ນາຍົກ​ໄທ​ຫວັງ​ຈັດການ​ເລືອກ​ຕັ້ງ​ສະພາກ່ອນກຳນົດ​ໃນ6​ເດືອນ​ຕົ້ນ​ປີ​ນີ້

(GMT+08:00) 2011-01-04 14:24:29     cri
ຕາມ​ຂ່າວສານ​ຈີນ: ຕາມ​ສະຖິຕິ, ປີ2010, ​ເສດຖະກິດ​ໄທ​ເຕີບ​ໂຕ​ປະມານ7.5%. ຫວ່າງ​ມໍ່ໆ​ມານີ້, ທ່ານ​ອະພິສິດ​ເວດ​ຊະ​ຊີວະ, ນາຍົກລັດ ຖະມົນຕີ​ໄທ​ກ່າວ​ໃນ​ເວລາ​ໃຫ້​ສຳພາດ​ຫນັງສືພິມ​ບາງກອກ​ໂພສວ່າ, ທ່ານ​ຫວັງຈະ​ຍຸບສະພາ​ຜູ້​ແທນ​ລາຊະ​ດອນແລະຈັດການ​ເລືອກ​ຕັ້ງ​ໃຫມ່​ພາຍ ໃນ6​ເດືອນ​ຕົ້ນ​ປີ​ນີ້​​.
ລັດຖະ​ບານປະ​ສົມຂອງ​ທ່ານ​ອະພິສິດ​ຈະໝົດ​ອາຍຸໃນ​ວັນ​ທີ23​ທັນ ວາ​ປີ​ນີ້. ​ໃນ​​ໄລຍະ​ທ່ານ​ອະພິ​ສິດ​ດຳລົງ​ຕຳ​ແຫນ່​ງ​ເປັນ​ນາຍົກລັດຖະມົນຕີ, ມີ​ການ​ໂຮມ​ຊຸມນຸມປະ​ທ້ວງຕໍ່ຕ້ານ​ລັດຖະບານ​ແບບ​ຮຸນ​ແຮງ​ຫລາຍ​ຄັ້ງ. ​ໂດຍ​ສະ​ເພາະ​ໃນ​ເດືອນ​ເມສາ​2009, ກຸ່ມ​ເສື້ອ​ແດງ​ຂັດຂວາງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຢູ່​ພັດທະຍາ. ​ເດືອນ​ເມສາ​ແລະ​ເດືອນ​ພຶດສະພາ​2010, ກຸ່ມ​ເສື້ອ​ແດງ​ເຂົ້າ​ຍຶດບາງ​ເຂດ​ຂອງ​ນະຄອນຫລວງ​ບາງກອກ, ມີ​ການ​ປະ​ທະ​ກັບທະຫານ​ຕຳຫລວດ​ຫລາຍ​ຄັ້ງ, ​ເຮັດ​ໃຫ້90​ກວ່າ​ຄົນ​ເສຍ​ຊີວິດ. ​ເຫດການ​ເຫຼົ່ານີ້​ລ້ວນ​ແຕ່​ເຮັດ​ໃຫ້​ສັງຄົມ​ໄທ​ຕົກ​ຢູ່​ໃນສະຖານະ​ການ​ທີ່ສັບສົນວຸ່ນວາຍ.

ເພື່ອ​ຢຸດຕິ​ການ​ຕໍ່ຕ້ານ, ທ່ານ​ອະພິສິດ​ເຄີຍ​ສະ​ເຫ​ນີຍຸບ​ສະພາ​ແລະ​ຈັດການ​ເລືອກ​ຕັ້ງໃນ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້, ​ແຕ່ຖືກ​ຜູ້ນຳ​ຂອງ​ພັກ​ຝ່າຍ​ຄ້ານ​ປະຕິ​ເສດ. ຫລັງ​ຈາກ​ກຸ່ມ​ເສື້ອ​ແດງຖືກ​ປາບ​ປາມ​ໃຫ້​ສະຫງົບ​ແລ້ວ, ທ່ານ​ອະ ພິສິດ​ກ່າວ​ວ່າ, ​ເມື່ອ​ເສດຖະກິດ​ມີ​ຄວາມ​ໝັ້ນ​ທ່ຽງ, ທ່ານ​ກໍ​ຈັດການ​ເລືອກ​ຕັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ