ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈັດ​ງາ​ນຖະ​ແຫຼ​ງຂ່າວ

(GMT+08:00) 2011-03-04 16:36:10     cri

ວັນທີ 4 ມີນາ​ນີ້, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຈັດ​ງານ​ຖະ​ແຫຼ​ງຂ່າວ, ທ່ານ​ຫຼີ້ຈ້າວ​ຊິງ, ​ໂຄສົກ​ຂອງ​ກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ແນະນຳ​ວາລະ​ປະຊຸມ​ແລະ​ບັນຫາ​ທີ່​ກ່ຽວຂ້ອງ​ຂອງວຽກ​ງານ​ສະພາ​ປະຊາຊົນ, ​ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.
ທ່ານ​ຫຼີ້​ຈ້າວ​ຊິນ​ກ່າວ​ວ່າ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເທື່ອນີ້​ຈະ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 5 ມີນາ​ນີ້, ​ແລະ​ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 14 ມີນາ. ກອງ​ປະຊຸມ​ມີ​ວາລະສຳຄັນ 7 ຂໍ້​ຄື: ຮັບ​ຟັງ​ແລະຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ, ກວດກາ​​ອະນຸມັດ​ແຜນການ 5 ປີຄັ້ງ​ທີ 12, ກວດກາ​ແລະ​ອະນຸມັດ​ບົດ​ລາຍ​ງານ​ແຜນການ, ກວດກາ​ອະນຸມັດບົດ​ລານ​ງານ​ງົບປະມານ, ຣັບຟັງ​ແລະ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ຮັບ​ຟັງ​ແລະຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ສານ​ປະຊາຊົນ​ສູງ​ສຸດ, ຮັບ​ຟັງ​ແລະຄົ້ນຄວ້າ​ພິຈາລະນາ​ບົດ​ລາຍ​ງານ​ວຽກ​ງານ​ອົງການ​​ໄອ​ຍາ​ການ​ສູງ​ສຸດ.


1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ