ເອຊຽນ​ເກ​ມຄົນ​ພິການກວາງ​ໂຈ່​ວ2010ໄຂ​ຂຶ້ນ​ແລ້ວ

(GMT+08:00) 2010-12-13 10:50:22     cri

ຕອນ​ຄ່ຳວັນ​ທີ12​ທັນ​ວາ​ນີ້, ງານ​ກິລາຄົນ​ພິການອາຊີຫລື​ເອຊຽນ​ເກ​ມຄົນ​ພິການ​ກວາງໂຈ່​ວ2010​ໄດ້ໄຂ​ຂຶ້ນຢູ່​ທີ່​ສູນ​ກິ​ລາ​ໂອ​ລິ​ມປິກ​ກວາງ​ໂຈ່​ວ. ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດທີ່​ເອຊຽນ​ເກ​ມ​ແລະ​ເອຊຽນ​ເກ​ມຄົນ​ພິການ​ໄຂ​ຂຶ້ນ​ໃນ​ເມືອງ​ດຽວ​ກັນ​ແລະ​ປີ​ດຽວ​ກັນ.


ທ່ານຫລີເຄີ້ຊຽງ, ຮອງ​ນາຍົກລັດ​ຖະມົນຕີຈີນປະກາດ​ໄຂ​ເອຊຽນ​ເກ​ມຄົນ​ພິການ​ຢ່າງ​ເປັນ​ທາງ​ການ. ທ່ານ​ດາ​ຕຸກ ຊາຍ​ເນ​ວ ອະ​ບູ ຊາຣິນ, ປະ​ທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການ​ອາຊີ, ທ່ານ​ຟີ​ລິບ ກຣາ​ແວນ, ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຄົນ​ພິການ​ສາກົນ​ແລະ​ແຂກ​ສຳຄັນ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​. ພິທີ​ໄຂ​ງານ​ດຳ​ເນີນ​ໄປເປັນ​ເວລາປະມານ2​ຊົ່ວ​ໂມງ, ​ປະກອບ​ດ້ວຍ​ການ​ເດີນ​ຂະ​ບວນ​ເຂົ້າ​ສູ່ສະ​ຫນາມ, ການສະ​ແດງ​ສິລະປະ​ແລະ​ການ​ຈູ​ດ​ທວນໄຟ.


ໃນ7​ມື້​ຕໍ່ຫນ້າ, ນັກ​ກິລາ​ຄົນ​ພິການ​2500ຄົນ​ທີ່​ມາ​ຈາກ41​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ອາຊີຈະ​​ເຂົ້າຮ່ວມ​ການ​ແຂ່ງຂັນ​ທີ່ດຸ​ເດືອດ​ຕື່ນ​ເຕັ້ນ​ແລະ​ເພື່ອມິດຕະພາບ, ຮ່ວມ​ກັນ​ປະຕິບັດ​ທັດ​ສະ​ນະທີ່ວ່າ​ພວກ​ເຮົາ​ເຕົ້າ​ໂຮມ​ກັນ, ​ແບ່ງປັນ​ກັນ​ແລະໄດ້​ຮັບ​ໝາກຜົນຮ່ວມ​ກັນ.

ງານ​ກິລາ​ຄົນ​ພິການ​ອາຊີ​ເທື່ອນີ້​ຈະ​ມີ​ການ​ແຂ່ງຂັນ19​ປະ​ເພດ​ເຊັ່ນ: ​ລົດ​ຖີບ, ລອຍ​ນ້ຳ, ​ແລະ​ຍິງ​ປືນ​ເປັນ​ຕົ້ນ. ຈີນ​ໄດ້​ສົ່ງນັກ​ກິລາ400​ກວ່າ​ຄົນ​ເຂົ້າ​ຮ່ວມການ​ແຂ່ງຂັນ​ໃນ​ທັງ​ໝົດ19​ປະ​ເພດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ