ລາຍການ​ດາວ​ປະດັບ​ຟ້າອອກ​ວັນ​ພະຫັດທີ 13 ມັງກອນ

(GMT+08:00) 2011-01-15 14:30:58     cri
ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ດາວ​ປະ ດັບ​ຟ້າ. ​​ໃນ​ລາຍການ​ພາກ​ນີ້, ອະລຸນ​ຈະ​ແນະນຳ​ຈົວ​ເວິນ​ຊຽນ, ນັກ​ຮ້ອງ​ຍິງ​​ໄຕ້​​ຫວັນຂອງ​ຈີນ​ສູ່​ທ່ານ​ຟັງ. ​ໃນຕົ້ນຂອງລາຍການ​ ​ຈະ​​ໃຫ້​ທ່ານ​ຟັງເພງ "ຕົ່ງ​ທ່ຽນ​ເຕີ​ຈີ​ຈື" ​ແປ​ວ່າ ໝາກກ້ຽງ​ຍາມ​ໜາວ ສາກ່ອນ, ​ແລ້ວ​ອະລຸນ​ຈະ​​ແນະ​ນຳ​ນັກ​ຮ້ອງ​ຈົວ​ເວິນ​ຊຽນສູ່​ຟັງ​ຕື່ມ.

ຈົວ​ເວິນ​ຊຽນ​ເກີດ​ຢູ່​ໄຕ້​ຫວັນ​ຂອງ​ຈີນ​ເມື່ອ​ເດືອນ​ມັງກອນ 1986, ນາງ​ມີ​ພອນ​ສະຫວັນທາງດ້ານ​ດົນຕີ. ​ນັບ​ແຕ່​ອາຍຸ 8 ປີ, ນາງ​ກໍເລີ່​ມ​ເຂົ້າຮ່ວມການ​ແຂ່ງຂັນ​ຮ້ອງ​ເພງຫຼາຍ​ເທື່ອ, ​ເມື່ອ​ອາຍຸ 12 ປີ, ​ໃນ​ການ​ແຂ່ງຂັນ​ຮ້ອງ​ເພງ​ເທື່ອ​ໜຶ່ງ, ຍ້ອນ​ນາງ​ມີ​ການສະ​ແດງ​ທີ່​ພົ້ນ​ເດັ່ນ, ຈຶ່ງ​ໄດ້​ຮັບການ​ຕີ​ລາຄາ​ທີ່​ດີ​ຈາກຄະນະ​ກຳມະການ​ ​ແລະ ຜູ້​ຊົມ​ທັງຫຼາຍ, ພໍ​ການ​ແຂ່ງຂັນ​ສິ້ນ​ສຸດ​ລົງ, ຜູ້ຈັດການ​ໃນ​ວົງ​ການບັນ​ເທີ​ງ​ໄດ້​ເຊັນ​ສັນຍາ​ກັບ​ນາງ ​​​ແລ້ວ​ອົບຮົມ​ຄວາມ​ຮູ້​ດ້ານ​ດົນຕີ​ໃຫ້​ນາງ​ຢ່າງ​ເປັນ​ລະບົບ. ສະນັ້ນ, ນາງ​ຈົວ​ເວິນ​ຊຽນ ​ໄດ້​ສ້າງ​ພື້ນຖານ​ດ້ານ​ດົນຕີມາ​ເປັນ​ຢ່າງ​ດີ​​​ແຕ່​ຍາມ​ຍັງນ້ອຍ, ກໍ​ເປັນ​ເງື່ອນ​ໄຂ​ທີ່​ດີ​ຂອງ​ນາງ​​ໃນ​ການ​ພັດທະນາ​ໃນ​ວົງ​ການບັນ​ເທີ​ງ. ​ແຕ່​ວ່າ, ​ເສັ້ນທາງໃນ​ວົງ​ການບັນ​ເທີ​ງ​ຂອງ​ນາງກໍ​ບໍ່​ລາບ​ລື່ນ​ປານ​ໃດ, ​ເມື່ອ​ນາງ​ອາຍຸ 15 ປີ, ນາງ​ໄດ້​ອອກ​ອາ​ລະ​ບ້ຳ​ດ່ຽວຊຸດ​ທຳ​ອິດ, ​ແຕ່​​​ເພງ​ໃນ​ອາ​ລະ​ບ້ຳ​ກໍບໍ່ໄດ້​ຮັບ​ຄວາມ​ນິຍົມພໍ​ປານໃດ. ພໍ​ເລີ່​ມຕົ້ນກໍ​ປະສົບ​ຄວາມຫຼົ້ມ​​​ເຫຼວ, ​ແຕ່​ນາງ​ຈົວ​ເວິນ​ຊຽນ ກໍບໍ່​ທໍ້ຖອຍ​ໃຈ, ປະສົບ​ການຄັ້ງນີ້ ​ໄດ້​ເຮັດ​ໃຫ້​ນາງ​ເຫັນ​ຈຸດ​ອ່ອນ​ຂໍ້ຄົງຄ້າງຂອງ​ຕົນ​ແລະ​ຍິ່ງ​ດຸ​ໝັ່ນ​ກວ່າ​ເກົ່າ​ອີກ. ດ້ວຍ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ​ນາງ​ຈົວ​ເວິນ​ຊຽນ​ໄດ້​ອອກ​ອາ​ລະ​ບ້ຳຊຸດ​ທີ 2 ​ເມື່ອເດືອນ​ຕຸລາ 2006 ​ແລະ​ໄດ້​ຮັບ​ຜົນສຳ​ເລັດສູງ.
ທີ່​ຟັງ​ມານັ້ນ ​ແມ່ນ​ເພງ​ "ເຂີ​ປູ​ເຂີ​ອີ" ຈະ​ໄດ້​ບໍ່. ​ນາງ​ຈົວ​ເວິນ​ຊຽນມີ​ນ້ຳ​ສຽງ​ທີ່​ອ່ອນ​ຫວານ​ເສາະ​ໃສ, ​ເມື່ອຟັງ​ແລ້ວກໍ​ຍັງ​ຢາກ​ຟັງ​ອີກ, ບໍ່​ຮູ້ສຶກເບື່ອ​​ເລີຍ. ນອກຈາກ​ຮ້ອງ​ເພງ​ແລ້ວ, ນາງ​ຈົວ​ເວິນ​ຊຽນກໍ​​ແຕ່ງ​ເພງ​ເອງ, ​ແຕ່ງ​ເພງ​ທີ່​​ເຂົ້າກັບ​ບຸກຄະ​ລິກ​ແລະ​ນ້ຳ​ສຽງຂອງຕົນ​ເອງ. ​ເພງ "ຕູ້ຍ​ໜີ​ເຕີ​ອ້າຍ" ຄວາມ​ຮັກ​ທີ່​ມີ​ຕໍ່​ເຈົ້າ ທີ່​ທ່ານ​ຈະ​ໄດ້​ຟັງ​​ຕໍ່​ໄປ​ນີ້ ກໍ​ແມ່ນ​ເພງ​ທີ່​ນາງ​ຂຽນ​ເນື້ອ​ເພງ​ເອງ.

ນາງ​ຈົວ​ເວິນ​ຊຽນມີ​ຄວາມ​ສາມາດ​ໃນຫຼາຍ​ດ້ານ, ນອກຈາກ​ຮ້ອງ​ເພງ, ​ແຕ່ງ​ເພງ, ​ເປັນ​ຜູ້​ດຳ​ເນີນ​ລາຍການ​ໂທລະພາບ​ແລ້ວ, ນາງ​ຍັງ​​ໄດ້ສະ​ແດງ​ລະຄອນ ໂທລະພາບ​ແລະ​ຮູບ​ເງົາຫຼາຍ​ເລື່ອງ. ບໍ່​ວ່າ​ເປັນ​ນັກ​ຮ້ອງ​ ຫຼື​ວ່າ​ເປັນນັກສະ​ແດງ, ນາງ​ຈົວ​ເວິນ​ຊຽນກໍ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ ​ແລະ ​ໄດ້​ຮັບການ​ຍ້ອງ​ຍໍ​​ເປັນ​ຢ່າ​ງ ດີຈາກ​ຄົນ​ທັງຫຼາຍ. ​ເພງນຳໃນ​ລະຄອນ​ ຫຼື​ຮູບ​ເງົາທີ່​ນາງ​ຮ້ອງ​ນັ້ນ​ກໍ​ແຜ່​ຫຼາຍ​ໃນ​ແຟນ​ເພງ.
​ນັບແຕ່​ປີ 2007 ​ເປັນຕົ້ນມາ, ​ແຕ່ລະ​ປີ, ນາງ​ຈົວ​ເວິນ​ຊຽນ​ກໍໄດ້​ຈັດ​ຄອນ​ເສີດຫຼາຍ​ເທື່ອຢ່າງ​ສຳ​ເລັດ​ຜົນ. ບໍ່​ວ່າຄອນ​ເສີດຈະ​ຈັດຢູ່​ໃສ ກໍ​ມີ​ແຟນ​ເພງ​​ເຂົ້າຊົມ​ຢ່າງ​ຄັບຄາ​ໜາ​ແໜ້ນ. ​ເດືອນ​ກັນຍາປີ 2010 ຜ່ານ​ມາ, ນາງ​ຈົວ​ເວິນ​ຊຽນ​ໄດ້​ມາ​ຈັດ​ຄອນ​ເສີດຢູ່​ນະຄອນຫຼວງ​ປັກ​ກິ່ງ​ຢ່າງ​ສຳ​ເລັດ​ຜົນ, ​ພວກ​ເຮົາ​ມາ​ຟັງ​ເພງ​ຂອງ​ນາງ​ນຳ​ກັນ​ເລີຍ.
ທີ່​ຟັງ​ມານັ້ນ ​ແມ່ນ​ເພງ "ອີ​ເກີ້​ເຢີ​ນ​ເຕີ​ຢົງ​ການ" ຄວາມກ້າຫານ​ຂອງ​ຄົນ​ຜູ້​ໜຶ່ງ, ​ໄປ​ພ້ອມໆກັບ​ສຽງ​ເພງ​ນີ້, ລາຍການ​ດາວ​ປະດັບ​ຟ້າ​ກໍ​ຂໍ​ລາທ່ານ​​ຜູ້​ຟັງ​ໄປ​ກ່ອນ, ພົບ​ກັນ​ໃໝ່​ໃນ​ລາຍການ​ໜ້າ. ສະບາຍດີ.

ລາຍການ​ເພງດັງ​ໃນ​ອະດີດ​ອອກ​ວັນ​ອັງຄານ​ທີ 11 ມັງກອນ
ສະບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ເພງ​ດັງ​ໃນ​ອະດີດ. ​ເລີ່​ມ​ແຕ່​ອາທິດ​ນີ້​ເປັນຕົ້ນ​ໄປ, ອະລຸນ​ຈະເປັນ​ຜູ້​ດຳ​ເນີນ​ລາຍການ​ເພງ​ດັງ​ໃນ​ອະດີດ​ທີ່​ອອກ​ອາກາດທຸກຄືນ​ວັນ​ອັງຄານ​ສູ່​ທ່ານ​ຟັງ, ​ດີ​ໃຈ​ແລະ​ຮູ້ສຶກ​ມີ​ກຽດ​ຫຼາຍ ທີ່​ໄດ້​ມີ​ໂອກາດ​ຟັງ​ເພງ​​ເກົ່າ​ອະມະຕະ​ຮ່ວມກັນ​ກັບ​ເພື່ອນ​ຜູ້​ຟັງ​ທັງຫຼາຍ ​ແລະ​ຫວນ​ຄືນ​ປະສົບ​ການ​ໃນວຽກ​ງານ​ແລະ​ຊີວິດ​ການ​ເປັນ​ຢູ່​ໃນ​​ເມື່ອ​ກ່ອນ ໃນ​ຕອນ​ຄ່ຳຄືນທີ່​​ງຽບສະຫງົບ.
ທີ່​ຟັງ​ມານັ້ນ​ແມ່ນ​ເພງ "ຊ່ານ​ຮູ​ຊົ້ງ" ​ແປ​ວ່າ "​​ຍ້ອງຍໍຫີນປະ​ກາ​ລັງ", ​ເປັນ​ເພງ​ທີ່​ນີ້ມ​ນວນ​ມ່ວນ​ຫູ, ​ເມື່ອ​ຕົ້ນຊຸມ​ປີ 1960 ກໍ​ເລີ່ມນິຍົມ​ໃນ​ທົ່ວ​ປະ​ເທດ​ຈີນ ຈົນ​ຮອດ​ຊູ່​ມື້​ນີ້​ຍັງ​​ແພ່ຫຼາຍຢູ່​ຄື​ເກົ່າ. ທ່ານ​ຜູ້​ຟັງ​ລາວ​ທີ່​ເຄີຍ​ໄປ​ຢູ່ຈີນ​​ເປັນ​ໄລຍະ​ຍາວໃນ​ໄລຍະ​ນັ້ນ ກໍ​ຄົງ​ເຄີຍ​ຄຸ້ນຫູ​ຫຼາຍເມື່ອ​ໄດ້​ຍິນ​ທຳນອງ​ເພງ​ດັ່ງ ກ່າວ, ຄັນຊັ້ນ, ທຳນອງ​ເພງ​ທີ່​ມ່ວນ​ຫູ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ຄິດເຖິງ​ພາບ​ອະດີດ​ທີ່ສວຍ ງາມ​​ໃນ​ໄລຍະ​ນັ້ນ​ຢູ່​ບໍ…
ຊູ່​ມື້​ນີ້, ພວກ​ເຮົາ​ໄດ້​ກ້າວ​ເຂົ້າສູ່​ປີ 2011 ຢ່າງ​ບໍ່​ຮູ້ສຶກ​ໂຕ​. ວັນ​ເວລາ​ຄື​​ເນື້ອ​ໃນ​ທີ່​ຂຽນ​ໃນບົດ​ເພງ, ​ແຕ່ບໍ່​ວ່າ​ທ່ານ​ຈະ​ມັກຫຼືບໍ່​ມັກ, ວັນ​ເວລາກໍ​ຄ່ອຍໆ​ຜ່ານ​ໄປ​ຄື​ສາຍ​ນ້ຳ​ທີ່​ບໍ່​ຫວນ​ກັບ. ​ເມື່ອ​ໄດ້​ຍິນ​ສຽງເພງ​ທີ່​ພວກ​ເຮົາ​ມັກ​ຮ້ອງ​ໃນ​ເວລາ​ຍັງ​ໜຸ່ມ​ນ້ອຍ​, ບາງທີພວກ​ເຮົາກໍຮູ້ສຶກ​ຂຶ້ນມາທັນທີ​ໂລດວ່າ, ​​​ໂອ… ພວກ​ເຮົາ​​ເຄີຍ​ໄດ້ຟັງ​ໄດ້ຮ້ອງເພງ​ນີ້​ເລື້ອຍໆ​ໃນ​ເມື່ອ​ກ່ອນ​. ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ໃນ​ທ່າມກາງ​ສຽງ​ເພງທີ່ມ່ວນ​ອອນຊອນນີ້, ທ່ານ​ຮູ້ສຶກຄື​​ໄດ້​ຫວນ​ກັບ​ໄປ​ໃນ​ໄລຍະ​ທີ່​ຕົນ​ຍັງ​ເປັນ​ໄວ​ລຸ້ນທີ່​ມັກ​ຟ້ອນ​ລຳ​ທຳ​ເພງ​ນັ້ນບໍ..
ທີ່​ຟັງ​ມານັ້ນ​ແມ່ນ​ເພງ "ຈ້າຍ​ຫຸຍ​ຕ້າວ​ສົງ​ສຽນ" ຫວນຄືນ​ອະດີດ. ​ເພງ​ເກົ່າໆທີ່​ມ່ວນ​ຫູ​ມັກ​ເຮັດ​ໃຫ້​ພວກ​ເຮົາ​ຄິດ​ເຖິງ​ຄວາມຊົງ​ຈຳ​ທີ່​ສວຍງາມ​ໃນອະດີດ​, ສ່ວນ​ໃນ​ເວລາ​ເລີ່​ມ​ເຂົ້າສູ່ປີ​ໃໝ່ນັ້ນ, ກໍ​ເຮັດ​ໃຫ້​ພວກ​ເຮົາ​ມັກ​ຄິດ​ເຖິງ​ວັນ​ເວລາ​ທີ່ ມ່ວນຊື່ນ ​ແລະ ຮ່ວມ​ກັນ​ບຸກບືນສູ້​ຊົນ​ກັບ​ໝູ່​ໃນ​ອະດີດ, ​ໃນ​ທ່າມກາງ​ສຽງ​ເພງ​ທີ່​ມ່ວນ​ຫູ​ນີ້, ຄວາມ​ຄິດ​ຮອດ​ຄິດ​ເຖິງ​ທີ່ບໍ່​ມີ​ວັນສິ້ນ​ສຸດຂອງ​ພວກ​ເຮົາ ກໍກາຍ​ເປັນ​ຄວາມ​ອວຍ​ໄຊ​ໃຫ້ພອນ​​ແກ່​ໝູ່​ເພື່ອນ​ທີ່ຢູ່​ໄກ​ແສນ​ໄກ…
ທີ່​ຟັງ​ມານັ້ນ​ແມ່ນ​ເພງ "ຈູ້​ຝູ" ​ແປ​ວ່າ "ອວຍພອນ", CRI ພວກ​ເຮົາຂໍ​ຖື​ໂອກາດ​ມອບ​ເພງ​ນີ້​ໃຫ້​ເພື່ອນ​ຜູ້​ຟັງ​ທັງຫຼາຍ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ສາກົນ 2011, ຂໍ​ອວຍພອນ​ໃຫ້​ມິດ​ຮັກ​ແຟນ​​​ແພງ​ທັງຫຼາຍຈົ່ງ​ມີ​ຄວາມສຸກ​, ປະສົບ​ຜົນສຳເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ທ່ານ!
​​ເລີ່​ມ​ເຂົ້າສູ່​ປີ​ໃໝ່​ແລ້ວ, ​ເວລາ​ນີ້, ບາງ​ເທື່ອ​ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ຄິດ​ຮອດ​ຄິດ​ເຖິງ​ຍາດຕິ​ພີ່ນ້ອງ​ທີ່ຢູ່​ໃກ້​ແລະ​ໄກ​ເທົ່າ​ນັ້ນ, ຄວາມ​ຮັກ​ທີ່​ຫວານ​ຊື່ນ​ທີ່ໄດ້​ພາດ​ໄປ​ແລ້ວນັ້ນ, ​ໄດ້​ເປັນ​ສິ່ງ​ທີ່​ສະຫຼັກ​ໄວ້​ໃນ​ຫົວ​ໃຈ​, ​ເຮັດ​​ໃຫ້​ລືມ​ບໍ່​ລົງ. ​ເຖິງ​​ວ່າ​ເວລາ​ຈະ​ຜ່ານ​ພົ້ນ​ໄປ​ດົນ​ນານ​ແລ້ວ​ກໍ​ຕາມ, ​ແຕ່​ກໍ​ບໍ່​ສາມາດ​ເຮັດ​ໃຫ້​ຄວາມ​ເຈັບ​ຊ້ຳ​​ໃນ ໃຈຈາງ​ຫາຍ​​ໄປ​​ເລີຍ. ຕໍ່​ໄປ​ເຊີນ​ຟັງ​ເພງ "ອ້າຍ​ວໍ​ເຕີ​ເຢີ​ນ​ເຫີ​ວໍ​ອ້າຍ​ເຕີ​ເຢີ​ນ" ຄົນ​ທີ່​ຂ້ອຍ​ຮັກ​ແລະ​ຄົນ​ທີ່​ຮັກ​ຂ້ອຍ.
​ຊີວິດ​ຂອງ​ຄົນ​ເຮົາກໍ​ເປັນ​ແບບ​ນີ້​ແຫຼະ, ມີ​ຄວາມ​ມ່ວນ​ຊື່ນ ​ແລະມີ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ, ມີ​ສຸກ​ ກໍ​ມີ​ທຸກ, ສຳຄັນ​ແມ່ນ​ພວກ​ເຮົາຈະ​ປະຕິບັດ​​ແນວ​ໃດຕໍ່​ສິ່ງ​ທີ່​ພວມ​ປະ​ເຊີນ​ຢູ່, ຍາມ​ມ່ວນ​ກໍ​ຄວນ​ມ່ວນ​ໃຫ້​ເຕັມທີ່, ​ເວລາ​ພົບ​ກັບ​ບັນຫາ​ຕ້ອງ​ກ້າ​ປະ​ເຊີນ​ຢ່າງ​ບໍ່​ຢ້ານ​ກົວ, ຖ້າ​ເຮົາ​ກ້າ​ຜ່ານ​ຜ່າ​ອຸປະສັກ​ຕ່າງໆ ກໍ​ຈະ​ແກ້​ໄຂ​ໄດ້​ໃນ​ຊີວິດ​ຂອງ​ເຮົາ.
ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ມາຮອດນີ້​ເວລາ​​ໃນລາຍການ​ເພງ​ດັງ​ໃນ​ອະດີດ​ກໍ​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ຖ້າ​ເພື່ອນ​ຜູ້​ຟັງ​ຢາກ​ຕຳ​ນິຕິ​ຊົມລາຍການ​ນີ້ ຫຼືວ່າ​ຢາກ​ຟັງ​ເພງ​ຫຍັງ, ​ຜູ້​ດຳ​ເນີນ​ລາຍການຄື ອະລຸນ ຈະ​ຕອບ​ສະໜອງ​ແຮງ​ໃດ​ແດ່​ມິດ​ລາຍການ, ​ທ່ານອາດ​ຈະ​​ໂທລະສັບ​ໄປ​ຫາ​ພວກ​ເຮົາ​​ໂດຍ​ກົງ​ໄດ້​ທີ່​ໝາຍ​ເລກ: 008610 68892192, ​ເບີ​ນີ້​ຍັງ​ສາມາດ​ສົ່ງ Fax ​ໄດ້​ອີກ, ຫຼືອາດ​ຈະ​ສົ່ງ​ຂໍ້ຄວາມ​ສັ້ນ​ໄປ​ຫາ​ພວກ​ເຮົາ​ໄດ້​ທີ່​ໝາຍ​ເລກ: 56256600. ສຳລັບ​ມື້​ນີ້, ຜູ້​ດຳ​ເນີນ​ລາຍ ການ ​ອະລຸນ ຕ້ອງ​ຂໍ​ລາ​ທ່ານ​ຜູ້​ຟັງ​ໄປ​ກ່ອນ, ພົບ​ກັນ​ໃໝ່​ໃນ​ມື້​ໜ້າ, ສະບາຍດີ!
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ