ເຂດ​ກວາງຊີ​ເລັ່ງລັດ​ສ້າງ​ເສດຖະກິດ​ດ້ວຍ​ການ​ດຶງ​ດູດ​ວິ​ສາ​ຫະກິດ​ໃຫ້​ມາ​ຕັ້ງ​ສຳນັກງານ​ໃຫຍ່

(GMT+08:00) 2011-01-18 15:42:35     cri

ໃນ​ກອງ​ປະຊຸມຜູ່​ແທນ​ປະຊາຊົນ​ຄັ້ງ​ທີ 7 ສະ​ໄຫມ​ທີ 11 ຂອງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວ່າ​ງຊີທີ່​ໄຂ​ຂຶ້ນ​ໃນວັນ​ທີ 17 ມັງກອນ​ນີ້, ​ທ່ານ​ມາ​ປ່ຽວ,ປະທານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ກ່າວ​ວ່າ, ກວາງຊີ​ຈະ​ເລັ່ງລັດ​ສ້າງສາ​ເສດຖະກິດ​ດ້ວຍ​ການ​ດຶງ​ດູດວິ​ສາ​ຫະກິດ​​ໃຫ້​ມາ​ຕັ້ງ​ສຳນັກງານ​ໃຫຍ່.

ທ່ານ​ມາ​ປ່ຽວ​ກ່າວ​ວ່າ, ປີ 2011, ​ເຂດ​ກວາງຊີ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ສ້າງ​​ເຂດ​ຮ່ວມ​ມື​ເສດຖະກິດຂ້າມ​ຊາດ​ເຊັ່ນ​​ເມືອງ​ຜິ​ງສຽງ​ເຂດ​ກວາງຊີ​ກັບ​ເມືອງ​ດົງ​ດັງ​ຂອງ​ຫວຽດນາມ​ແລະເຂດ​ສາທິດ​ພັດທະນາ​ແລະ​ໄຂ​ປະຕູ​ຕໍ່​ຕ່າງປະ​ເທດ​ລະດັບ​ຊາດ​ຢູ່​ເມືອງ​ຕົ່ງ​ຊິ່ງ​,ສ້າງ​ດ່ານ​ພາສີ​ຕ່າງໆ​ໃຫ້​ມີ​ບົດບາດ​ຄົບ​ຖ້ວນສົມບູນ,ຍົກ​ສະມັດ​ຕະພາບ​ໃນ​ການ​ຜ່ານ​ດ່ານ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫລວງຫລາຍ,ບຸກ​ເບີກ​ຕະຫລາດ​ອາ​ຊຽນ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ, ​ເລັ່ງລັດ​ຊຸກ​ຍູ້​ການ​ສ້າງ​ບ່ອນ​ທົດ​ລອງ​ຊື້​ຂາຍ​ກັນ​ດ້ວຍ​ເງິນ​ຢວນຈີນ​ຢູ່​ອາ​ຊຽນ​ແລະ​ເຂດ​ຮົງ​ກົງ​ມາ​ກາວ.

ຕົວ​ເລກ​ຫລ້າ​ສຸດ​ທີ່​ດ່ານ​ພາສີ​ເມືອງ​ນານ​ນິງ​ເຜີຍ​ໃຫ້​ຮູ້​ວ່າ: ປີ 2010, ຍອດ​ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ເຂດ​ກວາງຊີ​ກັບ​ອາ​ຊຽນ​ແມ່ນ 6 ຕື້ 530 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ 2009 31,9%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ