ລັດຖະບານ​ໄທ​ຢາກ​ເຈລະຈາ​ກັບ​ກຳປູ​ເຈຍ​ເພື່ອ​ແກ້​ໄຂ​ເຫດການ​ຄົນ​ໄທ 7 ຄົນຖືກ​ຈັບ

(GMT+08:00) 2011-01-05 11:10:30     cri

ຕາມ​ຂ່າວສານ​ຈີນ: ວັນ​ທີ 4 ມັງກອນ​ນີ້, ​ເລຂາວ່າການກະຊວງ​ການ​ຕ່າງປະ​ເທດ​ໄທກ່າວ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ໄທ​ພວມ​​ໃຊ້​ຊ່ອງ​ທາງ​ຕ່າງໆ​ທີ່​ໃຊ້​ໄດ້, ​ເພື່ອຊ່ວຍ​ເຫຼືອ​ຄົນ​ໄທ 7 ຄົນ​ທີ່​ຖືກ​ກຳປູ​ເຈຍ​ກົກ​ຕົວ​ຈົນ​ຮອດ​ປັດຈຸບັນ. ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ພາຍ​ໃນ​ປະ​ເທດ​ໄທ​ຮັກສາຄວາມ​ອົດ​ກັ້ນ,​ເພື່ອ​ຫຼີກ​​ເວັ້ນບໍ່​ໃຫ້​ສະພາບການສັບ​ສົນກວ່າ​ເກົ່າ.

ມື້​ດຽວ​ກັນ, ທ່ານ​ສຸ​ເທບ ​ເທືອ​ກສຸບັນ ຮອງ​ນາຍົກລັດຖະມົນຕີ​ໄທ​ທີ່​ຮັບຜິດຊອບ​ວຽກ​ງານ​ຄວາມ​ປອດ​ໄພ​ກໍ່​ກ່າວ​ວ່າ, ຍ້ອນ​ວ່າ​ໄທ ​ແລະ ກຳປູ​ເຈຍ​ພວມຢູ່​ໃນ​​ໄລຍະ​ພັກ​ປີ​ໃໝ່​ສາກົນ, ຄວາມ​ພະຍາຍາມ​ຂອງໄທ​​ເພື່ອ​ໃຫ້​ຝ່າຍທະຫານ​ກຳປູ​ເຈຍ​ປ່ອຍ​ຕົວຄົນ​ໄທ 7 ຄົນ​ນັ້ນ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ. ທ່ານ​ສຸ​ເທບ​ຫວັງ​ໃຫ້​ຜູ່​ນຳ​ກຳປູ​ເຈຍພິຈາລະນາ​ເຖິງການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ໄດ້​ຮັບ​ການ​ປັບປຸງໃຫ້​ດີ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ນີ້, ​ແກ້​ໄຂ​ເຫດການ​ດັ່ງກ່າວນີ້​ຢ່າງ​ເໝາະ​ສົມ​.

ທ່ານ​ສຸ​ເທບ​ກ່າວ​ວ່າ, ​ໄທ​ຈະ​ສະ​ແດງຄວາມ​ອົດທົນ​ຫຼາຍ​ກວ່າ​ເກົ່າ ​ແລະ ຫວັງ​ໃຫ້​ຜ່ານ​ການ​ເຈລະຈາ​ມາ​ແກ້​ໄຂ​ເຫດການດັ່ງກ່າວ, ທ່ານ​ກໍ່​ເຊື່ອ​ວ່າ​ບັນຫາ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ກາ​ນ​ເຈລະຈາ​ກັບ​ຝ່າຍ​ກຳປູ​ເຈຍ, ບໍ່​ຈຳ​ເປັນ​ໃຫ້​ປະ​ເທ​ດອາຊ​ຽນ​ອື່ນໆໄກ່​ເກ່ຍ

ຄົນ​ໄທ 7 ຄົນ​ນີ້​ແມ່ນ​ຖືກ​ທະຫານ​ກຳປູ​ເຈຍ​ຈັບດ້ວຍຖານ​ໂທດ​ເຂົ້າ​​ເມືອງ​ຢ່າງ​ຜິດ​ກົດໝາຍ ​​ໃນ​​ເວລາ​ພວກ​ເຂົາ​ເຈົ້າ​ສຳ​ຫຼວດຢູ່​ເຂດ​ຊາຍ​ແດນ​ໄທ-​ກຳປູ​ເຈຍ​ໃນ​ຕອນ​ບ່າຍ​ວັນ​ທີ 29 ທັນວາປີ​ກາຍ​ນີ້, ຖ້າສານ​ພະນົມ​ເປັນ​ໄດ້​ຕັດສິນ7 ຄົນ​ດັ່ງກ່າວມີ​ໂທດ​ທີ່​ເຂົ້າ​​ເມືອງ​ຢ່າງ​ຜິດ​ກົດໝາຍ​ແລ້ວ, ພວກ​ເຂົາ​ເຈົ້າ​ຈະ​ຖືກ​ຈຳ​ຄຸກ 6 ຫາ 12 ​ເດືອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ