢ່າງ​ສະດວກ. ການ​ແຂ່ງຂັນ​ທັງ​ໝົດ​ລ້ວນ​ແຕ່ສາມາດຈັດ​ໄດ້ຕາມຕາຕະລາງ​ເວລາ​ທີ່​ວາງ​ໄວ້​ຢ່າງ​ເຄັ່ງ​ຄັດ. ສະຫນາມກິລາທີ່​ທັນ​ສະ​ໄຫມ53​ແຫ່ງ​ທີ່​ກວາງ​ໂຈ່​ວອຳນວຍ​ໃຫ້​ແກ່​ເອຊຽນ​ເກ​ມກໍ່​ໄດ້​ມາດຕະຖານ​ດີ, ​ໃນ​ດ້ານ​ການ​ບໍລິການ​ຄົມມະນາຄົມ, ​ໄດ້​ບັນ​ລຸ​ເປົ້າ​ຫມາຍ​ລວມ​ຢ່າງຮອບດ້ານ, ຄື: ປອດ​ໄພ, ສະດວກ, ຖືກ​ຕາມ​ເວລາ. ສິ່ງ​ເຫຼົ່ານີ້​ລ້ວນ​ແຕ່​ໄດ້​ຢັງ​ຢືນເຖິງ​ຄວາມ​ສາມາດ​ຂອງ​ຄະນະ​ກຳມະການຈັດ​ງານ​ເອຊຽນ​ເກ​ມກວາງ​ໂຈ່​ວ.

ງານ​ມະຫາ​ກຳ​ກິລາທີ່​ສຳ​ເລັດ​ຜົນສູງ​ແຕ່ລະ​ເທື່ອລ້ວນ​ແຕ່​ບໍ່​ສາມາດ​ປາສະຈາກ​ການສ​ະຫນັບ​ສະ​ຫນູນຂອງບັນດາອາສາ​ສະ​ຫມັກ.​ໃນ16​ວັນ​ທີ່​ຜ່ານ​ມາ, ອາສາ​ສະຫມັກ​ເອຊຽນ​ເກ​ມກວາງ​ໂຈ່​ວ 6 ຫມື່ນ​ກວ່າ​ຄົນໄດ້​ໃຫ້ການ​ບໍລິການອັນ​ອົບ​ອຸ່ນ​ຮອບ​ຄອບ​ແກ່ນັກ​ກິລາ, ​ເຈົ້າ​ຫນ້າ​ທີ່, ຜູ້​ຊົມ​ແລະ​ນັກ​ທ່ອງ​ທ່ຽວ. ຮອຍ​ຍິ້ມ​ທີ່​ອົບ​ອຸ່ນ​ຂອງອາສາ​ສະຫມັກ, ​ປຽບ​ເຫມືອນ​ຕົວ​ແທນທີ່​ດີ​ທີ່ສຸດ​ຂອງ​ເອຊຽນ​ເກ​ມ. ທ່ານ​ໄພ​ໂຣດ ອາຊາຣຸ້ງ​ໂຣດ​, ຄູ​ຝຶກ​ຂອງ​ນັກ​ກິລາ​ເຕະ​ກະຕໍ້​ໄທ, ໄດ້​ຍ້ອງຍໍຢູ່​ບໍ່​ເຊົາ​ຕໍ່ການ​ບໍລິການຂອງ​ອາສາ​ສະ​ຫມັກ:

ຖ້າເວົ້າ​ເຖິງການ​ບໍລິການ​ຂອງ​ອາສາ​ສະຫມັກ​ແລ້ວ, ພວກ​ຂ້ອຍ​ໃຫ້​ຄະ​ແນນ​ເຕັມເລີຍ, ​ເພາະວ່າ​ການ​ບໍລິການ​ທຸກ​ເທື່ອ​ຂອງ​ອາສາ​ສະຫມັກ​ລ້ວນ​ແຕ່​ດີ​ຫລາຍ, ລວມທັງການ​ຕ້ອນຮັບ​ນຳ​ທາງ, ການ​​ແປ​ພາສາ, ​ໂດຍ​ສະ​ເພາະ​ເມື່ອພວກ​ຂ້ອຍຢາ​ກ​ຮູ້​ເວລາລົດ​ນັກ​ກິລາອອກ, ​ເຂົ້າ​ເຈົ້າ​ກໍ​ໄປ​ສອບ​ຖາມ​ຢ່າງ​ຊັດ​ເຈນ​, ​ແລະ​ບອກ​ໃຫ້​ນັກ​ກິລາ​ຮູ້. ​ໃນ​ເວລາ​ແຂ່ງຂັນ, ​ເຂົ້າ​ເຈົ້າ​ກໍ​ສົ່ງ​ເຄື່ອງ​ດື່ມ​​ໃຫ້ພວກ​ຂ້ອຍ."

ເອຊຽນ​ເກ​ມເປັນ​ງານ​ເຕົ້າ​ໂຮມສາມັກຄີ​ທີ່​ມ່ວນ​ຊື່ນສຳລັບ​ຊາວ​ຫນຸ່ມ​ອາ​ຊີ. ພາຍ​ໃຕ້​ຫົວ​ຂໍ້ວ່າ, ການ​ແຂ່ງຂັນ​ທີ່​ຕື່ນ​ເຕັ້ນ, ອາຊີ​ທີ່​ກົມກຽວກັນ​ຫລືThrilling Games, Harmonious Asia, ບັນດາ​ປະ​ເທດ​​ແລະ​ນັກ​ກິລາ​ເປັນ​ຄູ່​ແຂ່ງຂັນ​ໃນ​ສະຫນາມ​ກິລາ, ​ແຕ່​ເປັນ​ໝູ່​ເພື່ອນ​ນອກ​ສະຫນາມ​. ສິ່ງ​ເຫຼົ່ານີ້, ​ຈະ​ເປັນຄວາມ​ຊົງຈຳອັນ​ມ່ວນ​ຊື່ນ​ຕື່ນ​ເຕັ້ນທີ່​ເອຊຽນ​ເກ​ມນຳ​ມາ​ໃຫ້​ທຸກ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ