ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ສຸມ​ກຳລັງ​​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ກັບປະ​ເທດ​ອ້ອມ​ຂ້າງ

(GMT+08:00) 2011-03-07 16:17:41     cri


ວັນ​ທີ 7 ມີນາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຢາງ​ເຈ​ສື, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຈະ​ສືບ​ຕໍ່​ສຸມ​ກຳລັງ​​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ກັບປະ​ເທດ​ອ້ອມ​ຂ້າງ, ສືບ​ຕໍ່​ປະຕິ​ມັດທິດທາງ​ພື້ນຖານ​ທີ່ວ່າ" ​​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ", ​ຮ່ວມ​ກັບ​ຝ່າຍ​ຕ່າງໆສ້າງ​ສະພາບ​ແວດ​ລ້ອມ​ພາກ​ພື້ນ​ທີ່​ສັນຕິພາບ​ສະຖຽນ​ລະ​ພາບ, ​ເປີດ​ປະຕູ​​ແລະ​ຢູ່​ຮ່ວມ​ກັນ​ຢ່າງ​ປອງ​ດອງ​ກັນ, ຮ່ວມ​ມືກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.


​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານຢາງ​ເຈ​ສື​ກ່າວ​ວ່າ, ປີ 2010, ສະຖານະ​ການ​ຢູ່ອ້ອມ​ຂ້າງ​ຂອງ​ຈີນ​ໄດ້​ຮັກສາ​ສະພາບ​ການ​ທີ່ສັນຕິພາບ, ຮ່ວມ​ມື​ແລະ​ການ​ພັດທະນາ​ໃນ​ດ້ານ​ລວມ, ການ​ພົວພັນ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ການ​ຂະຫຍາຍຕົວ​ໃໝ່. ຜູ້ນຳ​ຈີນ​ໄດ້​ໄປ​ຢ້ຽມຢາມ​ຫຼາຍ​ປະ​ເທດ​ອາຊີ, ​ໄດ້​ປຶກສາ​ຫາລື​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງກ່ຽວ​ກັບ​ເຮັດ​ແນວ​ໃດ​ເພີ່ມຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ຮ່ວມ​ມື​ຕື່ມ​ອີກ, ​​ແລະ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກັນ​ສຳຄັນຢ່າງ​ຫຼວງ​ຫຼາຍ.
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ