ເປີດກອງ​ປະຊຸມປະຈຳ​ປີ​ຂອງສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງຊາດ​ຈີນ​​

(GMT+08:00) 2011-03-03 17:43:38     cri

ຕອນ​ບ່າຍ​ວັນ​ທີ 3 ມີນາ​ນີ້, ກອງ​ປະຊຸມປະຈຳ​ປີ​ຂອງສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງຊາດ​ຈີນ​​​ໄດ້ຈັດ​ຂຶ້ນ​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ. ຜູ່​ນຳ​ຈີນ​ອື່ນໆ ​ເຊັ່ນ,ທ່ານ​ຫູ​ຈີນ​ທາວ, ທ່ານ​ອູ​ປາງ​ກົວ, ທ່ານ​ເວີນ​ເຈຍ​ປາວ, ທ່ານ​ເຈຍ​ຊີ້​ງລີ​ນ ​ແລະ ​ທ່ານ​ອື່ນໆໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ປະຊຸມ.

 

ທ່ານ​​​ເຈຍ​ຊີ້​ງລີ​ນ ປະທານສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງຊາດ​ຈີນ​ຕາງໜ້າ​ຄະນະ​ປະຈຳ​ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ແຫ່ງຊາດ​ຈີນຊຸດ​ທີ 11 ອ່ານ​ບົດ​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະຊຸມ.

ເມື່ອ​ເວົ້າ​ເຖິງວຽກ​ງານ​ ​ປີ 2011, ທ່ານ​ເຈຍ​ຊີ້​ງລີ​ນກ່າວ​ວ່າ, ການ​ພັດທະນາ​​ເສດຖະກິດ​ສັງຄົມ​ຂອງຈີນ​ພວມ​ຢູ່​ໃນ​ໄລຍະ​ທີ່​​ເປັນໂອກາດ​ທາງຍຸດ​ທະ​ສາດ​ທີ່ສຳຄັນ. ສະພາ​ປຶກສາ​ການ​ເມື​ອງປະຊາຊົນ​ຈະ​ຕັ້ງໜ້າ​ຊຸກ​ຍູ້​ການ​ຕິດຕາມ​ກວດກາ​ປະຊາທິປະ​ໄຕ​ຢ່າງຕັ້ງ​ໜ້າ ​ແລະ ໝັ້ນ​ທ່ຽງ, ​​​ເຮັດ​​ແທ້​ທຳ​ຈິງ​ເພື່ອ​ເຂົ້າ​ຮ່ວມ​ແລະ​ຫາລື​ວຽກບ້ານ​ການ​ເມືອງຢ່າງມີ​ປະສິດ​ທີ​ຜົນ ​ແລະ ​​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ຊຸກ​ຍູ້ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້​ດີ​ຂຶ້ນ​,ປະກອບ​ຄວາມ​ຄິດ​ຄວາມ​ເຫັນ ​ໂດຍ​ໝູນ​ອ້ອມບັນຫາ​ສຳຄັນຕ່າງໆ ​ເຊັ່ນ, ​ເພິ່ມທະວີ ​ແລະ ປະດິດ​ສ້າງ​ການ​ຄຸ້ມ​ຄອງ​ສັງຄົມ, ຊຸກ​ຍູ້​ການ​ປະກອບ​ອາຊີ​ບຢ່າງ​ເຕັມ​ທີ່ ​ແລະ ​ຊຸກ​ຍູ້​ການ​ປະຕິ​ຮູບ​ລະບອບ​ແບ່ງປັນ​ລາຍ​ຮັບ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ